ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

     ເລື່ອງມີຢູ່ວ່າ :

    ມີແມ່ປ້າຄົນຫນື່ງເກີດອາການຫົວໃຈວາຍແລະຖຶກນຳສົ່ງໂຮງຫມໍ

ໃນລະຫວ່າງຢູ່ເທິງຕຽງຜ່າຕັດລາວໄດ້ພົບກັບເຫດການທີ່ບໍ່ຄາດຝັນ

ເພາະລາວໄດ້ພົບກັບຍົມມະບານແລະລາວໄດ້ຖາມຍົມມະບານວ່າ:

ວາລະສຸດທ້າຍຂອງຂະນ້ອຍມາຮອດແລ້ວແມ່ນບໍ່ . ຍົມມະບານຕອບ

ລາວວ່າ: ຍັງ  ເຈົ້າຕ້ອງຢູ່ຕໍ່ໄປອີກ30ປີ

  ຫລັງຈາກຟື້ນຕືນສະຕິ  ລາວໄດ້ຕັດສິນໃຈຢູ່ໂຮງຫມໍຕໍ່ ເພື່ອຜ່າຕັດ

ດຶງຫນ້າ ເຮັດປາກໃຫ້ອີ່ມເອີບ ເສີມຫນ້າເອີກແລະອື່ນໆອີກສາລະພັດ

ແລະຍັງໃຫ້ຊ່າງເຮັດຜົມເຂົ້າມາປ່ຽນສີຜົມໃຫ້ລາວອີກ ລາວເຮັດແບບ

ນີ້ເພາະເຫັນວ່າໃນເມື່ອຈະຕ້ອງມີຊີວິດອີກ30ປີ ຕ້ອງໃຊ້ເວລາທັງ

ຫມົດນີ້ຢ່າງມີຄວາມສຸກທີ່ສຸດ ຫລັງຈາກເສັດ*********ນຈາກຂະບວນການ

ເສີມສວຍ ລາວຢ່າງອອກຈາກໂຮງຫມໍ ແຕ່ໂຊກຮ້າຍ ລາວຖືກລົດ

ໂຮງຫມໍຕຳຕາຍ ເມື່ອມາພົບຫນ້າຍົມມະບານອີກຄັ້ງ ລາວຈົ່ມວ່າ:

ຂະນ້ອຍໄດ້ຍິນທ່ານບອກເອງວ່າ ຂະນ້ອຍຕ້ອງມີຊີວິດຢູ່ອີກ30ປີ

 ຍົມມະບານຕອບວ່າ : ຂໍໂທດ ເຮົາຈື່ເຈົ້າບໍ່ໄດ້ .

altaltaltaltalt

ນີ້ແຫລະນໍ ພິດຮ້າຍຂອງການສັນຍະກຳ ຮ່າໆໆໆໆ

 

Delicious Digg Fark Twitter