ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ຫລາຍປະເທດ ທີ່ກໍາລັງ ພັທນາ ໃນຂົງເຂດ ເອເຊັຽ ປາຊີຝີກ ຍັງມີຄວາມ ຈໍາກັດໃນດ້ານ ດູແລຮັກສາ ຄົນປ່ວຍເປັນໂຣກ ຄວາມຈໍາເສື່ອມ ເນື່ອງຈາກຖືວ່າ ໂຣກນີ້ ເປັນໂຣກ ທໍັມມະຊາດ ທີ່ເກີດກັບ ຄົນແກ່ອາຍຸ.

ລາຍງານ ຂອງກອງປະຊຸມ 15 ປະເທດ ໃນຂົງເຂດເອເຊັຽ ປາຊີຝີກ ເມື່ອວັນທີ 21 ກັນຍາ ປີ 2006 ລະບຸວ່າ ຈໍານວນຄົນເປັນ ໂຣກຄວາມຈໍາເສື່ອມ ຫລືວ່າ Alzeimer ໃນພູມີພາກ ຈະເພີ້ມຂື້ນຈາກ 14 ລ້ານຄົນ ເປັນ 65 ລ້ານຄົນໃນປີ 2050. ການເພີ້ມຂື້ນນີ້ ແຕກຕ່າງກັນໄປ ໃນແຕ່ລະ ພູມີພາກ. ໃນປະເທດ Australia ແລະ ເກົາຫລີໃຕ້ ຣັຖບານໄດ້ ເອົາໃຈໃສ່ຫລາຍ ທີ່ສຸດໃນການ ຮັກສາສຸຂພາບ ຄົນປ່ວຍເປັນໂຣກ ຄວາມຈໍາເສື່ອມ ແຕ່ວ່າ ຫລາຍປະເທດທີ່ ກໍາລັງພັທນາ ໃນຂົງເຂດ ເອເຊັຽ ປາຊີຟິກ ຍັງມີຄວາມສາມາດ ຈໍາກັດໃນດ້ານ ການເອົາໃຈໃສ່ ກັບຜູ້ປ່ວຍ ເນື່ອງຈາກ
ຖືວ່າ ໂຣກນີ້ ເປັນໂຣກ ທໍັມມະຊາດທີ່ ເກີດກັບຄົນແກ່ອາຍຸ, ແລະເຫດຜົນນື່ງ ອີກແມ່ນຄວາມ ຈໍາກັດດ້ານການເງິນ ທີ່ຈະນໍາມາໃຊ້ ເຂົ້າໃນການເບິ່ງແຍງ ດູແລຄົນປ່ວຍ.

ສະພາບຂອງຄວາມ ຈໍາເສື່ອມ ພາສາແພດເອີ້ນວ່າ Dementia ຊື່ງໝາຍເຖິງ ສະພາບຊຸດໂຊມ ຂອງຄວາມຄິດ ຄວາມອ່ານ ແລະຄວາມຊົງຈໍາ ຊື່ງຈໍາກັດຄວາມ ສາມາດຂອງບຸກຄົນ ໃນການເຮັດ ສິ່ງໃດ ສິ່ງນື່ງ ທີ່ເຄີຽສາມາດ ເຮັດໄດ້ໃນເມື່ອກ່ອນ. ແຕ່ຖ້າເວົ້າເຖິງວ່າ ໂຣກທີ່ເປັນສາເຫດ ເຮັດໃຫ້ຄົນມີ ຄວາມຈໍາເສື່ອມແລ້ວ ກໍມີຫລາຍໂຣກ ດ້ວຍກັນ ເປັນຕົ້ນແມ່ນໂຣກ Alzeimer ແລະໂຣກອໍັມມະພາດ ຫລື stroke. ໂຣກ alzeimer ເປັນສາເຫດທີ່ເຮັດ ໃຫ້ຄົນມີຄວາມ ຈໍາເສື່ອມ. ໂຣກນີ້ ໂດຍມາກແມ່ນເກີດ ກັບຜູ້ມີອາຍຸສູງ ນັບຕັ້ງແຕ່ 65 ປີ ຫລືສູງກ່ວານັ້ນ. ຜູ້ທີ່ຈະປະເຊີນ ກັບໂຣກນີ້ຫລາຍ ກ່ວາໝູ່ໄດ້ແກ່ ຜູ້ທີ່ມີອາຍຸຍືນ. ອາການຂອງຄົນທີ່ ເປັນໂຣກຄວາມຈໍາເສື່ອມ ແຕກຕ່າງກັນ.

1-ໃນເວລາເລີ້ມຕົ້ນ ເປັນໂຣກ ຄວາມຈໍາເສື່ອມນັ້ນ ຄົນເຮົາມັກຈະມີ ຄວາມຫຍຸ້ງຍາກໃນ ການເຮັດວຽກ ປະຈໍາວັນທີ່ເຄີຽ ເຮັດມາຕຣອດຊີວິດ ເຊັ່ນວ່າ

•    ຫຍຸ້ງຍາກໃນການ ຂັບຣົຖ ຫຍຸ້ງຍາກໃນການ ເຮັດຢູ່ເຣັດກິນ

•    ບໍ່ມີຄວາມຊົງຈໍາດີ -ລືມໜ້າລືມຫລັງ

•    ກາຍເປັນຄົນທີ່ ບໍ່ສົນໃຈນໍາ ອີ່ຫຍັງໝົດ ຂາດຄວາມສາມາດ ຫລືຄວາມຕ້ອງການ ຢາກອອກ ຄວາມຄິດຄວາມເຫັນ ລີເລີ້ມໃນວຽກ ການງານ ຫລືຢາກເຮັດກິຈກັມ ໃດກິຈກັມນຶ່ງ

•    ບາງຄັ້ງ ບໍ່ສາມາດຈໍາໄດ້ ວ່າຕົນເອງຢູ່ບ່ອນໃດ ບໍ່ຮູ້ວ່າປີນີ້ ແມ່ນປີໃດ

•    ມີຄວາມຫຍຸ່ງຍາກ ໃນການຈື່ຖ້ອຍຄໍາ ທີ່ງ່າຍໆ

•    ມີອາຣົມປ່ຽນແປງ ຢ່າງກະທັນຫັນ ໂດຍບໍ່ມີສາເຫດ ບຸຄຂະລີປ່ຽນແປງ ຫລືມັກມີອາຣົມ ຫງຸດຫງິດເລື້ອຍໆ

•    ຄວາມສາມາດໃນການ ຈໍາແນກ ຫລືການເບິ່ງອອກ ກໍຫລຸດລົງ

•    ມັກລຶມບ່ອນໄວ້ ສິ່ງຂອງ ແລ້ວກໍຕູ່ຫາ ຜູ້ອື່ນວ່າເປັນຜູ້ ຊຸກເຊື່ອງສິ່ງຂອງ ຂອງຕົນ

2-ໃນເວລາໂຣກ ເສັ້ນປະສາດສະໝອງ ເສື່ອມແຮງຂື້ນ ພໍປານກາງ ຄົນປ່ວຍຈະມີ ອາການດັ່ງນີ້:

•    ມັກລືມເຫດການ ເລື້ອຍໆ ມີຄວາມສັບສົນ ເຣື້ອງເວລາແລະ ສະຖານທີ່ເປັນ ປະຈໍາ ຈື່ຈໍາເຫດການ ໃນອາດີດ ວ່າເປັນເຫດການ ໃນປັດຈຸບັນ

•    ຈໍາຊື່ແລະໜ້າຕາ ຄົນບໍ່ໄດ້ ຫລົງລືມສະມາຊິກ ໃນຄອບຄົວແບບວ່າ ຄົນນຶ່ງ ເປັນອີກຄົນນຶ່ງ

•    ເສັຽສະຕິ ມັກຍ່າງພະເນຈອນ ອອກນອກບ້ານໂດຍ ບໍ່ຖືກຕ້ອງກັບ ເວລາ ນຸ່ງເຄື່ອງນຸ່ງຂອງ ແບບບໍ່ຖືກຕ້ອງ

•    ຫລົງລືມກິນເຂົ້າ ແລະບໍ່ຮູ້ຈັກການ ຮັກສາສຸຂພິບານ ໃນຕົນເອງ

•    ມີອາລົມຫງຸດຫງິດ ເສັຽຫັວງ ແລະໃຈຮ້າຍເລື້ອຍໆ. ແລະ

3- ໃນເວລາໂຣກ ຄວາມຈໍາເສື່ອມແຮງຂື້ນ ຄົນປ່ວຍຈະບໍ່ ສາມາດເບິ່ງແຍງ ຕົນເອງໄດ້ ແລະຕ້ອງການມີ ຄົນເບິ່ງແຍງເປັນປະຈໍາ. ເມື່ອຕົກຢູ່ໃນຂັ້ນ ນີ້ແລ້ວ ຄົນປ່ວຍຈະບໍ່ ສາມາດຄວບຄຸມ ການເຄື່ອນ ໃຫວຂອງຮ່າງກາຍໄດ້ ບໍ່ສາມາດຮູ້ຈັກ ສິ່ງຂອງທີ່ເຄີຽເຫັນຢູ່ ໃນທຸກມື້ທຸກວັນ ບໍ່ສາມາດຫລັບ ນອນໄດ້ ບໍ່ສາມາດຈື່ຈໍາ ຄົນໃນຄອບຄົວໄດ້. ເວລາໄປຖ່າຍໜັກ ຖ່າຍເບົາ ນຸ່ງເຄື່ອງ ນຸ່ງຂອງ ກໍຕ້ອງມີຄົນ ຊ່ວຍເຫລືອ. ມີຄວາມຫຍຸ່ງຍາກ ໃນການຍ່າງ ຢາກໄດ້ແຕ່ໃຈ ຕົນເອງ ແຕ່ກໍຢ້ານຄົນ ສົ່ງສຽງນາບຂູ່.

ນັກວິທຍາສາດ ທີ່ຄົນຄວ້າກ່ຽວກັບ ການປິ່ນປົວໂຣກນີ້ ເວົ້າວ່າ ມາຮອດປັດຈຸບັນນີ້ ກໍຍັງບໍ່ມີຄວາມ ຫວັງແນວໃດໝົດ ທີ່ຈະປິ່ນປົວ ຫລືປ້ອງກັນໂຣກນີ້ ບໍ່ໃຫ້ເກີດໄດ້, ແຕ່ວ່າແພດສາມາດ ສັ່ງໃຫ້ກິນຢາ ເພື່ອຫລຸດຜ່ອນການ ຂະຫຍາຍຕົວຂອງ ໂຣກນີ້ໄດ້ ພໍສໍ່າໃດສໍ່ານື່ງ. ນັກຊ່ຽວຊານທີ່ ຄົ້ນຄວ້າກ່ຽວກັບ ໂຣກນີ້ກ່າວວ່າ ຄັນຮູ້ສຶກວ່າຕົນ ມີອາຍຸສູງແລ້ວ ກໍຕ້ອງເຮັດໃຫ້ ຕົນເອງມີຈິດໃຈ ແຂງແຮງ ປະກອບສ່ວນໃນ ກິຈກັມຕ່າງໆ ຫລີ້ນກິລາ ຫລີ້ນດົນຕຣີ ຟ້ອນ ເຕັ້ນລໍາ ຫຍິບແສ້ວ ອ່ານປື້ມ ກິນຢາໄວຕາມີນ A, C, E ແລະ ກິນນໍ້າຖອນພິດເບື່ອ ອອກຈາກຮ່າງກາຍ ອາດຊ່ວຍເຫລືອບ້າງ ເລັກນ້ອຍ.
ສາຣະຄະດີ ເຣື້ອງສຸຂພາບ ທຸກເຣື້ອງ ທີ່ສະເໜີນີ້ ມີຈຸດປະສົງ ເພື່ອປະກອບ ຄວາມເຂົ້າໃຈໃນ ເບື້ອງຕົ້ນເທົ່ານັ້ນ ບໍ່ແມ່ນເພື່ອແນະນໍາ ຕາງໜ້ານາຍແພດ ແຕ່ຢ່າງໃດ.

Copyright © 1998-2010 Radio Free Asia. All rights reserved.

Delicious Digg Fark Twitter