ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກຂອງເຈົ້າຄືອາຫານຈານໃດ?

ຕຳສົ້ມ: ອາຫານພື້ນບ້ານທີ່ເຮົາເຫັນກັນຢູ່ທຸກວັນ ຄິດວ່າມັນບໍ່ເປັນຕາກິນ ແຕ່ພໍເອົາມາປະສົມກັນດັນເປັນຕາແຊບ

            ກໍ່ຄືກັບຄົນບາງຄົນທີ່ບໍ່ໜ້າຈະເຂົ້າໃຈກັນ ແຕ່ຜ່ານໄປສິບໆປີ ກໍ່ຍັງຮັກກັນດີຢູ່ເລີຍ ຕ່າງກັບບາງຄູ່ທີ່ໃຜໆກໍ່ຄິດວ່າໜ້າຈະໄປກັນໄດ້ ແຕ່ພໍຈັກເດືອນກໍ່ຕຽງຫັກ.

ປາຢ້າງ: ມີໂອເມກາ3ຕໍ່ຮ່າງກາຍ ແຕ່ຖ້າກິນແບບບໍ່ລະວັງ ເຮົາອາດຖືກກ້າງປາປັກຄໍໄດ້  ນິທານເລື່ອງນີ້ສອນໃຫ້ຮູ້ວ້າ ເວລາມີຄວາມຮັກຕ້ອງໃສໃຈກັນທຸກລາຍລະອຽດ                                                   ສຶກສານິໄສໃຈຄໍຂອງຄົນຮັກໃຫ້ດີເສຍກ່ອນ ຍ່າເບີ່ງກັນແຕ່ພາຍນອກ ເພາະກ້າງຂອງປານັ້ນຊ້ອນຢູ່ພາຍໃນ ຄ້າຍຄືກັບນິໄສ ຫ່ວຍໆຂອງຄົນຮັກ ນັ້ນແຫຼະຖ້າເບີ່ງແຕ່ພາຍນອກຈະບໍ່ມີທາງຮູ້ເລີຍ.

ວາຊາບິ: ເວລາພິດຮັກແລ່ນຂື້ນດັງ ເຮົາຄິດວ່າມັນຊິບໍ່ຫຼອດແລ້ວ ແຕ່ຖ້າອົດທົນອີກໜ້ອຍໜື່ງ ຄວາມທໍລະມານກໍ່ຈະຫາຍໄປເອງ.

ຕົ້ມຍຳກຸ້ງ: ຕໍ່ໃຫ້ມັນແຊບປານໃດ ແຕ່ຖ້າເຮົາປະໄວ້ຈົນມັນຈືດກໍ່ບໍ່ມີໃຜຢາກກິນ ກໍ່ຄືຄູ່ທີ່ຮັກກັນນານໆ ແຕ່ບໍ່ຍອມແຕ່ງງານຈັກເທືອ ຮັກມາລະທອນແບບນີ້ສ່ວນໃຫຍ່ ມັກຈະໄປບໍ່ຫຼອດ ເພາະທີ່ເຄີຍມີລົດຊາດທີ່ແຊບສຸດໆນັ້ນມັນໄດ້ຫາຍໄປໝົດແລ້ວ.

ເຂົ້າຫຼາມ: ຖ້າບໍ່ຜ່າກະບອກໄມ້ອອກ ກໍ່ຈະບໍ່ຮູ້ວ່າຢູ່ໃນນັ້ນແມ່ນຫັຍງ ທຽບກັບເຈົ້າສາວທີ່ຢ້ານຝົນທັງຫຼາຍທີ່ຢ້ານຄວາມຮັກ ຢ້ານການແຕ່ງງານ ຈົນປິດໂອກາດໂຕເອງ ບໍ່ຍອມທົດລອງເບີ່ງວ່າ ລົດຊາດຂອງການມີຄວາມຮັກມັນເປັນແນວໃດ.

ໄອສຄີມ: ທັງງາມ, ທັງຫອມ ເບີ່ງບໍ່ມີພິດບໍ່ມີໄພ ແຕ່ຖ້າກິນຫຼາຍເກີນໄປ ອາດຈະພາຈົບທີ່ໂລກເບົາຫວານ....ເປັນການເຕືອນນັກຮັກທັງຫຼາຍໃຫ້ເສບຮັກແບບພໍພຽງ ຮູ້ຈັກປະເວລາໃຫ້ມີຊ່ອງຫວ່າງໃຫ້ກັນແນ່ ບໍ່ດັ່ງນັ້ນຈະເບື່ອກັນໄວຂື້ນ.

ທຸລຽນ:  ຖ້າຍາກຊິມເນື້ອໃນທີ່ຫອມຫວານ ກໍ່ຍອມຖືກໜາມຕຳ ອຸປະສັກຂອງຄວາມຮັກກໍ່ຄືໝາມທຸລຽນ ຖ້າເຮົາອົດທົນ ແລະ ຝ່າຟັນໄປໄດ້ເຮົາກໍ່ຈະໄດ້ຊິມລົດຊາດ ທີ່ຫອມ ຫວານ ແຊບ ເປັນລາງວັນ.

ໂອລ້ຽງ: ເຖິງຈະດຳດີ ສີບໍ່ຕົກ ແຕ່ກໍ່ຫວານ ແຊບຖືກປາກ ເປັນຂໍ້ພິສູດວ່າ ຄົນທີ່ບໍ່ງາມ ບໍ່ຫຼໍ່ ກໍ່ອາດເປັນແຟນທີ່ດີໄດ້ ຖ້າເຈົ້າໃຫ້ໂອກາດລາວພິສູດໂຕເອງ.

ນ້ຳດື່ມ: ປຽບເໝືອນຄວາມຮັກຂອງໝູ່ທີ່ສະອາດ ແລະ ບໍລິສຸດ ເພາະບໍ່ມີສີ, ບໍ່ມີກິ່ນ, ບໍ່ມີລົດຊາດ ບໍ່ຕ້ອງມີຮູບຮ່າງເຍົ້າຍວນ ແຕ່ດີຕໍ່ສຸຂະພາບ ແລະ ຄວນຈະດື່ມເປັນປະຈຳ ເພາະຖ້າຂາດການຕິດຕໍ່ນານເກີນໄປ ດ່ຽວຈະຕໍ່ກັນບໍ່ຕິດ.

ໝາກມ່ວງນ້ຳປາຫວານ: ຕ້ອງຢູ່ຄູ່ກັນຈິ່ງຈະແຊບ ຄົນບາງຄົນເກີດມາເພື່ອຈະຢູ່ນຳກັນ ແລະ ຕ້ອງຈັບຄູ່ກັນຈິ່ງຖືວ່າລົງຕົວທີ່ສຸດ ຂອງແບບນີ້ ເຂົາເອື້ນວ່າ " ພົມລີຂິດ"

ເປັນແນວໃດຄວາມຮັກຂອງໝູ່ເພື່ອນຄືຈານໃດ............ແຕ່ບາງຄົນກໍ່ອາດຈະມີຫຼາຍຈານກໍ່ໄດ້ເນາະແລ້ວແຕ່ອາລົມແມ່ນບໍ?

 

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່