ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

     ຊາຍໝຸ່ມຄົນໜື່ງ ໄປເລາະຫລີ້ນຢູ່ໃນຊຸມຊົນແຫ່ງໜື່ງໃນຂະນະທີ່

ຍ່າງຫລີ້ນລາວເກີດເຈັບທ້ອງຢ່າງກະທັນຫັນ ບໍ່ຮູ້ຈະເຮັດຈັ່ງໃດ ຈີ່ງມຸ້ງ

ຫນ້າເຂົ້າໄປຮ້ານສຸກີ້ທີ່ຢູ່ໃກ້ໆພໍເຂົ້າໄປໃນຮ້ານປະກົດວ່າລູກຄ້າເຕັມຮ້ານ

ເລີຍ ແນມຫາຫ້ອງນ້ຳ ຫາຈັ່ງໃດກະບໍ່ເຫັນຈີ່ງແລ່ນຂື້ນໄປຊັ້ນສອງຂອງ

ຮ້ານ ປະກົດວ່າ ຊັ້ນສອງປິດເພື່ອສ້ອມແປງ ມີເສດໄມ້ຢາຍກະແຈກກະ

ຈາຍ ທັນໃດນັ້ນສາຍຕາເຫລືອບໄປເຫັນຫ້ອງນ້ຳພໍດີ ເຖິງແມ່ນວ່າຈະມີ

ີປ້າຍ" ຫ້ອງນ້ຳເພ"ແປະໄວ້ທີ່ຫນ້າປະຕູຊາຍໝຸ່ມຄົນນັ້ນກະບໍ່ສົນຍ່າງ

ເຂົ້າໄປແລ້ວ ປ່ອຍເຕັມທີ່ ຫລັງຈາກເຮັດທຸລະແລ້ວ  ກໍ່ຍ່າງລົງມາ
 

ແຕ່ເອ໋ະ ! ຄົນຫາຍໄປໃສຫມົດ ເມື່ອກີ້ຍັງເຫັນນັ່ງກິນເຕັມຮ້ານຢູ່

ວ່າແລ້ວກະຮ້ອງຂື້ນຄ່ອຍໆ"ມີຄົນຢູ່ບໍ່!ຫາຍໄປໃສຫມົດແລ້ວ" ຄາວ

ໜື່ງມີພະນັກງານຄົນໜືື່ງຄານອອກມາຈາກເຄົ້າເຕີ ພ້ອມກັບເວົ້າວ່າ

"ແມ໋ງ...ວ່າງກີ້ມີຂີ້ຕົກລົງມາຈາກເພດານຖຶກພັດລົມພໍດີບໍ່ຖຶກເຈົ້າ

ແນ່ເບາະ ໄປຢູ່ໃສມາ ໂຊກດີແທ້ໆ "

Delicious Digg Fark Twitter