ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 26, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

 

                              ດອກງິ້ວຮັກ

                                             ໂດຍ: ເມັຽນອນ ມາOnLine.

          ປູກດອກຮັກ   ຫວັງໃຫ້ບານ   ກາງຫວ່າງໃຈ
                ສົມຣືທັຍ         ດອກຮັກຂາວ   ຊອນຈູມຈໍ່
                  ພໍນານວັນ       ອັສຈັນ             ໃຈເຮົາໜໍ
                   ກາຍເປັນຊໍ່       ດອກງິ້ວແດງ         ໜາມແທງໃຈ.

 

                              *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ມ.ສ.. 24, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

                    ເວົ້າມາແລ້ວກະເມື່ອຍຫົວໃຈ

               ເລີຍບໍ່ຊ່າງຊິອະທິບາຍຈັ່ງໃດດີ

               ກົດນີ້ເບີ່ງເອົາເອງໂລດສາຄັນຢາກຮູ້...

           i

           i

           v

            punlao.com/mianone/albums/36115/293990 

 

                                                     ຂຽນຫຼີ້ນຊື່ໆດອກ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

 

                            ງົງໃຈໂຕເອງ.

                              

                                               ໂດຍ: ເມັຽນອນ ມາOnLine



           ຍາມຫ່າງໄກ      ເປັນຫຍັງໃຈ       ຄອຍຫ່ວງຫາ

          ເມື່ອພົບໜ້າ      ທັມມະດາ         ເວົ້າຢອກໄຍ

            ພໍຍາມຈາກ       ມາຄິດຍາກ        ຊິຈາກໄກ

              ຫລືວ່າໃຈ           ບໍ່ຢາກຫ່າງ         ຈາກນາງເອີຍ


         ຄວາມຮູສືກ        ເລີກໆ        ມັນເວົ້າຍາກ

           ຈະວ່າຮັກ         ຫຼືບໍ່ຮັກ        ບໍ່ຮູ້ເລີຍ

             ໃນສາຍຕາ        ທຳເໝືອນວ່າ      ເປັນເສີຍໆ

               ແຕ່ຫົວໃຈ        ເຮົາເອີຍ        ມັນຫວັ່ນໄຫວ.

 

                               *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

                                                                                       ຂອບໃຈທຸກຄຳເຫັນ .

ຂຽນເມື່ອ ຂຽນເມື່ອ: ມ.ສ.. 19, 2012 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


 

        

 

                  ຈັ່ງໃດ໋ກໍໃດ້ເຂົ້າມາລັກອ່ານແລ້ວ

                    ກໍເມັ້ນໄວ້ແນ່ເດີ ບໍ່ຕ້ອງເກງໃຈ...

 

                            ກອນ ເມັຽນອນລັກອອນໄລນ໌

                                                  ໂດຍ : ເມັຽນອນ ມາOnLine

                       ເມັຽບໍ່ຮູ້ເມື່ອຂ້າງ                    ຜົວລັກມາອອນໄລນ໌

                      ນອນແຈບຫລັບປານຕາຍ      ບໍ່ຫ່ວງນຳຜົວຈ້ອຍ

                        ມາຫນັກໃຈທາງຂ້ອຍ             ຄົນມັກຫລອຍຫົວໃຈເຮັ່ຽ

                           ລັກອອນໄລນ໌ເມັຽອ້າຍຮູ້          ຫູອ້າຍຊິບໍ່ຍານ...ບໍນີ່ນ່ະ

 

                                                            *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 16, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

                            ລົມຮ້ອນ.

                                           ໂດຍ: ເມັຽນອນ ມາອອນໄລນ໌


ອາກາດຮ້ອນອູດເອົ້າ        ໜັກໜ່ວງຊວງອົກ ແທ້ນໍ
ຕົກຢູ່ໃນເມືອງຄົນ          ເອົາແຕ່ໜາວກັບຮ້ອນ
ອອນຊອນຄົນລວຍໂກ້     ນອນຫ້ອງແອຣ໌ເຮືອນຫຼັງໃຫຍ່
ຄົນຈົນທຸກຍາກໄຮ້           ຢ່າງດີໄຊ້ແຕ່ພັດລົມ

ລົມນໍລົມພັດຜ້າຍ         ກາຍລ່ວງເມສາ
ພືສພາແຮງຊິອຸກ        ທຸກນຳວັຍລຸ້ນ
ໃປທ່ຽວບຸນຕາມບ້ານ       ອອກງານແຕ່ລະບ່ອນ
ໃສ່ເສື້ອຮັດອ້ອນຕ້ອນ       ເຂີນສັ້ນຈັ່ງແມ່ນໂຊວ໌

ສີ້ງຕາໃສ່ຈົນຮອງໂອ້          ຄິດຮ່ຳໆໃນໃຈ ຊັ້ນດອກວາ
ເນື້ອອ່ອນຂອງທາງໃນ          ນ້ອງພັດມາໂຊວ໌ຊ້ຳ
ອ້າຍຄືດນຳຈົນຕາສົ້ວ           ມືຢາກຄວານຳຈ່ອງ
ຮ່ອງເອິກຂາວອ້າຊ້າ              ຊິເປັນບ້າກໍເພາະ ົມ  ນີ້ແລ້ວ.

 

                                    ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 11, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

                       ສ.ຄ.ສ.

                           ໂດຍ: ເມັຽນອນ ມາອອນໄລນ໌

  ປີໃໝ່ວຽນມໍ່ເຂົ້າ                   ປີເກົ່າຊິລາໜີ
                       
  ຈົ່ງສຸຂີມີຊັຍ                          ຢູ່ສະບາຍຫາຍຮ້ອນ

  ວອນສິ່ງໃດສົມໃຈຕັ້ງ             ສຸກສົມຫວັງກັນເດີທ່ານ
                        
  ສຸກສຳລານເຖີດພີ່ນ້ອງ          ຄວາມໝອງເສົ້າຢ່າບຽດບຽນ                 

  ເປັນນັກຮຽນໃຫ້ທ່ານຮຽນກ້າວໜ້າ        ປັນຍາເກ່ງເກີນຄົນ

  ຜົນສອບສົມໃຈໝາຍ            ເກຣດດີ (ບໍ່ແມ່ນD) ອາຈານຍ້ອງ

  ໃຜຜຸ່ທຳງານແລ້ວ                  ໃຫ້ມີແນວໄດ້ເລື່ອນ

  ເງິນເດືອນສຸງຂ້າມຂັ້ນ                ຈະເລີນກ້າວໜ້າທີ່ການ                        

  ຫາກມີສຸກ ຂໍໃຫ້ສຸກຍິ່ງຂື້ນ            ເພີ້ມຕື່ມຄຸນທະວີ

  ໃຜຫາກມີຄວາມອຸກ                   ທຸກຈົ່ງຫາຍຄາຍຮ້ອນ

  ອ້າຍເມັຽນອນ ອວຍພອນໄວ້                   ໄດອະຣີສົ່ງຕໍ່

  ສ.ຄ.ສ ມອບໃຫ້                        ທຸກຊົນເຊື້ອເຜົ່າລາວ ຮຽມເອີຍ

 

                                *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ເຫັນຕາຕະລາງຜົນການແຂ່ງຂັນຊີເກມສ໌ທີ່ເມືອງປາເລມບັງ ປະເທດອິນໂດເນຊີ

ຂອງທັບນັກກິລາທີມຊາດ ສປປລ ແລ້ວ ຂ້ອຍກໍແສນຈະພາກພູມໃຈນຳເຂົາເຈົ້າ

ທີ່ມີຄວາມມຸມານະພະຍາຍາມຟັນຝ່າອຸປສັກສ້າງຊື່ສຽງໃຫ້ປະເທດຊາດ ,

ຈົນມາຮອດມື້ນີ້ວັນທີ15/11/2011 ທັບນັກກິລາທີມຊາດລາວສາມາດ

ຄວ້າມາໃດ້ :  2  ຫຼຽນຄຳ

                    3 ຫຼຽນເງີນ

                  12 ຫຼຽນທອງແດງ

ຢູ່ໃນອັນດັບ7 ຈາກ11ປະເທດທີ່ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ.

  ສ່ວນລາຍລະອຽດຕ່າງໃຜມີຂໍ້ມູນແນວໃດກໍຊ່ວຍໆມາແບ່ງປັນກັນແນ່ເດີ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

                        ສຣະ ື

                             ໂດຍ : ເມັຽນອນ ມາOnLine

       ອ້າຍນີ້ຄົນຂີ້ດື້          ສອນບໍ່ຈື່ຮຽນໜັງສື

       ໝູ່ນັກຮຽນເຂົາລື          ລໍ້ວ່າເຮົາເປັນຄົນບື້

        ໂຕກ່ະດຳພໍປານໝື້          ມືດປື໊ດປື໊ຕົນຂື້ນຊື່

          ຍາມເຫັນສາວອ້າຍຢາກຢື້     ເອົາມືຄວ້າຢ້ານເພີ່ນຖື


      ມີຢູ່ໃນນື່ງມື້           ຜູ່ສາວຊື່ແມ່ນຫຍັງຫື ?

       ຖ່າຍຮູບໂຊວ໋ສີບື          ບ່າວບຸນລືຕາລາຍອື້

        ແມ່ນມີເງີນເປັນຕື້           ບໍ່ເສັຽດາຍຍອມຍົກໃຫ້ຊື່ໆ

         ລົມອອກຫູວື່ໆ    ຊາຍກ່ຳດຳຂື້ຫຼື້   ຢາກນຳຮື້ເບີ່ງສີບື

 

                                  *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຄົນທີ່ມັກສາບານ ບໍ່ຄວນພາດ...

 

                 ເໜືອຄຳສາບານ

                              ໂດຍ: ເມັຽນອນ ມາOnLine

     ຝົນຕົກລົງຈາກຟ້າ          ພັດເປັນຫ່າລົມແຮງ

     ມາສແລງຫົວໃຈ          ຜູ່ຊາຍຄົນນີ້

     ຄິດເຖີງຄາວມີນ້ອງ           ປະຄອງກາຍຊົບໄອອຸ່ນ

     ເນື້ອລະມຸນອ້າຍໃດ້ໝົ້ນ          ຄືນຝົນຟ້າມືດສລົວ


     ມືເຈົ້າຄວານຳອ້າຍ          ບອກວ່າຮັກເອົາເຫຼືອ

     ຄວາມເຊື່ອໃນໂຕຊາຍ          ບໍ່ແນ່ໃຈຢ້ານຊາຍປີ້ນ

     ຢ້ານຫຼອກກີນຊີມຫຼີ້ນ            ແລ້ວເລີຍບີນຫາຜູ່ໃໝ່

     ສາບານມາເຖີດອ້າຍ             ຈີງໃຈແທ້ຮັກຕໍ່ກັນ


    ພໍ້ທາງຕັນໜັກອື້ງ          ອ້າຍຈື່ງຍອມສາບານ

ຟ້າ ເປັນພະຍານຄວາມຮັກ          ຕໍ່ຍີງຄົນນີ້

    ຫາກອ້າຍມີຄຳເວົ້າ          ມຸສາໃຫ້ຟ້າຜ່າ

    ຄຳສາບານກ່ອນກີ້          ໜີບໍ່ມົ້ມຫວາດລະແວງ


    ຍາມລົມແຮງຟ້າຮ້ອງຕື້ງ          ຄນືງຮ່ຳຄຳສາບານ

    ນອນສັ່ນໜາວໃນເຮືອນ          ກົບເກື່ອນຄວາມກົວຢ້ານ

    ຄຳສາບານທີ່ເຄີຍໃຫ້        ໃດ້ຜິດໃປ   ຊາຍເລີຍຢ້ານຟ້າຜ່າ

    ຄຳສັນຍາມີຕໍ່ນ້ອງ          ຄືເຄືອຂ້ອງຍັກຄໍ. 

 

ປລ...ຜູ່ຂຽນບໍ່ເຄີຍໃປສາບົດສາບານໄວ້ກັບໃຜໂລໆເລໆເດີ ເຊື່ອໂລດຂ້ອຍບໍ່ໃດ້ເວົ້າຕົວະ...ສາບານໃດ້

 

             *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

                                               ສຣະເົາ

                                                                  ໂດຍ: ເມັຽນອນ ມາOnLine

 

                         ເຂົ້າພັນລາວແຕ່ເຊົ້າ               ມານັ່ງເຈົ່າຄອຍສາວ

                    ນັ່ງເຝົ້າຄອມຯຄອຍເຂົາ          ນັ່ງເຫງົາຈົນເບິດເຊົ້າ

                    ເຂົາບໍ່ມາເຮົາເສົ້າ                 ຄອຍໃປກໍດາຍເປົ່າ

 ຊິອອນໄລນ໌     ໃປຮອດມື້ອື່ນເຊົ້າ                  ຈົນເຫັນເຈົ້າຈັ່ງຊິເຊົາ


                    ເຂົາວ່າເຮົາຜູ່ເຖົ້າ             ຄືຂອງເກົ່າແມ່ນຄວາມເຂົາ

                    ແມ່ນຊິຂັດເປັນເງົາ             ກໍເກົ່າເກີນຄຳເວົ້າ

                   ແມ່ນຊິຫອມຄືເຂົ້າເໝົ້າ          ເຂົາບໍ່ເອົາກໍຕົກເໜົ່າ

                   ໄດໂນເສົາເລີຍນັ່ງເສົ້າ            ປານເມົາເຫຼົ້າໃດ້ແຕ່ຫາວ

 

 

                                                      *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຫັນວ່າມີບາງຄົນລໍຖ້າອ່ານກໍເລີຍຈັດໃຫ້ອີກ.

                  ສຣະ ີ

                                        ໂດຍ: ເມັຽນອນ  ມາອອນໄລນ໌


                  ຊິໄຂກອນບອກຊີ້        ເວົ້າກ່າວເລື່ອງລາວມີ
              ແມ່ປ້າສີພໍ່ລູງມີ             ຢູ່ກັນແຕ່ຄາວກີ້
              ບ້ານໜອງຮີໂຄກທີ້ລີ້     ລົມຫົວປີພັດວີ່ໆ
ຍາມເດືອນຈຽງເດືອນຍີ່   ນັ່ງຝີງໄຟຢູ່ແບບນີ້    ປີແລ້ວກໍເລົ່າປີ

ພໍ່ລູງມີ       ນັ່ງຈີ່ໃນໝາກມີ້        ເວົ້າຕໍ່ແມ່ປ້າສີ
               ໃນໝາກມີ້ຫາກຍັງມີ   ໃຫ້ເຈົ້າເອົາມາພີ້
              ເອົາມາໝົກທາງໜີ້      ໄຟກຳລັງແດງກີ່ຊີ່
ແມ່ປ້າສີ     ຫອບເອົາໃນໝາກມີ້   ນຳມາໃຫ້ຝ່າລະມີ

              ພໍ່ລູງມີນັ່ງຟາກນີ້   ໜ້າອ່ວຍໃສ່ປ້າສີ
              ໄຟກຳລັງແດງດີ   ນັ່ງຈີ່ແກ່ນໃນມີ້

ແມ່ປ້າສີ   ສັງວ່າເປັນແນວນີ້   ນັ່ງບໍ່ດີຕີນສີ້ນພີ່
              ມັນເຮັດໜ້າພີ້ວີ້       ດຳຂີ້ຫລີ້ສ່ຳວ່າໝີ

ຝ່າຍລູງມີ  ແນມເຫັນເປົ່າປາກຟີ້         ຕາຫລີ່ແນມເຫັນໝີ
                ໜ້າລາວແດງປານເຫັນຜີ   ຮ້າຍປ້າສີມືລາວຊີ້
ແມ່ປ້າສີ      ຫລຽວງວາກຫັ້ນງວາກໜີ້   ຢູ່ດີໆຜົວຕາຕີ່
ພໍ່ລູງມີ      ຄວາເອົາໃນໝາກມີ້            ດືກເຂົ້າໃສ່ໝີ.

 

 

ປລ:ບົດຂຽນໃນຂໍ້ຄວາມນີ້ ຜູ່ຂຽນບໍ່ເຈຕນາວ່າກ່າວພາດພີງເຖີງຜູ່ໃດຜູ່ນື່ງ

      ແລະບໍ່ມີເຈຕນາສໍ່ໃປທາງລາມົກອະນາຈານ ຂໍໃຫ້ທ່ານໃດ້ອ່ານ ໃນແງ່ຂອງຄວາມເພີດເພີນສນຸກສນານ

      ເປັນການຜ່ອນຄາຍໃນວັນທ້າຍສຸດສັປດາ .

                                                               ຂໍຂອບໃຈ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

                                                  ກອນສຣະ ເx.

                                                                ໂດຍ: ເມັຽນອນ ມາ OnLine

                             ອ້າຍນີ້ຄົນບໍ່ເທ້                 ສາວບໍ່ເຫຼ່ຊົງຜົມເພ

                       ວ່າເປັນກອນສະຣະເx          ເຈົ້າຢ່າເບະສົບເບ້

                       ກອນບໍ່ເກ໋ຄົນບໍ່ເທ້             ຢ່າຟ້າວພາກັນເຫ່

                       ເອົາແຕ່ນັ່ງເອ້ເຕ້               ຂຽນຄອມເມັ້ນໃຫ້ແນ່ເດ໋


                        ຢ່າປ່ອຍອ້າຍວ່າເວ້          ເຮັດເຊ່ເວ່ຊວນເຊ

                        ຄັນແມ່ນສາວໂອເຄ          ຊິທຸ້ມເທຈົນເບິດເປ້

                        ພຽງແຕ່ຂໍນຳເຈ້              ຢ່າຫວານພຽງຍີ້ມສເນ່

                        ອ້າຍອ້າປາກເຊ່ແວ່   ໃຈລະລາຍເອ້ເລ້   ຄົນບໍ່ເທ້ເຫຼ່ແນ່ເດ.

 

                                                                 ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນກໍຕ້ອງຂໍອະພັຍນຳຜູ່ທີ່ລູແລເວັປ

ຊື່ງຂໍ້ຂຽນດັ່ງຕໍ່ໃປນີ້ຈະປາກົດທັງໄດອະຣີແລະເວັປບອຣ໌ດ

 ທັງນີ້ກໍເພື່ອໃຫ້ນ້ອງໆ ແລະເພື່ອນໆສະມາຊິກ ຜູ່ທີ່ສົນໃຈໃນການຂຽນກາບກອນ

ໃຫ້ໃດ້ອ່ານແລະອອກຄຳເຫັນໃດ້ຢ່າງທົ່ວເຖີງ ແລະຄົນທີ່ອົດຈະກ່າວເຖີງບໍ່ໃດ້ກໍຄືນ້ອງພາສຸກ

ທີ່ໃຫ້ກຽດໃຫ້ຄວາມຮ່ວມມື ປະກອບສ່ວນໃນການສ້າງກະທູ້ນີ້ມີສີສັນສັນຂື້ນຕື່ມ.

                                           ຂໍຂອບໃຈມານະທີ່ນີ້ດ້ວຍ.

                                              ຮັກແພງ ( ຈຂກທ )

                   ກອນ(ນ້ອງ)ສາວພາສຸກ

                                      ໂດຍ: ເມັຽນອນ ມາອອນໄລນ໌

 ຂ້ອຍຊິກ່າວ     ເລື່ອງສາວພາສຸກ
     ຈັກແມ່ນລູກ      ສາວໃຜບຸນຄ້ຳ
     ງາມອ່ຳຖ່ຳ        ຜູ່ລ່າວລັກແຍງ
     ແກ້ມລາວແດງ     ປານໝາກຜິພ່ວນ ອິ ອິ
     ເວົ້າກໍມ່ວນ       ຮອຍຍີ້ມກໍຫວານ
     ປານນ້ຳຕານ     ມົດຕອມຍືດ
     ຄວາມປະພືດ     ຂອງລາວກໍດີ
     ມີມັຍຕຣີ         ນຳພີ່ນຳນ້ອງ
     ວາດງາມຄ່ອງ     ຕາມແບບສາວລາວ
     ແຕ່ລາວເຫງົາ     ຍ້ອນລາວຂາດຄູ່ ອິ ອິ
     ມີແຕ່ໝູ່          ຍັງບໍ່ມີແຟນ
     ບ່າວຕ່າງແດນ     ທຽວມາເວົ້າມ່າຍ
     ແລ້ວກໍລ່າຍ     ເຮັດໃຫ້ລາວເຫງົາ
     ບ່າວພັນລາວ     ປອບໃຈລາວແນ່ ອິ ອິ

 

                             *ຄຳຕິຊົມຂອງຄົນອ່ານ ຄືສຽວສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

                        ເມັຽນອນສອນນ້ອງ

                                ໂດຍ : ເມັຽນອນ ມາOnLine

          ກ່ອນທີ່ທ່ານຈະວ່າກ່າວ        ເຂົາຄົນອື່ນ

         ຈົ່ງເບີ່ງຄືນຕົວທ່ານ              ນັ້ນກ່ອນໜາ

           ຢ່າຫຼົງຕົນວ່າລື່ນຄົນ            ເລີດປັນຍາ

            ເຫັນຄົນອື່ນດ້ອຍຄ່າ             ຕ່ຳກວ່າຕົນ


        ຢ່າເປັນຄົນສືກສາສູງ        ຟຸ້ງແຕ່ປາກ

          ແຕ່ໃຈຫາກຄືດຕ່ຳ            ໄຮ້ເຫດຜົນ

           ຂົ່ມຄົນອື່ນຍົກໂຕລື່ນ          ວ່າເລີດຄົນ

            ປັນຍາຊົນຈົ່ງທຳຕົນ            ສົມລາຄາ


        ທຸກວິຊາທີ່ຮຽນມາ          ບຸກບາກບັ່ນ

          ສອບເສັງຜ່ານຮຽນຈົນຈົບ  ປະຣິນຍາ

            ຫາກທຳຕົນເປັນຄົນ           ເສື່ອມຄຸນຄ່າ

             ໃປໄຖນາດີກວ່າຮຽນ            ມະຫາລັຍ.

 

                                        *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ອັປເດດໃໝ່ ກໍເລີຍນຳມາໃຫ້ອ່ານ.

 

                                                     ສຣະ Xູ

                                                                     ໂດຍ : ເມັຽນອນ ມາOnLine

                                   ອ້າຍເປັນຄົນປັນຍາປູ້          ຢາກມີຄູ່ເປັນສາວຄູ

                            ສາວບໍ່ເຄີຍອິນດູ           ຕູ່ວ່າເຮົາເປັນຄວາຍຕູ້

          ຮັກສາວຄູ      ອ້າຍຊິອົດສາສູ້             ຈົນໃດ້ຊູໃປຮຽງຄູ່

                             ຄັນສາຍແນນສົ່ງຍູ້        ເຂົາຄວາຍຕູ້ຫາກຊິຟູ ດອກນາ


          ຄ່າດອງແພງ   ອ້າຍຊິຫາເງີນກູ້          ມາແຕ່ງໃຫ້ຄອຍດູ

                             ໝາຍປອງເອົາເປັນຄູ        ສ່ວນຕົວເພື່ອຮຽນຮູ້

                             ມາເປັນຄູຫົວໃຈອ້າຍ     ໄອເລີຟຢູລູກໄພ້ປູ່

  ຮັກສາວແກ້ມປຸຫລູ     ຈົ່ງອິນດູບັກອ້າຍ          ຊິຕາຍຍ້ອນເພາະຮັກຄູ ນີ້ແຫຼ໊ວ.

                                   
                           
                            
  ຢ້ານແຕ່ສາວຜູ່ຮູ້        ຊິອາຍໝູ່ອົດສູ
 
                            ຊື່ວ່າຄົນເປັນຄູ            ໃດ້ຄູ່ຄອງປັນຍາປູ້
    
                            ນາມວ່າຜັກອີ່ຄູ້             ຫອມບໍ່ໄກ  ຄືຈັ່ງຜັກອີ່ຕູ່

                             ວາສນາບັກຕູ້              ດ້ອຍຄວາມຮູ້ໄຝ່ຮັກຄູ


         ການເຮືອນ  ອ້າຍຊິຂັນອາສາສູ້          ຫາກໃດ້ຄູ່ຄືສາວຄູ
                      
                          ການບ້ານງານຂັດຖູ        ອ້າຍຊ່ອຍດັນຂັນຍູ້
 
                          ໜັກກໍບຸກທຸກກໍສູ້         ສອງນີ້ວຊູບໍ່ໃຫ້ນ້ອຍໜ້າໝູ່
                    
                          ເພື່ອສາວຄູຍອດຊູ້          ຍອມຂຸດໝົ້ນກົ່ນຮູ.

 

 

                                                          *ຄຳຕິຊົມຂອງຄົນອ່ານ ຄຶສຽງສວັນສຳລັບຄົນຂຽນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຂົ້າໃປໃນ ອອຟຟິສເຂົາເຈົ້າເຫັນເຈັ້ຽໃບນື່ງຢູ່ໜ້າໂຕະກໍເລີຍ

ຂໍເຂົາກ້ອປມາສູ່ກັນອ່ານ ສ່ວນຈະມີຄວາມໝາຍແນວໃດ

ກໍລອງຊອກຄົ້ນເອົາດ້ວຍຕົວເອງ. ຫາກທ່ານສະມາຊິກທ່ານໃດ

ຫາກເຫັນວ່າມັນບໍ່ຖືກຕ້ອງກໍທ້ວງຕີງມາໃດ້ ຫຼືວ່າທ່ານຮູ້ຈັກບາງສັບແຕ່ບໍ່ມີຢູ່ໃນນີ້

ກໍຂໍໃຫ້ເພີ່ມເຕີມເຂົ້າມາໃດ້....ຂອບໃຈ

lol   =  lot of laugh 

l0lz  =  laugh out loud

 omg  =  oh my God

 xoxo  =  Hugs and Kisses

 hbd  =  Happy Birthday

 tc  =  take care

 tq  =  Thank You

 i <3 u  =  I love you

 ain′t   =  am not

 aka =  also known as

 2m   =  tomorrow

 b.f.f.  =  best friend forever

 msg  =  message

 comnt  =  comment

 bf / gf  =  boyfriend / girlfriend

 brb  =  be right back

 4rm  =  from

 igg  =  i gotta go

 emo  =  emotional

 faq  =  Frequently Asked Question

 heh  =   haha 


nu  =  new

 re =  reply

 ps2   =   Play Station 2

 sis  =  sister

 y2b   =  Youtube

 yup  =  yes

 zig  =  cigarette

 9009l3  = Google

p911  =  parent emergency (parent near)

CD9 Code 9  =  parents are around

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2011 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

                                                        ສຣະ Xູ

                                                                     ໂດຍ : ເມັຽນອນ ມາOnLine

                               ອ້າຍຄົນປັນຍາປູ້          ຢາກມີຄູ່ເປັນສາວຄູ

                          ສາວບໍ່ເຄີຍອິນດູ           ຕູ່ວ່າເຮົາເປັນຄວາຍຕູ້

          ຮັກສາວຄູ     ອ້າຍຊິອົດສາສູ້             ຈົນໃດ້ຊູໃປຮຽງຄູ່

                           ຄັນສາຍແນນສົ່ງຍູ້        ເຂົາຄວາຍຕູ້ຫາກຊິຟູ ດອກນາ


          ຄ່າດອງແພງ   ອ້າຍຊິຫາເງີນກູ້          ມາແຕ່ງໃຫ້ຄອຍດູ

                             ໝາຍປອງເອົາເປັນຄູ        ສ່ວນຕົວເພື່ອຮຽນຮູ້

                             ມາເປັນຄູຫົວໃຈອ້າຍ     ໄອເລີຟຢູລູກໄພ້ປູ່

  ຮັກສາວແກ້ມປຸຫລູ     ຈົ່ງອິນດູບັກອ້າຍ          ຊິຕາຍຍ້ອນເພາະຮັກຄູ ນີ້ແຫຼ໊ວ.

 

                                                   *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

 

                                                          ເບີ່ງວິດີໂອ...ກົດທີ່ນີ້

                 ແພ້ແມ່ຮ້າງ

                                   ໂດຍ: ເມັຽນອນ ມາOnLine


           ໃຈເໝືອນມີແນວ             ມາຕຳ
           ຮັກສາວຄົນງາມ               ຊູ້ເກົ່າເພີ່ນ
           ໄດ້ແຕ່ຈອບແນມ             ສາວແກ້ມເປີ່ນເວີ່ນ
          ຈັ່ງທຽວມາເຊີ່ນ               ຍ້ອນມັກອີ່ຫລີ

           ສເນ່ແກ້ມແດງ                ແຮງຫຼາຍ
           ມາບເຫັນຫົວໃຈ             ໂອ໊ຍ..ເຕັ້ນຖີ່
           ເຄີຍຜ່ານມືຊາຍ               ອ້າຍກະບໍ່ຕິ
           ໜຸ່ມໂສດຄົນນີ້                 ມັກແຕ່ແມ່ຮ້າງ

       R* ໃຈອ້າຍຖລຳ                    ທຽວນຳຈອບສ່ອງ
             ຫວັງຮ່ວມກິນດອງ           ຄຽງສອງຮ່ວມສ້າງ
             ອ້າຍບໍ່ເຄີຍແຄຣ໌              ເຖີງເປັນແມ່ຮ້າງ
             ຊິເອົາໃຈລ້າງ                  ໃຫ້ຫ່າງມົລທິນ

            ບໍ່ຕ້ອງລະແວງ               ແຄງໃຈ
            ລອງໄດ້ຮັກໃຜ                ໃຈຂາດດີ້ນ
            ເປັນໜຸ່ມສາວຕອມ          ເນື້ອຫອມຮິ໊ນຮີ່ນ
            ແຕ່ດວງແລະຊິນ              ແພ້ກີ່ນແມ່ຮ້າງ.

 

                                         *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ
 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2011 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

                       ກິກນອກໃຈ

 

                              ໂດຍ: ເມັຽນອນ  ມາOnLine

 

   ຄລິ໊ກເຂົ້າໃປ          ໄດອະຣີຂຽນມື້ວານ

   ຖືກເປີດອ່ານ          ໃປແລ້ວຫ້າສີບຄັ້ງ

   ແຕ່ຄອມເມັ້ນ          ບໍ່ເຫັນມີໜ້າຜິດຫວັງ

   ຫຼືເຮົາຍັງ              ມືບໍ່ເຖີງຂຽນໂດນໃຈ


   ລອງຂຽນໃໝ່          ໄດອະຣີບົດກອນສັ້ນ

   ທ່ານຄົນອ່ານ          ຊ່ອຍພາກັນຄອມເມັ້ນໃຫ້

   ມີແຕ່ອ່ານ              ຜ່ານຕາແລ້ວຈາກໃປ

   ຂໍໃຫ້ກິກນອກໃຈ        ໃຜບໍ່ເມັ້ນ.

 

                            *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

 

                         ເພັງຫລອກ

                                      ຄຳຮ້ອງ-ທຳນອງ: ເມັຽນອນ ມາOnLine

 *ເຮົາໂງ່ງົມງາຍ            ຈັ່ງໃດ໋ກໍຕ້ອງຖືກຫລອກ
       ເຫັນເປັນບ້ານນອກ      ເຂົາຈື່ງຫລອກເອົ໊າຫລອກເອົາ
       ຫລອກຮັກອ້າຍ           ໃຫ້ຕາຍເພາະສາວ
       ໃບໜ້າຂາວໆ            ບໍ່ໜ້າຊິມາຕົວະກັນ

      *ເພາະເຊື່ອໃຈຄົນ           ຫລົງກົນໃຫ້ເຂົາລວງຫລອກ
        ຊາຍເອີກສາມສອກ       ຂໍບອກຕັ້ງໂຕບໍ່ທັນ
        ບອກຮັກອ້າຍ               ທັງຈ່າຍຄຳຫວານ
        ບໍ່ເຫີງບໍ່ນານ               ເຈົ້ານັ້ນກໍຕັດຫາງປ່ອຍ

    R*ຫລອກໃຫ້ອ້າຍ           ງົມງາຍເພີ້ຝັນ
        ຜ່ານຄືນວັນ               ນານໃປມິດຈ້ອຍ
        ຄຳຮັກເຄີຍເວົ້າ            ແປນເປົ່າບໍ່ມີເຫລືອຮອຍ
        ໜີໃປຫາຍຈ້ອຍ           ພໍປານຫອຍໄຂ້ມິດຈີ່ລີ່

       *ຄົນໂງ່ເສັຽຫົວ          ຖືກສາວຕົວະຫົວໃຈຊ້ຳຊອກ
        ໜ້າຕາບ້ານນອກ      ເຂົາຈື່ງຫລອກໄດ້ຫລອກດີ
        ຍັງບໍ່ຕາຍ               ຫລອກໄດ້ເໝືອນຜີ
        ຂໍພໍກັນທີ                ຫລາບຕາຍຂີ້ຫລີ້ຄົນຂີ້ຕົວະກັນ.

 

                                *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.
  

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

                             ເພັງຫາກອ້າຍເປັນໂສດ

                                                   ໂດຍ: ເມັຽນອນ ມາOnLine

   *ຫາກອ້າຍເປັນໂສດ                  ຄົງອົດບໍ່ໄຫວ

    ມາພົບຄົນງາມແກ້ມໃສ            ໂດນໃຈເມື່ອແຮກພົບພານ

    ຂາວງາມນວນຜ່ອງ               ອ່ອງຕ່ອງຮອຍຍີ້ມຊ່າງຫວານ

    ຢາກເກັບເອົາໄປນອນຝັນ          ໄຫວຫວັ່ນຂື້ນມາທັນທີ


   *ຫາກອ້າຍເປັນໂສດ                ໃຫ້ໝົດໂສຕາຍ

    ບໍ່ກ່ຽງແມ້ພຽງຫົວໃຈ               ຍົກໄປໃຫ້ໝົດທີ່ມີ

    ແຕ່ອ້າຍມີຄູ່                            ຍອດຊູ້ຫາກນ້ອງບໍ່ຕິ

    ຫ້ອງໃຈສຳຮອງພໍມີ               ຍົກໃຫ້ຄົນດີດ້ວຍຄວາມເຕັມໃຈ


R* ຄົນຈະຮັກກັນ                      ຈະກັ້ນເອົາໄວ້ຄົງຍາກ

     ເມື່ອມີໃຈຮັກ                        ລຳບາກເກັບໄວ້ຂ້າງໃນ

     ຮູ້ຢູ່ຄົນດຽວ                          ຂັນກຽວບໍ່ໃຫ້ຫຼຸດຫາຍ

     ແມ່ນໃຜໜໍຂັນນ໊ອຕໃດ້            ຫ້າມໃຈບໍ່ໃຫ້ມັນໜີ


   *ແຕ່ອ້າຍບໍ່ໂສດ                       ເລີຍໝົດນ້ຳຢາ

   ເມື່ອຮັກເຂົ້າຕາ                         ບັນຫາພັລຍາອ້າຍມີ

   ກົ້ມໜ້າມອງເງົາ                        ໂຖເຮົາຄືເປັນຈັ່ງຊີ້

   ນອກໃຈເມັຽມາທັງທີ                   ຮັກມີເປັນໃດ້ພຽງຝັນ.

 

                                          *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

 

                                            ກອນ ສຣະ xຳ

                                                      ໂດຍ : ເມັຽນອນ ມາonLine

                         ອ້າຍນີ້ທຸກຍາກລ້ຳ     ໜ້າກ່ຳໂຕດຳ

                    ໄຮ້ຊັບສິນເງີນຄຳ     ແມ່ນແຕ່ເກືອບໍ່ມີຈ້ຳ

ເຫັນສາວງາມ   ຂົ່ມໃຈຫ້າມ              ຄົນໂຕດຳສາວບໍ່ຫລ່ຳ

                     ຄວາມທຸກມາຕອກຢ້ຳ   ເວນຊ້ຳຈັ່ງແມ່ນກັມ


                     ຢາກມາຂໍຊ່ອຍຄ້ຳ    ຫວັງຮ່ວມຮຽງນຳ

                    ແຕ່ບໍ່ມີເງີນຄຳ       ຊິມັດຈຳສາວຊ້ຳ

                    ຄົນໂຕດຳໃຈປ້ຳ      ຊິຂາຍຮຳສີເຂົ້າກ່ຳ

ພໍມີເງີນມັດຈຳ  ຮຳອ້າຍດຳຂື້ຫລື້     ມີໃຜຊື້ແນ່ບໍ່ຮຳ.

 

                           *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

                  

ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

                 ຫົວໃຈເຮັ່ຽຍາມເມັຽນອນ.

                                         ໂດຍ: ເມັຽນອນ ມາOnLine

   ຍາມຄ່ຳຄືນ        ຕາຊື່ນມືນມ້ອງກ້ອງ

   ຢືດຄໍສ່ອງ        ເຫັນເມັຽນອນຝັນຫຼັບໄຫຼ

   ມືຄວາຈັບ        ຮູ້ເມັຽຫຼັບຈົນແຈບໃຈ

   ຟ້າວເປີດຄອມ     ອອນໄລນ໌ນອກໃຈມາ


   ເຫັນສາວງາມ     ຢາກຖາມຂຽນຄອມເມັ້ນ

   ສາວງາມເດັ່ນ     ເຫັນໃຈອ້າຍແນ່ໜາ

   ອຸດສາລ່ຽງ         ສ່ຽງຕາຍໜີເມັຽມາ

   ຂໍເວົ້າຈາ            ພາທີພໍມີແຮງໃຈ


   ງານກໍໜັກ         ລູກແຮ່ງສົນເມັຽພັດສໍ້

   ໃນຍາມທໍ້         ອຸກອັ່ງນັ່ງຫົນຫວຍ

   ມີຈັກຄົນ          ແນ່ບໍ່ນໍທີ່ເພີ່ງໃຈ

   ແອັດອ້າຍໄວ້     ໃດ້ເປັນໝູ່ເຈົ້າຈັກຄົນ


   ມີພັລຍາ          ກໍຢ່າວ່າກັນເດີນ້ອງ

   ຂາວງາມຜ່ອງ     ສາວອອນໄລນ໌ໃຈອ້າຍໂດນ

   ຄົນມີເມັຽ          ຫົວໃຈເຮັ່ຽໃຫ້ບາງຄົນ

   ແຕ່ສາວບໍ່ສົນ     ຄົນເມັຽນອນລັກອອນໄລນ໌.

 

                                *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

                      

                     ຮັບໃດ້ບໍ່ ?

                ໂດຍ : ເວັຽນອນ ມາOnLine

 

ເຮົາຄົບຫາ        ກັນມາ     ຖານະເພື່ອນ

ເປັນດັ່ງເໝືອນ   ຄົນຮູ້ໃຈ     ແຕ່ໃດມາ

ແມ້ຍາມເຫງົາ     ເຮົາມີໂຕ   ຄອຍຫ່ວງຫາ

ຄົບກັນມາ     ແຕ່ມໍຕົ້ນ      ຈົນປານນີ້

 

ຄືນແລະວັນ     ປ່ຽນຜັນ     ໃປຕາມກາລ

ແລ້ວສັມພັນ     ຂອງເຮົາ     ເລີ່ມປ່ຽນສີ

ແຕ່ເມື່ອໃດ     ຍັງສົງສັຍ     ຮອດມື້ນີ້

ກາຍເປັນຄວາມ     ຮູ້ສືກດີໆ     ມີມາແທນ

 

ຢາກບອກໂຕ     ວ່າເຮົາ     ຄືດຫຍັງຢູ່

ຢາກໃຫ້ໂຕ     ຮັບຮູ້     ເຮົາເປັນແຟນ

ຕັ້ງວ່າດົນ     ເຮົາທົນເຫງົາ     ເຝົ້າແຕ່ແຫງນ

ຮັບໃດ້ບໍ່     ຂໍເປັນແຟນ     ເພື່ອນຢ່າງເຮົາ.

 

*ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*     

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 29, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

                    ເພັງ ບັນຊາມະຫາໂຫດ

                                        ເນື້ອຮ້ອງ-ທຳນອງ: ເມັຽນອນ ມາOnLine

            *ມີບັນຊາ          ສັ່ງເຜົາເມືອງວຽງຈັນ

          ໃຫ້ມັນສູນສີ້ນພັນທ໌     ເຫຼືອແຕ່ດິນຟ້າອາກາດ

          ຢ່າໃຫ້ມັນ          ເຫຼືອຄົງຄວາມເປັນຊາດ

          ພວກບໍ່ຍອມເປັນຣາຊ          ໃຫ້ມັນຫຼາບມັນຈຳ


         *ອນາດໃຈ          ໄຟລຸກໄໝ້ເຜົາຜານ

          ທົ່ວນະຄອນວຽງຈັນ          ຍາມຜ່າຍແພ້ສົງຄາມ

          ແປວໄຟຖ້ວມ          ພວຍພຸ່ງຄວັນສີດຳ

          ທັງວັດວາອາຮາມ          ເປັນເຖົ້າຖ່ານຜົງທຸລີ


        R*ເມືອງວຽງຈັນ          ເຄີຍຈະເລີນຮຸ່ງເຮືອງ

          ຂອງຄູ່ບ້ານຄູ່ເມືອງ          ຖືກເຂົາປຸ້ນຂົນໜີ

         ຣາສດອນ          ຖືກກວດຕ້ອນທຸບຕີ

         ຖືກຂົ່ມເຫັງກົດຂີ່          ປວັດສາສຊີ້ບອກໄວ້


         *ການປ່ຽນຜັນ          ເມືອງວຽງຈັນຟື້ນຟູ

          ມູນເຊື້ອລາວຕໍ່ສູ້          ກອບກູ້ອະທິປະຕັຍ

         ໃນຕຳນານ          ກ່າວຂານພຸທະທຳນາຍ

         ຍຸກລາວສິວິລັຍ           ໄຕ້ຟ້າລາວໃໝ່... ເບັ່ງບານ.

 

                                  *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

                                ເພັງ ບໍ່ຮັກບໍ່ຕ້ອງເຮັດດີ

                                           ໂດຍ: ເມັຽນອນ ມາOnLine


                    *ບໍ່ຮັກບໍ່ວ່າ       ຂໍຢ່າມາເຮັດຄວາມດີ
                   ໃຫ້ໃຈດວງນີ້     ມັນມີອາການອ່ອນໃຫວ
                     ບໍ່ຮັກຈົ່ງປ່ອຍ       ຄ່ອຍໆເຮັດດີກໍໃດ້
                     ຕົວອ້າຍກໍຊິທຳໃຈ     ຮັບນ້ອງໃຫ້ໃດ້ ໃນນາມນ້ອງສາວ

                  *ຄົບກັນເປັນເພື່ອນ     ຢາກເລື່ອນຂື້ນຖານະແຟນ
                     ລຳບາກຍາກແສນ     ສາຍແນນຄົງບໍ່ຮອດເຈົ້າ
                      ທຽວເວົ້າທຽວແຍ່        ຫລືແຄ່ພຽງເພື່ອແກ້ເຫງົາ
                       ຄົນທີ່ມີໃຈໃຫ້ເຈົ້າ         ເໝືອນດັ່ງຄົນເມົາ ຖືກເຂົາວາງຢາ

                R* ບໍ່ຕ້ອງທຳດີ     ໃຫ້ອ້າຍນີ້ຫຼົງສ້າວ
                      ຄົນແກ້ມຂາວໆ      ເຮັດເຮົາໄຫວຫວັ່ນເລື້ອຍມາ
                       ທຳເປັນຢອກໃຍ        ຫົວໃຈອ້າຍບໍ່ມີຕາ
                        ເກີດຫລົງໂຕເອງເລື້ອຍມາ    ຄິດວ່າການດານ້ອງກໍມີໃຈ

               *ບໍ່ຮັກຈົ່ງປ່ອຍ      ຄ່ອຍໆຕີຫ່າງຈາກລາ
                  ຂໍຮ້ອງນຳຢ່າ        ທຳທ່າເປັນຫ່ວງເປັນໃຍ
                   ຖ້າບໍ່ຮັກກັນ            ຢຸດມັນທໍ່ນີ້ເອົາໄວ້
                     ບອກກັນກ່ອນມັນຈະສາຍ    ສົງສານກໍໃຈ ຄິດຮອດແຕ່ນາງ.

                                              *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ
 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

                                          ປະກາດແຈ້ງການສບັບເມັຽນອນ.

      ສະບາຍດີບັນດາໝູ່ຄູ່ອ້າຍເອື້ອຍນ້ອງພໍ່ແມ່ລູງປ້າອາວອາສະມາຊິກພັນລາວທີ່ໜ້າຮັກ

 ເນື່ອງຈາກວ່າທາງພັນລາວເພີ່ນໃດ້ມີການປ່ຽນແປງລະບົບ ຈະສັງເກດເຫັນວ່າເຫດການຕ່າງ

ໃນຊ່ວງໄລຍະ " ພັນບລາວ3 " ກໍໃດ້ຖືກລືບຫາຍ ບໍ່ວ່າຈະເປັນຄຳເຫັນ ບົດຂຽນໄດອະຣີ

ແບບສຳຫລວດແລະອັບເດດອື່ນໆກໍອັນຕະທານຫາຍໃປ ແຕ່ກໍບໍ່ເປັນຫຍັງ(ແຕ່ກໍຍັງເສັຽດາຍຮ໊ອຍຮ່ອຍ)

ໃດ້ " ພັນລາວ2 "ກັບຄືນມາກໍຖືວ່າສຸດຄຸ້ມ...ຫາກແຕ່ວ່າສີ່ງເສັຽດາຍເປັນທີ່ສຸດກໍຄືມິຕພາບ

ບັນດາໝູ່ຄູ່ທີ່ຕ່າງຄົນຕ່າງແອັດເອົາກັນເປັນໝູ່ໃດ້ຕົກເຮັ່ຽເສັຽຫາຍໃປດ້ວຍ.

   ມິຕພາບເຖີງຈະເປັນພຽງໄລຍະສັ້ນໆແຕ່ກໍມີຄວາມໝາຍສຳລັບຂ້າພະເຈົ້າເປັນຢ່າງຍີ່ງ

ກໍໃດ້ແຕ່ຫວັງວ່າເຮົາຄົງຈະໃດ້ພົບກັນອີກໃນໄວໆນີ້.

                                                      ຂຽນທີ່ຫ້ວຍບັງເຢາະ, ມິຖຸນາ 05 , 2011

                                                                       ເມັຽນອນ ມາOnLine

ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

  ຊື່ເພັງ :ສຄສ ແທນໃຈ

           ເນື້ອຮ້ອງ-ທຳນອງ: ເມັຽນອນ ມາອອນໄລນ໌

*ປີເກົ່າຜ່ານໃປ    ປີໃໝ່ມາເຢືອນ

 ຈາກວັນເປັນເດືອນ  ກໍເຄື່ອນຄົບມານື່ງປີ
    ຂໍອວຍພອນຊັຍ      ໃຫ້ທ່ານໂຊກດີ
     ຂໍຈົ່ງສຸກຂີ            ຕລອດປີໃໝ່ນີ້ເຖີດໜາ

*ປີໃໝ່ປີນີ້      ຈົ່ງມີໂຊກຊັຍ
   ມຸ່ງຫວັງສີ່ງໃດ  ໃຫ້ສົມໃຈປຣາຖນາ
    ອາຍຸສຸຂັງ        ພະລັງວັນນະ
     ການງານກ້າວໜ້າ    ໂພຍພັຍຢ່າມາກ້ຳກາຍ

R*ຫາກທ່ານມີຮັກ    ຮັກຈົ່ງເພີ່ມພູນທະວີ
      ຮັກຍັງບໍ່ມີ          ໃຫ້ພົບຮັກທີ່ຈິງໃຈ
       ຄົນທີ່ເຈັບຊ້ຳ        ປ່ອຍຕາມປີເກົ່າລ່ວງໃປ
        ພົບຮັກທີ່ງາມວິລັຍ     ປີໃໝ່ຟ້າໃສວຽນມາ

*ຝາກ ສ.ຄ.ສ       ຫໍ່ມາແທນໃຈ
   ຮັກແລະຫ່ວງໃຍ    ໄກ້ໄກສົ່ງໃຈມາຫາ
    ຄວາມເສົ້າຄວາມອຸກ  ຄວາມທຸກຫ່າງລາ
     108 ບັນຫາ         ຂໍຢ່າໄດ້ມາຢ້ຽມກາຍ

 

               *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.
 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

       ຮັກສາວມືສອງ

                         ເນື້ອຮ້ອງ-ທຳນອງໂດຍ: ເມັຽນອນ ມາອອນໄລນ໌


ໂຊກຊະຕາ               ວາສນາກະເທີນ
 ລົມສາວນຳເພີ່ນ         ຖືກແຕ່ສາວມືສອງ
  ແຕ່ອ້າຍບໍ່ຕິ              ບໍ່ເຄີຍຮິດອກນ້ອງ
   ຊິເປັນສາວມືສອງ       ອ້າຍກໍຮັກນ້ອງອີ່ຫລີ

ຈະມີລູກຕິດ                 ອ້າຍບໍ່ຄິດຖອດໃຈ
 ນ້ອງຢ່າສົງສັຍ              ອ້າຍໝາຍຝາກຊີວີ
  ຜູ່ສາວມືສອງ                ນ້ອງຊິມີຣາຄີ
   ແຕ່ກັບຊາຍຄົນນີ້           ນ້ອງຍັງມີລາຄາ

R*ອ້າຍຂໍຮັກ                 ແຕ່ສາວແມ່ຮ້າງ
     ວາສນາຕ້າງຫລ້າງ      ຂໍຮັກແມ່ຮ້າງເທົ່າຊີວາ
     ບຸນອ້າຍສ້າງ              ແຕ່ປາງຫລັງຜ່ານມາ
      ເປັນແມ່ຮ້າງກ່ະຢ່າ      ຊິໃສ່ກະຕ່າລ້າງນ້ຳເອົາ

ຮັກແຕ່ນວນນາງ           ສາວແມ່ຮ້າງຈັ່ງນ້ອງ
 ແມ່ແກ້ມອ່ອງຕ່ອງ        ອ້າຍຂໍຊ້ວນແບ່ງເບົາ
  ສາວໂສດທົ່ວເມືອງ       ອ້າຍບໍ່ເຕື້ອງຕໍ່ເອົາ
   ຊິຂໍຮັກແຕ່ເຈົ້າ             ສາວມືສອງຢ່າງນ້ອງເອີຍ.....

 

            *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

     

               ຊິລອງຫ້າມໃຈ

                              ເນື້ອຮ້ອງ-ທຳນອງ : ເມັຽນອນ ມາອອນໄລນ໌


* ຊິຫ້າມຫົວໃຈ            ບໍ່ໃຫ້ອ້າຍຄິດຮອດນ້ອງ
  ບອກອ້າຍໃປກັ້ນນ້ຳຂອງ   ງ່າຍກວ່າຕ້ອງມາຫ້າມໃຈ
  ບໍ່ໃດ້ເຫັນເຈົ້າ            ຫົວໃຈມັນເຫງົາເກືອບຕາຍ
  ຊິຫ້າມມັນໃດ້ຈັ່ງໃດ໋      ກໍໃຈທັງໃຈຜູກພັນກັບນາງ

* ຊິບອກຫົວໃຈ            ບໍ່ໃຫ້ມັນຄືດຮອດເຈົ້າ
  ມັນຍາກກວ່າຍ້າຍພູເຂົາ   ໃຫ້ເຊົາຄິດເຖີງນວນປາງ
  ຈຳວັນສຸດທ້າຍ            ບອກອ້າຍເລີກຄິດເຖີງນາງ
  ຄວາມຮັກມາສຸດເສັ້ນທາງ   ຕ່າງຄົນຫັນຫລັງລືມມັນສາອ້າຍ

R*ເຫດຜົນກ່າວອ້າງ      ນ້ອງມາບອກເລີກ
    ຮັກເຮົາບໍ່ເວີກຄ໌         ເຈົ້າເບິດສີ້ນຄວາມອາລັຍ
    ຕັດຮັກສະບັ້ນ            ບອກລືມກັນບໍ່ເຫລືອເຍື່ອໄຍ
    ອ້າຍຍັງເຮັດໃຈບໍ່ໃດ້   ຈັ່ງໃດ໊ຈັ່ງໃດກ່ະຮັກຄືເກົ່າ

* ຊິລອງບອກໃຈ           ໃຫ້ເຊົາຄືດຮອດງາມງອນ
  ຜ່ານພົ້ນຄືນນີ້ໃປກ່ອນ   ຂໍນອນຄືດຮອດແຕ່ເຈົ້າ
  ຮຸ່ງຂື້ນວັນໃໝ່             ຫາກໃຈນີ້ບໍ່ຖືກເຜົາ
  ກໍຄົງຄືດຮອດຄືເກົ່າ       ເພາະໃຈເຫງົາໆນີ້ມີແຕ່ນາງ

 

                               *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

           

                           ຄົນມັກກົ້ນ

                            ເນື້ອຮ້ອງ-ທຳນອງ: ເມັຽນອນ ມາອອນໄລນ໌

* ຂ້ອຍ                     ເປັນຄົນມັກກົ້ນ

 ບໍ່ສົນ                       ໃຜຊິເອົາອີ່ຫຍັງ

 ມີຊີ້ນເອີກນົວໆ          ຂ້າງຊ້າຍຂ້າງຂົວທັງເນື້ອທັງໜັງ

 ໃຜເອົາຫຍັງກ່ະຊ່າງ     ຂໍບອກດັງໆຂ້ອຍເປັນຄົນມັກກົ້ນ


*ດຳ                   ຫລືຂາວບໍ່ກຽ່ວ

 ບອກຄຳດຽວ       ວ່າຂ້ອຍຈອງແຕ່ດົນ

ກົ້ນບໍ່ກ໊ຽງບໍ່ງາມ       ມີຂົນຕິດນຳຂ້ອຍກ່ະຍັງບໍ່ສົນ

ຂໍໃຫ້ໃດ້ເອົາກົ້ນ      ຟ້າຊິແດດຊິຝົນຂ້ອຍບໍ່ເຄີຍສົນໃຈ

 

R* ຊິເປັນ                              ກົ້ນຈ່ອຍກົ້ນພີ

   ຍົກມາທາງນີ້                          ຄັນບໍ່ມີຂອງໃຜ

   ຈະເປັນສ່ວນເອິກສ່ວນກາງ        ເຄື່ອງໃນທຸກຢ່າງບໍ່ໃຫ້ກີນກໍໃດ້

  ທຸກເທື່ອເມື່ອກີນເປັດກີນໄກ່          ສຸດອົກສຸດໃຈຄັນຂ້ອຍໃດ້ກີນກົ້ນ


* ໃຜ                                 ແນ່ມັກຄືຂ້ອຍ

 ຂະໜາດກີນຫອຍ                ຂ້ອຍກ່ະຍັງຕ່ອຍກົ້ນ

 ບໍ່ເວົ້າໄກ້ເວົ້າໄກ                     ປາແດກເປັນໃຫຂ້ອຍກ່ະຍັງໂຈມກົ້ນ

 ມັນເປັນທັມມະຊາດຂອງຄົນ       ຄັນເວົ້າເລື້ອງກົ້ນມີແຕ່ຄົນສົນໃຈ

 

                                     *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

ຊື່ເພັງ: ຮັກສາວຫວຽດນາມ


           ເນື້ອຮ້ອງ ທຳນອງ : ເມັຽນອນ ມາອອນໄລນ໌


*ອ້າຍຮັກ           ສາວຫວຽດນາມ
 ຄົນງາມ           ແອ້ມເອີຍກໍ໊ຈົ່ງເຈື່ອ
 ມາພົບນ້ອງ         ນັບວ່າບຸນເຫຼືອ
 ຢາກເມືອ           ຂໍຕາມໃປສົ່ງ

*ສົນໃຈ            ສາວຫວຽດນາມ
 ຂໍຖາມ            ອັ່ນເທືອງແອ້ມເດືອກຄົງ
 ຫາກແອມນ້ອງ   ໂອ.ເຄ ຕົກລົງ
 ຊິໃປຂໍກັບອົງ    ແຕ່ງອະນົງຄົນງາມ

Rແອ້ມນ້ອງ                    ຜິວຜ່ອງຍອງໃຍ
 ອັນເທືອງແອ້ມໝົດໃຈ     ແນມຈັ່ງໃດກໍແດ໊ບຫຼຳ
 ອ້າຍເປັນໜຸ່ມລາວ          ແຕ່ຮັກຜູ່ສາວຫວຽດນາມ
 ບໍ່ໄດ້ແອ້ມຄົນງາມ         ອ້າຍຄົງຊອກຊ້ຳຊີວີ

*ຮັກແຕ່                   ສາວຫວຽດນາມ
 ຂໍຕາມ                      ແອ້ມໃປທຸກທີ່
 ດີ່ເດົ່າດີ່ເຫັດ              ດີ່ເຈັ໊ດຄົງດີ
 ລູກເຂົ້າໜຽວຄົນນີ້        ຮັກອີ່ຫຼີສາວຫວຽດນາມ.

 

*ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.
 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

ຂໍມອບບົດຂຽນນີ້ເພື່ອເປັນຂອງຂວັນເດ່ເພື່ອນໆພັັນລາວ

ເນື່ອງໃນວາລະຄົບຮອບວັນເກີດ(ທັງຜູ່ທີ່ສລອງໃປແລ້ວແລະຜູ່ທີ່ກຳລັງໄກ້ຈະຄົບຮອບ)

ຂໍໃຫ້ມີຄວາມສຸກຫລາຍໆເດີ...ພິເສດສຸດຂໍມອບແດ່ ອ້າຍຂຽດຂາຄຳ.

           ເຕີ້ຍ ແຮັປປີ້ເບີດເດຍ໌

                   ໂດຍ: ເມັຽນອນ ມາອອນໄລນ໌

  ແຮປປີ້ ແຮັປປີ້ເບີດເດຍ໌ ແຮປປີ້ ແຮັປປີ້ເບີດເດຍ໌
 ແຮັປປີ້ເບີດເດຍ໌ ທູຢູ ແຮັປປີ້..ເບີດເດຍ໌ ແຮັປປີ້ເບີດເດຍ໌ ທູຢູ
 ແຮັປປີ້ເບີດເດຍ໌ ແຮັປປີ້ເບີດເດຍ໌ ທູຢູ ແຮັປປີ້ເບີດເດຍ໌
 ແຮັປປີ້ເບີດເດຍ໌ ທູຢູ ແຮັປປີ້ເບີດເດຍ໌ ທູຢູ...

* ໃຫ້ທ່ານມີສຸຂລ້ຳ ເງີນຄຳກອງຈຸູ່ນພູ່ນ
  ເນື້ອນູນໆໃຫ້ໄດ້ຊູນສູ່ມື້ ສນຸກຮື້ຢູ່ຍັ່ງຄືນ
  ມີເງິນໝື່ນເຕັມຖັງເຕັມໄຖ່
  ບ້ານຫລັງໃຫຍ່ເຕັມແຕ່ທອງຄຳແທ່ງ
  ໃຫ້ແຂງໃຫ້ແຮງຢູ່ເບິດມື້ (ຊ້ຳ)

* ຈາກໃຈຄົນເມັຽນອນຄົນນີ້ (ຊ້ຳ)
  ຂໍໃຫ້ທ່ານມີຄວາມສຸກສົມຫວັງ
  ກຽດກ້ອງຊື່ສຽງໂດ່ງດັງ
  ຍາດມິດອ້ອມຂ້າງຊື່ນຊົມຮັກແພງ
  ໃຫ້ມີເອ໊າະໆ ທຽວມາອໍເຊາະມື້ເຊົ້າມື້ແລງ
  ຢ່າລືມມາແບ່ງຖ້າຫາກຮັກແພງເມັຽນອນອີ່ຫລີ

* ກະຈັ່ງວ່າໃນວັນນີ້ ຖືເປັນວັນດີວັນເກີດຍີ່ງໃຫຍ່
  ຄືສີ່ງໃດປະສົງມາດແມ້ງ ປະສົງຕັ້ງດັ່ງທີ່ຫວັງ
  ມີເງີນຖັງມີເມັຽເປັນຮ້ອຍ ມີເມັຽນ້ອຍໄວ້ຕ້ອຍໄວ້ແຍງ
  ຄັນແມ່ນເບິດແຮງ....ເອົາມາພີ້ (ຊ້ຳ)

 

                 *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

 

                     ເພັງ:ຊັງສາວອອນໄລນ໌

                                     ເນື້ອຮ້ອງ-ທຳນອງ: ເມັຽນອນ ມາອອນໄລນ໌

    *ໃນໂລກໄຊເບີ້ຣ໌             ອ້າຍມານັ່ງເກີ້ຜ່ານອິນເຕີເນັຕ
     ໂລກໄຮ້ຂອບເຂດ         ມາເຮັດໃຫ້ເຮົາຊ້ຳໃຈ
     ໄດ້ຮູ້ຈັກສາວ              ແກ້ມຂາວໃນເວັປອອນໄລນ໌
     ນ້ອງແຊັຕມາອ້າຍກໍແຊັຕໃປ  ພໍມີແຮງໃຈສູ້ວຽກສູ້ງານ

    *ວັນເດືອນເຄື່ອນຍ້າຍ          ກາຍເປັນສ່ວນນື່ງຊີວິດ
     ແຊັຕໃປເລີ່ມຕິດ              ສນິດໄກ້ຊິດສັມພັນ
     ນ້ອງຂຽນຄອມເມັ້ນ           ແນມເຫັນຍັງເກັບໃປຝັນ
     ໜ້າຕາບໍ່ເຄີຍເຫັນກັນ         ມັນບໍ່ສຳຄັນຄົບກັນທີ່ໃຈ

   R*ແຕ່ມາບັດນີ້                      ຄົນດີຄືເປັນລາຍຕ່າງ
     ໂປຣໄຟລ໌ອ້າຍກາຍເປັນຄວາມຫລັງ   ເມື່ອນາງເຈົ້າມາຫ່າງຫາຍ
     ຂໍ້ຄວາມຄອມເມັ້ນ                 ເຄີຍເຫັນໂຊວ໌ຢູ່ຫລັງໄມຄ໌
     ຖ້ອຍຄຳຫວານຊື່ໃສໆ            ຈັກເປັນຈັ່ງໃດບໍ່ເຫັນແລ້ວນາງ

     ຈິງຈັງເຄີຍບອກ                ຄຳຫລອກຊວນໃຫ້ງົມງາຍ
     ຫລົງເຊື່ອຄົນງ່າຍ              ປ່ອຍໃຈບໍ່ໄດ້ລະວັງ
     ຂໍ້ຄວາມຄອມເມັ້ນ              ເປັນພຽງຄາລົມຫວານນາງ
     ຈີງໃຈກັນແນ່ເປັນຫຍັງ         ເກີນເປັນຕາຊັງຜູ່ສາວອອນໄລນ໌.

 

                         *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 จำนวนคนอ่านล่าสุด 97 คน

 

          ກ່ອນອື່ນກໍຕ້ອງຂໍອະພັຍທີ່ໄດ້ນຳເອົາຂ່າວສານທີ່ບໍ່ໄດ້ແປມາໃຫ້ອ່ານ ຍ້ອນວ່າຜູ່ຂ້າເອງບໍ່ມີພື້ນຖານໃນການແປພາສາ ຊື່ງອາດຈະເຮັດໃຫ້ເນື້ອໃນຂອງຂ່າວບາງຂໍ້ຄວາມຕົກເຮັ່ງເສັຽຫາຍ ສນັ້ນຈື່ງນຳມາໃຫ້ອ່ານເປັນສບັບເຕັມໆໃປເລີຍ.

              * ທີ່ມາຂອງ ໜັງສືພີມຂ່າວສົດລາຍວັນ ໃນເຄືອຂອງ ມຕິຊົນ.

วันที่ 08 มกราคม พ.ศ. 2554 ปีที่ 20 ฉบับที่ 7345 ข่าวสดรายวัน


ห้หมาคุม รง.นรก-ขังสาวลาว

ทุบตีทารุณ-ไม่ให้นอน บังคับให้ทำงานทั้งวัน หนำซ้ำไม่จ่ายเงินเดือน เหยื่อหนี-แจ้งตร.ทลาย




ช่วยเด็ก - "ครู ยุ่น"มนตรี สินทวิชัย พาเด็กหญิงชาวลาวเข้าแจ้งความต่อกก.สด.บช.น. กรณีถูกนายจ้างลวงกักขังบังคับใช้แรงงาน จับ กุมนายสมบัติ แสงรุ่ง เจ้าของโรงงานย่านภาษีเจริญ กทม. ดำเนินคดี เมื่อ 7 ม.ค.

ตร.นำ กำลังบุกทลายโรงงานนรก หลังรับแจ้งจาก 2 เด็กสาวลาววัย 14 ปี เหยื่อที่หนีออกมาว่านายจ้างสุดทารุณ เผย ถูกนายหน้าหลอกว่าจะพามาทำงานเป็นแม่บ้านคนรวย แต่มาถึงกลับส่งไปทำงานโรงงานทำเครื่องประดับราคาถูก มีเด็กๆ ลาวทั้งชายและหญิงที่ถูกหลอกมาร่วม 20 คน โดนกักขังทารุณบังคับให้ทำงานทั้งวัน เวลาทำงานห้ามคุยห้ามกินน้ำ นอนแค่วันละ 2 ชั่วโมง เงินเดือนไม่เคยได้ แถมโรงงานยังเลี้ยงหมาร็อตไวเลอร์ไว้เฝ้าอีกด้วย สุดท้ายลอบหนีออกมาได้ แจ้งตร.ไปทลาย

เมื่อเวลา 11.30 น. วันที่ 7 ม.ค. ที่กองกำกับการสวัสดิภาพเด็กและสตรี (กก.สด.) นายมนตรี สินทวิชัย เลขาธิการมูลนิธิคุ้มครองเด็ก นำเด็กหญิงชาวลาว อายุ 14 ปี 2 คน เข้าพบพ.ต.ท. จารุต ศรุตยาพร รองผกก.กก.สด. เพื่อแจ้งความดำเนินคดีกับนายจ้างชาวไทย ที่หลอกแรงงานเด็กสาวชาวลาว เข้าทำงานในโรงงานย่านเพชร เกษม โดยกักขังหน่วงเหนี่ยวให้อยู่ภายในโรง งานไม่จ่ายค่าจ้างและทำร้ายร่างกายนานนับปี

นายมนตรีกล่าวว่า เมื่อวันที่ 4 ม.ค. ได้รับการประสานจากพ.ต.ท.จรูญเกียรติ ปานแก้ว รองผกก.ปป. สภ.เมืองนครราชสีมา ขอให้ดำเนินการช่วยเหลือด.ญ.โอ และด.ญ.เอ อายุ 14 ปี ชาวลาว ที่เพิ่งหลบหนีออกมาจากโรงงานนรกย่านเพชรเกษม และมาขอความช่วยเหลือให้เข้าช่วยเหลือเพื่อนชาวลาวที่ยังอยู่ในโรงงานอีก หลายคน จึงได้เดินทางไปรับตัวมาพักที่มูลนิธิ ก่อนจะสอบถามรายละเอียดทั้งหมดที่เกิดขึ้น โดยเด็กหญิงทั้ง 2 ให้การว่า เป็นชาวลาว บ้านอยู่ที่เมืองมูนละปาโมก แขวงจำปาสัก ถูกนายหน้าชาวลาวชื่อนายแอ๊ด ชักชวนให้มาทำงานในเมืองไทยบอกว่าจะให้มาทำงานแม่บ้านในบ้านคนรวย หลบหนีเข้าเมืองมาทางเส้นทางช่องเม็ก อ.สิรินธร จ.อุบลราชธานี เมื่อมาถึงประเทศไทยนายแอ๊ดนำตัวมาส่งให้กับนายไก่ ไม่ทราบนาม สกุล ก่อนที่จะส่งแรงงานเด็กให้กับโรงงานนรก ย่านเพชรเกษม

นายมนตรีกล่าว ต่อว่า ทางนายหน้าได้บอกกับเด็กทั้ง 2 ว่าจะต้องเสียค่านายหน้า 5,000 บาท และจะหักเงินจากนายจ้าง เด็กทั้ง 2 คนถูกส่งมายังโรงงานทำเครื่องประดับราคาถูก ย่านเพชรเกษม 48 ช่วง 2 เดือนแรกนายจ้างก็ให้เงินตามปกติเดือนละ 3,500 บาท แต่พอเดือนที่ 3 เริ่มไม่จ่ายเงินและยังกักขังไม่ให้ออกจากโรงงาน ให้ทำงานทั้งวันทั้งคืน ซึ่งเด็กทั้งสองยังให้การอีกว่าในโรงงานยังมีเด็กชาวลาวอีกหลายคน

ด้าน ด.ญ.โอกล่าวว่า ตนทำงานได้ประมาณ 10 เดือน แต่ได้เงินเดือนเพียง 2 เดือนเท่านั้น ก่อนที่จะถูกนายจ้างใช้แรงงานอย่างหนักและขังให้อยู่แต่ในโรงงาน ยึดโทรศัพท์มือถือ ในโรง งานมีเด็กชาวลาวทั้งหญิงและชายประมาณ 20 คน ทุกคนต้องทำงานอย่างหนัก เริ่มงานตั้งแต่ 08.00-01.00 น.วันใหม่ ได้พัก 2 ครั้ง คือ เวลา 12.00-13.00 น. และ 17.00-18.00 น. เวลาทำงานก็ห้ามคุยห้ามกินน้ำ หากไม่ทำตามก็จะถูกทุบตี บางคนทนไม่ไหวแอบหนีออกมา คนที่หนีไม่รอด ถูกตามจับกลับมาได้ก็ถูกทำร้ายทุบตีอย่างทารุณ การหลบหนีออกมาก็ยากมากเพราะนายจ้างจะล็อกประตูหน้าห้อง แล้วมีคนคอยเฝ้าหน้าห้องอยู่ตลอด ส่วนชั้นล่างก็จะเลี้ยงสุนัขไว้ 3 ตัว ที่ตนหนีมาได้เพราะคนที่คุมอยู่หน้าห้องสงสารปล่อยออกมา จึงรีบไปที่จ.นครราชสีมา แต่เพื่อนๆ ชาวลาวที่หนีออกมาก่อนหน้านี้กลับบ้านไปแล้ว

พ.ต.ท.จารุตกล่าวว่า หลังจากได้ข้อมูลเบื้องต้นแล้ว ได้สั่งการให้พ.ต.ท.สวัสดิ์ ภักดี สว.งานสงเคราะห์และคุ้มครองเด็ก นำกำลังไปประสานกับสน.ภาษีเจริญ ไปที่โรงงานทำเครื่องประดับราคาถูก เลขที่ 30 ซอยเพชรเกษม 48 แยก 22 แขวงและเขตภาษีเจริญ กทม. ซึ่งเป็นอาคารพาณิชย์ 4 ชั้น 2 คูหา พบว่าชั้นล่างผูกสุนัขพันธุ์ร็อตไวเลอร์ 2 ตัว เห่ากระโชกตลอดเวลา จึงเชิญตัวเจ้าของโรงงานคือนายสมบัติ แสงรุ่ง อายุ 47 ปี เบื้องต้นให้การปฏิเสธว่าไม่มีแรงงานเถื่อนอยู่ที่โรงงาน แต่ผู้เสียหายยืนยัน จากการตรวจค้นพบว่ามีแรงงานอายุ 14 ปี ชาวลาวหญิง 1 คน ชาย 1 คน

ด.ช.ที่ได้รับการช่วยเหลือกล่าวว่า เข้ามาทำงานเมื่อเดือนมี.ค.53 ได้รับเงินเดือนเพียง 2 เดือนเท่านั้น หลังจากนั้นเจ้าของโรงงานจ่ายให้เป็นรายวัน วันละ 20 บาท ให้ไปซื้อของกิน แต่ต้องฝากผู้คุมไปซื้อ ถูกบังคับให้ทำงานตั้งแต่เวลา 08.00-02.00 น. ทุกวัน พอเลิกงานทางเจ้าของโรงงานก็จะให้เข้าไปอยู่ในห้องและล็อกประตูไม่ให้หนี ก่อนหน้านี้มีเพื่อนชาวลาวทำงานอยู่ด้วยกัน 20 คน แต่หลบหนีออกไปเมื่อวันที่ 3 ม.ค. ทั้งหมด

พ.ต.อ.สุรชัย เจ็ดพี่น้องร่วมใจ ผกก.สน. ภาษีเจริญ กล่าวว่า ถือว่าเป็นความผิดซึ่งหน้า เพราะพบแรงงานต่างด้าวในโรงงาน และยังเป็นแรงงานเด็กที่เข้าเมืองโดยผิดกฎหมาย ก็จะต้องดำเนินคดีตามกฎหมาย จากนี้จะให้สหวิชาชีพมาร่วมสอบปากคำเด็กเพื่อแจ้งของหาเพิ่มเติมดำเนินคดี นายสมบัติต่อไป

(กรอบบ่าย)
ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

 

 ຊື່ເພັງ : ສຄສ ແທນໃຈ

                       ໂດຍ: ເມັຽນອນ ມາອອນໄລນ໌

*ປີເກົ່າຜ່ານໃປ         ປີໃໝ່ມາເຢືອນ
 ຈາກວັນເປັນເດືອນ   ກໍເຄື່ອນຄົບມານື່ງປີ
 ຂໍອວຍພອນຊັຍ       ໃຫ້ທ່ານໂຊກດີ
 ຂໍຈົ່ງສຸກຂີ               ຕລອດປີໃໝ່ນີ້ເຖີດໜາ

*ປີໃໝ່ປີນີ້            ຈົ່ງມີໂຊກຊັຍ
 ມຸ່ງຫວັງສີ່ງໃດ     ໃຫ້ສົມໃຈປຣາຖນາ
 ອາຍຸສຸຂັງ            ພະລັງວັນນະ
 ການງານກ້າວໜ້າ  ໂພຍພັຍຢ່າມາກ້ຳກາຍ

R*ຫາກທ່ານມີຮັກ     ຮັກຈົ່ງເພີ່ມພູນທະວີ
  ຮັກຍັງບໍ່ມີ            ໃຫ້ພົບຮັກທີ່ຈິງໃຈ
  ຄົນທີ່ເຈັບຊ້ຳ        ປ່ອຍຕາມປີເກົ່າລ່ວງໃປ
  ພົບຮັກທີ່ງາມວິລັຍ   ປີໃໝ່ຟ້າໃສວຽນມາ

*ຝາກ ສ.ຄ.ສ                ຫໍ່ມາແທນໃຈ
 ຮັກແລະຫ່ວງໃຍ         ໄກ້ໄກສົ່ງໃຈມາຫາ
 ຄວາມເສົ້າຄວາມອຸກ    ຄວາມທຸກຫ່າງລາ
 108 ບັນຫາ               ຂໍຢ່າໄດ້ມາຢ້ຽມກາຍ

   

    *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

   ເພັງ ໝາເຝົ້າປາກະປ໋ອງ

               ເນື້ອຮ້ອງ-ທຳນອງ : ເມັຽນອນ ມາອອນໄລນ໌

                                  ຈັງຫວະ : ຊາ ຊາ ຊ່າ

  *ບໍ່ຢາກບອກ           ວ່າອ້າຍຄືດຫຍັງ

   ຄືດຮັກຄືດຊັງ         ກໍຂັງຢູ່ຂ້າງໃນ

   ອ້າຍຄືດມັກເຈົ້າ      ແຕ່ຊັງຄົນເຝົ້າຂ້າງກາຍ

   ເສັຽດາຍເສັຽດາຍ      ມາພົບຊາມວັຍນ້ອງມີແຟນ


 **ບໍ່ຢາກບອກ         ວ່າອ້າຍອິດສາ

   ມາພົບຂວັນຕາ        ເຈົ້າຜູ່ແກ້ມແປ່ນແວ່ນ

   ເສັຽດາຍເນື້ອນວນ      ນ້ອງພັດດ່ວນມາມີແຟນ

   ທັງໜ່າຍທັງແຂ້ນ      ເບື່ອສາຍແນນຂອງເຮົາ


R*  ຮັກນ້ອງເມື່ອ           ພານພົບພໍ້

     ວາສນາເອາະເຍາະ    ເຮັດໜ້າຊໍ່ວໍ່ນັ່ງເຈົ່າ

     ໃຫ້ນືກລະອາ           ບຸນວາສນາຂອງເຮົາ

     ມານັ່ງສົບຕາແຟນເຂົາ   ເໝືອນໝາເຝົ້າປາກະປ໋ອງ


***ມານັ່ງເສົ້າ            ເວົ້າໃປອາຍຄົນ

   ຫລົງຮັກໜ້າມົນ        ທີ່ເຂົາມີຄົນຈອງ

   ຮັກອ້າຍຕິດລົບ        ໃດ້ແຕ່ກັ້ງໂກບຢືດສ່ອງ

   ຖ້າບໍ່ມີເຈົ້າຂອງ        ອ້າຍຢາກຂໍຈອງເປັນແຟນ.

 

                     *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

              ໝໍດູແມ້ນໆ

                                       ເນື້ອຮ້ອງ-ທຳນອງໂດຍ: ເມັຽນອນ ມາອອນໄລນ໌

  ໝໍດູແມ້ນໆ            ສາວບໍ່ມີແຟນຫັນມາທາງນີ້
  ຮັປກັນກະຣັນຕີ          ວ່າໝໍດີບໍ່ມີພັຍ
  ຖ້າຢາກດູໝໍ            ໝໍຈະດູໃຫ້ສົມຣືທັຍ
  ຫລືແກ້ບັນຫາຫົວໃຈ        ນວນນ້ອງຊາມວັຍຈົ່ງຮີບບອກມາ

  ໝໍດູແມ້ນໆ            ສາວໂສດທົ່ວແດນຈົ່ງຮີບມາໄວ
  ຫລືຢາກຕຣວດດູຂ້າງໃນ      ທຳນາຍເມັດໄຝບໍ່ໜາ
  ຢາກດູໂຫງວເຮັ້ງ          ປີນີ້ຈະເຮງຫລືໃດແກ້ວຕາ
  ໝໍຈະຂໍອາສາ           ດູໃຫ້ຂວັນຕາເປັນການສ່ວນຕົວ

**ຍົກມືພະນົມ            ໂອມອ່ານຄາຖາ
  ຫາກມືໝໍຈັບຈົ່ງຫລັບຕາ      ວ່າຕາມຄາຖາບໍ່ຕ້ອງຢ້ານກົວ
  ໝໍດູລາຍມື             ເຈົ້າຢ່າໄດ້ຖືຫວງເນື້ອຫວງຕົວ
  ດູລາຍມືຊ້າຍຍ້າຍໃສ່ມືຂວາ     ດູໄຝທີ່ຕົວເຈົ້າຢ່າອຽງອາຍ

  ໝໍດູແມ້ນໆ            ສາວບໍ່ມີແຟນຈົ່ງເຊື່ອຟັງໝໍ
  ຫາແຟນທີ່ຊື່ດ້ວຍອັນສອນ*ຂ*  ແລ້ວນວນລະອໍຈະສຸກສົມໃຈ
  ຕຣວດດູເນື້ອຄູ່          ແກ້ມປຸລຸຢ່າຟ້າວຕົກໃຈ
  ຄົນທີ່ເຮັດຕາໃສໆ         ບໍ່ໄກ້ບໍ່ໄກກຳລັງຮ້ອງເພັງ
.

 

                                                   *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*
 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                 ສຣະ ີ

                                                     ໂດຍ: ເມັຽນອນ  ມາອອນໄລນ໌


                  ຊິໄຂກອນບອກຊີ້        ເວົ້າກ່າວເລື່ອງລາວມີ
              ແມ່ປ້າສີພໍ່ລູງມີ             ຢູ່ກັນແຕ່ຄາວກີ້
              ບ້ານໜອງຮີໂຄກທີ້ລີ້     ລົມຫົວປີພັດວີ່ໆ
ຍາມເດືອນຈຽງເດືອນຍີ່   ນັ່ງຝີງໄຟຢູ່ແບບນີ້    ປີແລ້ວກໍເລົ່າປີ

ພໍ່ລູງມີ       ນັ່ງຈີ່ໃນໝາກມີ້        ເວົ້າຕໍ່ແມ່ປ້າສີ
               ໃນໝາກມີ້ຫາກຍັງມີ   ໃຫ້ເຈົ້າເອົາມາພີ້
              ເອົາມາໝົກທາງໜີ້      ໄຟກຳລັງແດງກີ່ຊີ່
ແມ່ປ້າສີ     ຫອບເອົາໃນໝາກມີ້   ນຳມາໃຫ້ຝ່າລະມີ

              ພໍ່ລູງມີນັ່ງຟາກນີ້   ໜ້າອ່ວຍໃສ່ປ້າສີ
              ໄຟກຳລັງແດງດີ   ນັ່ງຈີ່ແກນໃນມີ້

ແມ່ປ້າສີ   ສັງວ່າເປັນແນວນີ້   ນັ່ງບໍ່ດີຕີນສີ້ນພີ່
              ມັນເຮັດໜ້າພີ້ວີ້   ດຳຂີ້ຫລີ້ສ່ຳວ່າໝີ

ຝ່າຍລູງມີ  ແນມເຫັນເປົ່າປາກຟີ້   ຕາຫລີ່ແນມເຫັນໝີ
                ໜ້າລາວແດງປ່ຽນສີ   ຮ້າຍປ້າສີມືລາວຊີ້
ແມ່ປ້າສີ      ຫລຽວງວາກຫັ້ນງວາກໜີ້   ຢູ່ດີໆຜົວຕາຕີ່
ພໍ່ລູງມີ      ຄວາເອົາໃນໝາກມີ້   ດືກເຂົ້າໃສ່ໝີ

ປລ:ບົດຂຽນໃນຂໍ້ຄວາມນີ້ ຜູ່ຂຽນບໍ່ເຈຕນາວ່າກ່າວພາດພີງເຖີງຜູ່ໃດຜູ່ນື່ງ

      ແລະບໍ່ມີເຈຕນາສໍ່ໃປທາງລາມົກອະນາຈານ ຂໍໃຫ້ທ່ານໃດ້ອ່ານ ໃນແງ່ຂອງຄວາມເພີດເພີນສນຸກສນານ

      ເປັນການຜ່ອນຄາຍໃນວັນທ້າຍສຸດສັປດາ .

                                                               ຂໍຂອບໃຈ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

           ສະຣະ ໂx

                                  ໂດຍ: ເມັຽນອນ ມາອອນໄລນ໌


ອ້າຍເມັຽນອນຄົນໂກ້      ນັ່ງໂກ່ໂຊ່ເບິດແນວໂສ
ວ່າຊິຂຽນກອນໂຊວ໌       ພັດບໍ່ມີແນວໂມ້
ຂຽນແບບສຸດໂຂ້ໂຫລ້     ຢ່າຟ້າວພາກັນໂຮ່
ເກີດເປັນຄົນຜູ່ໂກ້         ແຕ່ໂຕຂ້ອຍໂງ່ພາໂລ

ບໍ່ໃດ້ເວົ້າໂຍກໂຍ້        ຂີ້ໄກ່ໂປ່ໃຫ້ເໝັນໂຕ
ປະຕິໂທຄວາມໂວ       ພັດວ່າໂຕຄົນໂກ້
ໂສຊິມີຄວາມໂມ້          ລືມໂຕເຮັດໂຈ່ໂລ່
ໃດ້ແຕ່ນັ່ງຢົ່ງໂຢ້          ໃຫ້ລົມໂຕ້ເປົ່າໃ່ໂຕ.

 

     *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 ...........................................................

................................................................

 

 

                      ກອນລຳ ເຫັນໃຈສາວແມ່ຮ້າງ.

 

                                           ແຕ່ງແລະລຳໂດຍ: ໝໍລຳ ເມັຽນອນ ມາອອນໄລນ໌

 

    ລົມເອີຍລົມພັດພ້າວ            ຍາມລົມໜາວພັດດີນໄຫງ່  

   ເຫັນໃຈເດສາວແມ່ຮ້າງ          ຊິນອນຫງ້າງແມ່ນຈັ່່ງໃດ ເດລ່ະນາງ....

     ໂອະ ໂອ່ຍ ໂອ່ຍ ໂອະ ໂອຍ ຯຯຯ....ໂອ່ຍ ລະນ່າ າາາາ.............

 

  ອິ ອິ ລືມກອນແລ້ວ ພໍທໍ່ນີ້ກ່ອນ ຄືດອອກແລ້ວຊິມາລຳໃໝ່...ຈັ່ງໃດກ່ະຊ່ອຍເຊັຽຂ້ອຍແນ່ເດີ...

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

                                

                   ຄົນຂີ້ໃສ່ໃຈ

                                                  ໂດຍ: ເມັຽນອນ ມາອອນໄລນ໌

   *ໃຜຍ່າງນຳແຟນຂ້ອຍ     ຄືດຮ່ອຍໆຍ້ອນຄວາມຫວງ

     ເຫັນເຂົາຄວງເຕັມຕາ      ຄິດຂື້ນມາມັນກຸ້ມ

      ເຫັນຍ່າງຮຽງຫົວຍຸ້ມ       ໃຈຕົກຫລຸມຄ້ອຍວ່ຳໆ

       ອ້າຍຄິດນຳຢຸ່ແພ້ແວ້         ແມ່ນໃຜແທ້ຍ່າງນຳ



   *ຫລືວ່າຍາດພີ່ນ້້ອງ        ມາຢື້ຢອ່ງທຽວຢາມ ຊັ້ນບໍ

     ຢາກຊິຖາມຫາຍສົງໃສ    ແມ່ນຜຸ່ໃດ໋ເບ໊າະນ້ອງ

      ມອງເທື່ອໃດໃຈຂື້ນ           ໝືນກະໝືນແກມຫ່ວງ

       ຢ້ານຂອງຫວງບັກອ້າຍ      ປັນໃຈແກ້ງແບ່ງສອງ



   *ຄັນຊິຖາມຝ່າຍນ້ອງ       ຢ້ານໝອງຂຸ່ນໃຈນາງ

     ຊິເກີດຊັງໂຕເຮົາ            ຈື່ງແອບເຫງົາທົນລີ້

      ຫລືຊິລອງຖາມຈີ້             ແມ່ນອີ່ຫລີບອກວ່ານ່ວມ ພຸ້ນແລ້ວ

       ສ້ວມຖ່າຍມີທົ່ວບ້ານ          ສັງມາຂີ້ໃສ່ໃຈ .. ກັນແທ້ນໍ.

 

                                *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

 

 ເພັງ  ວັນທີ່ເຂົາອຸ່ນດອງ

             ເນື້ອຮ້ອງທຳນອງໂດຍ: ເມັຽນອນ ມາ online
          

   * ກ່ອນນີ້         ເຮົາເປັນພຽງເພື່ອນ
      ບ້ານເຮືອນ       ເຮົາກໍຢູ່ໄກ້ກັນ
       ພົບໜ້າພໍ້ຕາ      ເວົ້າຈາຢອກລໍ້ຕໍ່ຂານ
        ຮົ້ວບ້ານຕິດກັນ     ເຫັນໜ້າທຸກວັນກໍທັມະດາ

   * ວັນໜື່ງ      ມີຊາຍຮູບຫລໍ່
      ເຂົ້າມໍ່           ອໍເຊາະການດາ
       ບໍ່ຮູ້ເຫດຜົນ      ກາຍເປັນຄົນອິດສາ
        ເສັຽດາຍຂື້ນມາ   ເກີດບັນຫາຄາໃຈ

 *-* ຮູ້ສືກ             ວ່າບໍ່ທັມມະດາ
       ເປັນຫຍັງໜາ      ຄິດແລ້ວພາໃຈຫາຍ
        ຫລືເປັນເພາະຮັກ   ເຮົາຈື່ງຕ້ອງປຽ່ນໃປ
         ຮັກແຕ່ມື້ໃດ             ເຮົາຄືບໍ່ຮູ້ຕົວ

   * ໄດ້ຂ່າວ          ເຂົາມາຂໍແຕ່ງ
       ຄືດເເຮງ             ແນມຈອບສ່ອງຟາກຮົ້ວ
        ຊວດຕົກຫລຸມຮັກ   ມັນກໍສາຍເກີນຄວ້າ
         ເຂົາຊິເອົາຜົວ          ນືກສົງສານຕົວມື້ອຸ່ນດອງ

 

             *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                                    

 

                                     ລົມປາກ.

                                     ໂດຍ: ເມັຽນອນ ມາ online


         ເຮີຣິເຄນ ພາຍຸຮ້າຍ         ລົມໄຕ້ຝຸ່ນ ທໍຣ໌ນາໂດ

         ໂຖມພັດເພພັງເຮືອນ       ເພີ່ນປ່າວເຕືອນຕຽມໄວ້

         ແລ້ວເຫດໃດຄາລົມເຈົ້າ     ພັດເບົາໆຍັງໃຈແກວ່ງ

         ແຮງກວ່າຫລາຍໝື່ນເທົ້າ    ບໍ່ເຫັນເຈົ້າກ່າວເຕືອນ

 

         ພັດເສືອນໃຈເທື່ອລະນ້ອຍ    ເປົ່າຄ່ອຍໆອ້າຍຍັງເຊ

         ຫວັ່ນໃຈເດລົມສາວ         ຊິພັດເຮົາເກີຍແກ້ງ

         ພາຍຸແຮງບໍ່ເຄີຍຢ້ານ       ຫວັ່ນຄຳຫວານເວົ້າມ່ອຍໆ

         ສົບບາງໆປາກນ້ອຍໆ       ຄາລົມຕ້ອຍໃຈແຫວ່ງນຳ.


                                 *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

                        ລົມໆແລ້ງໆ.

                                           ໂດຍ: ເມັຽນອນ ມາອອນໄລນ໌


  ລົມນໍລົມໜ້າແລ້ງ        ລົມພັດແກວ່ງບໍ່ມີຝົນ


    ຄືດກັງວົນນຳລົມສາວ     ພັດບໍ່ເຊົາກໍເລີຍແລ້ງ


     ພັດໃປຫລາຍກາຍເປັນແຫ້ງ    ນອນສະແຄງໃຫ້ລົມເປົ່າ


      ສາວພັນລາວລົມບໍ່ຕິດມິດຈ້ອຍ    ອ້າຍເລີຍມ້ອຍເມື່ອຍຊິລົມ.

 

                                                                            *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2010 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ເຫັນນ້ອງໆພັນລາວເຮົາມີຫລາຍຄົນທີ່ມີລັກຍີ້ມເປັນຮອຍຂ້າງແກ້ມ ກໍເລີຍຄິດແຕ່ງເພັງນີ້

ມອບໃຫ້ໝົດທຸກໆຄົນ ທີ່ຮູ້ຕົວວ່າເປັນຄົນແກ້ມບ່ອງ.

               ເພັງຮັກສາວແກ້ມບ່ອງ.

                                  ເນື້ອຮ້ອງ-ທຳນອງໂດຍ: ເມັຽນອນ ມາອອນໄລນ໌


*ຜູ່ສາວແກ້ມບ່ອງ      ເມື່ອອ້າຍໃດ້ມອງແລ້ວຫົວໃຈອີ່ມ
 ງາມບາດນ້ອງຍີ້ມ         ສອງປາງນວນປີ່ມຊ່າງງາມໜັກໜາ
 ສາວງາມຄົນອື່ນ             ແຕກວື້ນໆບໍ່ຄິດຫ່ວງຫາ
 ໃຈປັກຫລົງຮັກແກ້ວຕາ     ອ້າຍປາຖນາແຕ່ສາວແກ້ມບ່ອງ

*ມີສິດບໍ່ເດ      ຂີ້ຮ້າຍທ້າຍເປຄືຈັ່ງບັກອ້າຍ
 ແຕ່ຮັກຈີງໃຈ      ໝາຍປອງນ້ອງໃວ້ເປັນຄູ່ຄຽງສອງ
 ຜູ່ສາວແກ້ມບຸ໋ມ      ອ້າຍມາຕົກຫລຸມທີ່ຮອຍແກ້ມນ້ອງ
 ຮັກສາວແກ້ມບ່ອງ      ຢາກຈອງເອົາເມືອເປັນແຟນ

R*ຍ້ອນມັກເຈົ້າຫລາຍ   ຫົວໃຈມັນອຸກມັນເອົ້າ
   ອີ່ຫລີເດີສາວ               ອ້າຍບໍ່ກ່າວເຊາະເລາະແຊນແລນ
   ຫວັ່ນແຕ່ແກ້ມນ້ອງ           ມີຄົນຈອງເຝົ້າຄອຍຫວງແຫນ
   ສຳລັບອ້າຍເວົ້າແບບແປນໆ   ເລື້ອງຊູ້ເລື້ອງແຟນບໍ່ມີຈັກລາຍ

*ຢ້ານສາວແກ້ມບ່ອງ   ມາເຮັດໃຫ້ໝອງເປັນໂຣກໃຈສັ່ນ
 ໃຈຕີບໃຈຕັນ               ຄິດຢ້ານເຈົ້ານັ້ນມີຄົນໝັ້ນໝາຍ
 ເວົ້າບໍ່ປິດບັງ                   ຢາກຂໍຮ້ອງນາງຢ່າຍີ້ມຊະຊາຍ
 ເກີດມີຄົນຫົວໃຈຫວັ່ນໃຫວ   ຕົກຫລຸມຮັກຕາຍຄືອ້າຍຮັກນາງ.

 

                                             *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

   " ເສັຽໃຈຢ່າເສັຽນ້ຳຕາ "


                 ຄຳຮ້ອງທຳນອງ : ເມັຽນອນຯ

      *ໃນຄືນທີ່ຟ້າມືດມົວ
        ໃນຄືນສລົວມືດມົນ
        ໃນຄືນທີ່ພາຍຸຝົນ
        ຫອບພັດທຳລາຍທຸກຢ່າງ

     **ໃນຄືນທີ່ໄຮ້ແສງດາວ
        ໃນຄືນທີ່ໜາວນ້ຳຄ້າງ
        ໃນຄືນທີ່ເຈົ້າອ້າງວ້າງ
        ແລ້ວຈະມີໃຜດູແລ

   R*ຈົ່ງຮັບຮູ້ມີໃຜຄົນນື່ງ
       ຄົນຊື່ງທີ່ຢາກມາຄອຍເທັກແຄຣ໌
       ນ້ອງເຈັບອ້າຍຂໍເປັນຢາປົວແຜ
       ຄົນທີ່ຜ່າຍແພ້ບໍ່ຕ້ອງເສັຽນ້ຳຕາ
      
       solo...  

***ໃນວັນທີ່ເສັຽເຂົາໃປ
   ໃນວັນສຸດທ້າຍອຳລາ
   ໃນວັນທີ່ມີບັນຫາ
   ຈົ່ງຄິດວ່າຍັງມີອ້າຍ

****ໃນວັນທີ່ເຈົ້າຫລົງທາງ
    ໃນວັນທີ່ນາງແພ້ຜ່າຍ
    ໃນວັນໃຈເຈົ້າສລາຍ
    ຫາກອ້າຍຕ້ອງຕາຍ ອ້າຍຈະຟື້ນຄືນມາ

     R**ຢຸດເຖີດນ້ອງບໍ່ຕ້ອງຮ້ອງໃຫ້
        ເສົ້າເສັຽໃຈຮັກຄົງບໍ່ຫວນມາ
        ມີສິດເສັຽໃຈແຕ່ຢ່າເສັຽນ້ຳຕາ
        ເປັນທັມມະດາຮັກຍ່ອມມີຜິດຫວັງ
       
   *****ໃນຄືນທີ່ໄຮ້ແສງດາວ
        ໃນຄືນທີ່ໜາວນ້ຳຄ້າງ
        ໃນຄືນທີ່ເຈົ້າອ້າງວ້າງ
        ຢຸດເຖີດນາງບໍ່ຕ້ອງມີນ້ຳຕາ
         

        Solo

+ໃນວັນທີ່ເສັຽເຂົາໃປ
   ໃນວັນສຸດທ້າຍອຳລາ
   ໃນວັນທີ່ມີບັນຫາ
   ຈົ່ງຄິດວ່າຍັງມີອ້າຍ

++ໃນວັນທີ່ເຈົ້າຫລົງທາງ
    ໃນວັນທີ່ນາງແພ້ຜ່າຍ
    ໃນວັນໃຈເຈົ້າສລາຍ
    ແລ້ວຈະມີໃຜເທັກແຄຣ໌......

 

updated on :  Sept 01 , 2010.

*ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

                           ຄືນຝົນຮຳ

                                      ໂດຍ : ເມັຽນອນ ມາອອນໄລນ໌

  ຍິນສຽງຟ້າຮ້ອງຕື້ງ           ຄນືງຮ່ວນຄວນຈິດ
   ຄິດເຖີງຄົນເຄີຍຮັກ           ທີ່ພາກໄກໄລຮ້າງ
    ກິ່ນແກ້ມນາງມາເປັນສ້າວ    ລອຍເບົາໆຫອມຮິ່ນໆ
     ຄືນຝົນລິນຈົ້ນໆ                 ນ້ອງເຄີຍໝົ້ນອ້ອມແຂນ

  ແສນອາລັຍຈ້ອຍໆ         ຄືດຮ່ອຍໆວົນວຽນ
   ຟ້າປ່ຽນຝົນຫລາຍປີ        ບໍ່ອາດລືມຄືນນັ້ນ
    ຄຳສັນຍາເຄີຍເວົ້າ           ສັງມາເບົາພໍປານໜຸ່ນ
     ລືມອຸ່ນອາຍເກົ່າສ້ຽງ         ໃປຮຽງຊ້ອນເພີ່ນຜຸ່ໃດ

  ວານບອກຝົນໃຫ້ຮຸ້         ເຖີງຊຸ້ເກົ່າທາວຖາມ
   ຄິດຮອດຄືນຝົນຮຳ           ວ່າຈື່ຈຳບໍ່ນໍເຈົ້າ
    ຫລືວ່າລືມເບິດຈ້ອຍ          ບໍ່ເຫລືອຮອຍສຸນເສື່ອມ
     ຟ້າແຫລື້ອມແມບແປບສ້ວງ  ອ້າຍເຫງົາງ້ວງຫ່ວງຫາ.

 

                       *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ *


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 96  |  ໜ້າຕໍ່ໄປ »