ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

 

            ມີບໍລິສັດແຫ່ງໜຶ່ງ!

   ຫົວໜ້າເວົ້າກັບເລຂາວ່າ:   ຂ້ອຍຊິພາເຈົ້າໄປທ່ຽວຕ່າງແຂວງຈັກສອງສາມວັນ,ເຈົ້າໄປກະກຽມສາ.

   ເລຂາກາໂທຫາຜົວວ່າ:      ຂ້ອຍຊິໄປປະຊຸມຢູ່ຕ່າງແຂວງກັບຫົວໜ້າ,ເຈົ້າເບິ່ງແຍງຕົວເອງເອົາເອງເດີ.

  ຜົວກາໂທຫາເມຍນ້ອຍວ່າ:  ເມຍຂ້ອຍໄປປະຊຸມຢູ່ຕ່າງແຂວງສອງສາມວັນ,ພວກເຮົາກາອອກມາຫຼິ້ນປະ.

  ເມຍນ້ອຍກາໂທຫາຮັບສອນເພີ່ມເດັກນ້ອຍວ່າ:  ສອງສາມວັນນີ້ບໍ່ຕ້ອງຂື້ນຮຽນ,ອາຈານມີວຽກ.

  ເດັກນ້ອຍກາໂທຫາຕາວ່າ:  ຕາ! ສອງສາມວັນນີ້ອາຈານມີວຽກ,ບໍ່ຕ້ອງຂື້ນຮຽນ,ເຈົ້າພາຂ້ອຍໄປຫຼີ້ນ.

  ຕາກາໂທຫາເລຂາວ່າ:     ສອງສາມວັນນີ້ຂ້ອຍຈະພາຫຼານໄປຫຼີ້ນ,ບໍ່ອາດຈະໄປທ່ຽວໄດ້.

  ເລຂາກາໂທຫາຜົວວ່າ:   ຫົວໜ້າມີວຽກດ່ວນ, ບໍ່ໄປປະຊຸມຢູ່ຕ່າງແຂວງແລ້ວ.

  ຜົວກາໂທຫາເມຍນ້ອຍວ່າ:  ສອງສາມວັນນີ້ບໍ່ສາມາດອອກໄປຫຼີ້ນແລ້ວ,ເມຍບໍ່ໄປປະຊຸມຢູ່ຕ່າງແຂວງແລ້ວ.

  ເມຍນ້ອຍກາໂທຫາຮັບສອນເພີ່ມເດັກນ້ອຍວ່າ:  ສອງສາມວັນນີ້ຂື້ນຮຽນຕາມປົກກະຕິຄືເກົ່າ.

ເດັກນ້ອຍກາໂທຫາຕາວ່າ: ຕາ! ສອງສາມວັນນີ້ຍັງຂື້ນຮຽນຄືເກົ່າ,ບໍ່ສາມາດໄປຫຼີ້ນນຳເຈົ້າໄດ້ແລ້ວ.

ຕາກາໂທຫາເລຂາວ່າ:   ສອງສາມວັນນີ້ຍັງແມ່ນພາເຈົ້າໄປທ່ຽວຄືເກົ່າ,ໄປກະກຽມສາ

             ກ້ຽວໄປອ້ອມມາງົງເລີຍບໍ່?   (ຜູ້ຂຽນຍັງວິນເລີຍ 5555555555altalt)

Delicious Digg Fark Twitter