ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 

ວັນທີ 02/09/2010ສະບາຍດີ2​ ບໍ່ໄດ້ຮັບຄຳຕອບຈາກປາກເຊຈະເຂົ້າສາຍໃນໂຮງຮູບເງົາລາວໄອເຕັກ, ຫໍວັດທະນະທຳ,  ໂຮງຮູບເງົາ ສະຫວັນນາ​​ເຂດແລະ ປາເຊ  ແລະຈະຊົມຮູບເງົາລາວເລື່ອງຂໍພຽງຮັກ ຕາມຄວາມຕ້ອງຂອງຜູ້ຊົມທີ່ຢາກຈະຊົມຮູບເງົາລາວເລື່ອງນີ້ອີີກຄັ້ງ ໃນໄລຍະເວລາທີ່ໄລເລຍກັນ​.

ລາວອາຣ໌ທມີເດຍແລະສະປາຕ້າ ຟຣິມ

ກັບມາອີກຄັ້ງກັບຜົນງານຮູບເງົາທີ່ຫຼາຍຄົນປະທັບໃຈຈາກພາກທຳອິດເມື່ອປີ2008​ໃນສະບາຍດີຫຼວງພະບາງທີ່ໄດ້ ອະນັນດາເອເວີຣິ່ງແຮມແລະ ນາງເອກສາວຈາກປະເທດລາວ ຄຳລີ ພິລາວົງ ຈາກຜົນງານການ

ກຳກັບຂອງ ໂປ໋ຍ-ສັກຊາຍ ດິນານ ແລະ ໃນປີ 2010​ ນີ້ກັບ ສະບາຍດີ2​ ບໍ່ໄດ້ຮັບຄຳຕອບຈາກປາກເຊ ​ ​ຜົນງານຂອງຜູ້ກຳກັບຄົນເກົ່າແຕ່ມາຄັ້ງນີ້ໄດ້ພະເອກຄົນໃໝ່ “ ​ເຣແມັກໂດແນລດ ປະກົບກັບນາງເອກສາວງາມ ຄຳລີ ພິລາວົງ ດ້ວຍເຫດຜົນຂອງຜູ້ກຳກັບທີ່ຕ້ອງການໃຫ້ພາກນີ້ຄືຈະເປັນພາກຕໍ່ ແຕ່ທີ່ຈິງແລ້ວເປັນພາກເລີ້ມຕົ້ນກ່ອນທີ່ຈະມີ ສະບາຍດີຫຼວງພະບາງພາກທຳອິດ​.

ເຣເລົ່າໃຫ້ຟັງເຖິງການເຂົ້າມາຮັບບົດ ໂປ໋ຍ ມາຊວນໃຫ້ຂ້ອຍມາຮ່ວມງານກັບຮູບເງົາເລື່ອງນີ້ ຕອນທຳອິດທີ່ພົບກັນຂ້ອຍຄິດວ່າຊາຍຜູ້ນີ້ເປັນຜູ້ກຳກັບຫຼືບໍ່ເພາະອ້າຍຄົນນັ້ນເບິ່ງຄືຄົນທຳມະດາ ພໍອ້າຍເຂົາຍື່ນບົດມາໃຫ້ບອກວ່າຂ້ອຍຕ້ອງຫຼີ້ນເປັນໂຕລາວ(​​ໂປ) ຂ້ອຍກາໄດ້ແຕ່ຮ້ອງໃນໃຈວ່າ ໂອ​​ໂຫ​….

ຄືວ່າອ້າຍໂປເປັນຊັດເຈນຫຼາຍ ເປັນຄົນທີ່ມີຄາແຣັກເຕີ້ຊັດເຈນທີ່ສຸດຈາກຜູ້ກຳກັບຫຼາຍໆຄົນທີ່ຂ້ອຍເຄີຍຮ່ວມງານມາເລີຍ ກໍ່ເລີຍຄິດວ່າເລື່ອງນີ້ທ່າທາງຍາກເອົາເລື້ອງເລີຍແຫລະໂດຍບົດທີ່ຂ້ອຍຮັບໃນເລື້ອງນີ້ຄືປໍ” ​ເປັນຜູ້ກຳກັບໜັງຕົກອັບຕ້ອງສູ້ຊົນຫາໂປຣເຈັກງານຮູບເງົາມາເຮັດແຕ່ກໍ່ບໍ່ສຳເລັດຈົນໝູ່ແນະນຳໃຫ້ໄປຖ່າຍຮູບງານແຕ່ງໃນລາວກໍ່ເລີຍໄປແຕ່ກໍ່ເຮັດໃຫ້ໄປເຈິ້ໝູ່ຂອງເຈົ້າສາວກໍ່ຄື ສອນໄພວັນ (ຄຳລີ)​ ເຮັດໃຫ້ຂ້ອຍໄປລັກມັກລາວທັນທີເລື່ອງລາວຕ່າງໆກໍ່ເລີຍເກີດຂຶ້ນຈາກຈຸດນັ້ນ.

      ເຫດຜົນທີ່ຂ້ອຍສົນໃຈຫຼິ້ນຮູບເງົາເລື່ອງນີ້ຄືມັນເປັນຮູບເງົາທີ່ສາຍຕໍ່ຈາກພາກທີ່ແລ້ວແຕ່ເປັນພາກເລີ້ມຕົ້ນກ່ອນທີ່ອະນັນດາຈະຫຼິ້ນຄືມັນເກີດຂຶ້ນກ່ອນພາກທຳອິດຂ້ອຍກໍ່ເລີຍຄຶດວ່າມັນໜ້າສົນໃຈດີ ພໍໄດ້ອ່ານບົດແລ້ວຂ້ອຍກາມັກແລ້ວກໍ່ຫົວຂັວນໄປກັບບົດກັບຕົວສະແດງຄືຂ້ອຍວ່າບົດເລື່ອງນີ້ມັນສຳພັດໄດ້ກັບຄວາມລຽບງ່າຍ, ຈິງໃຈເຊິ່ງມັນມີຢູ່ໃນບຸກຄະລິກຂອງຄົນໃນປະເທດລາວ ທີ່ເຮົາໄດ້ໄປຖ່າຍທຳໃນທີ່ນັ້ນ ສ່ວນນັກສະແດງຍິງໃນພາກນີ້ອ້າຍໂປ໋ຍຍັງໃຫ້ຄຳລີເປັນນາງເອກຢູ່ຄືເກົ່າເພາະດ້ວຍເຫດຜົນຂອງເລື່ອງລາວທີ່ຈະເກີດຂຶ້ນທີ່ເຊື່ອມຕໍ່ກັນແລ້ວໃນເລື່ອງນີ້ກໍ່ຍັງເປັນຄັ້ງທຳອິດຂອງຂ້ອຍ ແລະ ນ້ອງຄຳລີ ທີ່ໄດ້ສະແດງຮ່ວມກັນເຊິ່ງຄຳລີຕົວຈິງໜ້າຮັກຫຼາຍທັງໃນຈໍ ແລະ ນອກຈໍ ນອກຈາກນີ້ຍັງມີນ້ອງນັກສະແດງທີ່ຮ່ວມສະແດງໃນພາກກ່ອນຄືນ້ອງອາດກັບນ້ອງເມສາກໍ່ມາຮ່ວມງານກັບພາກນີ້ນຳເຊັ່ນດຽວກັນ​.

 

Delicious Digg Fark Twitter