ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຄອບຄົວຫຼາຍໆ ທ່ານ ທີ່ມີສະມາຊິກໃນຄອບຄົວ ມັກອອກໄປສະຜົມຕາມຮ້ານເສີມສວຍ ຫຼື ກໍ່ນອນໃຫ້ລູກຫຼານສະໃຫ້ຢູ່ເຮືອນ ໂດຍສະເພາະ ແມ່ເຮືອນ ຫຼື ລູກສາວ ມັກຈະຄຸ້ນກັບເລື່ອງແບບນີ້ດີ ແຕ່ຈະມີຈັກຄົນທີ່ຈະຮູ້ວ່າ ການນອນຫງາຍແຫງຄໍເທິງຕຽງສະຜົມເລື້ອຍໆ ອາດເຮັດ ໃຫ້ເກີດພາວະການກົດທັບຂອງເສັ້ນປະສາດໄຂສັນຫຼັງສ່ວນຄໍ ຊຶ່ງເປັນສາເຫດໃຫ້ເກີດອາການປວດຄໍລົງຫາແຂນ ຫຼື ແຂນມືນຊາໄດ້

ອາການດັ່ງກ່າວ, ທ່ານໝໍຜູ້ຊ່ຽວຊານ ອະທິບາຍໃຫ້ຮູ້ວ່າ: ກະດູກສັນຫຼັງຂອງຄໍປົກກະຕິ ຈະມີຊ່ອງດ້ານຂ້າງສອງຂ້າງ ຊຶ່ງເປັນທາງອອກ ຂອງເສັ້ນປະສາດໄປຫາສັນຫຼັງ ໂດຍເສັ້ນປະສາດເຫຼົ່ານີ້ ເມື່ອຮວມກັນເປັນເສັ້ນປະສາດໃຫຍ່ ຈະໄປລ້ຽງກ້າມເນື້ອບໍລິເວນແຂນ ແລະມື ລວມທັງຮັບຄວາມຮູ້ສຶກໃນບໍລິເວນດັ່ງກ່າວ ຊຶ່ງຊ່ອງທີ່ວ່ານັ້ນ ຈະມີຮູບຮ່າງກົມ ຫຼື ເປັນຮູບໄຂ່ ແລະຊ່ອງຈະແຄບລົງໜ້ອຍໜື່ງ ເມື່ອເຮົາ ແຫງນຄໍ

ສຳລັບບາງຄົນ ເມື່ອມີແກ່ໂຕຂື້ນ ຫຼື ມີພາວະຄວາມເສື່ອມຂອງກະດູກສັນຫຼັງຢູ່ຄໍ ຫຼືໝອນຮອງກະດູກຄໍ ຈະເຮັດໃຫ້ກະດູກ ຫຼືໝອນຮອງກະດູກ ຍື່ນໄປໃນຊ່ອງດັ່ງກ່າວ ມີຜົນເຮັດໃຫ້ຊ່ອງແຄບລົງໄດ້ງ່າຍ ເມື່ອແຫງນຄໍ ແລະຈະແຄບຍິ່ງຂື້ນ ສົ່ງຜົນໃຫ້ກະດູກ ຫຼືໝອນຮອງກະດູກທີ່ເດ່ ອອກມາ ມີໂອກາດໄປກົດທັບ ແລະບຽດກັບເສັ້ນປະສາດໄຂສັນຫຼັງໄດ້ ເຮັດໃຫ້ຄົນໆ ນັ້ນ ເກີດອາການປວດມືນຊາ ຕາມແນວເສັ້ນປະສາດ ນັ້ນເອງ

ດັ່ງນັ້ນ, ທ່ານຍິງ ບໍ່ວ່າຈະເປັນແມ່ບ້ານ ຫຼື ຜູ້ສາວ ທີ່ມັກໄປສະຜົມຢູ່ຕາມຮ້ານເສີມສວຍ ຊຶ່ງທ່ານອນສະທີ່ຕ້ອງແຫງນຄໍຢູ່ເທິງຕຽງສະ ຕຽງສະຜົມ ເປັນເວລາດົນ ອາດເຮັດໃຫ້ຊ່ອງທີ່ເສັ້ນປະສາດແຄບລົງໄດ້ ຫຼື ໃນບາງຄົນອາດຈະມີການກົດທັບເສັ້ນປະສາດເກີດຂື້ນໄດ້ ໂດຍ ອາການຈະແປໄປຕາມຄວາມນອນຂອງການສະຜົມ ເຮັດໃຫ້ບາງຄັ້ງເສັ້ນປະສາດໄຂສັນຫຼັງສ່ວນຄໍໄດ້ຮັບອາການເຈັບປວດຢ່າງຖາວອນ ຈົນເກີດອາການຂອງການກົດທັບເສັ້ນປະສາດເກີດຂື້ນ ຢ່າງໃດກໍ່ຕາມ ກໍ່ຄວນລະວັງ ເພາະມີການສຶກສາ ແລະ ຮຽກອາການໃນກຸ່ມນີ້ວ່າ: 'Salon sink syndrome'

ຜູ້ທີ່ມີຄວາມສ່ຽງ ຄື: ຜູ້ຍິງທີ່ມັກໄປສະຜົມຢູ່ຕາມຮ້ານເສີມສວຍເລື້ອຍໆ  ສ່ວນຄົນທີມີອາຍຸຫຼາຍ ກໍ່ອາດມີຄວາມສ່ຽງຫຼາຍກວ່າຜູ້ທີ່ມີອາຍຸນ້ອຍ ເນື່ອງຈາກມີພາວະກະດູກຄໍເສື່ອມ ຫຼື ໝອນຮອງກະດູກຄໍເສື່ອມຢູ່ແລ້ວ ທັງນີ້ ລວມທັງຄົນທີ່ເຄີຍມີປະຫວັດຂອງການເຈັບຄໍ ເພາະຈະມີ ຄວາມສ່ຽງຄືກັນ ຄົນທີ່ເຄີຍມີໝອນຮອງກະດູກຄໍເຄື່ອນ ຫຼື ກະດູກງອກໃນບໍລິເວັນນັ້ນຢູ່ແລ້ວ.

ດັ່ງນັ້ນ ການປ້ອງກັນທີ່ດີ ທ່ານໝໍເພິ່ນແນະນຳວ່າ: ຄວນຫຼີກລ້ຽງການໄປນອນສະຜົມ ໂດຍທ່າແຫງນຄໍ ແຕ່ຖ້າມີຄວາມຈຳເປັນອາດຈະຕ້ອງ ຍອມນອນໃຫ້ຫົວຕ່ຳລົງມາ ເຖິງວ່າຈະເຮັດໃຫ້ປຽກແນ່ກໍ່ຕາມ ໂດຍສະເພາະຜູ້ທີ່ປັດໄຈສ່ຽງ ບໍ່ວ່າຈະເຂົ້າຮ້ານເສີມສວຍດຸ ຫຼາຍໆຄັ້ງໆ ທັງທີ່ ເຮົາມີອາຍຸແກ່ ກໍ່ຄວນຫຼີກລ້ຽງໃນທ່າງການນອນສະຜົມໃນທ່ານອນຫງາຍແຫງນຄໍເທິງຕຽງສະຜົມໃຫ້ນ້ອຍລົງ ແຕ່ຫາກວ່າມີອາການປວດຄໍ ໂດຍສະເພາະອາການປວດຕາມບ່າໄຫຼ່ ຫຼື ແຂນ

ນອກຈາກນີ້ ຖ້າມີອາການມືນຊາ ຫຼືຍິບໆ ຢູ່ແຂນ ແລະມື ຫຼືຮູ້ສຶກວ່າ ກ້າມເນື້ອແຂນອ່ອນແຮງຫຼັງຈາກສະຜົມ ແລະ ເມື່ອພັກຜ່ອນແລ້ວ ອາການຍັງບໍ່ທັນດີຂື້ນ ໃຫ້ຟ້າວໄປປຶກສາກັບທ່ານໝໍທີ່ຊ່ຽວຊານດ້ານກະດູກສັນຫຼັງ ເພື່ອໄດ້ຮັບການວິນິດໄສ ແລະ ການຮັກສາທີ່ຖືກວິທີຕໍ່ໄປ ຊຶ່ງການຮັກສາຈະມີຕັ້ງແຕ່ການກິນຢາ, ເຮັດກາຍຍະພາບບຳບັດ ລື ການຜ່າຕັດ ເປັນຕົ້ນ.

 

hahaha

Delicious Digg Fark Twitter