ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ສອງພໍ່ລູກນັ່ງລົມກັນຢູ່ຫົວຂັ້ນໃດ ມີຕອນໜື່ງພໍ່ເວົ້າວ່າ

ພໍ່:  ເອີ້ ! ລູກເອີຍເວລາທີ່ພໍ່ລົງໂທດລູກແລ້ວລູກເຄີຍຮູ໊ສຶກຊັງພໍ່ບໍ່  ?

ລູກ: ກະຊັງເປັນບາງເທື່ອ

ພໍ່: ແລະເວລາທີ່ລູກຊັງພໍ່ແລ້ວລູກມັກຈະເຮັດຫຍັງ ?

ລູກ : ລູກມັກເຂົ້າຫ້ອງນ້ຳ

ພໍ່: ເອົ້າ ! ລູກເຂົ້າໄປເຮັດຫຍັງ ?

ລູກ : ລູກມັກເຂົ້າໄປລ້າງຫົວວິດ

ພໍ່: ເຮັດແນວນີ້ແລະລູກຮູ້ສຶກດີຂື້ນຫວາ ?

ລູກ : ດີແທ້

ພໍ່: ເປັນຫຍັງລູກຈື່ງຮູ້ສຶກດີເວລາທີ່ຖູຫ້ອງນ້ຳ ?

ລູກ: ຍ້ອນວ່າເວລາທີ່ລູກຄຽດໃຫ້ພໍ່ລູກມັກຈະເອົາແປງສີແຂ້ວຂອງພໍ່ມາຖູຫົວວິດຕະຫຼອດພໍ່ບໍ່ຮູ້ສະເບາະ

(ຜູ້ເປັນພໍ່ທັງ ງົງທັງຢາກຮ້າຍແຕ່ເຮັດຫຍັງບໍ່ໄດ້ເພາະຕົນບໍ່ຮູ້ຈັກເທື່ອ)

Delicious Digg Fark Twitter