ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂພຈ ຢາກຖາມທຸກຄົນວ່າເຄີຍເຈີຜູ້ຊາຍແບບ ຂພຈ ເຈີບໍ່?

ຜູ້ຊາຍທີ່ບໍ່ແມ່ນຜູ້ຊາຍ ຄືວ່າ ຜູ້ຊາຍຫັຍງດ່າເກັ່ງໆ ເກີດມາບໍ່ເຄີຍເຈີຜູ້ຊາຍແບບນີ້

ຂ້ອຍເຄີຍຄົບກັບຜູ້ຊາຍຄົນ ແຕ່ຍັງບໍ່ໄດ້ຕົກລົງແຟນແຟນກັນດອກ ກະໂທຫາກັນລົມກັນບໍ່ໄດ້ຮອດ 2ເດືອນ  ຂ້ອຍກໍ່ພໍເບີ່ງອອກເລີຍວ່ານິໃສບໍ່ເຂົ້າກັນແລ້ວ ຂ້ອຍກໍ່ຫ່າງບໍ່ແມ່ນບໍ່ລົມດອກ ລາວໂທມາກໍ່ຮັບ ສົ່ງ SMS ມາກະຕອບຢູ່ ບໍ່ແມ່ນຊິຕັດເລີຍ ກະຄິດວ່າບໍ່ຮັກກັນແບບຄູ່ຮັກ ກໍ່ຮັກກັນແບບໜູ່ຄູ່ ຮັກແພງກັນ ຕາມຄວາມຄິດຂອງຂ້ອຍ.

ແຕ່ບໍ່ເປັນຢ່າງຂ້ອຍຄິດເລີຍ ນິໃສຍິ່ງກ່ວາ.... ບໍ່ຢາກເວົ້າ ລາວຈະສົ່ງມາ ດ່າແບບສຸດເລີຍ ຂະໜາດຂ້ອຍເປັນຜູ້ຍິງນະຍັງບໍ່ເຄີຍດ່າໃຜຊິເກັ່ງຂະໜາດນີ້

ຂ້ອຍເຄີຍປຶກສາກັບໝູ່ຖາມຂະເຈົ້າວ່າເຄີຍເຈີແບບນີ້ບໍ່ກະບໍ່ມີໃຜເຄີຍເຈີ ໝູ່ກະແນະນຳວ່າສົ່ງມາກະຢ່າເຮົາບໍ່ຕ້ອງສົນໃຈ ຂ້ອຍກະເຮັດແບບນັ້ນ ຍິ່ງເສີຍຍີ່ງໄດ້ໃຈເພີ່ນຍີ່ງສົ່ງມາທຸກມື້ຂ້ອຍຈົນບໍ່ຮູ້ຊິເຮັດແບບໃດ ຖ້າຊິປ່ຽນເບີໃໝ່ກໍ່ບໍ່ຢາກປ່ຽນ (ມີຄວາມຈຳເປັນ) ເພີ່ນຍັງວ່າອີກໃດຫັນຖ້າຮູ້ວ່າມື້ໃດຂ້ອຍມີແຟນຊິບໍ່ຍອມໃຫ້ຂ້ອຍມີຄວາມສຸກເລີຍວ່າຊັ້ນ..........

ແລ້ວຂ້ອຍຄວນຊິເຮັດແບບໃດດີ ເພື່ອນໆຊ່ວຍແນະນຳແດ່ ແບບທີ່ບໍ່ໃຫ້ມັນມາຕິດຕໍ່ ມາຕໍແຍຕະຫຼອດຊີວິດ 

(ບໍ່ໄດ້ໝາຍເຖີງຜູ້ຊາຍທຸກຄົນເດີ່..........)

ຖ້າຖືກໃຜກະຂໍໂທດ ແຕ່ ຂພຈ ຄິດວ່າບໍ່ມີອີກດອກໝົດປະເທດລາວຄືຊິມີແຕ່ຄົນດຽວນັ້ນລະ ແມ່ນບໍ່?

Delicious Digg Fark Twitter