ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ຍາມຮັກກັນ

ຊາຍ: ບ້ານເຈົ້າຢູ່ໄກ ຊອຍກະມືດ ແລະ ກະປ່ຽວອັນຕະລາຍ ໃຫ້ຂ້ອຍໄປສົ່ງດີກວ່າ

ຍິງ:   ຊອຍມັນແຄບ ກັບລົດ(ລ້ຽວລົດ)ຄົງລຳບາກ

ຊາຍ: ບໍ່ເປັນຫັຍງຂ້ອຍຖອຍຫຼັງຜ່ານຕະຫຼອດອອກໄດ້.

ເມື່ອແຕ່ງງານກັນຜ່ານໄປເປັນເວລາ 2-3ປີ ອີຫັຍງແບບນີ້ກະເກີດຂື້ນໄດ້

ມຍ: ອ້າຍໆກັບກັນບໍ່ ເດິກຫຼາຍແລ້ວ.

ຜົວ:  ຖ້າກ່ອນກຳລັງລົມກັບເພື່ອນ ຢາກກັບກະກັບກ່ອນ.

ເມຍ: ແຕ່ຊອຍເຂົ້າບ້ານມັນປ່ຽວ ອັນຕະລາຍຫຼາຍເດີ.

ຜົວ: ກະກັບກັນເປັນປະຈຳ( ທຸກໆມື້) ບໍ່ເປັນຫັຍງດອກ.

ເມຍ: ແຕ່ຂ້ອຍຢ້ານຖືກຂົມຂືນ.

ຜົວ: ບໍ່ເປັນຫັຍງດອກນ໋າ....ດຽວນີ້ໂຈນມັນສະຫຼາດ ແລະ ມັນກະຮູ້ຈັກເລືອກ.

ໂດຍ ນາດາ

 

Delicious Digg Fark Twitter