ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ບັນ​ພະ​ບູ​ລຸດ​ລາວ ເພິ່ນ​ເປັນ​ຜູ້​ສະ­ຫຼາດ​ປາດ​ເປື້ອງ​ອີ່­ຫຼີ ທີ່​ຫາ​ຄົນ​ປຽບ­ທຽບ​ຍາກ ເຮົາ​ຈະ​ສັງ­ເກດ​ໄດ້​ວ່າ: ຄຳ​ຄົມ ສຸ­ພາ­ສິດ ຫຼື ຄຳ​ສັ່ງ­ສອນ​ຕ່າງໆ ເພິ່ນ​ຈະ​ເວົ້າ​ເປັນ​ຄຳ​ປິ​ສ​ນາ ເພື່ອ​ໃຫ້​ຄົນ​ໃຊ້​ຄວາມ​ຄິດ​ໄປ​ສູ່​ການ​ປະ­ຕິ­ບັດ​ຕົວ​ຈິງ ໃນ​ຊີ­ວິດ​ປະ­ຈຳ​ວັນ ຄື​ດັ່ງ ເຮືອນ​ສາມ ນ້ຳ​ສີ່ ທີ່​ຍົກ​ມາ​ເປັນ​ຫົວ­ຂໍ້​ນີ້.

ຂ້າ­ພະ­ເຈົ້າ​ເຄີຍ​ໄດ້​ອ່ານ​ການ​ຕີ​ຄວາມ​ຂອງ​ຫຼາຍໆ​ທ່ານ ທີ່​ຂຽນ​ອອກ​ວາ­ລະ­ສານ ໜັງ­ສື­ພິມ ແລະ ອື່ນໆ​ແລ້ວ ເຫັນ​ວ່າ: ຍັງ​ເຮັດ​ໃຫ້​ຜູ້​ປະ­ຕິ­ບັດ​ສັບ­ສົນ​ຢູ່ ເພາະ­ວ່າ​ຜູ້​ປະ­ຕິ­ບັດ​ສ່ວນ​ຫຼາຍ​ແລ້ວ ຍັງ​ບໍ່​ເຖິງ​ຂັ້ນ​ປັນ­ຍາ​ຊົນ​ເທື່ອ ຈຶ່ງ​ຍາກ​ໃນ​ການ​ຕີ​ຄວາມ​ໝາຍ​ຂອງ​ຄຳ​ສຸ­ພາ­ສິດ​ນັ້ນ​ໄດ້ ດັ່ງ​ເຮືອນ​ສາມ​ນ້ຳ​ສີ່.

1. ເຮືອນ​ຜົມ.

2. ເຮືອນ­ຄົວ.

3. ເຮືອນ­ນອນ.

ສ່ວນ​ນ້ຳ​ສີ່​ນັ້ນ​ມີ​ຄື:

1. ນ້ຳ­ໃຈ.

2. ນ້ຳ​ໃຊ້.

3. ນ້ຳ​ດື່ມ.

4. ນ້ຳ­ເຕົ້າ​ປູນ.

ໃນ​ນາມ​ສ່ວນ​ຕົວ​ຂອງ​ຂ້າ­ພະ­ເຈົ້າ ຂໍ​ຕີ​ຄວາມ​ດັ່ງ­ນີ້:

ເຮືອນ​ສາມ ຄື:

1. ເຮືອນ​ຢູ່ ຄື​ເຮືອນ​ຜົມ.

2. ເຮືອນ​ກິນ ຄື​ເຮືອນ­ຄົວ.

3. ເຮືອນ­ນອນ.

ນ້ຳ​ສີ່ ຄື:

1. ນ້ຳ​ກິນ (ດື່ມ).

2. ນ້ຳ​ອາບ (ນ້ຳ­ເຕົ້າ​ປູນ).

3. ນ້ຳ​ໃຊ້

4. ນ້ຳ­ໃຈ ດັ່ງ​ບົດ​ເພງ​ຕໍ່​ໄປ​ນີ້:

+ ເຮືອນ​ສາມ​ນ້ຳ​ສີ່                ນັ້ນ​ເປັນ​ຍິງ​ດີ​ໜັກ​ໜາ

ພວກ​ພໍ່​ແມ່​ລຸງ​ຕາ                  ກ່າວ​ສືບ​ມາ ແຕ່​ບູ­ຮານ​ໄທ້

ລູກ​ຫຼານ​ທີ່​ດີ                     ຈຳ­ເປັນ​ຄະ­ຕິ​ສືບ​ໄປ

ຢ່າ​ໃຫ້​ຫາຍ​ໄປ​ຈາກ​ໃຈ              ຈົດ​ຈຳ​ໄວ້​ຊົ່ວ​ກາ­ລະ​ນານ.

+ ຕື່ນ​ແຕ່​ເຊົ້າ                    ໜຶ້ງ​ເຂົ້າ​ແຕ່ງ​ຢູ່​ຄົວ­ກິນ

ຄວາມ​ສັງ­ວາດ​ເປັນ​ອາ​ຈິນ            ນໍ​ຍຸ​ພິນ​ຈັ່ງ​ເຂົ້າ​ຕຳ­ນານ

ນ້ຳ​ກິນ ນ້ຳ​ໃຊ້                    ນ້ຳ​ອາບ​ໄວ້​ໃນ​ເຮືອນ​ຊານ

ມີ​ນ້ຳ­ໃຈ​ເຂົ້າ​ປະ­ສານ               ສົມ​ເປັນ​ຫຼານ​ຂອງ​ຖິ່ນ​ຈຳ­ປາ.

+ ໂອ­ນໍ ! ຍອດ​ຍິງ                ແນ່​ຈິງໆ ແທ້­ນາ ງາມ​ງອນ

ເຮືອນ​ຢູ່ ເຮືອນ​ກິນ ເຮືອນ­ນອນ       ເປັນ​ອາ­ພອນ​ປະ­ດັບ​ຊີ­ວັນ

ເປັນ​ແມ່­ຍິງ​ລາວ                   ດັ່ງ​ທີ່​ເພິ່ນ​ກ່າວ ຊື່ນ​ຊົມ​ເສີນ​ສັນ

ເຮືອນ​ສາມ​ນ້ຳ​ສີ່ ທີ່​ວ່າ​ນັ້ນ           ບໍ່​ເຄີຍ​ສະ­ບັ້ນ ແມ້​ແຕ່​ສ້ຽວ​ໃຈ.

+ ພີ່­ນ້ອງ​ຢາມ​ແວ່                 ກໍ​ອົບ​ອຸ່ນ​ອຸ​ຣາ

ເມື່ອ​ແຂກ​ໄປ​ໄທ​ມາ                ມີ​ກິ​ຣິ​ຍາ​ວາ­ຈາ​ສົດ​ໃຈ

ອ້າຍ​ຂໍ​ຈັບ­ຈອງ                   ໄວ້​ເປັນ​ຄູ່​ຄອງ ຈະ​ວ່າ​ຈັ່ງ​ໃດ

ຈະ​ບອກ​ພໍ່​ແມ່                    ເອົາ​ແຫວນ​ໝາຍ​ໄວ້ ເດີ​ຈອມ​ໃຈ​ອ້າຍ​ນີ້​ຂໍ​ຈອງ.

 

Delicious Digg Fark Twitter