ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ເຂົາໃຊ້ຝ່າມືຕົບຂ້ອຍເຂົ້າຢ່າງແຮງ  ຂ້ອຍຮູ້ສຶກເຈັບປວດສະເຫຼືອເກີນ....

ຂ້ອຍບໍ່ຮູ້ວ່າເກີດມາຕັ້ງແຕ່ຕອນໃດ  ພໍແຕ່ຄ່ອຍລືມຕາອ້າປາກໄດ້ຂ້ອຍກະອາສັຍຢູ່ໃນນ້ຳແລ້ວ  ບໍ່ຮູ້ວ່າພໍ່ແມ່ຊື່ຫຍັງ

ຂ້ອຍກິນຂີ້ໄຄນ້ຳເປັນອາຫານຢູ່ກັບໝູ່ຂອງຂ້ອຍ  ທີ່ຟັກອອກມາຈາກໄຂ່ໜ່ວຍນ້ອຍໆ ເຊັ່ນດຽວກັນກັບຂ້ອຍ

ຂ້ອຍມັກສົງໃສຢູ່ຕະຫຼອດວ່າເປັນຫຍັງໝູ່ຂ້ອຍຄືໜ້າຕາຄືກັນກັບຂ້ອຍແທ້  ຫຼືວ່າເຮົາເກີດມາຈາກທ້ອງແມ່ດຽວກັນ ຫຼືແມ່ນເປັນຝາແຝດກັນ?

ຂ້ອຍອາສັຍຫາກິນອາຫານກັບໝູ່ຢູ່ໃນແອ່ງນ້ຳນ້ອຍໆ ແບບນີ້ເລື້ອຍມາຍ່າງມີຄວາມສຸຂ

 

ຂ້ອຍໂຕໃຫຍ່ເປັນບ່າວເຕັມທີ່ແລ້ວ 

ຢູ່ມາມື້ໜຶ່ງໝູ່ຂອງຂ້ອຍແລ່ນຕາລີ້ຕາລານມາບອກກັບຂ້ອຍໃຫ້ຟ້າວແລ່ນໜີ  ໂຕອີຫຍັງກະບໍ່ຮູ້ມັນຕົກມາແຕ່ເທີງຟ້າ 

ມັນໂຕໃຫຍ່ເປັນຕາຍ່ານອີຫລີ  ປາກມັນໃຫຍ່ຄັກຂະໜາດກິນຂ້ອຍກັບໝູ່ໄດ້ເປັນໂຕໆເລີຍ  ມັນແລ່ນໄວຄັກ  ຫາງມັນໃຫຍ່  ສຽງຫາຍໃຈຜ່ານເຫງືອກຂອງມັນດັງ  ເງືອບໆໆ

ນ້ຳຕາຂ້ອຍຍ້ອນຕົກເເມື່ອເຫັນໝູ່ຂອງຂ້ອຍຕ້ອງເສຍຊີວິດ  ມັນກິນລຸ້ນນ້ອງຂອງຂ້ອຍລົງທ້ອງແບບບໍ່ມີຄວາມເມດຕາ  ຂ້ອຍເຂ້ມແຂັງສູ້  ລົບຄວາມເສຍໃຈ ຕ້ອງສະຕິເພື່ອເອົາໂຕລອດ

ຂ້ອຍກັບໝູ່ພາກັນແລ່ນໜີມັນໄປລີ້ຢູ່ປາກໂອ່ງ  ເພື່ອບໍ່ໃຫ້ສັດປະຫຼາດນັ້ນເຫັນຂ້ອຍ   ຂ້ອຍຢູ່ບ່ອນນັ້ນໄດ້ບໍ່ໂດນ  ຂ້ອຍກະຮູ້ສຶກອີຫຍັງແປກໆໆ

ໂຕຂອງຂ້ອຍມັນລອຍຂຶ້ນໄປເທີງນ້ຳເອງ 

ກູເປັນຫຍັງວະສູ   ຂ້ອຍຮ້ອງເວົ້າກັບໝູ່

ກູກະຄືກັນ    ໝູ່ຂອງຂ້ອຍວ່າກັບຂ້ອຍ

ອັສຈັນແທ້!!!  ຂ້ອຍຮ້ອງອອກມາຢ່າງແຮງ  

 

ຂ້ອຍລອງປ່ອນຫົວອອກມາເໜືອແຜ່ນນ້ຳໃນໂອ່ງນ້ຳນ້ອຍໆນັ້ນ  ຂ້ອຍຮູ້ສຶກມີກຳລັງວັງຊາຫຼາຍ   ຜິວຫນັງຂອງຂ້ອຍມັນຫາຍໃຈເອງໄດ້   

ຂ້ອຍມີໃບພັດເຮລິຄອບເຕີ້ຢູ່ຂ້າງຫລັງ   ສະຫວັນຈັ່ງແມ່ນເຂົ້າຂ້າງຂ້ອຍໃຫ້ບິນໜີໄດ້  ຂ້ອຍມີປີກສາມາດບິນຫນີສັດປະຫຼາດໂຕຍັກນັ້ນໄດ້ແລ້ວ  ຂ້ອຍດີໃຈຢ່າງແຮງ  ໝູ່ຂ້ອຍກະດີໃຈຄືຂ້ອຍ 

ຂ້ອຍຫັດບິນ  ຂ້ອຍບໍ່ເມື່ອຍເລີຍແຖມຊ້ຳຂ້ອຍຍັງມ່ວນກັບການບິນ  ວິນາທີນີ້ຂ້ອຍຮູ້ສຶກວ່າຂ້ອຍເປັນຮີໂຣ່ແລ້ວ  ...

 

ຂ້ອຍຫັດບິນກັບໝູ່  ແລະໄດ້ຮຽນຮູ້ອີຫຍັງຫຼາຍໆ  ຢ່າງກັບໝູ່    ຫຼິ້ນຢ່າງສະໜຸກສະໜານ  ບໍ່ດົນຂ້ອຍກະເລີ່ມເຈັບທ້ອງຢາກກິນອີຫຍັງສັກຢ່າງລົງທ້ອງ

ປ່ະ  ເຮົາພາກັນໄປຫາຂີ້ໄຄນ້ຳກິນ    ໝູ່ຂ້ອຍຊວນ

:  ອ໋າວ!!!   ເຮົາກັບໄປໃນໂອ່ງໃນນ້ຳບໍ່ໄດ້  ເຮົາສິໄປຫາຂີ້ໄຄນ້ຳກິນໄດ້ຈັ່ງໃດ໋  

ເຮົາຕ້ອງຫາຫຍັງກິນກ່ອນເຮົາສິຫິວຕາຍໄປກວ່ານີ້

ວ່າແລ້ວຂ້ອຍກະອອກບິນໄປເລື້ອຍໆ  ບໍ່ດົນຂ້ອຍກະພໍ້ພວກຜູ້ມີປີກຄືຂ້ອຍ  ພວກຜູ່ນີ້ເຂົາເຖ່າຫຼາຍແລ້ວ  ເຂົາບອກຄວາມຈິງກັບຂ້ອຍວ່າໝູ່ເຮົາແມ່ນໃຜ 

ເຂົາບອກວ່າພວກເຮົາຖືກເອີ້ນວ່າ ຍຸງ   ໝູ່ເຮົາກິນເລືອດເປັນອາຫານເທົ່ານັ້ນ  ເຮົາຕ້ອງກິນເພື່ອລ້ຽງຊີບໂຕເອງໂດຍຫຼີກເລີ້ຍງບໍ່ໄດ້   ເຮົາຈຳເປັນຕ້ອງກິນເພື່ອມີຊີວິດຢູ່ຕໍ່ໄປ

ຂ້ອຍຖາມຜູ້ເຖ່າຍຸງອາວຸໂສວ່າ  

:  ເຮົາບໍ່ກິນເລືອດໄດ້ບໍ່ 

:  ບໍ່ໄດ້  ຂັ້ນເຈົ້າບໍ່ກິນ ເຈົ້າກະສິຕາຍ   ຜູ້ອາວຸໂສຍຸງບອກຂ້ອຍ

:  ແລ້ວຂ້ອຍສິໄປຫາ..  ກິນໄດ້ບ່ອນໃດ

:  ຫາງ່າຍ  ພວກນີ້ມີກະດູກສັນຫລັງ  ສ່ວນຫຼາຍພວກນີ້ເລືອດຣົສຈືດ

ຜູ້ອາວຸໂສບອກຂ້ອຍພໍເປັນຄວາມຮູ້ກັບຂ້ອຍເທົ່ານີ້  ຂ້ອຍກະໄດ້ບິນເພື່ອອອກຫາກິນຕາມຄຳແນະນຳຂອງທ່ານອາວຸໂສທີ່ໃຫ້ໄວ້   

ຂ້ອຍອອກຫາກິນເລືອດສັດມີກະດູກສັນຫຼັງຫຼາຍຊະນິດ   ບາງຊະນິດມີ 4  ຂາ  ບາງຊະນິດກະມີປີກ  2  ຂາ   ແຕ່ວ່າລົດຊາດບໍ່ແຊ່ບໆ  ປານໃດ   ລົດຊາດເປັນຈືດໆ  ຂ້ອຍບໍ່ມັກ

ຂ້ອຍອອກຫາກິນຈັ່ງຊີ້ໄດ້ດົນພໍສົມຄວນ  ບໍ່ດົນຂ້ອຍກະໄປພໍ້ກັບລົດຊາດຂອງອາຫານທີ່ບໍ່ເຄີຍສຳຜັດມາກ່ອນ  ເລືອດລົດນົວ ແຊ່ບໆດີ  ຂ້ອຍໄດ້ດູດແລ້ວມັກຫຼາຍ

ຄືກັບຂ້ອຍໄດ້ຂຶ້ນສະຫວັນເລີຍ  ຂ້ອຍໄປດູດເລືອດຂອງສັດສອງຂາຊະນິດໜຶ່ງ   ໂຕມັນໃຫຍ່ເອາແທ້ເອົາວ່າບາງເທື່ອຂ້ອຍກະດູດເລືອດມັນໄວ້ຈົນເຕັມທ້ອງ  ເກັບໄວ້ມາໃຫ້ໝູ່ຊິມກະມີ

ຢູ່ມາມື້ໜຶ່ງເຫດການບໍ່ຄາດຄິດກະເກີດຂຶ້ນກັບຂ້ອຍ      ໃນຂະນະທີ່ຂ້ອຍກຳລັງດູດເລືອດອັນແຊ່ບນົວຂອງສັດສອງຂາສະນິດນີ້ຢູ່   ມັນເອົາອີຫຍັງກະບໍ່ຮູ້ມີ 5 ງ່າ  ຄືງ່າໄມ້ຕົບຂ້ອຍຢ່າງແຮງ

ຂ້ອຍຖືກເຂົາຕົບຢ່າງແຮງ!!!   ດີທີ່ຂ້ອຍມີສະຕິໄດ້ຂ້ອຍກະເລີຍທຳທ່າຕາຍ  ຕົກລົງມາກອງຢູ່ຂີ້ດິນ   ແລ້ວບິນໜີລອດຕາຍອອກມາ...

ຂ້ອຍຈົ່ມໃນໃຈ  ສັດພວກນີ້ຈັ່ງແມ່ນມັນໂຫດຫຼາຍ   ຂ້ອຍມາຫາຂອງກິນເດີ້  ຂ້ອຍບໍ່ໄດ້ຄຶດສິມາດູດເລືອດເຈົ້າ!!  ບໍ່ເຈດຕະນາສິເຮັດໃຫ້ເຈົ້າບໍ່ພໍໃຈ 

ຖ້າເລືອກໄດ້ຂ້ອຍບໍ່ກິນເລືອດດອກ   ແຕ່ວ່າຕອນນີ້ເລືອດມັນເປັນອາຫານຂອງຂ້ອຍຊື່ໆໆ

 ........................................................................................................................................................

ຄຳເຕືອນ :  ຖ້າອ່ານບົດຂອງຂ້າພະເຈົ້າແລ້ວມີຄຳລາວປົນໄທຍ໌  ຂໍໃຫ້ລະໄວ້ໃນຖານທີ່ເຂົ້າໃຈ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

   DOO JIT THE SERIE 2009   

ຂໍຂອບໃຈຜູ້ໃຫ້ການສະຫນັບສະຫນຸນ ໂດຍບໍ່ມີການຂໍອະນຸຍາດ ^^

...........................................................................................................................................

   "ເຮົາພະຍາຍາມເວົ້າຫາຢູ່ຕະຫຼອດເວລາວ່າ "ສະຕິປັນຍາ"
ເຮົາໃຊ້ປັນຍາຢູ່ສະເໝີກໍ່ຈິງຢູ່  ແຕ່ສະຕິນັ້ນແທ້ຈິງແລ້ວ
ເຮົານຳອອກມາໃຊ້ນ້ອຍໂພດ ທັ້ງທີ່ສະຕິນັ້ນມີຄຸນຄ່າຢ່າງຫຼວງຫຼາຍຕໍ່ຊີວິດ
ແລະຈຳເປັນແກ່ຊີວິດ ມັນມີຄຸນຄ່າເຫຼືອທີ່ຈະປະມານໄດ้"  

...............................................................................................................................................

   ຕອນທີ່ 1  ເກັບສັມພາຣະຕາມຫາສະຕິທີ່ຫາຍໄປ      

ຫາກທ່ານລອງສັງເກດຫຼືມອງເຈົ້າຂອງໃຫ້ດີຈະເຫັນວ່າ ຄວາມເລວຮ້າຍໃນຊີວິດຂອງຄົນເຮົາລ້ວນມາຈາກການຂາດສະຕິທັ້ງສິ້ນ ເຊັ່ນ ການໂກດຫັວຟັດຫົວເສຍ  ການທະເລາະຕົບຕີກັນໃນບ້ານ  ການຈີ້ປົ້ນລົກເລັກຂີ້ຂະໂມຍ  ແຟນລັກມີຊູ້  ຕິດການພະນັນ ກິນເຫຼ້າເມົາຍາ ຯ ໂດຍຮວມຄືການລະເມີດສີນ ໕  ອັນເປັນທັມແຫ່ງຄວາມ "ທັມມະດາ" ຂອງຄົນເຮົາ

ຄົນເຮົາທຸກຄົນລ້ວນມີກິເຫຼດຕັນຫາ ມີຄວາມໂລບ ຄຽດງ່າຍ  ຫຼົງງ່າຍກັນທຸກຄົນ ດັງນັ້ນຫາກຂາດສະຕິຍາມໃດລ່ະ ກໍ່ພ້ອມທີ່ຈະເຜີເຮັດຊົ່ວຂຶ້ນມາທັນທີ ໃນຂະນະທີ່ກັມດີອັນໄດ້ແກ່ ທານ ສີນ ພາວະນາ ກໍ່ແທບຈະບໍ່ໄດ້ເຮັດເລີຍ

 

ຮູບປະກອບ Sirie ຮູບທີ່ທຳອິດ ຊື່ "ໂລບ ໂກດ ຫຼົງ  ລູກສາວຈອມມານອັມມະຕະ"

                 ານມີສະຕິເລີຍຄ້າຍໆກັບເປັນແນວຄວບຄຸມໃຫ້ເຮົາມີຄວາມເປັນ "ທັມມະດາ" ຄືຢູ່ໃນກອບຂອງສີນ ເຊັ່ນ ຍາມເຮົາຄຽດຫຼາຍໆ ກະສິຮູ້ຕົວບໍ່ເຮັດການວ່າດ່າໃຜ  ໂລບມາກກໍ່ຈະຮູ້ຕົວບໍ່ໄປຫາລັກເລັກຂີ້ຂະໂມຍເອົາຂອງໃຜຫຼືໂກງໃຫ ຯ ດັງນັ້ນກັມຊົ່ວເລີຍແທບສິບໍ່ສາມາດເກີດຂຶ້ນໄດ້ເລີຍ  ໃນຂະນະທີ່ຝ່າຍກັມດີຄື ສີນແລະພາວະນາໄດ້ເຮັດທຸກມື້ຈນເປັນອາຈີນ

ເມື່ອປຽບທຽບຝ່າຍທີ່ບໍ່ຄ່ອຍມີສະຕິກັບຝ່າຍທີ່ສະຕິດີໃນທາງຄະນິດສາດກໍ່ຈະເຫັນພາບຢ່າງຊັດເຈນ ຝ່າຍທຳອິດນັ້ນເບີ່ງແລ້ວກະສິມີເຣື່ອງໃຫ້ຕິດລົບຢູ່ເຣື່ອຍໆ ອາດສິໄດ້ຄະແນນບວກແດ່ບາງເທື່ອ ສ່ວນຝ່າຍທີ່ສອງນັ້ນເຣື່ອງຕິດລົບແທບບໍ່ເກີດ ແຕ່ໄດ້ຄະແນນບວກຢູ່ທຸກມື້ ຖ້າເວລາຜ່ານໄປເປັນຫຼາຍເດືອນຫຼາຍປີຜົນຮວມດ້ານກຸສົນກັມຂອງທັ້ງສອງຄົງຈະຕ່າງກັນຢ່າງທຽບບໍ່ຕິດເລີຍທີດຽວ  ນີ້ກະເປັນເຫດຜົນຂໍ້ນຶງ

ແຕ່ທີ່ເຫັນໄດ້ຊັດຄືຄຳສອນຂອງຫຼວງພໍ່ຈລັນ ຖ້າຫາກພິຈາລະນາເບີ່ງກໍ່ແມ່ນເລີຍທີດຽວ ຜູ້ທີ່ມີສະຕິດີມັກຈະເປັນຄົນຂະຫຍັນ ເບີກບານ ມີຄວາມໄວຄັກ  ໄຜມີໜ້າທີ່ອີສັງກໍ່ຈະເຮັດຕາມໜ້າທີ່ເຈົ້າຂອງໄດ້ຢ່າງດີ  ເຊັ່ນເປັນລູກທີ່ດີຂອງພໍ່ແມີ  ເປັນຜົວທີ່ດີຂອງເມຍ ຄອບຄົວອົບອຸ່ນ ການງານກໍ່ຈະມີຄວາມຈະເຣີນກ້າວຫນ້າອັນເກີດຈາກຄວາມຂຍັນຂັນແຂັງ ຄວາມມີສະຕິກໍ່ໃຫ້ເກີດປັນຍາ  ປັນຍາຕາມມາ ສາມາດແກ້ໄຂປັນຫາຊີວີດໄດ້  ນີ້ກາເລີຍເປັນອານິສົງຂອງການຝຶກສະຕິທີ່ເຫັນໄດ້ຊັດເຈນ

ຮູບປະກອບຫຼັງຮູບທຳອິດ ມີຊື່ວ່າ  ກຽມພ້ອມກັນກ່ອນດູຈິດ ຝຶກສະຕິ


ເອົາລ່ະ  ຮຽນຮູ້ເຂົ້າໃຈຄອນເຊັບຮວມກໍ່ພໍ  ຫາກທ່ານມີຂໍ້ສົງໃສປະການໃດສາມາດສຶກສາຕື່ມໄດ້ອີກເດີ້  ສິ່ງສຳຄັນຄືການຮຽນຮູ້ການປະຕິບັດຈາກຄູບາອາຈານໃຫ້ຖືກຕ້ອງແມ່ນຍຳ  ເພື່ອໃຫ້ບໍ່ເດີນຜິດເສັ້ນທາງຫຼືວ່າປະຕິບັດຜິດມັນເສຍເວລາ ເຊີ້ງຂ້ອຍກະພະຍາຍາມໂຮມຂໍ້ມູນໄວ້ໃຫ້ທຸກທ່ານແລ້ວກະພະຍາຍາມມອບສິ່ງດີໆ ໃຫ້ທ່ານໄດ້ສຶກສາ ເຊີ້ງມັນບໍ່ແມ່ນເລື່ອງຍາກທີ່ຫຼາຍຄົນເຂົ້າໃຈເລີຍ  ກົງກັນຂ້າມເປັນທັມມະທີ່ອ່ານງ່າຍກວ່າທີ່ຄຶດຫຼາຍເລີຍຂໍໃຫ້ມີຄວາມສຸກກັນທຸກຄົນເດີ້....

 

   ຕອນທີ່ 2  ດູຈິດຄືອີສັງນໍ້ພີ່ນ້ອງເອີ້ຍ  ເອີງ ເອ້ຍຍ .... ^^      

"ດູຈິດ" ທ່ານທີ່ບໍ່ເຄີຍໄດ້ຍິນອາດສິງົງ ທີ່ຈິງການດູຈິດຄືການ "ຝຶກສະຕິ" ນັ່ນເອງ ... ສະຕິ ແປວ່າຄວາມລະລຶກໄດ້  ດັງນັ້ນການດູຈິດຈຶ່ງບໍ່ໄດ້ມີຄວາມໝາຍອີຫຍັງຊັບຊ້ອນໄປກວ່າ  "ຄວາມຮູ້ສຶກຕົວ" ຍາມໃດທີ່ເຮົາມີຄວາມຮູ້ສຶກຕົວນັ່ນຫມາຍຄວາມວ່າເຮົາມີສະຕິຢູ່ນັ່ນເອງ

ຮູບປະກອບທີ່ ໓  ອັນວ່າສະຕິທາງກາຍຂ້ານ້ອຍ

ຮູ້ສຶກຕົວທີ່ວ່າຄືຮູ້ອີສັງ?
ຫຼາຍຄົນອາດຈະເຄີຍໄດ້ຍິນຄຳວ່າ "ສະຕິປັດຖາານ ໔"  ມາຫຼາຍ  ການມີສະຕິກໍ່ຄືການຝຶກສະຕິປັດຖານ ໔  ສີ່ຢ່າງທີ່ວ່ານັ້ນຄື  ກາຍ  ເວທະນາ  ຈິດ  ທັມ  ຟັງໄປແລ້ວກະອາດສິງົງໄດ້  ເວົ້າງ່າຍໆກໍ່ຄືຍາມໃດເຮົາເກິດຄວາມຮູ້ສຶກໃນສຶ່ງທີ່ຊັດກໍ່ໃຫ້ຮູ້ອັນນັ້ນ  ການຮູ້ນັ້ນຮູ້ອີຫຍັງກໍ່ແມ່ນ ຫາກເຮົາຢ່າງກໍ່ໃຫ້ຮູ້ສຶກຕົວວ່າຢ່າງຢູ່, ນັ່ງກໍ່ຮູ້ສຶກວ່ານັ່ງ. ຍືນກໍ່ຮູ້ສຶກວ່າຍືນ. ນອນກໍ່ຮູ້ສຶກວ່ານອນ.
ດີໃຈກໍ່ຮູ້ສຶກວ່າດີໃຈ. ໂກດກໍ່ໃຫ້ຮູ້ວ່າກຳລັງໂກດ. ສຸກກໍ່ໃຫ້ຮູ້ວ່າສຸກ. ທຸກກໍ່ໃຫ້ຮູ້ວ່າທຸກ. ບໍ່ວ່າທ່ານສິຂະຫຍັບແຂນຊ້າຍ  ແລຂວາ  ຫັນຫນ້າ  ມອງຫລັງ  ເຄື່ອນໄຫວໃດໆ ກ໊ພຽງແຄ່ "ຮູ້ສຶກ" ຮູ້ສຶກທາງກາຍແມ່ນທີ່ເວົ້າມາທັ້ງຫມົດ  ຕໍ່ມາແມ່ນການຮູ້ສຶກທາງໃຈ ຄິດກໍ່ໃຫ້ຮູ້ວ່າຄິດ . ຟຸ້ງຊ່ານກໍ່ໃຫ້ຮູ້ວ່າຟຸ່ງຊ້ານ . ເຜີລືມບໍ່ມີສະຕິກໍ່ໃຫ້ແຄ່ຮູ້ວ່າເຜີ 

ໂດຍທີ່ເປັນກາງແຄ່ຮູ້ສຶກຫ້າມກ້າວກ່າຍຍຸ່ງກ່ຽວເດັດຂາດ  ຂໍກ່າວໂດຍຍໍ່ຄືໃຫ້ມີຄວາມຮູ້ສຶກຕົວຜ່ານອາຍຕນະທັ້ງ ໖  ໄດ້ແກ່ ຕາ(ຮູບ) ຫູ(ສຽງ) ດັງ(ກິ່ນ) ລິ້ນ(ຣົດຊາດ) ກາຍ(ສັມຜັດ) ໃຈ(ຄວາມຮູ້ສຶກ-ຄວາມຄິດປຸງແຕ່ງຂຶ້ນ)  ຮູ້ໄປເລື່ອຍຕາມອາຣົມຫຼືສະພາວະທີ່ກຳລັງປາກົດຢູ່ທຸກຂະໜະນັ້ນຕາມຄວາມເປັນຈິງ  ຮູ້ແບບນີ້ມັນຈະຊີຣຽດບໍ່? ຂໍຕອບວ່າບໍ່ເລີຍ  ການມີຄວາມຮູ້ສຶກຕົວນັ້ນເຮັດໄດ້ແບບສະບາຍໆ ໃຫ້ເປັນທັມມະຊາດຕາມປົກກະຕິ ບໍ່ຕ້ອງເພັ່ງ  ບໍ່ຕ້ອງຈ້ອງ ບໍ່ຕ້ອງບັງຄັບ ບໍ່ຕ້ອງຄວບຄຸມ ງ່າຍໆ ຄືເປັນປົກກະຕິຢ່າງທີ່ເຄີຍເປັນນັ່ນລ່ະ  ພຽງແຕ່ມີຄວາມຮູ້ສຶກຕົວຢູ່ສະເໝີໆ


   ຕອນທີ່ 3  ອຸບປະສັກເຂົ້າມາເມື່ອຂ້ອຍເລີ່ມສົງໄສ      

ຮູ້ໄປເພື່ອອິຫຍັງ?

                     ສະຕິນັ້ນຫາກນຳມາໃຊ້ກັບທາງໂລກທົ່ວໄປກໍ່ຍ່ອມມີປະໂຍດມະຫາສານຢູ່ແລ້ວ  ບໍ່ວ່າຈະເປັນການງານ  ຄວາມສັມພັນກັບຜູ້ອື່ນໆ ການຄຶດອ່ານທີ່ມີຄວາມເປັນລະບົບລະບຽບ ຈິດຍ່ອມມີສະມາທິໃນການເຮັດວຽກເຮັດວຽກ  ອາຣົມມັກສິເປັນທັມມະດາ  ບໍ່ຄ່ອຍໂກດ ຄ່ອຍຄຽດ ຫຼືທຸກໃຈອີຫຍັງຫຼາຍ  ກ່າວໂດຍຮວມຄືຍ່ອມເກື້ອກູນຊີວິດປະຈຳວັນທາງໂລກໄດ້ຢ່າງດີເຊີ້ງເປັນປະໂຍດທີ່ຄ່ອນຂ້າງເຫັນໄດ້ຢ່າງຊັດເຈນ  ຫາກແຕ່ຖ້າຮູ້ສຶກຕົວຫຼາຍໆ ດູ໋ໆ ຈົນເປັນມະຫາສະຕິ ກໍ່ຈະໄດ້ປະໂຍດຈາກທາງທັມນຳ ການທີ່ເຮົາມີສະຕິຢູ່ ແບບຮູ້ແດ່ ບໍ່ຮູ້ແດ່  ເຮັດຕິດຕໍ່ກັນເປັນໄລຍະເວລາໂດນ ກໍ່ເພື່ອໃຫ້ສະຕິເກື້ອກູນຕໍ່ການ "ເຫັນຄວາມຈິງ" ຄວາມຈິງນີ້ເປັນສິ່ງທີ່ໃກ້ຕົວເຮົາທີ່ສຸດກໍ່ຄືກາຍກັບໃຈຂອງເຮົາ ແຕ່ເຮົາບໍ່ເຄີຍຮູ້ສຶກເຖີງຄວາມຈິງອັນນີ້ເລີຍ  ຈຸດໝາຍຂອງການຮູ້ກໍ່ເພື່ອໃຫ້ເຫັນຄວາມຈິງ ອັນໄດ້ແກ່ ເກິດ ແກ່ ເຈັບ ຕາຍ ວ່າກາຍແລະໃຈຂອງຄົນເຮົານັ້ນເປັນສຶ່ງທີ່ບໍ່ທ່ຽງ ເປັນທຸກ  ແລະບໍ່ແມ່ນຕົວເຮົາ ເນື່ອງຈາກສັມມາສະຕິເຮັດໃຫ້ເຮາໄດ້ເຫັນການເກິດຂຶ້ນ ຕັ້ງຢູ່ ດັບໄປ ຕາມສະຖາວະທັມຕ່າງໆ ທີ່ເກີດຂຶ້ນຢູ່ນັບຄັ້ງບໍ່ຖ້ວນ ຊ້ຳແລ້ວຊ້ຳອີກ ຈົນໃນທີ່ສຸດຈິດຂອງເຮົາມັນຈະຮັບຄວາມຈິງໃນຂໍ້ນີ້ ອັນນຳໄປສູ່ຫົນທາງຂອງການດັບທຸກ ທີ່ເປັນຈຸດໝາຍສຳຄັນຂອງພະພຸດທະສາດສະໜາ

ດູຈິດມີອີຫຍັງດີ

໑. ດູຈິດ ຄືການຮຽນທັມມະທີ່ "ຮຽບງ່າຍແລະທັມມະດາທີ່ສຸດ"  ບໍ່ຈຳເປັນຕ້ອງຮູ້ຄຳສັບທາງສາດສະໜາຍາກໆຫຼືນັ່ງທ່ອງພະໄຕປິດົກ ເພາະຈຸດເປົ້າໝາຍຄືການຮຽນຮູ້ກາຍແລະໃຈຂອງຕົນເອງ ໃຫ້ປ່ອຍວາງຄວາມຍຶດມັ່ນຖືມັ່ນ ອັນເປັນສາເຫດເຮັດໃຫ້ເຮົາມີຄວາມທຸກນັ່ນເອງ
໒. ການດູຈິດສາມາດເຮັດໄດ້ "ທັນທີ" "ບ່ອນນີ້" ແລ້ວກະ "ດ໋ຽວນີ້" ເຊີ້ງຄົນຈຳນວນບໍ່ນ້ອຍມັກເຂົ້າໃຈຜິດວ່າການປະຕິບັດທັມຕ້ອງເຮັດອີຫຍັງທີ່ຍາກໆ ເຄັ່ງຄຽດ ນ່າເບື່ອ ຫຼືຕ້ອງໃຊ້ໄລຍະເວລາ ເນື່ອງຈາກເຈົ້າຂອງບໍ່ມີເວລາກະເລີຍບໍ່ສາມາດສິໄປປະຕິບັດທັມໄດ້ ເຊີ້ງຄວາມຈິງແລ້ວທ່ານສາມາດຮຽນທັມມະດ້ວຍການຝຶກສະຕິໄດ້ຕະຫຼອດເວລາ  ດ້ວຍໃຈທີ່ປົກຕິສະບາຍໆ ບໍ່ວ່າສິຕອນເບີ່ງໂທລະພາບ ກິນຂ້າວ  ຫຼິ່ນຄອມ  ອາບນ້ຳ  ໄປທ່ຽວ  ອອກກຳລັງກາຍ ຯ ລ້ວນສາມາດຝຶກສະຕິໄດ້ທັ້ງຫມົດເລີຍ
໓. ທັມທັ້ງປວງຮວມຢູ່ທີ່ຈິດ (ຕາມທີ່ຄູບາອາຈານໄດ້ກ່າວໄວ້) ດັງນັ້ນການດູຈິດຄືການຮຽນຮູ້ທັມມະພາກປະຕິບັດທີ່ເປັນເສັ້ນຕົງ ບໍ່ອ້ອມແອ້ມ ຊ່ອຍໃຫ້ເຖີງຈຸດໝາຍປາງທາງໄດ້ໄວຂຶ້ນແລະບໍ່ຫລົງທາງ
໔. ຫາກສິເວົ້າໄປໃນແງ່ຂອງບຸນກຸສົນສຳລັບຄົບມັກທຳບຸນທຳທານ ການດູຈິດປຽບໄດ້ກັບການວິປັດສະນາກັມມະຖານ ເລີຍເປັນພາວະນາບາຣະມີ ເຊີ້ງເໜືອກວ່າສີນແລະທານ ດັງນັ້ນມັນກໍ່ຄືການເຮັດບຸນເຮັດທານໂດຍບໍ່ເສຍເງີນເສຍຄຳ ແລະຍັງເປັນບຸນກຸສົນສູງສຸດ  ເຮັດໄດ້ທຸກທີ່ ທຸກເວລາຕາມກຳລັງສະຕິທີ່ເຮົາມີ
໕. ເສັ້ນທາງນີ້ມີກັນລະຍານະມິດທີ່ເດີນທາງດຽວກັນຢ່າງຫຼວງຫຼາຍ ເມື່ອຕິດປັນຫາຫຼືບໍ່ເຂົ້າໃຈສຶ່ງໃດແລ້ວກະຊ່ອຍກັນຕອບຂໍ້ສົງໄສໄດ້  ມີແຫຼ່ງຂໍ້ມູນໃຫ້ສຶກສາຕື່ມ (ສຽງທັມມະຂອງຫຼວງພະອະຣິຍະເຈົ້າ ພອ.ປາໂມດ ປາໂມດໂຊ)

              ເຖີງທີ່ສຸດແລ້ວຫາກສຶກສາດ້ວຍຕົວເອງເຕັມທີ່ແລ້ວຍັງມືດບອດຢູ່  ກໍ່ຈົ່ງມັ່ນໃຈໄດ້ວ່າມີພຮະສຸປະຕິປັນໂນທີ່ສາມາດຕອບຂໍ້ສົງໄສຂອງໝູ່ເຮົາໄດ້ແນ່ນອນໃນຍຸກປັດຈຸບັນ  ຕ້ອງດູຈິດໂດນປານໃດ໋?
ອັນນີ້ຂ້ອຍບໍ່ສາມາດຕອບໄດ້  ເພາະຂຶ້ນຢູ່ກັບຄວາມເອົາໃຈໃສ່ແລະບາຣະມີຂອງແຕ່ລະທ່ານ ໄຜໝັ່ນຍ່າງກໍ່ໄປໄດ້ໄກກວ່າໝູ່ (ແລ້ວກະຕ້ອງຢ່າງໃຫ້ມັນຖືກທາງນຳ ອິອິ) ແຕ່ມັ່ນໃຈໄດ້ວ່າຖຶງແນ່ນອນ ເພາະມີພຸດທະວັດຈະນະຮັບຮອງໄວ້ວ່າ ບຸກຄົນໃດຝຶກສະຕິປັດຖານຢ່າງຖຶກຕ້ອງແລະຕໍ່ເນື່ອງ ຢ່ອມດັບທຸກໄດ້ແນ່ນອນຢ່າງໄວ 7 ມື້ ຢ່າງກາງ 7 ເດືອນ ຫຼືຢ່າງຊ້າ 7 ປີ

              ຈະເຫັນໄດ້ວ່າແມ້ຄົນທີ່ຄຶດວ່າເຈົ້າຂອງບໍ່ໄດ້ມີບຸນບາຣະມີອີຫຍັງ ຂ້ອຍຈະເຮັດໄດ້ຫວາ? ກໍ່ມັ່ນໃຈໄດ້ເລີຍວ່າທຳໄດ້ແນ່ນອນຕາມທີ່ພະພຸດທະອົງໄດ້ບອກໄວ້  ແຕ່ທົ່ວໄປຫາກຝຶກສະຕິໃນລະດັບນຶ່ງແລ້ວ ຈະເຫັນຜລການປ່ຽນແປງຄ່ອນຂ້າງດີ ຈິດຈະຮູ້  ຕື່ນ ເບີກບານ ບໍ່ຄ່ອຍມີອາຣົມຄຽດ ຫງຸດຫງິດ ຫຼືອາລົມພ້ຽນໆພວກນີ້ປານໃດ

ມີອານິສົງອີຫຍັງ?
ຢ່າງທີ່ໄດ້ກ່າວໄວ້ແລ້ວ  ອານຶສົງຂອງຝຶກສະຕິຄືຄວາມດັບທຸກ ຫາກອານິສົງມັນເບີ່ງແລ້ວຄືກັບວ່າຫ່າງໄກຈາກຄວາມຮູ້ສຶກເຮົາກໍ່ຂໍໃຫ້ລອງມາເບີ່ງໃກ້ໆຕົວ ທ່ານອາດຈະເຄີຍໄດ້ຍິນວ່າມີຄົນເຂົ້າກັມມະຖານທີ່ວັດແລ້ວຊີວິດປ່ຽນແປງໃນທາງທີ່ດີຂຶ້ນ ເຊັ່ນ ເຊົາກິນເຫຼ້າຕິດພະນັນ. ໜ້າທີ່ການງານດີຂຶ້ນ. ການຄ້າຂາຍດີຂຶ້ນ. ແລ້ວກະຈະເກີດຄວາມສົງໄສວ່າມັນກ່ຽວກັນໄດ້ແນວໃດ໋?  ແລ້ວສຸດທ້າຍເຈົ້າກະສິໄດ້ໃຊ້ຊີວິດນີ້ຢ່າງມີຄວາມສຸກບໍ່ທຸກອີກຕໍ່ໄປ


...........................................  ຈົບ ບໍລິບູນ  ..............................................................

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ທ່ານເບີ່ງຄລິບນີ້ແລ້ວ  ທ່ານປີຕິ  ມີຄວາມສຸກຄືຂ້ອຍບໍ່

 

 

 
ທ່ານເປັນແນວໃດ໋ ຂ້ອຍຄືມີຄວາມສຸກຫຼາຍແທ້ມັນເປັນທັມມະທີ່ປະຕິບັດໄດ້
 
ແລ້ວເຂົ້າໃຈງ່າຍຊະເຫຼືອເກິນໂອ້ໆໆໆ ເບີກບານໃຈ ສະຕິດີ ປັນຍາເກີດ!! ໂອ້ນິບພານ