ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ຫໍຄອຍTokyo sky three ສູງ634ແມັດ ຕອນນີ້ເປັນຫໍຄອຍທີ່ສູງທີ່ສຸດໃນໂລກ ຕັ້ງຢູ່ໂຕກຽວ  ຫາກໍ່ສ້າງແລ້ວ ເປັນຫໍຄອຍຮັບສົ່ງສັນຍານດາວທຽມ ທໍລະທັດ ວິທະຍຸ ແທັກຊີ ຕ່າງຯ ເປັນທັງຮ້ານອາຫານ ແຫລ່ງຊ້ອບປິ້ງ

ໄປຂຶ້ນຊົມວິວ ມາເລີຍເອົາຮູບມາຕ້ອນ

ມາຊື້ປີ້ໄວ້ຕອນສວຍ

ມາຊື້ປີ້ທີ່ຈະຂຶ້ນໄປຊັ້ນເທິງຕັ້ງແຕ່ຕອນ12ໂມງ ແຕ່ຕ້ອງລໍຖ້າຂຶ້ນຮອບຕອນ7ໂມງແລງ ໂອ້ຍຯ ເກີດມາບໍ່ເຄີຍຮູ້ເຄີຍເຫັນ  ຄົນຫຍັງຊິມາທ່ຽວຫລາຍປານນີ້

ແຖວນີ້ຈະມີຮ້ານອາຫານ ຮ້ານຂາຍຂອງທີ່ລະລືກ ເຄື່ອງນຸ່ງ ຫລາຍອັນພັນແນວ ສ່ວນຮ້ານອາຫານນັ້ນ ເຫັນຄົນລຽນແຖວຖ້າເຂົ້າຮ້ານຍາວປານຫາງວ່າວແລ້ວ ຂະນ້ອຍຂໍບ່າຍຯກ່ອນ ລໍຖ້າບໍ່ໄຫວ ຫິວຊິເປັນລົມຕາຍກ່ອນ

ສະຖານີລົດໄຟໂຕກຽວເລີຍພາກັນນັ່ງລົດໄຟໄປທ່ຽວບ່ອນອື່ນກ່ອນ ເພື່ອຂ້າເວລາກວ່າຊິໄດ້ຂື້ນຫໍຄອຍ  ກ່ອນອື່ນໄປຊອກຫາແນວຮອງທ້ອງກັນຕາຍ  ແລ້ວກໍ່ໄປເບິ່ງສະຖານີລົດໄຟໂຕກຽວ ໃນຮູບນີ້  ເປັນສະຖານີເກົ່າແກ່ ຫລາຍ ອ່ານປະຫວັດແລ້ວບໍ່ຄ່ອຍຈື່ວ່າຈັກຮ້ອຍປີລະບຸ

ຖືກລະເບີດສະໄຫມສົງຄາມໂລກແຕ່ຕອນນີ້ເພິ່ນບຸລະນະໃຫມ່ ຫາກກໍ່ແລ້ວ ແລະເປີດໃຫ້ເຂົ້າເບິ່ງໄດ້ແລ້ວ   ເພິ່ນຮັກສາໂຄງຮ່າງເກົ່າເອົາໄວ້ ມັນຈະເປັນແບບສະຕາຍຢູໂລບ  ແຕ່ລະມື້ຄົນຂີ່ລົດໄຟຈະແວະໄປຖ່າຍຮູບກັນຫລາຍ ອັນນີ້ເບິ່ງຟີ

ສະຖານີລົດໄຟໂຕກຽວ ພາຍໃນອາຄານພາຍໃນອາຄານ ມັນຈະເປັນໂຮງແຮມທີ່ຫລູຫລາ ໄດ້ຍິນລາຄາແລ້ວຂະນ້ອຍຊິເປັນລົມ ໄດ້ຍິນວ່າຫ້ອງທີ່ມີລາຄາສູງສຸດເກືອບຮອດສາມພັນດອນລ່າ....ເອິກ.....

ລົດສາມລໍ້ລາກແບບບູຮານ ມີສະເພາະໃນແຫລ່ງທ່ອງທ່ຽວ  ບໍ່ກ້ານັ່ງດົນເພາະເວລາຈ່າຍເງິນແລ້ວມັນ ເຢັນ ສົມຊື່ອີ່ຫລີ.......ຄ່າແຮງງານເຂົາເຈົ້າຄືຊິແພງແທ້....ລອງນັ່ງອັນຖືກສຸດປະມານ10ຫລື 15ນາທີນີ້ລະ 3000ເຢັນ ປະມານ 300 000ກີບ ອີ່ແມ່ອີ່ພໍ່ເອີ້ຍ....

ພະລາດຊະວັງໂຕກຽວໄປເບິ່ງພະລາດຊະວັງໂຕກຽວ ແຕ່ຫ້າມເຂົ້າໃນ ກໍ່ເລີຍໄດ້ແຕ່ຍ່າງອ້ອມໄປມາຕາມນອກນີ້ລະພະລາດຊະວັງໂຕກຽວໄດ້ແຕ່ຈິນຕະນາການເອົາວ່າ ພາຍໃນພະລາດຊະວັງຊິເປັນແນວໃດ

ຫໍຄອຍtokyo sky threeກັບມາຮອດ5ໂມງ ແຕ່ກະຍັງຕ້ອງລຽນແຖວຖ້າຂຶ້ນລິບອີກເກືອບສອງຊົ່ວໂມງ ອັນນີ້ແມ່ນນັກທ່ອງທ່ຽວລໍຖ້າຂຶ້ນລິບທັ້ງນັ້ນ

ຫໍຄອຍtokyo sky threeວິວຕອນຄ້ອຍຄ່ຳຈາກ350ແມັດ ຂຶ້ນມາຮອດນີ້ລາຄາປີ້ແມ່ນ 2500ເຢັນ ປະມານ250 000ກີບ ຂຶ້ນລິບທີ່ມີຄວາມໄວຫລາຍ ໃຊ້ເວລາພຽງແຕ່50ວິນາທີເທົ່ານັ້ນ  ໄວຈົນຮູ້ສຶກເຈັບຫູເລີຍ  ສ່ວນເພດານຂອງລິບ ຈະເປັນກະຈົກໃສ ເຮົາສາມາດເຫັນອາຄານຂອງຫໍຄອຍແລະຮູ້ວ່າລິບນັ້ນໄວປານໃດ ອູ້ ໄວຈົນລາຍຕາ

ຍາດກັນເບິ່ງວິວໂຕກຽວເອົ້າຯ ຍາດກັນເບິ່ງ ຍາດກັນຖ່າຍຮູບຫັ້ນ

ກະຈົກມັນຈະເປັນອຽງຯໃຫ້ເຮົາສາມາດເຫັນວິວໄດ້ຫລາຍຂຶ້ນ  ຄົນຫລາຍຯ ເຂົາເຈົ້າຕ້ອງນັບຄົນຂຶ້ນແລະລົງ ຄືຊິຈຳກັດຈຳນວນແຫລະ ເພາະຖ້າຫໍຄອຍຮັບນ້ຳຫນັກຄົນບໍ່ໄຫວລະແມ່ນລຽບລ້ອຍເລີຍ....ບໍ່ໄດ້ກັບບ້ານມາກິນແຈ່ວປາແດກບ້ານເຮົາເລີຍ ເຮີ້ ເຮີ່ເຮີ່...

ວິວໂລແມັນຕິກຍາມກາງຄືນ ອັນນີ້ຂຶ້ນມາຮອດ450ແມັດ ຕ້ອງຈ່າຍເພີ່ມອີກ ແສນກີບ  ແປວ່າຈ່າຍທັ້ງຫມົດ 350 ​000 ເພື່ອທີ່ຈະໄດ້ມາຂຶ້ນຫໍຄອຍນີ້.....ອືຮຶ.....ຢ່າເຢິ ຊາດນີ້ຄືຊິໄດ້ຂຶ້ນເທືອ່ດຽວນີ້ລ່ະ....ໂສຕາຍ

ຈາກ450ແມັດຂຶ້ນໄປຈະບໍ່ມີລິບໃຫ້ຂຶ້ນແລ້ວ ຈະເປັນແຕ່ໂຄງຮ່າງເຫລັກອີລູງຕຸງນັງຫັ້ນລະ  ຢູ່ບ່ອນນີ້ ຈະມີບ່ອນທີ່ພື້ນເປັນກະຈົກໃສ ຫນາຫນາ ເພື່ອລອງໃຈໃຜຊິກ້າຢຽບ  ຂຶ້ນໄປຢຽບກະຈົກໃສນັ້ນ ແລ້ວກໍ່ສ່ອງເບິ່ງລົງມາຮອດພື້ນດິນ  ອີ່ແມ່ເອີ້ຍ ສູງປານວ່າຂີ່ຍົນ  ຂາສັ່ນຢົກຯຮ້າຍກ່ອນຜີເຂົ້າ  ສ່ວນພວກທີ່ບໍ່ຢ້ານຄວາມສູງທັງຫລາຍ ເຂົາພາກັນທາງຫົວ ທັ້ງກະທຶບກະທືບ ລອວເບິ່ງຄວາມແຂງແຮງ ທົນທານຂອງກະຈົກ ໂອ້ຍຈັ່ງແມ່ນສູເຈົ້າກ້າເນາະ  ອືຮື.....ສ່ວນຂະນ້ອຍຂໍຢາດົມແດ່ທ້ອນ....

ຮິຮິຮິຈົບຂ່າວ

 

Delicious Digg Fark Twitter