ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

ໃນສະໄໝນີ້ເງີນມັນມາກັບງານ

ງານມັນມາກັບເງີນ ພີ່ນ້ອງ

ພັນລ່ວທັງຫຼາຍເຊື່ອບໍ່ລະວ່າ

ໃນການຈະໄປເຮັດວຽກບ່ອນໃດບ່ອນ

ໜື່ງມີຕາຍແຕ່ບ່ອນເງີນກ່ອນເຂົ້າ

ມັນກາຍເປັນປະເພນີແລ້ວລະ

ແມ່ນບໍ່ລະພີ່ນ້ອງເອີຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ໃນວັນໜື່ງຂ້ອຍໄປຕະຫຼາດເຊົ້າຄົນດຽວກັບໝູ່ສາມຄົນ

ພາກັນຍ່າງໄປຂີ່ລົດຖີບຊ້ອນສີ່ເປີດແອ ພໍໄປຮອດຕະຫຼາດເຊົ້ານະ

ກະເຫັນສາວຄົນໜື່ງມາຂາຍເຄື່ອງນະ ຂາຍຈຳພວກ

ເຄື່ອງຂອງເລັກໆນ້ອຍໆນີ້ລະໜ້າຕາບໍ່ງາມຂາວດີ 

ຫຸ່ນນາງແບບພຸ້ນລະ ຂ້ອຍເລີຍໄປຖາມລາວ

ແບບຢອກໆວ່າ ຊື້ເຂົ້າຈີ່ແດ່ ລາວເລີຍເວົ້າວ່າ

ຈັ່ງແມ່ນເນາະ ຂ້ອຍລະຍອມເຈົ້າລະ 55555555

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2009 | ມີ 9 ຄຳເຫັນ ແລະ 0 trackback(s)


  ໃນການຕັດສິນໃຈໃນບາງສິ່ງບ່າງຢ່າງນັ້ນບາງຄົນອາດຄິດວ່າມັນຍາກ

ແລະກໍ່ງ່າຍໃນເລື່ອງໃດເລື່ອງໜື່ງທີ່ເຮົາຈະຕັດສິນໃຈ ແຕ່ສຳຫຼັບຂ້ອຍນັ້ນ

ຄິດວ່າໃນມື້ນີ້ແມ່ນເຮັດດີທີ່ສຸດແລ້ວລະ ມີຄົນມາຖາມຄຳຖາມຄຳໝື່ງທີເຮັດໃຫ້ຂ້ອຍຫວັ່ນໄຫວ

ແລະນ້ອຍໃຈກັບຕົວເອງ ເລືອກທາງເດີນຂອງເຮົາເອງນັ້ນລະຫວ່າງຄວາມຮັກກັບການສືກສາ

ຂ້ອຍເລີຍຕອບເຂົາໄປວ່າຂ້ອຍເລືອກການສືກສາຂອງຂ້ອຍມາກ່ອນ ແລະຄຳຄຳນັ້ນທີ່ຂ້ອຍເວົ້າອອກ

ໄປຂ້ອຍຄິດວ່າຂ້ອຍເຮັດດີທີ່ສຸດແລ້ວລະ  ເພາະວ່າໃນເລື່ອງບາງເລື່ອງນັ້ນມັນອາດບໍ່ເປັນໄປຕາມທີ່ເຮົາຄິດສະເໝີໄປ

ເຊັ່ນຄວາມຮັກນັ້ນເອງ ໃນບາງຄັ້ງເຂົາຮັກເຮົາທຳອິດ ແຕ່ດົນໆໄປຮັກກໍ່ກາຍເປັນຊັງໄດ້ເຊົ່ນກັນເພາະວ່າຄວາມຮັກນັ້ນມັນ

ເປັນດັ່ງມີດສອງຄົມແມ່ນບໍພີ່ນ້ອງ

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ສະບາຍດີພີ່ນ້ອງຂ້າພະເຈົ້າມີຂອງດີມາຝາກເດີ່ໃຜສົນໃຈໃນການຂຽນໂປຣມແກຣມສາມາດມາເບີ່ງກັນໄດ້ຕາມສະບາຍ

http://www.thai-programmer.com/

http://www.thai-programmer.com/?DPage=27

http://www.thai-programmer.com/master/php.manual.en/

http://www.maplehack.org/forum2/viewtopic.php?f=14&t=434

http://www.youtube.com/watch?v=kEnny4eLs8Ehttp://www.vbcodesource.com/

http://www.vcharkarn.com/links/

http://www.vck20.com/lesson

ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2009 | ມີ 6 ຄຳເຫັນ ແລະ 0 trackback(s)

Normal 0 false false false EN-US X-NONE TH /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin-top:0cm; mso-para-margin-right:0cm; mso-para-margin-bottom:10.0pt; mso-para-margin-left:0cm; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:"Times New Roman"; mso-fareast-theme-font:minor-fareast; mso-hansi-font-family:Calibri; mso-hansi-theme-font:minor-latin;}

ເກີດເປັນຄົນຂ້າພະເຈົ້າເຊື່ອວ່າຄົງຈະບໍ່ມີໃຜບໍ່ເຄີຍເສຍຄວາມຮູ້ສືກ

ແຕ່ມັນເປັນເລື່ອງແປກໆທີ່ວ່າເປັນຫຍັງໃນແຕ່ລະມື້ນັ້ນເຖີງມີແຕ່ເຫດການທີ່ເຮັດ

ໃຫ້ເຮົາເສຍຄວາມຮູ້ສືກຕະຫຼອດເວລາ

ບາງ​ເທື່ອ​ຄົນ​ທີ່​ຮັກ​ກັນ​ດີ ​ແຕ່​ມາ​ຄົບ​ເປັນ​ເພື່ອນ​ສະນິດ​ກັນ​ຮູ້​ນິດ​ໃສ​​ໃຈຄໍ​ກັນຫຼາຍຂື້ນຍິ່ງ​ເຮົາ​ຢູ່​ໃກ້​ກັນ​ຍິ່ງ

​ເຫັນ​ຊັດ​ເຈນ​ເລີຍ​ວ່າ​ຈະ​ເກີດ​ເລື່ອ​ງ​ໃຫ້​ເສຍ​ຄວາມ​ຮູ້​ສື​ກກັນຫຼາຍໆຂື້ນ​ໄດ້

ເສຍຄວາມຮູ້ສືກເກີດຂື້ນໄດ້ທຸກສະຖານະການແລະສະຖານທີ່ບາງຄົນເຮັດວຽກເສຍຄວາມຮູ້ສືກກັບ

ເພື່ອນຮ່ວມງານກັບເຈົ້ານາຍກັບລູກນ້ອງກັບທີມງານ

ເສຍຄວາມຮູ້ສືກເປັນເລື່ອງຂອງຈິດໃຈບາງຄັ້ງມັນເປັນເລື່ອງເລັກໆນ້ອຍໆແຕ່ຜົນມັນເຈາະເລີກເຂົາໄປ

ກວ່າທຸກໆຝ່າຍຮູ້ຕົວມັນເລີກເກີນກວ່າຈະແກ້ໄຂໄດ້ແລ້ວລະ

ຄວາມຮູ້ສືກເປັນຂອງທີ່ບາງໆຄ້າຍກັບແກ້ວໃສເວລາທີ່ມີຮອຍລ້າວກໍ່ຍາກທີຈະເຮັດໃຫ້ເປັນເນື້ອດຽວ

ກັນໄດ້ດັ່ງເດີມ ໃຊ້ໃສ່ນ້ຳບໍ່ໄດ້ອີກຕໍ່ໄປເຄື່ອງດື່ມທີດີພຽງໃດຖ້າຫາກໃສ່ແກ້ວທີ່ແຕກລ້າວ

ອາດບໍ່ມີໃຜກ້າດື່ມໄດ້

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

             ສາຍລົມ                  ພັດມາ                   ການເວລາຜ່ານໄປ

            ຄວາມໜາວເຢັນ      ເກັບເປັນສັນຍານ             ພັດຜ່ານມາ

            ຄວາມເຢັນຊາ          ຂອງສາຍລົມ               ບົ່ມຊວງໃນ

            ກາບກອນນີ້           ແຕ່ງແຕ້ມດ້ວຍຫົວໃຈ       ໄວ້ຄຳຄົມ

           ປະສົມ                    ປະສານ            ການຈາກໄປກັບສາຍລົມ

          ຂຽນຄຳຄົມ           ຝາກໄວ້                ໃຫ້ກ່ອນລາ

         ໄປຄັ້ງນີ້               ໄປແລ້ວໄປໃຫ້ໄກ         ກັບສາຍຕາ

        ຂໍຈາກລາ              ສາລາກອນ              ໄປກ່ອນເຍີ່

        ບາຍບາຍ              ໂບຍໂບກ       ນັບວ່າເປັນໂຊກທີ່ໄດ້ພົບ

        ແຕ່ຂໍ ຈົບພຽງກອນນີ້        ກ່ອນຈາກໄປ        ຂໍອະໄພໄປໄດ້ແລ້ວບໍ່ເຂົ້າມາ

             ຂໍອຳລາໃນພັນລາວແລ້ວເດີ່ເຮົາ   ບາຍບາຍ 

    

 

 

       

             

                   

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2009 | ມີ 3 ຄຳເຫັນ ແລະ 0 trackback(s)

  alt ເປັນຄັ້ງທຳອິກທີ່ຂ້ອຍມີຄວາມຄິດຢາກຈະຂຽນສິ່ງໃດສິ່ງໜື່ງຂື້ນມາໃຫ້ເພື່ອນໆໃນພັນລາວໄດ້ອ່ານ

ເຖີ່ງວ່າ: ເລື່ອງທີ່ຂ້າພະເຈົ້າຂຽນຂື້ນມານັ້ນມັນບໍ່ມວ່ນບໍ່ດີເທົ່າທີຄວນ ກະຂໍໂທດຂໍອະໄພນຳເພື່ອນໝົດ

ຜິດພາດປະການໃດກະຊ່ວຍກັນໃຫ້ຄວາມຄິດຄວາມເຫັນນຳກັນແດ່ເດີ່,ຜູ້ບ່າວ ຜູ້ສາວ ເພື່ອນໆໃນພັນ

ລາວໝົດທຸກໆ ກ່ອນອື່ນໝົດ ຂໍຂອບໃຈລ່ວງໜ້າເດີ່ສຳຫຼັບ ຄວາມຄິດຄວາມເຫັນຂອງເພື່ອນໆ.

ເອົາລະບໍ່ເວົ້າຫຼາຍຢາຍຫ່າງເນາະເວົ້າໄປຫຼາຍນັ້ນ ມັນຊິເຮັດໃຫ້ເພື່ອນໆ ເພີ່ນລຳຄານເຮົາ ເອົາ

ເປັນວ່າເຂົ້າເລື່ອງເລີຍເນາະ ...

 alt ຢູ່ທ່າມກາງສາຍລົມ ທີ່ກຳລັງໂບຍໂບກ ເຢັນຈ້ອຍໆໃນລະດູໜາວ,ປະສານແສງຈັນທີ່ເຕັມດວງ

ທີ່ກຳລັງກຽມພ້ອມສອດສ່ອງລົງມາ ສູ່ໜ້າໂລກໃບນີ້ຂອງພວກເຮົາຢູ່ຕະຫຼອດເວລານາທີ ຄ້າຍກັບວ່າ

ມັນມີໜ້າທີ່ເຝົ້າຍາມເຮົານີ້ລະ ເບີ່ງຄືວ່າມັນບໍ່ມີຄວາມໂສກເສົ້າເຫງົາຫຍັງເລີຍ ມີແຕ່ຮອຍຍີ້ມແຈ່ມໃສ

ໃນໃບໜ້າຂອງມັນຕະຫຼອດເວລາ. ເມື່ອເຮົາຫຼຽວເບີ່ງມັນນັ້ນຄື ມາສວຍສົດງົດງາມເຫຼືອພັນລະນານັບ

ກັບທັງໝູ່ດວງດາວ ດັ່ງແກ້ວມະນີ ມີທັງເພັດນິນຈິນດາໂອບອ້ອມຂອບຟ້າ,ປະດັບໃຫ້ໂລກໃບນີ້ໄດ້

ສວຍງາມ (ຍິ່ງກວ່າດວງບຸບຜາ ປະດັບປ່າໄມ້ໄວ້ໃຫ້ປະຊາໄດ້ຊື່ນບານ) ...ໃນມື້ນີ້ນັ້ນເບີ່ງຄືວ່າ

ງຽບສະຫງົບເອົາແທ້ເອົາວ່າ ແຕ່ລະມື້ຍັງພໍມີຄົນຂີ່ລົດຖີບ,ລົດຈັກ, ລົດໃຫຍ່ ກາຍທາງຜ່ານມາ

ບາງຜ່ອງກໍ່ຍ່າງໂອ້ລົມກັນຢ່າງມວ່ນຊື່ນລື້ນເລີງເປັນປະຈຳ ແຕ່ໃນມື້ນີ້ນັ້ນມັນຊ່າງມາງຽບແທ້ໆລະ

ພໍລະດູໜາວເລີ່ມກ້າວເຂົ້າມາກໍ່ເຮັດໃຫ້ສະຖານທີ່ ຖະໜົນຫົນທາງໃນຍາມຄ່ຳຄືນນັ້ນມັນງຽບເຫງົາ

ຕັ້ງແຕ່ ເວລາ 9:00 ໂມງແມ່ນບໍ່ມີຜູ້ຄົນສັນຈອນໄປມາໃສແລ້ວລະ ມີແຕ່ພຽງງຽບກັບສາຍລົມ

ຂອງຄວາມໜາວພັດໄປມາເທົ່ານັ້ນເອງ ເປັນເພາະອາກາດໜາວ ຜູ້ຄົນແຕ່ລະບ້ານເຮືອນຕ້ອງພາ

ກັນນອນແຕ່ຫົວຄ່ຳກັນແດ່ ຍັງມີກໍ່ພຽງແຕ່ບາງເຮືອນ ດັງໄຟຜິງ ພາກັນນັ່ງໂອ້ລົມກັນຕາມພາສາ

ຜູ້ເຖົ້າຜູ້ແກ່ເທົ່ານັ້ນລະ ເວລາຜ່ານໄປປະມານ 12ຖໂມງແລ້ວນັ້ນ ປະກົດວ່າບໍ່ມີແສງໄຟແລະສັງ

ເກດເຫັນວ່າມິດສຽງລົມກັນສະແດງວ່າຜູ້ເຖົ້າຊຸມນັ້ນ ພາກັນໄປນອນໝົດແລ້ວລະມີແຕ່ຖ່ານໄຟທີ່

ຍັງບໍ່ທັນມອດ ກັບສຽງໝາທີ່ຢູ່ຂ້າງໆກອງໄຟນັ້ນມັນເຫົ່າຫອນເທົ່ານັ້ນເອງ ເບີ່ງຄືວ່າພວກມັນເຮັດ

ບາງສິ່ງບາງຢ່າງແກ້ຄວາມໜາວເຢັນ ແຕ່ບາງໂຕມັນກະນອນຂົດເອົາແທ້ເອົາວ່າຢູ່ຂ້າງກອງໄຟ

ທີເຈົ້າຂອງມັນດັງປະໄວ້ ເຫຼືອແຕ່ພຽງຖ່ານແດງໆແຕກສຽງດັງຕອ໊ບແຕ໊ບ ເວລາລົມໂຊຍພັດມາ

ເຮັດໃຫ້ພວກໝາທັງຫຼາຍ ນອນຫຼັບກັນຢ່າງແຈບອົກແຈບໃຈ ບໍ່ມີສິ່ງໃດມາລົບກວນໃຫ້ມັນ ມີ

ແຕ່ພຽງແສງຈັນຢູ່ເທີງທ້ອງຟ້າ ສ່ອງລົງມາ. ມີຕົ້ນໄມ້ໃຫຍ່ຂ້າງເຮືອນປະກົດໃຫ້ມີເງົາບົດບັງຫຼັງ

ຄາເຮືອນຈາກລັດສະໝີຮຸ້ງແຈ້ງຂອງແສງຈັນ ເຊີ່ງໃນຄືນອັນສະຫງົບງຽບທີ່ຈົມຢູ່ໃນຄວາມໜາວ

ເຢັນແຫ່ງນີ້ ບໍ່ເຄີຍມີຜູ້ໃດຮູ້ເລີບວ່າມັນໄດ້ບົ່ມຊ້ອນບາງສິ່ງບາງຢ່າງໄວ້ໃຫ້ພວກເຮົາຄົ້ນຫາປິດສະໜາ

ຄວາມລືກລັບໃນຄ່ຳຄືນທີ່ມີແສງຈັນສອດສ່ອງໃນລະດູໜາວ ເຮົາລອງມາສັງເກດເບີ່ງຄັກໆແລ້ວນັ້ນ

ສິ່ງທີ່ມັນບົມຊ້ອນຄວາມລືກລັບດັ່ງກ່າວແມ່ນມັນບົ່ມຊ້ອນຄວາມງົດງາມໃນຍາມລາຕີຂອງແສງຈັນໃນ

ລະດູໜາວເວລາຂ້ອຍເບີ່ງເງົາຂອງຕົ້ນໄມ້ ບົດບັງຫຼັງຄາເຮືອນນັ້ນ ເບີ່ງຄືວ່າມີສາວຄົນໜື່ງທີ່ຜ່ອງໃສ

ອ່ອນຫວ່ານທີ່ໄດ້ຈາກເຮົາໄປນານແສນນານແລ້ວກັບຄືນມາຄຽງຂ້າງເຮົາອີກຄັ້ງໜື່ງ ຖ້າເວົ້າໄປແລ້ວ

ໃນເວລາທີ່ຜູ້ຄົນທັງຫຼາຍຫຼັບໄຫຼໃນຄ່ຳຄືນແຫ່ງຄວາມໜາວເຢັນຢ່າງມີຄວາມສຸກ.ແຕ່ໃນມື້ນີ້ນັ້ນ

ຂ້ອຍພັດບໍ່ໄດ້ຢາກນອນພໍໜ້ອຍເລີຍ,ຂ້ອຍໄດ້ໄຂປະຕູອອກມາໄຊ້ສາຍຕາ ເບີ່ງໄປທີ່ດວງຈັນ ໃນໃຈ

ຂອງຂ້ອຍໄດ້ຄິດໄປຮ້ອດແປດພັນປະການ ມັນລ່ອງລອຍໄປຮອດໃສແລ້ວຂ້ອຍຍັງບໍ່ຮູ້ເລີຍ.

ຂ້ອຍຖາມຕົວເອງວ່າ : ເປັນຫຍັງຊີວິດເຮົາຄືມີ ແຕ່ສິ່ງທີ່ບໍ່ສົມຫວັງບໍ່ສົມບູນແບບ ມີແຕສ່ວນທີ່ຕ້ອງ

ຕາມຫາ ນັ້ນກໍ່ຄືສ່ວນທີ່ມັນຂາດຫາຍໄປປຽບກັບລະດູການທີ່ຜ່ານມາໄດ້ອຳລາ ຈາກໄປ.

ໃນທີ່ສຸດລະດູໜາວ

ກໍ່ໄດ້ເລື່ອນເຂົ້າມາແທນ ທັນທີທັນໃດນັ້ນ ການເວລາກໍ່ຫ່າງຫາຍໄປອີກ , ໃນບົດຮຽນຊີວິດຂ້ອຍ

ມີຫຼາຍໆຢ່າງທີ່ເປັນບົດເຝີກຫັດໃຫ້ຂ້ອຍຄິດຕະຫຼອດມາ ແຕ່ຂ້ອຍຍັງບໍ່ສາມາດແກ້ໃຫ້ມັນຕົກໄດ້

ເລີຍ. ຂ້ອຍເອງມີເພື່ອນໆຫຼາຍຄົນ ເຄີຍປືກສາຫາລືປັນຫາຊີວິດນຳພວກເຂົາ ແຕ່ໃຜໆກໍ່ວ່າປັນ ຫາ

ທຸກໆສິ່ງລວ້ນແລ້ວແຕ່ເປັນໄປຕາມການເວລາ ສິ່ງໃດທີ່ມີຜົນດີກໍ່ຕ້ອງມີ ສິ່ງນັ້ນກໍ່ຕ້ອງມີຜົນເສຍ

ຂ້ອຍພະຍາຍາມ ທົບທວນຄຳເວົ້າຂອງແຕ່ລະຄົນໃຈຄວາມຈຳ ແຕ່ລະຄົນທີ່ໄດປືກສາຫາລືມາ

ລວບລວມຄວາມຄິດເບີ່ງວ່າຜູ້ໃດຈະມີ ປັນຫາໃນຊີວິດຄ້າຍໆກັບຂ້ອຍໃນການເວລາອັນບໍ່ແນ່

ນອນອັນນີ້..ຂ້ອຍໄດ້ເລົ່າເລື່ອງທັງໝົດໃຫ້ເພື່ອນຄົນໜື່ງຟັງ,ລາວເປັນເພື່ອນສະໜິດຂອງຂ້ອຍ

ຂ້ອຍກັບລາວເປັນເພື່ອນກັນມາແຕ່ປະຖົມ ພຸ້ນລະພວກເຮົາຮຽນມາດ້ວຍກັນຈົນຈົບ ມໍປາຍ

ເລີຍໄດ້ຫ່າງຫາຍຈາກກັນໄປ ທຳມາຫາກິນຂອງໃຜລາວ ໃນວັນນັ້ນຂ້ອຍກະໄດ້ຖາມລາວ

ຫຼາຍໆ ຫຼັງຈາກນັ້ນ ບັງເອີນລາວຖາມຂ້ອຍຄືນວ່າ ເປັນຫຍັງເຈົ້າຄືມາມັກແຕ່ລະດູໜາວ

ແທ້ລະ ຂ້ອຍເລີຍບອກລາວວ່າ ເພາະວ່າລະດູໜາວນັ້ນແມ່ນລະດູໜື່ງ ທີເຮັດໃຫ້ຊີວິດ

ຂ້ອງນັ້ນເຕັມໄປດ້ວຍແຕ່ຄວາມສຸກ ແຕ່ເລື່ອງທີ່ວ່ານັ້ນມັນໄດ້ຫາຍໄປນານແລ້ວລະ ໃນເລື່ອງທີວ່າ

ມານັ້ນລາວຍັງຖາມຕື່ມອືກວ່າ ເຈົ້າລອງເລົ່າໃຫ້ຂ້ອຍຟັງແດ່ດຸນະ  ເລົ່າໃຫ້ຂ້ອຍຟັງແດ່ນາ

ມັນເປັນຈັ່ງໃດລະ  ຂ້ອຍຕອບວ່າໄດ້ບໍເປັນຫຍັງ : ເພາະສິ່ງເຫຼົ່ານັ້ນມັນຍັງຕິດຕາຝັງໃຈຂ້ອຍ

ຕະຫຼອດມາຢູ່ທຸກໆເວລາມັນຍັງນຳມາຫຼອກ ຫຼອນຂ້ອຍຢູ່ບໍ່ເຊົາ ພໍເລີ່ມເວົ້າເຖີງເລື່ອງລາວ

ຕ່າງໆນັ້ນ ກໍ່ຍີ່ງເພີ່ມຄວາມເຫງົາໃຫ້ກັບຊີວິດຂື້ນຕື່ມ ເລື່ອງເລົ່ານັ້ນທີມັນຢູ່ໃນຄວາມຈຳຂ້ອຍ

ເລີ່ມແຈ່ມແຈັ້ງຂື້ນມາ ກໍ່ຄືກັບວ່າເຮັດໃຫ້ຊີວິດທີ່ໄຮ້ຄ່າກັບມາມີຄ່າທີ່ຕື່ມເຕັມ ໄປດ້ວຍຄວາມ

ຮັກແລະຄວາມຫວັງຄືຄັ້ງກ່ອນໆນັ້ນ ໄດ້ຄືນມາອີກຄັ້ງ ຂ້ອຍຈາກຄົນທີ່ ງຽບຂືມ ແລະໄດ້ເລີ່ມ

ມີຮອຍຍີ້ມຂື້ນມາ ປຽບດັ່ງວ່າໄດ້ມີໂອກາດພື້ນຄືນມາອີກຄັ້ງ ລາວເວົ້າກັບຂ້ອບຍວ່າ ຊີວິດເຈົ້າ

ນັ້ນຄົງຈະໄດ້ຜ່ານຜ່າອຸປະສັກ ຫຼາຍໆສິ່ງຫຼາຍໆຢ່າງມາຫຼາຍແລ້ວເນາະແມ່ນບໍ່ລະ ເພາະວ່າເລື່ອງທີ່

ພວກເຮົາຍົກມາລົມກັນນັ້ນລວ້ນແລ້ວແຕ່ເລື່ອງທີດີໆແຖມຄວາມເສົ້າໆ  ລາວເວົ້າວ່າ ຂ້ອຍຮູ້ດີຂ້ອຍເຫັນ

ໃຈເຈົ້າ ຖ້າຂ້ອຍຕົກໃນສະພາບດຽວກັນກັບເຈົ້ານັ້ນ ຂ້ອຍກໍ່ຈະທຳໃນສິ່ງທີ່ເຈົ້າວ່າເຊັ່ນດຽວກັນ

ໃນຊ່ວງຄວາມຮູ້ສືກຂ້ອຍເລີ່ມມີຄວາມຮູ້ສືກຕື່ນຕັນ ເລີ່ມມີພະລັງຂື້ນມາ ອາດເວົ້າໄດ້ວ່າເປັນຄົນມັກຍ້ອງ

ແດ່ຈັກໜ້ອຍ ແຕ່ມັນເປັນສວ່ນເລີກໆຂອງຫົວໃຈເທົ່ານັ້ນ ບໍ່ໄດ່ປ່ອຍມັນອອກມາ ມີແຕ່ຫຼອກຕົວເອງ

ອົມຍີ້ມໄປວັນ . ເຖີງຈະຫຼອກຕົວເອງໄປວັນໆກໍ່ຕາມແຕ່ ກໍ່ຍັງດີກວ່າຄວາມອຸກອັ່ງຄັ່ງແຄ້ນນັ້ນ

ເກັບໄວ້ໃນສາງແຫ່ງຄວາມມືດມິດ ທາງຊວງໃນ ກໍ່ແລ້ວກັນ ນັບຕັ້ງແຕ່ຮູ້ຈັກກັບເພື່ອນຄົນນີ້

ກໍ່ເປັນເວລາດົນນານພໍສົມຄວນ ແຕ່ບໍ່ເຄີຍໄດ້ເລົ່າເລື່ອງລາວເຫຼົ່ານັ້ນປັນກັນຟັງຈັກເທື່ອ  ຈົນໃນ

ມື້ນີ້ຂ້ອຍໄດ້ປ່ອຍມັນອອກມາ ເຮັດໃຫ້ມີຄວາມສຸກກັບຮອຍຍີ້ມອັນເປັນມິດແທ້ຂອງພວກເຮົາ

ຖືກເລກຖືກຫວຍລວຍເງີນກະຍັງບໍ່ມີຄວາມສຸກເທົ່ານັ້ນ ເພາະມັນເປັນວັນທີ່ຂ້ອຍມີເພື່ອນທີ່ຮູ້ໃຈ

ສາມາດລົມກັນໄດ້ທຸກໆເລື່ອງ ເລົ່າຄວາມສຸກ ທຸກໂສກເລື່ອງລາວຕ່າງໆ ນາໆ ປະການຍິ່ງເຮັດ

ໃຫ້ມິດຕະພາບຂອງເພື່ອນ ຂອງພວກເຮົາຜູກພັນຍືນຍົງຄົງຕົວ ດັ່ງສາຍນ້ຳຂອງທີ່ຍີ່ງໃຫຍ່ໄຫຼຜ່ານ

ປະເທດລາວ ທັງໃສໆເຢັນໆໄຫຼຜ່າປຽບດັ່ງວິມານ ແຫ່ງສະຫວັນ ແຕ່ງໄວ້ໃນໂລກແຫ່ງດິນອຸດົມ

ລສົມຄຳວ່າ ປະເທດລາວເຮົາເລີຍລະ ເອົາເທົ່ານີ້ ລະເນາະດຽວຄົນຜູ່ອ່ານລຳຄານທີຈິງນັ້ນມັນຍັງບໍ່

ທັນຈົບ ການເວລາແຫ່ງຄວາມສຸກນັ້ນ ມັນຊ່າງເປັນເວລາທີແສນສັ້ນເສຍເຫຼືອເກີນ ບັງເອີນວ່າ

ເວລາໄດ້ຫຍັບ ມາມໍ່ໆຈໍ້ໆເຂົ້າມາໄກ້ຈະແຈ້ງແລ້ວລະ ເພາະໄດ້ຍິນສຽງສັນຍານຈາກໄກ່ວ່າ

ໂອ໊ກໂອ້ຍ ໂອ໊ກ ສຍງແຊວໆເບີ່ງຄືວ່າມັນກຳລັງຈະບອກຂ້ອຍວ່າ ໄປນອນສາເວລາມັນ

ຈະໝົດແລ້ວລະຮີບໄປຮີບໄປດຽວຈັກໜ້ອຍໃກ້ຈະແຈ້ງແລ້ວລະ ເອົາເປັນວ່າໃຫ້ເຈົ້ານອນສາ

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ວັນວານ     ການເວລາ         ຜັນຜ່ານ

ດວງຈັນ     ດວງໃຈ           ລາລັບ

ນັບວັນ      ນັບຄືນ            ເຫີນຫ່າງ

ສາຍທາງ   ສາຍນ້ຳ            ທີ່ຍາວໄກ

ຜ່ານມາ     ຜ່ານໄປ          ເລືອນລອຍ

ທຸກໆຢ່າງ   ຈາງຫາຍ        ເໝືອນສາຍລົມ

ພົບແລ້ວ   ຕ້ອງຈາກ                     ທໍລະມານ

ເໝືອນຝັນ  ກັ່ນແກ້ງ         ແກ່ສອງເຮົາ

ວັນນີ້       ວັນໜ້າ        ສຸດຂອບຟ້ານິລັນ

ຄຳວ່າຮັກກັນ  ນັ້ນ        ມັນເປັນພຽງສາຍລົມ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ບໍ່ວ່າຈະເປັນແມ່ນຫຍັງກໍ່ຢ່າຂ້ອຍບໍ່ເຄີຍຍອມແລະກໍ່ບໍ່ໄດ້ຢ້ານອີ່ຫຍັງຈັກຢ່າງ

ບໍ່ວ່າເສີກເໜືອເສືອໃຕ້ ສຽງປືນຕື້ມໆ ຕ້ຳໆ ບໍ່ເຄີຍຢ້ານ

ແຕ່ປາກົດວ່າ : ໃນມື້ໜື່ງນັ້ນ ໄດ້ອອກໄປ present ຢູ່ໜ້ານັກຮຽນ

ທັງໝົດໃນຫ້ອງນະ ມີປະມານ 130 ຄົນນີ້ລະ ໃນເມື່ອ

ເວລາຂ້ອຍມາຢືນຕໍ່ໜ້າຜູ້ຄົນຫຼາຍໆແລ້ວ

ຈັກເປັນຫຍັງບຸເວລາຊິເວົ້າຫຍັງກະເປັນກືກໆກັກ

ກ້າວຂາເກືອບບໍ່ອອກ ເວົ້າອອດໆແອດໆ

ເບີ່ງໆໃຜກະຕັ້ງໃຈແທ້ໃຈວ່າຟັງຂ້ອຍ

ທັງເຂີນທັງອາຍເພາະບໍ່ໄດ້ເຄີຍອອກ

ກະດານຈັກເທື່ອພີ່ນ້ອງເອີຍ

 ພີ່ນ້ອງພັນລາວເຄີຍເປັນຄືຂ້າພະເຈົ້າບໍ່ລະ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

   ຫຼຽວໄປເບີ່ງທ້ອງຟ້າອາກາດປອດໂປ່ງດີເບີ່ງຄືວ່າໂລກນີ້ບໍ່ມີພົມແດນ ສັງເກດເບີ່ງຄັກໆແລ້ວນັ້ນມີເມກສີຂາວໆລອ່ງລອຍ

ຝອຍໆທະຍອຍຕາມກັນມັນຊ່າງມາສວຍງາມແທ້ເດເນາະເບີ່ງແລ້ວຂ້ອຍລະອອນຊອນແທ້ເດເບີ່ງທ້ອງກະແຈ່ມໃສເບີ່ງໄປຂ້າງໆ

ພັດເຫັນພາບທິວທັດທົ່ງນາປ່າໄມ້ໃບຂຽວງາມສະງ່າຂ້ອຍລະອິດສາມັນເດຢືນຕົ້ນຕັ້ງລຽນລາຍສ່າຍລ້າຍ ຕ້ານລົມພັດໃບປິວປ່າຍ

ຄ້າຍກັບບ່າວສາວໂບກມື້ລາກັນໃນຍາມຈາກຈາກລາຕ່າງຄົນຕ່າງມີນ້ຳຕາເພາະການທີ່ຈຳໃຈຈາກລາຂ້ອຍກຳລັງຢືນຢູ່ທ່າມກາງ

ຄວາມງຽບຕົກສະເງີ້ກັບບັນຍາກາດອັນເປັນໃຈນັ້ນໆ   ຕົວຂ້ອຍໄດ້ປອ່ຍອາລົມໄປຕາມບັນບາກາດຄ້າຍກັບວ່າຂ້ອຍລືມນີ້ລະ

ວ່າຂ້ອຍບໍ່ໄດ້ກຳລັງນອນຝັນໄປຫັ້ນນະ

ເອົາແທ້ເອົາວ່າຊວາດຕື່ນຂື້້ນມາໂອ້ຍໆໆໆ!!!! ຈັ່ງແມ່ນວ່າຂ້ອຍຝັນໄປຫຼັງຈາກນັ້ນຂ້ອຍກະລຸກມາລ້າງໜ້າ,ກີນເຂົ້າເຊົ້າແລ້ວກໍ່ໄປຮຽນ

   5555555555555

55555555555555

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກນັ້ນມາມັນມີຫຼາຍໆຮູບແບບແຕກຕ່າງກັນໄປມັນຂື້ນກັບວ່າການຕັດສິນໃຈຂອງຄົນເຮົາວ່າຈະສ້າງສັນ

ສິ່ງທີ່ເຮົາຮັກນັ້ນໃຫ້ມັນເປັນຮູບແບບໃດການເວລາມັນເປັນເຄື່ອງພິສູດເອງວ່າຄວາມຮັກນັ້ນມັນຈະເປັນຈັ່ງໃດ

ເພາະວ່າຈິດໃຈນັ້ນມັນບັງຄັບກັນບໍ່ໄດ້ກ່ຽວກັບເລື່ອງຂອງຄວາມຮັກບໍ່ວ່າການທີ່ຈະຢູ່ຫຼືຈາກໄປຂອງຄົນຮັກ

ນັ້ນມັນກໍ່ອາດເປັນໄປໄດ້ສະເໝີເມື່ອໃດທີ່ເຂົາໝົດຮັກເຮົາແລ້ວ ແມ່ນບໍ່ພີ່ນ້ອງ ຈັກແມ່ນວ່າໂຊກດີຫຼືໂຊກຮ້າຍ

ຂອງຂ້ອຍບຸເກີດມາຊາດນີ້ນະເຄີຍມີຮັກແຕ່ມັນເປັນຮັກທີ່ວ່າບໍ່ຄ່ອຍສົມຫວັງຈັກເທົ່າໃດ

ຄົບກັນນານແສນນານໄດ້ບັກຫຼາຍໆປີ ແຕ່ຮຽນປີໜື່ງຈົນຮອດປີສີ່ ຕັ້ງຄວາມຫວັງກັນໄວ້ຫຼາຍໆຢ່າງ

ແຕ່ຄວາມຫວັງເຫຼົ່ານັ້ນໄດ້ກາຍມາເປັນພຽງຄວາມຝັນຂອງຂ້ອຍຄົນດຽວເມື່ອຮູ້ວ່າເຂົາຄົນນັ້ນມີແຟນໃໝ່ສາແລ້ວ

ອາດີດເຄີຍບອກຮັກຄຳຫວານໆ ໃຕ້ເງົາແສງຈັນນັ້ນແລະສັນຍາກັນແສ່ງສອດສ່ອງຂອງດວງຈັນໃນວັນເພັນຂອງລະດູໜາວ

ເດືອນ ສິບສອງມັນບໍ່ມີຄວາມໝາຍຫຍັງເລີຍສຳຫຼັບລາວ

ຂ້ອຍຄິດວ່າການຢູ່ຫ່າງກັນພຽງແຕ່ 4 ປີນັ້ນມັນເຮັດໃຫ້ຫຼາຍໆຢ່າງລະຫວ່າງເຮົານັ້ນມັນປ່ຽນແປງໄປ

ທັງໆທີ່ສັນຍາກັນໄວ້ວ່າຈະຮັກດຽວໃຈດຽວນີ້ລະນໍ່ເຂົາວ່າຮັກແທ້ແພ້ໃກ້ສິດ ຕັ້ງແຕ່ນີ້ຕໍ່ໄປຂ້ອຍອາດຈະ

ບໍ່ສາມາດຮັກໃຜໄດ້ ແລະກໍ່ບໍ່ຢາກມີຊີວິດຢູ່ອີກຕໍ່ໄປ ໃນຕອນນັ້ນຂ້ອຍຄິດຈັ່ງຊັ້ນ , ແຕ່ໃນຕອນນີ້ນັ້ນມັນ

ອາດເປັນແຕ່ພຽງຝັນ ເພາະວ່າຂ້າພະເຈົ້າເຂົ້າໃຈແລ້ວວ່າຄວາມຮັກນັ້ນບໍ່ຈຳເປັນວ່າຈະໄດ້ມາເປັນຄູ່ຄອງສະ

ເໝີໄປ ຂໍໃຫ້ຄົນໆນັ້ນມີຄວາມສຸກເຮົາກໍ່ມີຄວາມສຸກໄປນຳນັ້ນກໍ່ແມ່ນຄວາມຮັກທີ່ແທ້ຈິງ ເຊັ່ນກັນ

ຊີວິດເຮົາຕອ້ງກ້າວເດີນໄປຂ້າງໜ້າການຜີິດຫວັງເສຍໃຈມັນເປັນເລື່ອງທຳມະດາຂອງມະນຸດຍັງມີຫຼາຍໆ

ສີ່ງຫຼາຍໆຢ່າງກຳລັງລໍຄອຍເຮົາຢູ່ຂ້າງໜ້າຂ້ອຍຄິດວ່າການມີຮັກຄັ້ງທຳອິດນັ້ນມັນເປັນພຽງປະສົບການ

ລະຫວ່າງຄວາມຈິງກັບຄວາມຝັນມັນອາດໂຄຈອນມາພໍ້ກັນເພາະວ່າມັນບໍ່ເປັນດັ່ງຄວາມຕັ້ງໝັ້ນ

ມັນເປັນພຽງສາຍລົມທີພັດມາແລ້ວຜ່ານໄປເຫຼືອໄວ້ພຽງຄວາມໜາວເຢັນເປັນລະດູການ

ອຶອຶອຶ ຊື້ງໆໆໆນຳກັນແດ່

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}

ການເວລາຜ່ານໄປນານແສນນານວັນໜື່ງໆຜ່ານໄປວັນໃໝ່ຂື້ນມາແທນ.ເຖີງແມ່ນວ່າຊີວິດ

ຂອງຄົນຕ້ອງເດີນທາງໄປຂ້າງໜ້າຢ່າງບໍ່ຢຸດຢັ້ງແຕ່ເຮົາຍັງຖີ້ມໄວ້ຂ້າງຫຼັງຄືອະດີດທີ່ເປັນ

ຄວາມຈິງທີ່ຜ່ານມາຂອງເຮົາຄືວ່າ : ເລື່ອງລາວຕ່າງໆນັ້ນມັນຍັງເປັນຄວາມຊົງຈຳຂອງ

ຂ້ອຍຕະຫຼອດເວລາ,ບໍ່ເຄີຍລືມເລີຍນະທີ່ແຫ່ງນັ້ນ...ມັນເປັນຄັ້ງທຳອິດແລະຄັ້ງສຸດທ້າຍມາ

ລວມໆກັນ.ເພາະວ່າມັນບໍ່ອາດຫວນຄືນມາອີກຄັ້ງນະຈຸດໆນັ້ນອີກແລ້ວເຖີງວ່າເຫດການ

ນັ້ນມັນເປັນພຽງອາດີດໄປແລ້ວແຕ່ຂ້າພະເຈົ້າບໍ່ສາມາດລືມັນ ຈາກຄວາມຊົງຈຳນັ້ນໄປ

ໄດ້ເລຍ,ໃນໝູ້ບ້ານນ້ອຍໆແຫ່ງໜື່ງ​ ເຖີງວ່າເປັນເຂດບ້ານນອກ​ບ້ານ​ນ້ອຍທີ່ຫ່າງໄກຈາກຕົວ

ເມືອງ ມັນບໍ່ມີໄຟແສງສີສຽງບັນເລງເພງເປັນໃຫ້ທ່ານຝັນຫວານ  ວ່າແຕ່ເທົ່ານັ້ນລະໄຟຟ້າ

ກະຮອດບໍ່ມີໃນສະໄໝນັ້ນ   ​ເພາະວ່າ​ມັນ​ເປັນ​ບ້ານ​ທີ່​ຫ່າງ​ໄກມີ​ແຕ່​ພົງ​ພະນາ​ປ່າ​ໄມ້

 ຍູງ​ຍາງລຽນສ່າຍ​ລ້າຍ., ຕັ້ງແຕ່ວັນນັ້ນມາເຖີງວັນນີ້ມັນກໍ່ເປັນເວລານານພໍສົມຄວນແລ້ວ

ຕອນ​ນັ້ນຂ້ອຍຍັງເປັນເດັກນ້ອຍໄຮ້ດຽງສາອາຍຸປະມານ 6-7 ຂວບນີ້ລະ ຂ້ອຍໄດ້ເລີ່ມ

ເຂົ້າຮຽນນະທີ່ໂຮງຮຽນປະຖົມແຫ່ງໜື່ງ,ໃນໂຮງຮຽນແຫ່ງນັ້ນເອງລະທີ່ເຮັດໃຫ້

ຂ້າພະເຈົ້າໄດ້ຮູ້ຈັກເພື່ອນທີ່ດີຫຼາຍໆຄົນ,ຂ້ອຍ​ມີ​ເພື່​ອນຮຽນ​ຢູ່ຮ່ວມ​ຫ້ອງປະມານ 9 ຄົນຍີ​ງ 5 ຄົນ

​ດ້ວຍ​ກັນ ຄື ​ບຸນ​ແຍ້ມ,ບຸນ​ມີ ​ແລ​ະ​ເອ ສີ່​ຄົນ​ລວມທັງ​ຂ້ອຍ. ພວກ​ເຮົາແມ່ນ​ຕິດກັນ​ຂະໜາດ​ໄປ​ໃສ​ມາ​

ໃສ​ບໍ່​ເຄີຍ​ປະກັນ​ຈັກຄັ້ງ​ເລີຍ​,ໃນໝູ່​ເຮົາ​ສີ່​ຄົນ​ນັ້ນ ບຸນ​ມີ​ແມ່ນ​ຜູ້ໜື່ງທີ່ຂີ້ອາຍ​ສຸດໆ​ແລະ​ກະ​ປືກກວ່າໝູ່ຕົນ​

ຕົວ​ມອມ​ແມ​ມຂີ້​​ເຫງົາເບີ່​ງ​ແລ້ວ​ຄ້າຍ​ເດັກ​ມີ​ບັນຫານີ້ລະ ເວລາໝູ່​ຊວນໄປ​ໃສ​ກະ​ໄປ​ນຳໝົດບໍ່​ເຄີຍ​

ວ່າ​ຈະ​ປະຕິ​ເສດຫຼອກ​

ແຕ່​ມານິດ ​​ໃສ​ເສຍ​ຢ່າງໜື່ງບໍ່ຄ່ອຍ​ຈະ​ລົງ​ໃຜ​ຈັກ​ເທົ່າ​​ໃດ​ໃຜ​ເວົ້າ​ໃຫ້ໝໍຫັ້ນລະວັງ​ໂລດ​ວ່າ​ເຈັບ​

ໂຕ​ແນ່​ນອນ. ຖ້າ​ເວົ້າ​ແບບ​ຕູ່ໆ​ແດ່​ບໍ່​ເປັນຄວາມ​ຈິງ, ຕໍ່ມາ​ບຸນ​ແຍ້ມ​ແລະ​ເອສອງ​ຄົນນີ້​ແມ່ນ​ເຂົ້າກັນ​ຮ້າຍ​ກວ່າ

​ປີ່​ກັບ​ຂຸ່ຍ,ຖ້າ​ເພີ່ນ​ມາ​ພໍ່ກັນ​ແລ້ວ​ຈັກ​ເວົ້າອີ​ຫຍັງ​ບຸບໍ່ຮູ້​ນຳ,​ເວົ້າກັນ​ຢູ່​ຫັ້ນລະ​ໃນ​ເວລາ​ຮຽນກະ​ຍັງ​ຍັງ​ລົມ​ກັນຫັ້ນ

​ແລ້ວຈົນ​ນາຍຄູ​ຮ້າຍ​ຈື່ງ​ຢ່າ​ລົມ​ກັນ ຂ້ອຍ​ກະ​ຜູ້ໜື່ງ​ມີ​ນິດ​ໃສ​ແປກໝູ່​ເກາະ​ຕິດ​ກັບປື້ມນິທານ​ຂາດໆ

1 ​ຫົວ ​ໄປ​ໃສ​ມາ​ໃສ​ກະ​ເອົາ​ໄປ​ນຳ​ຢ້ານ​ມັນ​ເສຍ​ເບີ່​ງຄື​ວ່າ:ສົມບັດ​ອັນ​ນັ້ນ​ແມ່ນ​ລາຄາ​ພັນ​ລ້ານ​ນີ້ລະ,

ມີຄັ້ງໜື່ງຂ້ອຍ​ໄດ້​ເອົາ​ປື້ມນິທານ​ໄປ​ສູ່​ເອ​ແລະ​ແຍ້ມ​ອ່ານ​​ແລ້ວ​ກະຮ່ວມ​ສົນທະນາ​ກັນ​ກ່ຽວກັບນິທານ​

ຫັ້ນລະ​,ຂ້ອຍ​ວ່າ​ມັນ​ແມ່ນ​ເລື່ອງ​ຈິງ​ແທ້ໆ​ນິທານ​ນະ,ແຕ່ໝໍ​ແຍ້ມ​ເປັນ​ຄົນ​ອ່າວ​ຫົວ​ດີ​ເວົ້າບັກ​ແຮງ​ວ່າ​

ຊິ​ແມ່ນ​ຜຽງສັດ​ມາ​ແຕ່​ໃສ​ປາກ​ໄດ້​ເນາະ​ແມ່​ຂ້ອຍ​ເວົ້າວ່ານະ​ສັດ​ປາກ​ບໍ່​ເປັນ​​ໄດ້, ​

ຕອນ​ນັ້ນກຳ​ລັງຮຽນຢູ່ໂອ່ຍຈັ່ງ​ແມ່ນ​ວ່າ​ໂຊກ​ຮ້າຍຂອງ​ພວກ​ເຮົາ​ເວົ້າ​ແຮງ​ເກີນ​ໄປ

ຖືກ​ນາຍຄູ​ລົງ​ໂທດຊ້ຳ​ໂທດຖານ​ທີ່ລົມ​ກັນ​ເວລາ​ຮຽນ ​ຖືກ​​ໄດ້ໄປ​ເສຍ​ຫຍ້າ​ອ້ອມ

ຫຼັກທຸງທັງ​ຮ້ອນ​ທັງ​ເມື່ອຍ​ກະ​ເມື່ອຍ​ປານ​ນັ້ນຍັງ​ພາກັນ​ຮ້ອງ​ເພງ​ເສີຍ​ນາຍຄູຈົນ​ຮ້ອງ​ມາ​ໃສ່​ວ່າ:

​”ເສຍ​ໄວໆ​ແດ່​ຫຍ້າ​ນະ​ໃຫ້​ມັນ​ແລ້ວ​​ໄວ້​ຊັ້ນລະບໍ່​ໄດ້​ກັບ​ບ້ານ​ເດີ່ພວກ​ເຈົ້າ ”

ອຸ້ຍ​ຈັ່ງ​ແມ່ນ​ເພີ່ນ​ງຽບຄັກ ​ເນາະ​

ຂ້ອຍ​ກະ​ວ່າ​ຂຽ້ວ​ເສຍ​​ແຮງ​ຫິວ​ເຂົ້າ​ເວົ້າ​ແລ້ວ​ກະ​ຫົວຫັ້ນ​ແລະ​ແຕ່​ກະ​ຄິດ​ວ່າ​ນາຍຄູ​ຊິ​ເຮັດ​

ແທ້​ໄດ້​ຂ້ອຍ​ຢ້ານ​ແທ້​ຢ້ານ​ວ່າ​ແຕ່​ພໍ​ຮອດ​ໂມງ​ເລີກ​ຮຽນ​ເພີ່​ນກະ​ໃຫ້​ພວກ​ຂ້ອຍ​ກັບບ້ານ

ຫຼັງຈາກ​ວັນນັ້ນມາ​ພວກ​ເຮົາ​ກະບໍ່​ໄດ້​ລົມ​ກັນ​ເວລາ​ຮຽນຈັກ​ເທື່ອ​ເພາະວ່າ​ຢ້ານ​ຖືກ​ນາຍຄູ​ລົງ​ໂທດ​

 ດວ້ຍ​ເຫດ​ນັ້ນແລະມັນກໍ່ເປັນແຮງຈູງໃຈໃຫ້ຂ້າພະເຈົ້າຂຽນໄດອາຣີສະບັບນີ້ຫວນຄືນ​ເ

ອາດິດຕະການທີ່ຜ່ານມາຕອນນັ້ນ ພວກ​ເປັນ​ນັກຮຽນຫ້ອງ​ດຽວກັນ​​ແລະ​ນິດ​ໃສ​ກໍ່ຕ່າງ​ກັນ

ແຕ່​ພວກ​ຂ້ອຍບໍ່​ເຄີຍ​ຜິດ​ຖຽງກັນ​ຈັກ​ເທື່ອ​ຖ້າ​ກັບ​ເພື່ອ​ນ​ຜູ້​ຍີ​ງ​ໃນ​ຫ້ອງ​ແລ້ວກັດ​ກັນ​ຕະຫຼອດ

ຈົນ​ມີ​ການ​ຮ້າຍ​ດ່າ​ກັນ​ຍ້ອນ​ຫັ້ນລະ​ ​​ແຕ່​ບາງ​ຍາມ​ກໍ່ຖືກ​ກັນ​ດີ​ຢູ່   ໃນລະຫວ່າງເດືອນກຸມພາຫາ

ເດືອນເມສາ,ມັນເປັນຊ່ວງລະດູໜາວກ້າວສູ່ລະດູໃບໄມ້ຫຼົ່ນ(ລະດູແລ້ງນັ້ນເອງ)ຫຼຽວເບີ່ງທ້ອງຟ້າ

ອາກາດປອດໂປ່ງດີ ຕົ້ນໄມ້ໃບຫຍ້າເລີ່ມຈະລາກີ່ງກ້ານເໝືອນວ່າມັນໃຫ້ສັນຍານວ່າລະດູການ

ນັ້ນກຳລັງປ່ຽນແປງໄປ,ແຕ່ຄວາມໜາວເຢັນນັ້ນຍັງບໍ່ທັນໄດ້ຫ່າງຫາຍໄປກັບການສົ່ງທ້າຍລະດູການ

 ໃນທ້າຍເດືອນມີນານັ້ນເອງມັນເປັນວັນໃຫ້ສັນຍານການຈາກໄປຂອງລະດູໜາວກ້າວເຂົ້າ

ລະດູແລ້ງຢ່າງສົມບູນ​.ເຖີງວ່າ​ລະດູ​ການ​ນັ້ນປ່ຽນ​ໄປ​ຄວາມ​ຮັກ​ຂອງ​ເພື່ອ​ນນັ້ນບໍ່​ເຄີຍ​ປ່ຽນ​ໄປ

ຂ້ອຍ​ຍັງ​ບໍ່ລືມ​ວ່າ​ຂ້ອຍ​​ແລະ​ເພື່ອນ​ທີ່​ແສນ​ຊົນ​ຂອງ​ຂ້ອຍ​​ໃນ​ອາ​ດີດ​ສະ​ໄໝຮຽນນັ້ນ​

ເປັນ​ຈັ່ງໃດຈົນ​ວ່າ​ບັນ​ທືກ​ໄວ້​ໃນ​ໄດ​ອາຣີນີ້ຕະຫຼອດການ ….​ນັ້ນຄື​ສັນຍານ​ການ​ຈາກ

​ໄປ​ໃນ​ທ້າຍ​ລະດູ​ການ.