ຊື່ເລື່ອງ : ຫົກບາບ
Name : Six sins
ບົດປະພັນ : ກັບຕັນນົກເຫລັກ ເດັກການບິນ
Story : Iron bird pilot, flying boy
..ມີນັກສຶກສາກຸ່ມຫນຶ່ງທີ່ຮຽນຢູ່ຫ້ອງດຽວກັນ ຂອງພາກວິຊາຫນຶ່ງໃນ ມຊ ທັງຫມົດມີດ້ວຍກັນ 7 ຄົນ.. ຄື ປັ້ອງ ອົ້ນ ກອນ ມົນ ສັນ ຕິກ ແລະ ຫົງ (ມົນ ແລະ ຕິກເປັນຜູ້ຍິງ)..
ມື້ຫນຶ່ງທັງ 7 ຄົນໄດ້ໄປຖ່າຍຮູບນຳກັນທີ່ຫນ້າສະໂມສອນໃຫຍ່ໃນ ມຊ ແຕ່ໃນຮູບນັ້ນມີພຽງ 6 ຄົນເນຶ່ອງຈາກວ່າຫົງ ເປັນຄົນລັ່ນຊັຕເຕິຣ໌ຖ່າຍພາບ ເລີຍເຮັດໃຫ້ຫົງບໍ່ມີຫນ້າໃນຮູບໃບນັ້ນ..
ພາຍຫລັງທີ່ຫົງເອົາຮູບນັນໄປລ້າງມາໃຫ້ຫມູ່ໃນຫ້ອງໄດ້ເບິ່ງກັນ ຫົງໄດ້ສັງເກດເຫັນບາງຢ່າງໃນພາບ ມັນມີລັກສະນະຄ້າຍເງົາຄົນ ຫາກແຕ່ວ່າມັນເປັນສີຂາວ ແລະ ກໍ່ລອຍຢູ່ໃນອາກາດ.. ທັງຫມົດໄດ້ໂອ້ລົມກັນ ຫລັງຈາກທີ່ໄດ້ເຫັນພາບອັນຫນ້າປະຫລາດໃຈໃບນັ້ນ..
ເນື່ອງຈາກວ່າໄລຍະນັ້ນເປັນຊ່ວງທີ່ໃກ້ຈະເສັງປິດພາກຮຽນ.. ປັ້ອງເລີຍຈົ່ມພາງໆກັບຫມູ່ວ່າ :
“ເຮັດຈັ່ງໃດຊິເສັງໄດ້ວະ ? ”
… ແລະທັນໃດນັ້ນ ຕິກກໍ່ສະເຫນີຂຶ້ນວ່າ :
“ເປັນຫຍັງເຮົາບໍ່ລອງຫລິ້ນຜີຈອກແກ້ວເບິ່ງ ບາງທີເຮົາອາດຈະຂໍຮູ້ຂໍ້ສອບໄດ້”
ດ້ວຍຄວາມທີ່ບໍ່ຢາກເບິ່ງບົດຮຽນ ປັ້ອງຈຶ່ງໄດ້ຊັກຊວນຫມູ່ອີກ 5 ຄົນໄປຫລິ້ນຜີຈອກແກ້ວນຳກັນ ແຕ່ວ່າມີຄົນຫນຶ່ງທີ່ປະຕິເສດການໄປຫລິ້ນຜີຈອກແກ້ວໃນຄັ້ງນີ້ ນັ້ນກໍ່ຄືຫົງ ເພາະຕອນທີ່ຫົງນັ່ງເບິ່ງພາບຕາມລຳພັງ ພາບນັ້ນປະກອບດ້ວຍ ສັນ ມົນ ກອນ ອົ້ນ ປັ້ອງ ແລະກໍ່ ຕິກ ຢືນຮຽງກັນຕາມລຳດັບ.. ຫົງເຫັນບາງຢ່າງຜິດປົກກະຕິຄື ຫົງໄດ້ແນມເຫັນຕິກເຮັດຫນ້າບູດ ທັ້ງໆທີ່ຕອນຖ່າຍຮູບນັ້ນຕິກເອງກໍ່ໄດ້ຍິ້ມເຫມືອນກັບເພື່ອນຄົນອື່ນ.. !?!? ແຕ່ພໍເອົາມືສີຕາແລ້ວເບິ່ງອີກຄັ້ງຫນຶ່ງ ຫົງຈຶ່ງຮູ້ວ່າຕົນເອງຕາຝາດໄປເອງ..
ແຕ່ນັ້ນມັນກໍ່ພຽງພໍທີ່ຈະເຮັດໃຫ້ຫົງປະຕິເສດການໄປຫລິ້ນຜີຈອກແກ້ວນຳຫມູ່.. ຫລັງຈາກທີ່ໄດ້ນັດກັນເປັນທີ່ຄັກແນ່ແລ້ວ ທັງຫົກກໍ່ໄດ້ມາພົບກັນທີ່ສະໂມສອນໃຫຍ່ ເປັນເວລາປະມານ 6 ໂມງແລງ ແລະ ນັ້ນມັນກໍ່ມືດພໍສຳຫລັບຄວາມຕ້ອງການຢາກຈະຢັ່ງຮູ້ຂໍ້ສອບລ່ວງຫນ້າໂດຍການເພິ່ງພາອາໄສ ໄສຍາສາດ..
ທັງຫົກຕັດສິນໃຈເລືອກເດີ່ນກາງສະໂມສອນເປັນບ່ອນນັ່ງຫລິ້ນຜີຈອກແກ້ວໃນມື້ນັ້ນ.. ພາຍຫລັງທີ່ທັງຫມົດໄດ້ເຮັດພິທີເອີ້ນຜີເຂົ້າຈອກແກ້ວແລ້ວ ທຸກຄົນກໍ່ຕື່ນເຕັ້ນທີ່ເຫັນຈອກເລື່ອນໄປມາຕາມແຜ່ນເຈ້ຍ… ແລ້ວປັ້ອງກໍ່ເປັນຄົນທຳອິດທີ່ຖາມຂຶ້ນວ່າ “ ຂໍ້ສອບຈະອອກທັງຫົດຈັກຂໍ້.. ? ” ແລະ ຈອກກໍ່ເລື່ອນໄປທີ່ເລກ 6… ປັ້ອງອຸທານຂຶ້ນວ່າ :
“ ປ່າ ! ຈັ່ງໃດຊິໄດ້ວະ ”
ຄົນຕໍ່ໄປທີ່ຖາມແມ່ນອົ້ນ… ອົ້ນຖາມວ່າ “ ຂໍສອບມັນຈະອອກເປັນອັດຕາໄນ ຫລື ປາລະໄນ.. ” ຈອກໄດ້ເລື່ອນໄປທີ່.. “ ບ.. າ.. ບ..”
ທັງຫມົດເຮັດຫນ້າງົງ ແລ້ວສັນກໍ່ເວົ້າຂື້ນວ່າ :
“ບໍ່ເຂົ້າໃຈ”
ຈາກນັ້ນຈອກກໍ່ໄດ້ເລື່ອນຕໍ່ໄປອີກວ່າ…. “ຈ… ະ… ຕ... ້…ອ…..ງ” ແລະ ຈອກກໍ່ຢຸດເລື່ອນພ້ອມໆກັບໃບຫນ້າອັນມຶນງົງຂອງທັງຫົກຄົນ… ບໍ່ພໍເທົ່າໃດ ຈອກກໍ່ເລື່ອນຕໍ່ໄປອີກວ່າ…
“ຕ…… າ……..ຍ” !!!
ທັງຫມົດຕົກໃຈ.. ມືຫລຸດອອກຈາກຈອກແລ້ວກໍ່ສະດຸ້ງຖອຍຫລັງ.. ສະຖານະການຝືດເຄືອງ ມິດງຽບກັນທັງຕຶກ.. ແລະເປັນຕິກທີ່ເວົ້າຂື້ນວ່າ.. :
“ເຮົາຢຸດພັກກ່ອນປະ ແລ້ວຄ່ອຍມາຫລິ້ນຕໍ່..”
.. ມົນຕອບກັບວ່າ..
“ຫັ່ນແຫລະ !! ” ດ້ວຍໃບຫນ້າອັນຊີດເຜືອກ “ເຂົາລະໃຈຄໍບໍ່ດີປານໃດ..”
“ກັບໄປ໋.. ” ກອນເວົ້າຂື້ນດ້ວຍຄວາມທີ່ບໍ່ຕ້ອງການຢູ່ໃນນັ້ນເປັນເວລາດົນ..
“ບໍ່ຟ້າວດຸ..” ປັ້ອງຕອບກັບຢ່າງໄວວາ “ພວກເຮົາບໍ່ທັນໄດ້ຂໍ້ສອບຊ້ຳ”
“ພັກກ່ອນຊະ..” ອົ້ນເວົ້າຂື້ນດ້ວຍສຽງອັນຫມົດພະລັງ.. “ປະເຈ້ຍໄວ້ນິແຫລະ ແລ້ວຄ່ອຍມາຫລິ້ນຕໍ່..”
ຫລັງຈາກນັ້ນແຕ່ລະຄົນກໍ່ລຸກຂື້ນແລ້ວຍ່າງໄປນັ່ງພັກ.. ປັ້ອງອາໄສຄວາມທີ່ຕົນເອງເປັນຄົນເວົ້າຫລາຍ ສາທະຍາຍເລື່ອງລາວຕ່າງໆໃຫ້ຫມູ່ຟັງ ຕາງຂ້າຄວາມງຽບໄປໃນຕົວ.. ເພາະເວລານັ້ນບໍ່ມີໃຜເລີຍໃນຕຶກສະໂມສອນໃຫຍ່.. ມີພຽງແຕ່ກຸ່ມພວກເຂົາເຈົ້າເອງ..
“ສູວ່າເຮົາກະຊິໄດ້ຂໍສອບຢູ່ຫວະ..” ປ້ອງຖາມຫມູ່ດ້ວຍຄວາມຫວັງ..
“ກູເລີ່ມບໍ່ແນ່ໃຈລະ.. ກູຫາກະເຄີຍຫລິ້ນເປັນເທື່ອທຳອິດນິ..” ກອນຕອບ
“ຫວັງວ່າຄົງບໍ່ມີໃຜຍູ້ຈອກໄປເອງຕິ ກີ້ນິ..” ອົ້ນຖາມດ້ວຍຄວາມບໍ່ໄວ້ວາງໃຈສະຖານະການ..
“ນັ້ນລະ.. ກູກະສົງໃສຄືກັນ.. ມີໃຜຫລິ້ນຕະຫລົກຫວະ.. ກຸບໍ່ຂຳນຳເດີ້..” ສັນເວົ້າດ້ວຍນ້ຳສຽງອັນສັ່ງໄຫວ..
“ບໍ່ມີໃຜເຮັດດອກ.. ເຂົາວ່ານະ” ມົນຕອບ..
“ເຂົາຄິດຄືມົນ..” ຕິກເວົ້າຂື້ນ “ເຮົາຕັ້ງໃຈມາຫລິ້ນປານນີ້ລະ.. ຄັນມາຕົ່ວະກັນເອງກະບໍ່ເປັນຕີ້ ”
“ແລ້ວມັນແມ່ນຫຍັງຄຳວ່າບາບຕ້ອງຕາຍຫັ່ນ..” ສັນຍັງງົງບໍ່ເລີກ..
“ອ່າວ… ມານຳກັນ ລະຊິມີໃຜຮູ້” ກອນຕອບແບບກວນບາທາ..
“ມັນຄ່ຳລະໄດ໋ນິ..” ອົ້ນຈົ່ມພຶມພຳ.. “ຕັ້ງວ່າ 8 ໂມງຍັງລະ”
“ຫັ່ນແຫລະ ມົວແຕ່ພາກັນລົມກັນນະ ບໍ່ລົງມືຫລິ້ນຈັກເທື່ອ..” ກອນຕອບກັບ “ແຖມຫລິ້ນໄປໄດ້ຫນ້ອຍດຽວກະຕ້ອງໄດ້ພັກກ່ອນອີກ ແລ້ວຕົກລົງວ່າຊິແລ້ວຈັກໂມງນິ ??”
“ຈົນກວ່າຈະໄດ້ຮູ້ຫົວບົດເສັງ” ປັ້ອງຢືນຢັນຈຸດປະສົງ..
ມົນບອກຫມູ່ວ່າຢາກຈະໄປຫ້ອງນ້ຳ.. ເລີຍຊວນຕິກໄປເປັນເພື່ອນ..
ທັງ 4 ໂອ້ລົມກັນຕໍ່ຕາມພາສາຜູ້ຊາຍ.. ດ້ວຍຄວາມທີ່ສັນກະຫາຍນ້ຳແຮງ ເລີຍຂໍຕົວອອກໄປດື່ມນ້ຳຢູ່ດ້ານນອກ..
“ອອກໄປນອກແປັບຫນຶ່ງເດິ..” ສັນເວົ້າກ່ອນທີ່ຈະຍ່າງອອກໄປພຽງຄົນດຽວ..
ພໍແຕ່ຍ່າງອອກມາ ສັນກໍ່ໄດ້ຍິນສຽງກັ໊ອກແກັ໊ກຢູ່ແຈມຸມຂ້າງຝາ ເລີຍຢ່າງໄປເບິ່ງ ແລະແລ້ວກໍ່ເກີດເລື່ອງບໍ່ຄາດຄິດຂຶ້ນ ເມື່ອສັນເຮັດຫນ້າຕາຕື່ນຕົກໃຈເນື່ອງຈາກເຫັນບາງຢ່າງກຳລັງເຄື່ອນຕົວເຂົ້າມາໃກ້.. ວິນາທີຕໍ່ມາສັນກໍ່ນອນຕາຍຈົມກອງເລືອດທີ່ໄຫລອອກຈາກຫົວ ພ້ອມກັບຮອຍຈີກຂອງຫລອດລົມ..
ສັນເປັນຄົນທຳອິດທີ່ສັງເວີຍຊີວິດໃນຄືນນັ້ນ ທ່າມກາງຄວາມເຢັນຂອງອາກາດອ້ອມຮອບຕຶກ..
“ ສຸຣາເມຣັຍມັດຊະປະມາຖະຖານາເວລະມະນີສີຂາປະທັງສັມມາທິຍາມິ ”
ຫລັງຈາກທີ່ມົນບອກໃຫ້ຕິກຖ້າຢູ່ດ້ານນອກ.. ຕໍ່ມາມົນເອງກໍ່ເປັນອີກຄົນທີ່ຕ້ອງຈົບຊີວິດລົງ.. ມົນນັ່ງຕາຍເລືອດນອງເຕັມຕົນຕົວເທິງຊັກໂຄກໃນຫ້ອງນ້ຳຊັ້ນເທິງ ແລະ ປາກກໍ່ມີຮອຍຈີກຂາດ ເລືອດນອງເກື່ອນເຕັມພື້ນຫ້ອງນ້ຳ….
ຄົນຕໍ່ມາກະຄືມົນທີ່ຕ້ອງຈາກໄປ.. ໃນຫ້ອງນ້ຳອັນເຕັມໄປດ້ວຍກິ່ນຄາວຂອງນ້ຳເລືອດ..
“ມຸສາວາທານາເວລະມະນີສີຂາປະທັງສັມມາທິຍາມິ”
ກອນເຫັນວ່າສັນອອກໄປເຕີບເລີຍເອີ່ຍອອກມາວ່າ..
“ດຽວອອກໄປຕາມສັນກ່ອນເດີ້”ແລ້ວກໍ່ຍ່າງອອກໄປ..
“ກັບມາໄວໆເດີ້.. ” ອົ້ນຮ້ອງຕອບ..
“ຄົນແຮ່ງຫນ້ອຍແຮ່ງພາກັນແຍກກັນຢູເນາະ” ປັ້ອງລຳພຶງກັບອົ້ນພຽງສອງຄົນ..
ພໍແຕ່ຍ່າງໄປຫວິດປະຕູກອນກໍ່ເຫັນຮອຍເລືອດເປືອນຕາມທາງຍ່າງ.. ເລີຍນຳຮອຍເລືອດນັ້ນໄປ.. ພໍໄປຈົນສຸດທາງເລຶອດ ກອນກໍ່ໄດ້ພົບກັບບາງຢ່າງເຂົ້າ ແລະແລ້ວກອນກໍ່ຖືກບາງສິ່ງກະແທກໄປທີ່ຫນ້າຜາກ ແລະ ກໍ່ນອນຕາຍດ້ວຍຮອຍຈີກທີ່ຫນ້າເອິກ.. ເລືອດເອິ່ຖ້ວມເຕັມເດີ່ນດ້ານນອກ..
“ກາເມສຸມິສາຈາຣາເວລະມະນີສີຂາປະທັງສັມມາທິຍາມິ”
ປັ້ອງກໍ່ເຫັນວ່າຕິກກັບມົນໄປຫ້ອງນ້ຳດົນເກີນໄປເລີຍຄິດຍາກຊວນອົ້ນຍ່າງຂື້ນໄປເບິ່ງ.. ແຕ່ອົ້ນຂໍຮ້ອງກັບປັ້ອງວ່າ :
“ຖ້າຢູ່ນິແຫລະ ດຽວເຂົາເຈົ້າກະກັບມາ”
ປັ້ອງຢຸດຄິດສຽວຫນຶ່ງ ແລ້ວຕອບກັບວ່າ“ອືມ.. ກະໄດ້”
ແຕ່ໃນໃຈປັ້ອງຍັງຄ້າງໆຄາໆ.. ເລີຍລັກຂຶ້ນໄປຕາມຕິກກັບມົນຕອນທີ່ອົ້ນກຳລັງລົມໂທລະສັບກັບຢູ່.. ພໍແຕ່ອົ້ນແນມກັບມາ..
“ອ່າວ.. ບັກປັ້ອງໄປໃສລະ” ອົ້ນຖາມຕົວເອງ “ກີ້ນິເຂົາເຈົ້າກະໂທຜິດອີກຕ່າງຫາກ..”
ອົ້ນແນມຊ້າຍແນມຂວາ.. ແລະກຳລັງຈະຂື້ນໄປຕາມຕິກກັບມົນນຳປັ້ອງ.. ທັນໃດນັ້ນອົ້ນກໍ່ໄດ້ຫລຽວເຫັນຜ້າກັ້ງເທິງເວທີເຫນັງຕີງໄປມາ.. ດ້ວຍຄວາມຂີ້ສົງໃສ ອົ້ນເລີຍຍ່າງເຂົ້າໄປເບິ່ງ.. ແຕ່ແລ້ວອົ້ນກໍ່ສິ້ນລົມຫາຍໃຈລົງພ້ອມໆກັບຮອຍມີດຢູ່ທີ່ຂໍ້ມືທັງສອງຂ້າງ...
“ອະທິນນາທານາເວລະມະນີສີຂາປະທັງສັມມາທິຍາມິ”
.. ໃນຂະນະທີ່ປັ້ອງຍ່າງຂຶ້ນຂັ້ນໄດໄປຊັ້ນເທິງນັ້ນ ປັ້ອງໄດ້ຫລຽວເຫັນເງົາຄົນຍ່າງກາຍປ່ອງຢ້ຽມ.. ປັ້ອງຄິດວ່ານັ້ນຄົງຈະແມ່ນຕິກຫລືບໍ່ກໍ່ຄົງຈະແມ່ນມົນເລີຍຍ່າງໄປເບິ່ງທີ່ລະບຽງຂອງສະໂມສອນຊັ້ນເທິງ.. ແລະ ທ້າຍທີ່ສຸດປັ້ອງກໍ່ຕົກລົງມາຕາຍ.. ຢູ່ຂ້າງນອກດ້ານຫນ້າຂອງສະໂມສອນດັ່ງກ່າວ…
“ປານາຕິປາຕາເວລະມະນີສີຂາປະທັງສັມມາທິຍາມິ”
ແລະຄວາມຈິງສຸດທ້າຍ…..
ຫລັງຈາກນັ້ນຫົງກໍ່ຍ່າງອອກມາພົບກັບຕິກ !!!! ຢູ່ກາງເດີ່ນນອກສະໂມສອນໃຫຍ່ ທັງສອງຢືນປີ່ນຫນ້າເຂົ້າຫາກັນ ແລ້ວກໍ່ຍີ້ມດ້ວຍຄວາມສະໃຈ ແຕ່ເລື່ອງມັນກໍ່ບໍ່ຈົບເມື່ອຕິກຍູ້ຫົງຖອຍຫລັງໄປໃສ່ລົດໃຫຍ່ທີ່ກຳລັງແລ່ນເຂົ້າມາໃສ່.. ຫົງນອນຕາຍຈົມກອງເລືອດ ເຫມືອນກັບເພື່ອນໆ.. ເປັນເວລາທ່ຽງຄືນພໍດີ..
Unseen scenes.. (ມະໂນພາບເປັນຂາວດຳ.. ຈະໄດ້ຟິວສຸດຍອດ..)
ເບື້ອງຫລັງສຽງກັ໊ອກແກັ໊ກຢູ່ມຸມຕຶກທີ່ສັນໄດ້ຍິນ, ຮອຍເລືອດທີ່ກອນເຫັນ, ບຸກຄົນທີ່ໂທຜິດ, ຜ້າກັ້ງເທິງເວທີເຫນັງທີ່ອົ້ນເຫັນ ລວມທັງເງົາທີ່ຍ່າງກາຍປ່ອງຢ້ຽມ ລ້ວນແຕ່ເປັນຜີມືຂອງ “ຫົງ” ທັ້ງນັ້ນ !!! ທີ່ໄດ້ຮ່ວມມືກັບ “ຕິກ” ຄາດຕະກຳເພື່ອນທັງ 5 ຄົນ..
ຕົ້ນເຫດທີ່ເຮັດໃຫ້ຕິກຂ້າເພື່ອນທັງ 5 ກໍ່ຍ້ອນວ່າ.. ຕິກມີອາການຜິດປົກກະຕິທາງສະຫມອງ.. ບວກກັບ ໃນເວລາທີ່ປັ້ອງໄປຫລິ້ນເຮືອນຕິກ ປັ້ອງມັກຈະທໍລະມານຫມາທີ່ຕິກລ້ຽງໄວ້ ເຮັດໃຫ້ຕິກບໍ່ພໍໃຈແລະກໍ່ເກັບກົດຄວາມຮູ້ສຶກນັ້ນມາຕະຫລອດ.. ພໍໆກັນກັບທີ່ອົ້ນມັກມາຂະໂມຍຂອງໆຕິກ ໂດຍທີ່ອົ້ນບໍ່ຮູ້ຕົວເລີຍວ່າຄັ້ງຫນຶ່ງທີ່ຕົນເອງກຳລັງຂະໂມຍຢູ່ນັ້ນ ຕິກໄດ້ຈອບເຫັນພຶດຕິກຳດັ່ງກ່າວ ແລະ ເຮັດໃຫ້ຮູ້ໄດ້ຢ່າງຊັດເຈນເລີຍວ່າ ຂອງທີ່ເສຍໄປໃນແຕ່ລະຄັ້ງນັ້ນແມ່ນຜີມືຂອງອົ້ນ..
ສຳຫລັບສັນ ນ້ຳທີ່ດື່ມແຕ່ລະຄັ້ງລວມເຖິງຕອນທີ່ອອກໄປດື່ມກ່ອນທີ່ຈະຕາຍນັ້ນແທ້ຈິງແລ້ວມັນແມ່ນນ້ຳເຫລົ້າທີ່ຖືກປະສົມໂຊດາ.. ແລະ ທຸກຄັ້ງທີ່ຄວບຄຸມສະຕິຕົວເອງບໍ່ໄດ້ສັນກໍ່ມັກຈະໂວຍວາຍແລະທຳຮ້າຍຕິກໂດຍບໍ່ໄດ້ຕັ້ງໃຈ.. ເຮັດໃຫ້ຕິກເກັບໄປເປັນຄວາມແຄ້ນສ່ວນຕົວ..
ມົນກໍ່ເປັນອີກຄົນຫນຶ່ງທີ່ຕິກບໍ່ພໍໃຈ ເນື່ອງຈາກວ່າມົນມັກຕົວະເອົາເງິນຕິກເກີນຄວາມເປັນຈິງ.. ຈາກການເກັບເງິນພິມລາຍງານແຕ່ລະຄັ້ງ.. ຕິກຮູ້ຄວາມຈິງຈາກຫົງທີ່ເປັນເພື່ອນສະຫນິດກັນໂດຍທີ່ບໍ່ມີໃຜຮູ້ມາກ່ອນວ່າສອງຄົນນີ້ສະຫນິດກັນ.. ຫົງບັງເອີນເຫັນມົນເອົາເງິນອອກມານັບແລ້ວກໍ່ເວົາອອກມາວ່າ..
“ໂງ່ຂະຫນາດມຶ ງ.. ອີ່ຕິກ..”
ກອນນັ້ນເປັນແຟນກັບຕິກ ແລະ ກອນເປັນຄົນສຸດທ້າຍທີ່ຕິກຊັງທີ່ສຸດ ເມື່ອຕິກຮູ້ວ່າກອນເປັນຄົນຫລາຍໃຈ ມັກນອກໃຈຕິກໄປຈີບສາວອື່ນຕະຫລອດເວລາທີ່ມີໂອກາດ ໃນນັ້ນລວມມີມົນຢູ່ນຳ.. ຍິ່ງເປັນການເພີ່ມຄວາມແຄ້ນມົນໃຫ້ກັບຕິກແບບເທົ່າທະວີຄູນ..
ເຮັດໃຫ້ຕິກກາຍເປັນຄາດຕະກອນຫົກສົບໄປໃນພຽງມື້ດຽວ.. ສັນນັ້ນຖືກຫົງເອົາແກ້ວເຫລົ້າຟາດຫົວ ແລ້ວຕິກກໍ່ເອົາມີດປາດຄໍ ມົນຖືກຕິກເອົາມີດແທງປາກກ່ອນທີ່ຈະລາກຂຶ້ນໄປນັ່ງຢູ່ເທິງຊັກໂຄກ.. ກອນຖືກຫົງເອົາໄມ້ຟາດຫນ້າຜາກ ກ່ອນທີ່ຕິກຈະເອົາມີດສຽບຜ່າລົງໄປທີ່ຫົວໃຈ.. ອົ້ນຖືກຫົງເອົາເຊືອກຮັດຄໍ ຫລັງຈາກນັ້ນຕິກກໍ່ເອົາມີດປາດແຂນທັງສອງຂ້າງ.. ຄົນສຸດທ້າຍຄືປັ້ອງຖືກຕິກຍູ້ໃຫ້ຕົກລົງໄປຕາຍຢູ່ພື້ນຊັ້ນລຸ່ມ..
The enD
Characters
ຫົງ : ເປັນຄົນໃຈເຢັນ, ງຽບຂືມ, ມາດເທ້, ທຸ່ນທ່ຽງ, ລັກສະນະເຢັນຊາຕໍ່ຄວາມຮູ້ສຶກຂອງຄົນອື່ນ, ເວົ້າຫນ້ອຍ, ຕ່ອຍຫນັກ, ຮັກ ສັນໂດດແຕ່ເປັນຄົນທີ່ມີຄວາມຮັບຜິດຊອບສູງ ແລະ ເປັນຄົນທີ່ປ່ວຍທາງຈິດ ເປັນໂລກຊືມເສົ້າ ມີຄວາມສຸກທີ່ໄດ້ເຫັນຄົນອື່ນຕາຍໄປຕໍ່ຫນ້າຕໍ່ຕາ, ການແຕ່ງຕົວ ໃສ່ແວ່ນມົນບໍ່ມີຂອບ ມັກນຸ່ງເສື້ອເຊີຣ໌ທແຂນຍາວແລ້ວກໍ້ແຂນເສື້ອ, ໂສ້ງຂາຍາວສີດຳ, ແວວຕາອຳມະຫິດ..
ຕິກ : ເປັນເດັກຮຽນທີ່ມີນິໄສເກັບກົດ ບໍ່ມັກຫຍຸ້ງສຸງສິງຫຍັງກັບໃຜພໍເທົ່າໃດ ການແຕ່ງຕົວເຊີ່ມໆ ເຊີຍໆ, ໃສ່ແວ່ນຂອບຫນາສີດຳ, ບໍ່ມັກຍິ້ມ ແຕ່ຖ້າໄດ້ຍິ້ມແລ້ວມັກຈະມີແຜນການເຊື່ອງຊ້ອນສະເຫມີ, ມີບັນຫາທາງຈິດ, ຈິດໃຈຮ້ອນຮົນ ແຕ່ບໍ່ກ້າສະແດງອອກ, ແວວຕາໂຫຍຫາແຕ່ຄວາມອົບອຸ່ນແລະກະຫາຍໃນຄະແນນ.
ປັ້ອງ : ເປັນຄົນທີ່ຊີ້ຄ້ານ, ມັກໃນຄວາມງ່າຍດາຍ, ມີນິໄສກ້າສະແດງອອກ ການແຕ່ງຕົວຫລູຫລາ, ເປັນລູກເສດຖີ ເລີຍຖືກຕາມໃຈຈົນເສຍຄົນ ເຮັດໃຫ້ກາຍເປັນຄົນທີ່ມີຈິດໃຈອຳມະຫິດ ມັກຂ້າມັກທໍລະມານສັດເປັນວ່າຫລິ້ນ, ແວວຕາເຈົ້າເລ່ ຈັບຈ້ອງຈະເອົາປຽບຄົນອື່ນຕະຫລອດເວລາ.
ອົ້ນ : ເປັນຄົນສົດໃສ, ແນມໂລກໃນແງ່ດີຕະຫລອດ, ວັອກແວັກ, ຕະຫລົກເຮຮາ ແຕ່ຖານະຍາກຈົນ ເລີຍຕິດນິໄສມັກລັກມັກຂະໂມຍຂອງຄົນອື່ນ, ການແຕ່ງຕົວສະບາຍສະບາຍ ເສືອຍືດ ກັບໂສ້ງຢີນເກົ່າໆ ແລະ ຖົງພາຍຄູ່ໃຈອີກອັນຫນຶ່ງ, ແວວຕາຫນ້າສົງສານ.
ກອນ : ເປັນຄົນທີ່ມີສະເຫນ່, ແຕ່ວ່າໃຊ້ຂໍ້ດີນີ້ໄປໃນທາງທີ່ຜິດ ເຮັດໃຫ້ໃຜຕໍ່ໃຜຫລາຍຄົນຕ້ອງອົກຫັກ ເສຍໃຈຕະຫລອດເວລາ, ແຕ່ເປັນຜູ້ນຳທີ່ດີຂອງຫ້ອງ ແລະ ກໍ່ນິໄສດີໂດຍລວມ, ການແຕ່ງຕົວເທ້ດີ ມັກນຸ່ງແຈັກເກັດສີດຳ, ແວວຕາລ່າເຫຍື່ອ.
ມົນ : ເປັນຄົນທີ່ມີວາທະສິນ ສາມາດເວົ້າໂນ້ນນ້າວຄົນອື່ນໄດ້ງ່າຍ, ເວົ້າເກັ່ງ ແຕ່ສ່ວນໃຫຍ່ມັກຈະບໍ່ເປັນຄວາມຈິງ, ມັກເຫັນວ່າການໄດ້ຫລອກລວງຄົນອື່ນເປັນຄວາມສຸກສ່ວນຫນຶ່ງຂອງຊີວິດ, ການແຕ່ງຕົວທຳມາດາ, ແວວຕາຫລອກລວງ.
ສັນ : ເປັນຄົນຊີ້ໂມ້, ມັກມີນິໄສວາງກ້າມໃສ່ຄົນອື່ນ, ໂວຍວາຍເພາະມັກດື່ມເຫລົ້າເກືອບວ່າຈະຕະຫລອດເວລາ, ຖານະຂ້ອນຂ້າງຍາກຈົນ, ຊ່ອມຊໍ້, ນຸ່ງແຈັກເກັດລາຍທະຫານ ກັບໂສ້ງຢີນມຸ່ນໆ, ແວວຕາເມີ່ລອຍ ມືນເມົາ.
++++++++++++++++++++++++++++++++++++++++++++++++++++++++++++++++++++
++++++++++++++++++++++++++++++++++++++++++++++++++++++++++++++++++++
Credit
+++++++++++++++++++++++++++++++++++++++++++
+++++++++++++++++++++++++++++++++++++++++++
All rights reserved :P