ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ພວກເຮົາຜູ້ມີພາລະແບກຫາບຄອບຄົວ ຈຳເປັນຕ້ອງອອກເຮືອນອອກບ້ານແຕ່ເຊົ້າໆ ກັບມາກໍຕອນແລງ ເກືອບຄ່ຳແລ້ວ ແລະ ຄົງປະຕິເສດ ບໍ່ໄດ້ວ່າ ຊີວິດທີ່ຝາກໄວ້ນຳຮ້ານຂອງກິນສຸກ ຫຼື ຮ້ານເຝີ ຮ້ານອາຫານນັ້ນ ເຮົາຕ້ອງກິນໄຂມັນຫຼາຍກວ່າຄວາມຕ້ອງການຂອງ ຮ່າງກາຍ ອາດເຮັດໃຫ້ຕຸ້ຍພີຂຶ້ນ ແລະ ກໍອາດຈະເຮັດໃຫ້ເປັນພະຍາດກ່ຽວກັບຫົວໃຈ ຫຼື ຄວາມດັນ ຕາມມາກໍອາດເປັນໄດ້ ຖ້າໃນກໍລະນີຊ່າງເລືອກ ຊ່າງກິນ ບໍ່ຟັງຄວາມຢາກ ກໍຈະພໍຜ່ານໄປໄດ້ສ່ວນໃດສ່ວນໜຶ່ງ.

ການກິນໄຂມັນກໍບໍ່ໝາຍຄວາມວ່າບໍ່ດີສະເໝີໄປ ຖ້າການກິນໄຂມັນແຕ່ພໍດີ ຄືກິນໜ້ອຍໆກໍຈະເຮັດໃຫ້ແຊນສະໝອງ ແຊນກ້າມເນື້ອ ແຊນປະສາດ ເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ສິ່ງສຳຄັນທີ່ສຸດ ຄືຕ້ອງກິນໄຂມັນ ແຕ່ພໍເໝາະສົມ ເພາະວ່າ ວິຕາມີ A D E K ໃນອຫານຈະບໍ່ເກີດປະໂຫຍດເລີຍ ຖ້າບໍ່ກິນໄຂມັນ ເພື່ອເຂົາໄປລະລາຍວິຕາມິນເຫຼົ່ານັ້ນ ແຕ່ຢ່າລືມວ່າ ຖ້າກິນໄຂມັນຫຼາຍເກີນໄປ ຫຼື ກິນປະຈຳ ໂດຍສະເພາະຈາກການຊື້ອາຫານສຸກແລ້ວທີ່ຂາຍຕາມຮ້ານທົ່ວໄປ ແມ່ນແຕ່ເຝີ ໝີ່ ຖ້າກິນຫຼາຍກໍຈະສ່ຽງຕໍ່ການເປັນພະຍາດຕຸ້ຍ ໄຂມັນໃນເສັ້ນເລືອດອັດຕັນ ເບົາຫວານ ຫົວໃຈຂາດເລືອດ ແລະ ພະຍາດອື່ນໆກໍຈະແຫ່ຕາມມາຢ່າງບໍ່ຕ້ອງສົງໃສ.

ຄວາມຈິງແລ້ວ ການເລືອກກິນອາຫານເປັນສິ່ງສຳຄັນທີ່ສຸດ ເຊັ່ນກັນບໍ່ແມ່ນຈະຟັງຄວາມ ຕາ ຟັງຄວາມປາກ ຊຶ່ງເຫັນອັນໃດກໍເປັນຕາແຊບ ເປັນຕານົວ ຢາກກິນໄປໝົດ ອັນແນ່ນອນໃນການເລືອກນັ້ນ ຄວນເລືອກກິນອາຫານທີ່ມີການປຸງແຕ່ງໃສ່ນ້ຳມັນນ້ອຍ ຫຼື ບໍ່ໃສ່ເລີຍ ເຊັ່ນ: ປີ້ງ ໜື້ງ ລວກ ຕົ້ມ ອົບ ອາຫານຈຳພວກຈືນ ຂົ້ວ ໝີ່ກະທິ ຊຶ່ງມີນ້ຳປຸງແຕ່ງຮາດໜ້ານັ້ນ ມັກຈະມີໄຂມັນຫຼາຍເກີນຄວາມຈຳເປັນຂອງຮ່າງກາຍ ໂດຍສະເພາະອາຫານປະເພດຈືນ ຫຼື ທອດ ຊຶ່ງເຮັດໃຫ້ນ້ຳມັນຊຸ່ມ ຫຼື ບາງທີພໍ່ຄ້າຫົວໃສອາດເອົານ້ຳມັນເກົ່າໆ ມາຈືນ ຍິ່ງໄປກັນໃຫຍ່ ນຳຄວາມເປັນອັນຕະລາຍມາສູ່ສຸຂະພາບອີກ.

ເວລາອາຫານຄ່ຳ ສຳຄັນຄວນເຮັດການປຸງແຕ່ງອາຫານເອົາເອງກໍຈະເປັນການດີ ແລະ ຄວນເຮັດອາຫານປະເພດບໍ່ໃສ່ນ້ຳມັນເລີຍຍິ່ງດີ ເພາະເຮົາກິນໃນຕອນສວຍຜ່ານມາແລ້ວ ດັ່ງນັ້ນ ຄວນຈະເປັນເນັ້ນເອາະ ແກງ ປົ່ນ ແຈວ ທຳມະດາ ເປັນຫານພື້ນເມືອງ ອາຫານຕອນແລງ ຄວນຈະເປັນເບົາໆ ບໍ່ຕ້ອງການພະລັງງານຫຼາຍ ຄວນເປັນຜັກ ໝາກໄມ້ ເພາະກິນແລ້ວກໍຈະເຂົ້ານອນ ການກິນຂອງໜັກໆ ນອກຈາກຈະເຮັດ ໃຫ້ອ້ວນພີແລ້ວ ຍັງອາດຈະເຮັດໃຫ້ນອນບໍ່ຫຼັບສະໜິນອີກກໍອາດເປັນໄດ້.

Delicious Digg Fark Twitter