ສ້າງເມື່ອ ກ.ພ.. 18, 2010 24 ຄົນໂຫວດ,
0 ຄຳເຫັນ,
ອ່ານ 521 ເທື່ອ
ແບບສຳຫຼວດນີ້ຂໍສອບຖາມວ່າ ທ່ານປູກເຂົ້າກິນເອງ ພໍກິນບໍ່ ຫຼືວ່າຕອນນີ້ທ່ານໄດ້ເອົາເງິນໄປຊື້ເຂົ້າກິນແລ້ວ
|
ສ້າງເມື່ອ ມ.ກ.. 12, 2010 31 ຄົນໂຫວດ,
0 ຄຳເຫັນ,
ອ່ານ 682 ເທື່ອ
![]() ລະຫວ່າງຊັອກໂກ້ບີ ![]() ໜ້າກາກແອັກຊັ້ນນນນ!!!! |
ສ້າງເມື່ອ ມ.ກ.. 11, 2010 31 ຄົນໂຫວດ,
0 ຄຳເຫັນ,
ອ່ານ 865 ເທື່ອ
ຄູທອງ ຫັນໄປຢິບຊັອກໃນຫີບກະດາດສີເຫຼືອງອ່ອນ ແລ້ວກໍ່ຫັນມາເວົ້າກັບເດັກນັກຮຽນວ່າ "ມື້ນີ້ຄູຈະສອນໃຫ້ຫັດແຕ້ມຮູບໄຮ່ນາຢ່າງດຽວຕໍ່ໄປຈຶ່ງຈະຮຽນວິຊາອື່ນໆ ໃຜແຕ້ມເສັດແລ້ວໃຫ້ເອົາໄປສົ່ງຄູໄວ້ເທີງໂຕ໊ະ ແລ້ວກໍ່ພັກທ່ຽງໄປເລີຍ ຕອນບ່າຍຂຶ້ນຫ້ອງຄູຈະກວດໃຫ້ຄະແນນ" ຄູທອງວ່າເທົ່ານັ້ນກໍ່ແຕ້ມຮູບໄຮ່ນາເປັນຕາລາງສີ່ຫຼ່ຽມຕິດກັນຫົກຊ່ອງລົງໃນກະດານດຳເປັນຕົວຢ່າງເພື່ອໃຫ້ເດັກນ້ອຍນັກຮຽນເບີ່ງ ພໍແຕ້ມເສັດແລ້ວກໍ່ຍ່າງໄປທາງຊັ້ນ ປ.໑ ແລະ ປ.໒
............ນັກຮຽນໃນຊັ້ນຜູ້ຍິງຫັນໜ້າໄປມາໃສ່ກັນແລ້ວຫັນມາທາງຫຼັງພັກໜຶ່ງຈຶ່ງກົ້ມລົງຂີດໃນກະດານດຳຂອງໂຕເອງ ສ່ວນບັກຄູນນັ້ນກໍ່ເພີ່ງໄດ້ຈັບດິນສໍກັບກະດານດຳຂອງແທ້ໃນຕອນນີ້ ສ່ວນບັກຈັນດີກໍ່ເຊັ່ນກັນເປັນງຶກໆງັກໆ ພ້ອມຮ້ອງຂຶ້ນຢ່າງແຮງວ່າ "ນາຜີບ້າກູບໍ່ຢາກວາດ ມັນບໍ່ມີຝົນຕົກລງມາໃຫ້ຈັກເທື່ອ" ເດັກນ້ອຍຜູ້ຍິງທີ່ນັ່ງກົງຂ້າມກັບບັກຈັນດີຫັນມາເຮັດຕາແວ໋ວຄືຈະຍິ້ມແຕ່ບໍ່ຍິ້ມ ແລ້ວຫັນກັບໄປ
............ບັກຄູນຈັບໄມ້ບັນທັດຂຶ້ນວາງທາບກະດານ ແລ້ວຂີດໄປຊ້າໆ ຕາກໍ່ຫຼຽວເບີ່ງໃນກະດານດຳໄປເລື້ອຍໆ ແຕ່ກໍ່ຂີດໆ ຫຼາຍເທື່ອ ເມື່ອຄູທອງຍ່າງຜ່ານມາບອກນັກຮຽນວ່າ "ໃກ້ສິຮອດເວລາພັກທ່ຽງແລ້ວແຕ້ມໄວໆ " ບັກຄູນກັບບັກຈັນດີຈຶ່ງລົງມືຂີດອີກຢ່າງຕັ້ງໃຈ ເມື່ອບັກຄູນຂີດຕາຣາງໄດ້ຄົບຫົກຄືຂອງຄູທອງແລ້ວ ກໍ່ຄວ່ຳກະດານໄວ້ ເມື່ອເບີ່ງຂອງບັກຈັນດີທີ່ວາດແລ້ວ ແຕ່ມີຮູບຂີດໜາໆ ຢູ່ຕົງກາງເປັນວົງກົມ ກໍ່ເລີຍສົງໄສຖາມວ່າ "ນັ່ນມັນແມ່ນຮູບອີຫຍັງ" ບັກຈັນດີບອກວ່າ
"ນີ່ຈອມໂພນຈອມໃຢ່ຢູ່ກາງນາກູ"
"ຄູທອງບໍ່ໃຫ້ວາດ ໃນກະດານຂອງຄູທອງ ກໍ່ບໍ່ມີ" ຄູນບອກມັນ
"ແຕ່ນາຂອງກູມີ ກູຕ້ອງວາດ"
ບັກຈັນດີວ່າແລ້ວກໍ່ລຸກຂຶ້ນເອົາຜົນງານໄປວາງໄວ້ເທີງໂຕ໊ະຄູທອງ ແລ້ວອອກໄປຮ້ອງຢ່າງແຮງທີ່ໜ້າຊັ້ນວ່າ "ຂອງຜູ້ຍິງຜູ້ຊາຍວາງໄວ້ຄົນລະບ່ອນ ຢ່າປົນກັນເດີ້!!" ເມື່ອມີສຽງລະຄັງພັກທ່ຽງບັກຄູນກັບບັກຈັນດີກໍ່ພາກັນໄປຂ້າງລຸ່ມກ່ອນໝູ່ຄົນອື່ນ ບັກຄູນຄຶດຢູ່ໃນໃຈວ່າ ທີ່ບັກຈັນດີວາດຈອມໂພນລົງນຳນັ້ນມັນຄືສິໄດ້ຄະແນນຫຼາຍກວ່າເຮົາເປັນແນ່ນອນ ຢາກຈະວາດລົງໄປຄືກັນແຕ່ໄຮ່ນາຂອງບັກຄູນມັນບໍ່ມີຈອມໂພນເລີຍ... ແລ້ວທ່ານສິໃຫ້ຄຳຄິດເຫັນແນວໃດ໋ກັບຮູບທີ່ບັກຈັນດີວາດລົງໄປ ລະຫວ່າງ ບັກຫົວລ້ານລື່ນຄູ ຫຼື ບັກຄວາມຄິດສ້າງສັນເປັນເລີດ ທ່ານລອງໃຫ້ຄຳເຫັນ ເນື້ອເລື້ອງເຕັມໆ ອ່ານໄດ້ທີ່ລິ້ງຄ໌ນີ້ http://punlao.com/love4nut/diary/10514/ |
ສ້າງເມື່ອ ພ.ພ.. 16, 2009 36 ຄົນໂຫວດ,
0 ຄຳເຫັນ,
ອ່ານ 697 ເທື່ອ
...ພີ່ນ້ອງພັນລາວຜູ້ໃດເປັນແດ່ບໍ່ນໍ້ ວ່າຕະເປິດມາພໍ້ກັບໜ້າຈໍ desktop ແລ້ວເປັນບ້າຄິ໊ກຂວາ Refresh
ຖ້າທ່ານເປັນ ຂ້ອຍຂໍຖາມທ່ານວ່າ ທ່ານເຮັດແບບນີ້ຕົກມື້ລ່ະຈັກຄັ້ງໃນແຕ່ລະມື້ 555... |