ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2010 | ມີ 20 ຄຳເຫັນ ແລະ 0 trackback(s)

ອາຈານເອີ້ຍອາຈານ....ມີວເຊັງກັບທ່ານເດ່.....ທຸກໆມື້ກ່ອນຮຽນອາຈານ Irina ສາຍາ ເຈ້ ຫລອນ ຈະເທດນັກຮຽນລາວໝົດທຸກຄົນກ່ອນເຂົ້າຫ້ອງ (ເທດຫຍັງກະບໍ່ເຂົ້າໃຈດອກເຈ້ຫລອນເວົ້າໄວໂພດ)

ຫລັງຈາກເທດຈົບແລ້ວນັກຮຽນລາວທັງ2ຄົນທີ່ຮຽນນຳມີວຈະມັກມາຖາມວ່າ ມີວເຈ້ຫລອນລາວວ່າຫຍັງ (ອອກສຳນຽງໄທໃຕ້)....ທຸກໆຄັ້ງທີ່ຖາມມີວຈະມັກຕອບໄປວ່າ ກະຄືລາວວ່າຫັ້ນແຫລະບໍ່ເຂົ້າໃຈ (ອອກສຽງເວົ້າບໍ່ຂອດປານໃດ)....ຫລັງຈາກທີ່ຮຽນຊົ່ວທຳອິດແລ້ວ ກໍ່ຈະເລີກຫລີ້ນ ເຈ້ຫລອນກໍ່ໃຫ້ອອກພັກຜ່ອນ ແຕ່ເວັ້ນ 3ສະຫາຍ ຄົນລາວ ຕ້ອງຟັງເທດກ່ອນອອກໄປພັກຜ່ອນ.

ຕໍ່ມາຫລັງຈາກຮຽນແລ້ວກ່ອນຈະກັບບ້ານຕ້ອງໄດ້ວຽກບ້ານ ແຕ່ຄົນລາວເຮົາຕ້ອງໄປຫລາຍກ່ອນໝູ່ (ສົງໄສອາຈານຈະຮັກຫລາຍ) ແລ້ວເຈ້ກໍ່ຈະໃຫ້ພອນຊີວິດປະຈຳວັນຄື ມື້ອື່ນ ມາໂຮງຮຽນ ໄວໆແດ່ພວກເຈົ້າ (ລາວເວົ້າພາສາລັດເຊຍ ແມ່ນຫັນລີ້ນ) ພວກມີວກໍ່ຕ້ອງຕອບເຈ້ວ່າ ໂດຍ i will try

ເປັນຈັ່ງຊີ້ແຫລະທຸກໆມື້ຈັນຫາເສົາ

ຊິເຮັດຈັ່ງໃດດີ

Delicious Digg Fark Twitter