ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ສິ່ງດັ່ງກ່າວນີ້ເຮັດໃຫ້ ຂພຈ ຂົນລຸກ ແລະ ບໍ່ຢາກເຊື່ອຂ່າວນີ້ອີ່ຫຼີ, ທຳອິດໄດ້ໄປອ່ານເຈິຂ່າວຢູ່ www.samakomlao.blogspot.com

ຕາມລິ້ງນີ້: http://pasalao.activeboard.com/forum.spark?aBID=119371&p=3&topicID=37254400

ທີ່ວ່າ "ທີມເຕະບານ U18 ສ້າງຊື່ສຽງໄປທົ່ວໂລກ" ກະເລີຍເຂົ້າໄປອ່ານພໍອ່ານແລ້ວເຫັນວ່າລາວເຮົາສາມາດເອົາຊະນະທີມຈາກ

United States (2-1), Brazil (5-0), Sweden (3-0), Hungary (2-0) and Scotland (3-2).ແຮງບໍ່ເຊື່ອເລີຍໄປຊອກຫາຂໍ້ມູນເພື່ອ

ປຸກອາການຕື່ນເຕັ້ນດີໃຈຂອງຕົວເອງເລີຍໄປໄດ້ວີດີໂອຈາກສອງແຫຼ່ງຄືhttp://www.youtube.com/watch?v=yQ811CazvSk&feature=player_embedded

ແລະ ຈາກ www.gothiacup.se/eng/index.php/2010/07/gothia-tv-meeting-with-laos/

(ເປັນເວັບຂອງຄະນະຈັດການແຂ່ງຂັນເອງ). ຈຶ່ງໄດ້ຮູ້ປະຫວັດຄວາມເປັນມາຂອງທີມນີ້ວ່າເປັນເດັກນ້ອຍມາຈາກແຂວງຊຽງຂວາງທີ່ປີກາຍນີ້

ພວກເຂົາຫາກໍ່ເສຍຄູຝຶກຂອງພວກເຂົາໄປເຊິ່ງລາວເປັນຜູ້ສອນໃຫ້ເດັກນ້ອຍພວກນີ້ມີຄວາມຫວັງທີ່ຈະໄປແຂ່ງຂັນຢູ່ຢູໂຣບ ແລະ ດ້ວຍຄວາມຊ່ວຍເຫຼືອຂອງ

Gareth Carter ທີ່ລາວມາຊ່ວຍສ້າງໃຫ້ຄວາມຫວັງຂອງເດັກນ້ອຍກຸ່ມນີ້ເປັນຈິງ ແລະ ຍັງສ້າງຊື່ສຽງໃຫ້ດັງໄປທົ່ວໂລກນຳອີກ

ລາຍລະອຽດອ່ານຕື່ມ ທີ່ນີ້:

www.prnewswire.com/news-releases/war-torn-laos-football-team-win-major-football-trophy-99189049.html

www.gothiacup.se/eng/index.php/sok/

www.gothiacup.se/eng/index.php/home/match-schedule/

ສຳຫຼັບຜູ້ຂຽນເອງຂໍຊົມເຊີຍໝົດທຸກຄົນທີ່ມີສ່ວນຮ່ວມໃນເທື່ອນີ້ ແລະ ຫວັງວ່າຈະໄດ້ຍິນຂ່າວດີແນວນີ້ອີກ

Delicious Digg Fark Twitter