ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2014 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ອັນວ່າຄົນເຮົານີ້ ບໍ່ມີໃຜທີ່ຈະສາມາດປະຕິເສດວ່າ  ບໍ່ຮູ້ຈັກຄວາຮັກ ຕ່າງແຕ່ລະທ່ານຈະເບີ່ງຄວາມຮັກໃນມຸມມອງຂອງໃຜລາວ ບາງຄົນອາດຈະເບີ່ງຄວາມຮັກແບບສວຍງາມ ແຕ່ບາງຄົນກໍ່ອາດຈະເບີ່ງຄວາມເປັນ ສິ່ງທີ່ໂຫດຮ້າຍ ແລະບາງຄົນກໍ່ອາດຈະເບີ່ງຄວາມຮັກເປັນສິ່ງເພີ້ ຝັນທີ່ຈັບຕອງບໍ່ໄດ້

ດັ່ງນັ້ນ ທຸກຄົນຫາກເກີດຂື້ນກັບໃຜແລ້ວ ຈື່ງສາມາດ ສໍາພັດ ແລະ ຮູ້ຊື້ງໃດ້ເຖີງຄວາມຮັກຂອງຕົນເອງ  ອາດຈະມີຫຼາຍແບບ ຫຼາຍປະເພດແຕກຕ່າງກັນໄປ ແຕ່ສິ່ງທີ່ທຸກຄົນປາດຖາຄົງມີຈຸດມຸ້ງໝາຍດຽວກັນ ນັ້ນກໍ່ຄື ຮັກແລ້ວຕ້ອງສົມຫັວງ  ຄົງບໍ່ມີໃຜທີ່ຕ້ອງການຄວາມຜິດຫັວງດ້ວຍຄວາມຮັກ ແຕ່ກາປະຕິເສດບໍ່ໄດ້ ວ່າຈະສົມຫັວງໃດ້ໝົດທຸກຄົນ ບາງຄົນກໍ່ສົມຫັວງແຕ່ບາງຄົນຜິດຫັວງ ແລະ ບາງຄົນກໍ່ຮູ້ຢູ່ວ່າຕ້ອງຜິດຫວັງ ແຕ່ກາຍອມຮັກ ຍ້ອນບໍ່ສາມາດຫ້າມໃຈໂຕເອງໄດ້ ຂໍພຽງແຕ່ໄດ້ ເພື່ອມີຄວາມສຸກຄັ້ງໜື່ງໃນຊີວິດຂອງຕົນເອງຢ່າງເຕັມທີ່ ເຖີງວ່າອະນາຄົງ ຈະບໍ່ສາມາດຮູ້ໄດ້ ວ່າໜັງເລື່ອງນີ້ ສິຈົບລົງແນວໃດກໍ່ຕາມ. ແລະນັ້ນກໍ່ຄືຮູບແບບຂອງຄວາມຮັກຄົນເຮົາ ໃນມຸນມອງ ທີ່ຂ້າພະເຈົ້າພໍສິນໍາມາແລກປ່ຽນນໍາບັນດາທ່ານ ທີ່ໄດ້ເຄີຍປະສົບພົບພໍ້ນໍາຕົນເອງ ໃນມຸມທີ່ແຕກຕ່າງກັນ

Delicious Digg Fark Twitter