ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ມີ​ຜົວ​ເມຍ​ຄູ່​ໜື່ງອາ​​ໄສ​ຢູ່​ບ້ານ​ຫລັງ​ໜື່ງ ທຸກໆ​ເຊົ້າຜູ້​ເປັນ​ເມຍ​ຈະ​ລັກ​ເບິ່ງ​ເພື່ອນ​ບ້ານ ຈາກ​ປະຕູ ປ່ອງຢ້ຽມ​ຊັ້ນ​ເທິງ ​ແລ້ວ​ແລ່ນມາລາ​ຍງານ​ຜູ້​ເປັນ​ຜົວ​​ຟັງ “ ​ເພື່ອນບ້ານ​ເຮົາ​ນີ້​ຊັກ​ຜ້າ​ບໍ່​ມັກ​ສະອາດ​ເລີຍ ບໍ່​ຮຽນ​ວ່າ​ເຂົາ​ຊັກ​ແບບ​ໃດ  ” ຜູ້​ເປັນ​ຜົວ​ຕອບ​ວ່າ “ ຢ່າ​ໄປ​ສົນ​ໃຈ​ຄົນ​ອື່ນ​ເຂົາ​ເລີຍ​ “ ​ເຮົາ​ຊັກ​ເຄື່ອງ​ຂອງ​ເຮົາ​ໃຫ້​ສະອາດ​ແລ້ວ​ກັນ “ ​ແຕ່​ຜູ້​ເປັນ​ເມຍ​ກໍ່​ຍັງ​ລັກ​ເບິ່ງ​ເພື່ອນ​ບ້ານ​ຢູ່​ທຸກ​ເຂົ້າ ​ແລ້ວ​ກໍ່​ແລ່ນ​ມາລາ​ຍງານ​ຜູ້​ເປັນ​ຜົວ​ທຸກ​ເຊົ້າ “ ​ເສື້ອ​ຜ້າ​ຂອງ​ເຂົາ​ສົກກະປົກ​ອີກ​ແລ້ວ “..

      ຕໍ່​ມາ​ວັນ​ໜື່ງ ​ແລ່ນ​ລົງ​ມາລາ​ຍງານ​ຜູ້​ເປັນ​ຜົວ ດ້ວຍຄວາມ​ແປ​ກປະຫລາດ​ໃຈ “ ບໍ່​ເຂົ້າ​ໃຈ​ແທ້ໆ​ວ່າ ວັນ​ນີ້​ເກີດ​ຫຍັງ​ຂື້ນ​ເສື້ອ​ຜ້າ​ຂອງ​ເພື່ອນ​ບ້ານ​ຂາວ​ສະອາດ ຢາກ​ຈະ​ຮຸ້ວ່າ ​ເຂົາປ່ຽນ​ວິ ທີ​ຊັກ​ເຄື່ອງ​ແບບ​ໃດ​ ຫລື ​ເຮັດ​ແນວ​ໃດ...” ສາມີ​ຫົວຂວັນ ​ແລະ ກ່າວ​ວ່າ “ ນີ່...ຂ້ອຍ​ລຳ​ຄານ ​ເຈົ້າ​ເອົາ​ແທ້​​ເອົາ​ວ່າ ມື້​ເຊົ້າຂ້ອຍ​ຕື່ນ​ແຕ່​ເຊົ້າ ​ແລະ ​ໄປ​ເຊັດ​ແກ້ວ​ປະຕູ​ປ່ອງຢ້ຽມ​ໃຫ້​ສະອາດ....... ກ່​ອນໜ້າ​ນີ້​ກະ​ແກ້ວ​ມັນ​ສົກກະປົກ ​ເຈົ້າຈີ່​ງ​ເບີ່​ງອອກ​ໄປ​ກໍ່​ເຫັນ​ແຕ່​ຄວາມ​ສົກກະປົກ...

      ມະນຸດ​ເຮົາມັກ​ເບີ່​ງຄົນ​ອື່ນ ​ໂດຍ​ຜ່ານ​ຈິດ​ໃຈ​ຂອງ​ເຮົາອອກ​ໄປ ​ເມື່ອ​ຈິດ​ໃຈ​ຂອງ​ເຮົາ​ສະອາດ​ ​ເຮົາ​ກໍ່​ຈະ​ເຫັນ​ຄວາມ​ງາມ​ຮອບ​ໆຕົວ ​ແຕ່​ຖ້າ​ຈິດ​ໃຈ​ຂອງ​ເຮົາ​ສົກກະປົກ ​ເຮົາ​ກໍ່​ຈະ​ເຫັນ ​ແຕ່​ສີ່​ງສົກກະປົກຢູ່​ຮອບ​ຕົວ ການ​ທີ່​ເຮົາ​ເຫັນ​ແຕ່​ສີ່​ງ​ເລວ​ຮ້າຍຮອບໆ​ຕົວ​ເຮົາ ​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ​ແທ້​ຈິງ​ແລ້ວ...ສີ່​ງທີ່​ເຮົາ​ເຫັນ ມັນ​ເກີດ​ຂື້ນ​ໃນ​ຈິດ​ໃຈ​ຂອງ​ເຮົາ ​ແລະ ​ເຮົາ​ຕ້ອງ​ຫາ​ທາງ​ຝຶກ​ຈິດ ​ໃຈ​ໃຫ້​ສະອາດ​ບໍລິສຸດ ຖ້າ​ເຮົາ​ເຫັນ​ແຕ່​ສີ່​ງທີ່​ເລວ​ຮ້າຍ​ຈິດ​ໃຈ​ກໍ່​ບໍ​ສະຫງົບ ​ເຮົາ​ກໍ່​ຈະ​ກຸ້ມ​ອົກ​ກຸ້ມ​ໃຈ ມີ​ຄວາມທຸກ ​ແຕ່ຖ້າ​ເຮົາ​ຮຽນ​ເບີ່ງ​ໃນ​ແງ່​ດີ ​ເຮົາ​ກໍ່​ຈະ​ຄິດ​ໃນ​ສີ່​ງທີ່​ດີ ຈິດ​ກໍ່​ຈະ​ເບີກບານ ​ແລະ ມີ​ຄວາມສຸກ...

 

Delicious Digg Fark Twitter