ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ເຂົາໃຊ້ຝ່າມືຕົບຂ້ອຍເຂົ້າຢ່າງແຮງ  ຂ້ອຍຮູ້ສຶກເຈັບປວດສະເຫຼືອເກີນ....

ຂ້ອຍບໍ່ຮູ້ວ່າເກີດມາຕັ້ງແຕ່ຕອນໃດ  ພໍແຕ່ຄ່ອຍລືມຕາອ້າປາກໄດ້ຂ້ອຍກະອາສັຍຢູ່ໃນນ້ຳແລ້ວ  ບໍ່ຮູ້ວ່າພໍ່ແມ່ຊື່ຫຍັງ

ຂ້ອຍກິນຂີ້ໄຄນ້ຳເປັນອາຫານຢູ່ກັບໝູ່ຂອງຂ້ອຍ  ທີ່ຟັກອອກມາຈາກໄຂ່ໜ່ວຍນ້ອຍໆ ເຊັ່ນດຽວກັນກັບຂ້ອຍ

ຂ້ອຍມັກສົງໃສຢູ່ຕະຫຼອດວ່າເປັນຫຍັງໝູ່ຂ້ອຍຄືໜ້າຕາຄືກັນກັບຂ້ອຍແທ້  ຫຼືວ່າເຮົາເກີດມາຈາກທ້ອງແມ່ດຽວກັນ ຫຼືແມ່ນເປັນຝາແຝດກັນ?

ຂ້ອຍອາສັຍຫາກິນອາຫານກັບໝູ່ຢູ່ໃນແອ່ງນ້ຳນ້ອຍໆ ແບບນີ້ເລື້ອຍມາຍ່າງມີຄວາມສຸຂ

 

ຂ້ອຍໂຕໃຫຍ່ເປັນບ່າວເຕັມທີ່ແລ້ວ 

ຢູ່ມາມື້ໜຶ່ງໝູ່ຂອງຂ້ອຍແລ່ນຕາລີ້ຕາລານມາບອກກັບຂ້ອຍໃຫ້ຟ້າວແລ່ນໜີ  ໂຕອີຫຍັງກະບໍ່ຮູ້ມັນຕົກມາແຕ່ເທີງຟ້າ 

ມັນໂຕໃຫຍ່ເປັນຕາຍ່ານອີຫລີ  ປາກມັນໃຫຍ່ຄັກຂະໜາດກິນຂ້ອຍກັບໝູ່ໄດ້ເປັນໂຕໆເລີຍ  ມັນແລ່ນໄວຄັກ  ຫາງມັນໃຫຍ່  ສຽງຫາຍໃຈຜ່ານເຫງືອກຂອງມັນດັງ  ເງືອບໆໆ

ນ້ຳຕາຂ້ອຍຍ້ອນຕົກເເມື່ອເຫັນໝູ່ຂອງຂ້ອຍຕ້ອງເສຍຊີວິດ  ມັນກິນລຸ້ນນ້ອງຂອງຂ້ອຍລົງທ້ອງແບບບໍ່ມີຄວາມເມດຕາ  ຂ້ອຍເຂ້ມແຂັງສູ້  ລົບຄວາມເສຍໃຈ ຕ້ອງສະຕິເພື່ອເອົາໂຕລອດ

ຂ້ອຍກັບໝູ່ພາກັນແລ່ນໜີມັນໄປລີ້ຢູ່ປາກໂອ່ງ  ເພື່ອບໍ່ໃຫ້ສັດປະຫຼາດນັ້ນເຫັນຂ້ອຍ   ຂ້ອຍຢູ່ບ່ອນນັ້ນໄດ້ບໍ່ໂດນ  ຂ້ອຍກະຮູ້ສຶກອີຫຍັງແປກໆໆ

ໂຕຂອງຂ້ອຍມັນລອຍຂຶ້ນໄປເທີງນ້ຳເອງ 

ກູເປັນຫຍັງວະສູ   ຂ້ອຍຮ້ອງເວົ້າກັບໝູ່

ກູກະຄືກັນ    ໝູ່ຂອງຂ້ອຍວ່າກັບຂ້ອຍ

ອັສຈັນແທ້!!!  ຂ້ອຍຮ້ອງອອກມາຢ່າງແຮງ  

 

ຂ້ອຍລອງປ່ອນຫົວອອກມາເໜືອແຜ່ນນ້ຳໃນໂອ່ງນ້ຳນ້ອຍໆນັ້ນ  ຂ້ອຍຮູ້ສຶກມີກຳລັງວັງຊາຫຼາຍ   ຜິວຫນັງຂອງຂ້ອຍມັນຫາຍໃຈເອງໄດ້   

ຂ້ອຍມີໃບພັດເຮລິຄອບເຕີ້ຢູ່ຂ້າງຫລັງ   ສະຫວັນຈັ່ງແມ່ນເຂົ້າຂ້າງຂ້ອຍໃຫ້ບິນໜີໄດ້  ຂ້ອຍມີປີກສາມາດບິນຫນີສັດປະຫຼາດໂຕຍັກນັ້ນໄດ້ແລ້ວ  ຂ້ອຍດີໃຈຢ່າງແຮງ  ໝູ່ຂ້ອຍກະດີໃຈຄືຂ້ອຍ 

ຂ້ອຍຫັດບິນ  ຂ້ອຍບໍ່ເມື່ອຍເລີຍແຖມຊ້ຳຂ້ອຍຍັງມ່ວນກັບການບິນ  ວິນາທີນີ້ຂ້ອຍຮູ້ສຶກວ່າຂ້ອຍເປັນຮີໂຣ່ແລ້ວ  ...

 

ຂ້ອຍຫັດບິນກັບໝູ່  ແລະໄດ້ຮຽນຮູ້ອີຫຍັງຫຼາຍໆ  ຢ່າງກັບໝູ່    ຫຼິ້ນຢ່າງສະໜຸກສະໜານ  ບໍ່ດົນຂ້ອຍກະເລີ່ມເຈັບທ້ອງຢາກກິນອີຫຍັງສັກຢ່າງລົງທ້ອງ

ປ່ະ  ເຮົາພາກັນໄປຫາຂີ້ໄຄນ້ຳກິນ    ໝູ່ຂ້ອຍຊວນ

:  ອ໋າວ!!!   ເຮົາກັບໄປໃນໂອ່ງໃນນ້ຳບໍ່ໄດ້  ເຮົາສິໄປຫາຂີ້ໄຄນ້ຳກິນໄດ້ຈັ່ງໃດ໋  

ເຮົາຕ້ອງຫາຫຍັງກິນກ່ອນເຮົາສິຫິວຕາຍໄປກວ່ານີ້

ວ່າແລ້ວຂ້ອຍກະອອກບິນໄປເລື້ອຍໆ  ບໍ່ດົນຂ້ອຍກະພໍ້ພວກຜູ້ມີປີກຄືຂ້ອຍ  ພວກຜູ່ນີ້ເຂົາເຖ່າຫຼາຍແລ້ວ  ເຂົາບອກຄວາມຈິງກັບຂ້ອຍວ່າໝູ່ເຮົາແມ່ນໃຜ 

ເຂົາບອກວ່າພວກເຮົາຖືກເອີ້ນວ່າ ຍຸງ   ໝູ່ເຮົາກິນເລືອດເປັນອາຫານເທົ່ານັ້ນ  ເຮົາຕ້ອງກິນເພື່ອລ້ຽງຊີບໂຕເອງໂດຍຫຼີກເລີ້ຍງບໍ່ໄດ້   ເຮົາຈຳເປັນຕ້ອງກິນເພື່ອມີຊີວິດຢູ່ຕໍ່ໄປ

ຂ້ອຍຖາມຜູ້ເຖ່າຍຸງອາວຸໂສວ່າ  

:  ເຮົາບໍ່ກິນເລືອດໄດ້ບໍ່ 

:  ບໍ່ໄດ້  ຂັ້ນເຈົ້າບໍ່ກິນ ເຈົ້າກະສິຕາຍ   ຜູ້ອາວຸໂສຍຸງບອກຂ້ອຍ

:  ແລ້ວຂ້ອຍສິໄປຫາ..  ກິນໄດ້ບ່ອນໃດ

:  ຫາງ່າຍ  ພວກນີ້ມີກະດູກສັນຫລັງ  ສ່ວນຫຼາຍພວກນີ້ເລືອດຣົສຈືດ

ຜູ້ອາວຸໂສບອກຂ້ອຍພໍເປັນຄວາມຮູ້ກັບຂ້ອຍເທົ່ານີ້  ຂ້ອຍກະໄດ້ບິນເພື່ອອອກຫາກິນຕາມຄຳແນະນຳຂອງທ່ານອາວຸໂສທີ່ໃຫ້ໄວ້   

ຂ້ອຍອອກຫາກິນເລືອດສັດມີກະດູກສັນຫຼັງຫຼາຍຊະນິດ   ບາງຊະນິດມີ 4  ຂາ  ບາງຊະນິດກະມີປີກ  2  ຂາ   ແຕ່ວ່າລົດຊາດບໍ່ແຊ່ບໆ  ປານໃດ   ລົດຊາດເປັນຈືດໆ  ຂ້ອຍບໍ່ມັກ

ຂ້ອຍອອກຫາກິນຈັ່ງຊີ້ໄດ້ດົນພໍສົມຄວນ  ບໍ່ດົນຂ້ອຍກະໄປພໍ້ກັບລົດຊາດຂອງອາຫານທີ່ບໍ່ເຄີຍສຳຜັດມາກ່ອນ  ເລືອດລົດນົວ ແຊ່ບໆດີ  ຂ້ອຍໄດ້ດູດແລ້ວມັກຫຼາຍ

ຄືກັບຂ້ອຍໄດ້ຂຶ້ນສະຫວັນເລີຍ  ຂ້ອຍໄປດູດເລືອດຂອງສັດສອງຂາຊະນິດໜຶ່ງ   ໂຕມັນໃຫຍ່ເອາແທ້ເອົາວ່າບາງເທື່ອຂ້ອຍກະດູດເລືອດມັນໄວ້ຈົນເຕັມທ້ອງ  ເກັບໄວ້ມາໃຫ້ໝູ່ຊິມກະມີ

ຢູ່ມາມື້ໜຶ່ງເຫດການບໍ່ຄາດຄິດກະເກີດຂຶ້ນກັບຂ້ອຍ      ໃນຂະນະທີ່ຂ້ອຍກຳລັງດູດເລືອດອັນແຊ່ບນົວຂອງສັດສອງຂາສະນິດນີ້ຢູ່   ມັນເອົາອີຫຍັງກະບໍ່ຮູ້ມີ 5 ງ່າ  ຄືງ່າໄມ້ຕົບຂ້ອຍຢ່າງແຮງ

ຂ້ອຍຖືກເຂົາຕົບຢ່າງແຮງ!!!   ດີທີ່ຂ້ອຍມີສະຕິໄດ້ຂ້ອຍກະເລີຍທຳທ່າຕາຍ  ຕົກລົງມາກອງຢູ່ຂີ້ດິນ   ແລ້ວບິນໜີລອດຕາຍອອກມາ...

ຂ້ອຍຈົ່ມໃນໃຈ  ສັດພວກນີ້ຈັ່ງແມ່ນມັນໂຫດຫຼາຍ   ຂ້ອຍມາຫາຂອງກິນເດີ້  ຂ້ອຍບໍ່ໄດ້ຄຶດສິມາດູດເລືອດເຈົ້າ!!  ບໍ່ເຈດຕະນາສິເຮັດໃຫ້ເຈົ້າບໍ່ພໍໃຈ 

ຖ້າເລືອກໄດ້ຂ້ອຍບໍ່ກິນເລືອດດອກ   ແຕ່ວ່າຕອນນີ້ເລືອດມັນເປັນອາຫານຂອງຂ້ອຍຊື່ໆໆ

 ........................................................................................................................................................

ຄຳເຕືອນ :  ຖ້າອ່ານບົດຂອງຂ້າພະເຈົ້າແລ້ວມີຄຳລາວປົນໄທຍ໌  ຂໍໃຫ້ລະໄວ້ໃນຖານທີ່ເຂົ້າໃຈ

Delicious Digg Fark Twitter