ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ແມ່ຕູ້ບົວວັນ (ນາມສົມມຸດ) ໄດ້ຍ້າຍມາຢູ່ວຽງຈັນກັບລູກສາວໄດ້ເກືອບຮອດປີແລ້ວ ມາມື້ໜື່ງລູກສາວ ແລະ ລູກເຂີຍຂອງຕົນໄດ້ອອກໄປເຮັດວຽກເຫຼືອແຕ່ແມ່ຕູ້ກັບຫຼານສາວຢູ່ບ້ານ

ເປັນທຳມະດາຂອງຜູ້ເຖົ້າທີ່ຈະຕ້ອງເຮັດນັ້ນເຮັດນີ້ຕະຫຼອດເວລາ ລາວບໍ່ມີຫຍັງເຮັດກະເລີຍອອກມາກວດຂີ້ເຫຍື້ອຢູ່ໜ້າປະຕູຮົ້ວ ພໍດີຈັກມີໝາ ມາແຕ່ໃສກະບໍ່ຮູ້ຍ່າງເຂົ້າມາໄກ້ແລ້ວສວບເອົາສົ້ນ ນ່ອງລາວເລືອດອອກໄຫຼເຕັມ ລາວຮ້ອງຂື້ນໝົດແຮງວ່າ:

- ຊ່ອຍແນ່ ໝາກັດກັນ

ທາງຫຼານສາວໄດ້ຍິນກໍ່ຮ້ອງມາໃສ່ວ່າ

- ຊ່າງຫົວມັນ ມັນຊິກັດກັນກະເລື່ອງຂອງມັນ ໃຫ້ມັນກັດກັນໂລດຕາຍໄດ້ຍິ່ງດີ ກັດກັນທຸກມື້ຢູ່.. ໜ້າເບື່ອ

ແມ່ຕູ້ໄດ້ຍິນແນວນັ້ນເຖິງຂັ້ນຫົວໃຈເກືອບຈະວາຍ..

Delicious Digg Fark Twitter