ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2016 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

1.ເມຍເພັດຊະຄາດ

ປັນເມຍທີ່ສົນໃຈແຕ່ປະໂຫຍດຂອງຕົນ ມັກຜູ້ຊາຍອື່ນທີ່ຫລໍແລະລວຍກວ່າ ສາມາດວາງແຜນຂ້າຜົວໂຕເອງໄດ້ເພື່ອຫວັງມໍລະດົກ ຊັບສິນ ເງິນປະກັນ.

 

2.ເມຍ​ໂຈນ

​ເມຍ​ແບບ​ນີ້ ບໍ່​ເຖິງ​ຂັ້ນ​ຊິ​ຂ້າ​ຜົວ….​ແຕ່​ຮັກ​ແຕ່​ເງິນ​ຜົວ​ເທົ່າ​ນັ້ນ ມີ​ຄວາມສຸກ​ແຕ່​ໂຕ​ເອງ ​ເມື່ອ​ຜົວ​ຫາ​ເງິນ​ໃຫ້​ບໍ່​ໄດ້ ກໍ່​ປະ​ຖິ້ມ.

 

3.​ເມຍ​ແບບ​ເຈົ້າ​ນາຍ

ກະ​ຄື​ເມຍ​ແບບ​ນີ້​ຮັກ​ຜົວ ​ແຕ່​ຈະ​ບໍ່​ສົນ​ໃຈ​ວຽກ​ຫຍັງ ຂີ້ຄ້ານ ປາກ​ຮ້າຍ ມັກ​ໃຊ້​ກຳລັງ ຂົ່ມ​ເຫັງ​ຜົວ ​ໃຊ້​ຈາ​ຍຟູມ​ເຟືອຍ.

 

4.​ເມຍ​ແບບ​ແມ່

ຮັກ​ຜົວ​ຄື​ກັບ​ລູກ​ໂຕ​ເອງ ຮັກສາ​ຊັບ​ສິນ​ທີ່​ຜົວ​ຫາ​ໃຫ້ ​ເພິ່ງ​ພາ​ໄດ້ ບໍ່​ວ່າ​ເຈັບ​ໄຂ້ ຫລື​ທຸກ​ປານ​ໃດກໍ່ຕາມ

 

5.​ເມຍ​ແບບ​ນ້ອງ​ສາວ

ອ່ອນ​ນ້ອມ​ຮຽບຮ້ອຍ​ເວົ້າ​ມ່ວນ ມີ​ຄວາມ​ເຄົາລົບ ພ້ອມ​ສະຫນັບສະຫນູນ​ທຸກ​ເລື່ອງ ຄ້ອຍ​ຕາມ​ຄຳ​ເຫັນ​ຂອງ​ຜົວ

 

6.​ເມຍ​ແບບ​ໝູ່

ຢູ່​ຄຽງ​ບ່າ​ຄຽງ​ໄຫລ່​ກັນ ບໍ່​ຖິ້ມ​ກັນ​ຄື​ໝູ່​ຕາຍ ອອກ​ຄວາມ​ເຫັນ ປຶກສາ​ໄດ້ ຜົວ​ສາມາດ​ວາງ​ໃຈ​ໃຫ້​ເມຍ​ແບບ​ນີ້​ເຮັດ​ວຽກ​ແທນ​ໄດ້ ​ເພາະ​ມີ​ຄວາມ​ສາ​ມາດ.

 

7.​ເມຍ​ແບບ​ຂ້າທາດ

​ເມຍ​ແບບ​ນີ້ ດີ​ຕໍ່​ຜົວ ​ແຕ່​ບໍ່​ດີ​ຕໍ່​ໂຕ​ເອງ​ໃນ​ແງ່​ສິດທິ​​ເທົ່າ​ທຽມ​ກັນ ກໍ່​ຄື​ຢູ່​ໃຕ້​ອຳນາດ​ຂອງ​ຜົວ​ທຸກ​ເລື່ອງ ຜົວ​ວ່າ​ດີ​ກໍ່​ດີ ຜົວ​ວ່າ​ບໍ່​ດີ​ກໍ່​ບໍ່​ດີ ຖ້າ​ໄດ້​ຜົວ​ທີ່​ດີ​ກໍ່​ແລ້ວ​ໄປ ​ແຕ່​ຖ້າ​ໄດ້​ຜົວ​ທີ່​ບໍ່​ດີ​ກໍ່​ຈະ​ຖືກ​ຂົ່ມ​ເຫງ ​ເປັນ​ທາດ​ຕະຫລອດ​ໄປ.

Delicious Digg Fark Twitter