ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ໃນຊ່ວງປີ ຄ.ສ 1970 ແຂວງຊຽງຂວາງເປັນສະໜາມຮົບອັນດຸເດືອດຫຼາຍຄັ້ງ ໃນຍຸກສົງຄາມອີນດູຈີນ ຫຼື ສົງຄາມຫວຽດນາມທີ່ຜ່ານມາ ອາດເປັນເພາະວ່າໃນອະດີດ ແຂວງຊຽງຂວາງ ຄືຈຸດຍຸດທະສາດທີ່ສຳຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງທິດຕາເວັນອອກສ່ຽງເຫນືອຂອງປະເທດລາວ ຢູ່ຫ່າງຈາກນະຄອນຫຼວງວຽງຈັນປະມານ 400 ກິໂລແມັດ ແລະ ຫ່າງຈາກເມືອງເອກຂອງແຂວງຊຽງຂວາງ ຂ້າມພູເຂົາທີ່ສະຫລັບຊັບຊ້ອນຕາມເສັ້ນທາງຫມາຍເລກ 7 ໄປສິ້ນສຸດດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອຂອງປະເທດຫວຽດນາມ ໄລຍະທາງພຽງ 130 ກິໂລແມັດ ເຊິ່ງໃນຊ່ວງສົງຄາມອິນດູຈີນທາງເສັ້ນນີ້ເປັນເສັ້ນທາງຂົນສົ່ງກຳລັງ ລວມທັງອາວຸດຍຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູ່ກະບວນການ ປະເທດລາວ ຈຶ່ງເປັນເຫດເຮັດໃຫ້ ອາເມຣິການຳເອົາຍົນຖິ້ມລະເບີດ ຈົນເຮັດໃຫ້ແຂວງຊຽງຂວາງຖືກເຜົາລ້າງ ບໍ່ມີບ້ານເຮືອນຂອງປະຊາຊົນຈັກຫຼັງ ສ່ວນປະຊາຊົນຕ້ອງອົບພະຍົບເຂົ້າໄປປະເທດຫວຽດນາມສ່ວນຫນື່ງ ແລະ ໄປວຽງຈັນອີກສ່ວນຫນຶ່ງ ຫຼັງຈາກສິ້ນສຸດສົງຄາມແລ້ວ ແຂວງຊຽງຂວາງ ຈຶ່ງໄດ້ຍ້າຍເມືອງເອກເກົ່າ ຄືເມືອງຄູນມາຕັ້ງເມືອງໃຫມ່ຂື້ນ ໃສ່ຊື່ວ່າ ເມືອງແປກ ຫຼື ທີ່ຮູ້ຈັກກັນຄືໂພນສະຫວັນ

ໃນປີ ຄ.ສ 1970 ຫລື ເມື່ອປະມານ 30 ກວ່າປີທີ່ຜ່ານມາ ແຂວງຊຽງຂວາງ ເຄີຍເປັນສະໝໍລະພູມຮົບ ອັນດຸເດືອດນັບເທື່ອບໍ່ຖ້ວນ ໃນຍຸກສົງຄາມອິນດູຈີນ ຫລື ສົງຄາມຫວຽດນາມ ທີ່ຜ່ານມາ ອາດເພາະວ່າໃນອະດີດ ຊຽງຂວາງຄືຈຸດຍຸດທະສາດສຳຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງຕະເວັນອອກສຽງເໜືອຂອງປະເທດ ຢູ່ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 400 ກິໂລແມັດ ແລະ ເມືອງໂພນສະຫວັນຊຶ່ງເປັນເມືອງຫລວງຂອງຊຽງຂວາງ ຂວາງຂ້າມສາຍພູອັນສະຫລັບຊັບຊ້ອນເທິງເສັ້ນທາງເລກທີ 7 ໄປສີ້ນສຸດທີ່ດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອ ຂອງປະເທດຫວຽດນາມໄລຍະທາງພຽງແຕ່ 130 ກິໂລແມັດ ຊຶ່ງໃນຊ່ວງສົງຄາມອິນດູຈີນ ເສັ້ນທາງສາຍນີ້ເຄຍໃຊ້ເປັນເສັ້ນທາງສົ່ງກຳລັງ ບຳລຸງລວມທັງອາວຸດຍຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູ່ຂະບວນການປະເທດລາວ ຊຶ່ງໃນຂະນະນັ້ນເປັນພັນທະມິດກັນ ແລະ ເສັ້ນທາງສາຍນີ້ຈຶ່ງມີຊື່ຮຽກອີກຢ່າງໜຶ່ງວ່າ ເສັ້ນທາງໂຮ່ຈິມິນ ຍ້ອນວ່າຢູ່ໃກ້ຫວຽດນາມເໜືອ ເຮັດໃຫ້ຂະບວນການປະເທດລາວ ຕັດສິນໃຈຕັ້ງກອງບັນຊາການໃຫຍ່ ຂຶ້ນບ່ອນນີ້ກອງທັບອາກາດອະເມຣິກາ ຈຶ່ງສົ່ງເຮືອບິນ ຖິ້ມລະເບີດ ບີ 52 ເຂົ້າມາຖິ້ມລະເບີດປູພົມ ໝາຍທຳລາຍລ້າງຂະບວນການປະເທດລາວຢ່າງໜັກ ຫມູ່ບ້ານໃຫຍ່ນ້ອຍຫລາຍຮ້ອຍແຫ່ງ ຕະຫລອດຈົນວັດວາອາຮາມ ຖືກທຳລາຍເກືອບທັງໝົດ ສົ່ງຜົນໃຫ້ປະຊາຊົນ ແລະ ທະຫານຝ່າຍຂະບວນການປະເທດລາວຕ້ອງອົບຍົບເຂົ້າໄປຢູ່ຕົດຕາມຖ້ຳ ແລະ ຫຸບເຂົາທົ່ວໄປໃນແຂວງຊຽງຂວາງ ແລະ ຂ້າງຄຽງ. ໃນອະດີດໃນສະໄໝຊ່ວງທົດສະວັດທີ 1830 ແຂວງຊຽງຂວາງຖືກລວມເຂົ້າຢູ່ກັບຫວຽດນາມ ປະຊາຊົນຊຽງຂວາງ ໃນສະໄໝນັ້ນຖືກບັງຄັບໃຫ້ແຕ່ງກາຍ ແລະ ໃຊ້ຂະໜົບທຳນຽມຂອງຫວຽດນາມ ແຕ່ຄວາມຮັກອິດສະຫລະ ແລະ ເດັດດ່ຽວໃນຊາດພັນຂອງຕົນເອງ ເຮັດໃຫ້ຊາວແຂວງຊຽງຂວາງ ທຸກຄົນລຸກຮືຂຶ້ນຕໍ່ສູ້ ເພື່ອຮັກສາ ຄວາມເປັນອະທິປະໄຕຂອງຕົນເອງໄວ້ຢ່າງສຸດຄວາມສາມາດ ແຕ່ທ້າຍທີ່ສຸດຊາວແຂວງຊຽງຂວາງກໍບໍ່ອາດຕ້ານທານກຳລັງຈາກປະເທດເພື່ອນບ້ານຜູ້ຊົງອິດທິພົນ ໃນຂະນະນັ້ນ ຈຶ່ງຕົກເປ້ນເມືອງຂຶ້ນຂອງຫວຽດນາມຢູ່ຊົ່ວໄລຍະໜຶ່ງ. ສົງຄາມອິນດູຈີນ ໄດ້ຜ່ານພົ້ນໄປສາມສິບກວ່າປີແລ້ວ ແຕ່ບາດແຜ ແລະ ຮ່ອງຮອຍຈາກສົງຄາມ ຍັງຄົງຢູ່ ສະພາບຂອງສິ່ງເພພັງ ຂອງເມືອງຄູນ ເມືອງຫລວງເກົ່າຍັງຄົງມີຮ່ອງຮອຍໃຫ້ເຫັນຢູ່ໂດຍທົ່ວໄປ ຊຶ່ງຈາກຊາກເພພັງບາງແຫ່ງທາງລັດຖະບານລາວໄດ້ອະນຸລັກເອົາໄວ້ໃຫ້ຄົນລຸ້ນຫລັງໄດ້ ເຫັນເຖິງພິດໄພຂອງສົງຄາມ ທີ່ເກິດຂື້ນເມື່ອໃນອະດີດ ຮ່ອງຮອຍຂອງຂຸມລະເບີດຂະໜາດໃຫຍ່ ຈາກຝູງບິນ ບີ 52 ຂອງອະເມຣິກາ ຍັງຄົງມີໃຫ້ເຫັນຢູ່ທົ່ວໄປ ປະຈຸບັນໄດ້ຖືກດັດແປງໃຫ້ເປັນບໍ່ລ້ຽງປາໃນນາເຂົ້າ ຊາກຂອງລູກລະເບີດ ນ້ຳໜັກຫລາຍສິບໂຕນ ຖືກດັດແປງມາເປັນຮົ້ວເຮືອນ, ເສົາເຮືອນ, ຮາງເຂົ້າໝູ, ບ່ອນນັ່ງຫລິ້ນ, ເຕົາປິ້ງ ສຳລັບນັກທ່ອງທ່ຽວ.

Delicious Digg Fark Twitter