ຂຽນເມື່ອ: ທ.ວ.. 26, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
ຄຳວ່າ: ຮັກແທ້ມີພຽງແຕ່ 12 ເດືອນ ຍິນຄຳນີ້ແລ້ວຟັງບໍ່ຂຶ້ນ,ຫຼາຍທ່ານກໍ່ໂຕ້ຖຽງກັນໄປມາວ່າບໍ່ເປັນຄວາມຈິງ ຮັກແທ້ຕ້ອງຊົ່ວນິລັນດອນ. ແຕ່ທ່ານ ຄູວ່າງ ເປັນອາຈານສອນວິຊາເຕັກນິກບໍລິຫານ ໄດ້ຍົກເຫດຜົນວ່າ: ຄົນເຮົາຕອນຮັກກັນທຳອິດແມ່ນເສຍສະລະທຸກຢ່າງ,ເອົາໃຈ,ລະມູນລະໄມ,ຄອຍຊ່ວຍເຫຼືອທຸກປະການ ນັບທັງການເຢັນນ້ຳໃຫ້ກັນຫຼັງກິນເຂົ້າ,ໄປຕ້ອນຮັບຈັບຂອງຊ່ວຍເວລາກັບແຕ່ຕະຫຼາດ ຫຼື ແມ່ນແຕ່ສະແດງຄວາມຮ່ວງໄຍເມື່ອຢູ່ງຫ່າງໄກ. ແຕ່ພໍເມືອແຕ່ງດອງໄປໄດ້ 12 ເດືອນ ສິ່ງທີ່ເຄີຍປະຕິບັດຜ່ານໆມາ ກໍ່ເລີ່ມຫ່າງຫາຍໄປກັບການເວລາເທື່ອລະນ້ອຍ,ຈົນເຖິງຂັ້ນນອກໃຈກັນໄປຫາຄົນ,ລົດຮັກທີ່ເປັນຮັກແທ້ນັ້ນກໍ່ຄ່ອຍຈືງຈາງໄປຕາມການເວລາ, ທິດສະດີຈູງໃຈຂອງທ່ານ: ມາສະໂລ( abraham H.MASLOW ) ຂຽນໄວ້ດັ່ງນີ້: 1. ຄົນທຸກຄົນລ້ວນແຕ່ມີຄວາມຕ້ອງການ,ຄວາມຕ້ອງການນີ້ຈະມີຢູ່ຕະລອດເວລາ ແລະບໍ່ມີມື້ສິ້ນສຸດນັບແຕ່ມື້ເກີດຈົນຮອດມື້ຕາຍ. 2. ຄວາມຕ້ອງການທີ່ໄດ້ຮັບການຕອບສະໜອງແລ້ວຈະບໍ່ແມ່ນສິ່ງທີ່ຈະຈູງໃຈຕໍ່ພຶກຕິກຳໄດ້ອີກ ໝາຍວ່າຄວາມຕ້ອງການຈະມີອິດທິພົນຕໍ່ພຶດຕິກຳ ຈະຕ້ອງເປັນຄວາມຕ້ອງການທີ່ບໍ່ທັນໄດ້ຮັບການຕອບສະໜອງ,ຄວາມຕ້ອງການໃດໆ ຫາກໄດ້ຮັບການຕອບສະໜອງແລ້ວກໍ່ຈະບໍ່ມີຄວາມໝາຍສຳລັບບຸກຄົນນັ້ນອີກ ແລະຄວາມຕ້ອງການອັນດັບຕໍ່ໄປເທົ່ານັ້ນຈິ່ງຈະມີອິດທິພົນຕໍ່ບຸກຄົນດັ່ງກ່າວ. 3. ຄວາມຕ້ອງການຂອງຄົນຈະມີລັກສະນະເປັນລຳດັບຂັ້ນຈາກຕ່ຳໄປຫາສູງ, ເມື່ອຄວາມຕ້ອງການລະດັບຕ່ຳໄດ້ຮັບການຕອບສະໜອງແລ້ວ ຄວາມຕ້ອງການທີ່ສູງຂຶ້ນໄປກໍ່ຈະຕິດຕາມມາ ສຳລັບທ່ານເດ່ ແຕ່ງດອງດົນແລ້ວບໍ່? ຄັນຄົບ 12 ເດືອນເມື່ອໃດຢ່າລືມຄິດເຖິງຂໍ້ທີ່ 3
|
ຂຽນເມື່ອ: ທ.ວ.. 16, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
- ທະຫານ ແມ່ນລູກຫຼານຂອງປະຊາຊົນ. - ທະຫານ ມີໜ້າທີ່ປ້ອງກັນຊາດ(ຂ໊າສັຕູຂອງຊາດ) - ປະຊາຊົນ ມີໜ້າທີ່ສ້າງສາພັດທະນາປະເທດຊາດ. ຜ່ານມາຄວາມສຳພັນຂອງທະການກັບປະຊາຊົນແມ່ສະນິດແໜ້ນ ຈົນມີຂະໜານນາມວ່າ: ທະຫານ ກັບປະຊາຊົນເໝືອນປາກັບນ້ຳ ຕົກມາຮອດປະຈຸບັນສັງຄົມແກ້ງແຍ່ງແຂ່ງຂັນສູງ,ມີບາງທ້ອງຖິ່ນ,ບາງບ້ານ,ບາງເຂດ,ບາງກອງ,ບາງໝວດໝູ່. ໄດ້ສວຍໃຊ້ຈັ່ງວະ,ກາລະໂອກາດ,ໜ້າທີ່ຕຳແໜ່ງ ນາບຂູ່,ຮັບສິນບົນ,ຢຶດຈ່ອງວັຖຸຸອຸປະກອນ,ເຄຶ່ອງຂອງທຳມາຫາກິນ,ສິນຄ້າບາງສະນິດທີ່ປະຊາຊົນຫາໄດ້. ມາເປັນຂອງຕົນ ແລະພັກພວກ. ຈາກພຶດຕິກຳດັ່ງກ່າວໄດ້ເຮັດໃຫ້ຄວາມຮູ້ສຶກຂອງປະຊາຊົນຢູ່ບາງທ້ອງຖີ່ນປ່ຽນໄປ,ຈົນມີຂະໜານນາມໃໝ່: (ທະຫານກັບປະຊາຊົາ ເໝືອນໝາກເພັດກັບແກ່ນຕາ). ອັນໄດ້ສ້າງພາບພົດບໍ່ດີແກ່ທະຫານ.(ໂດຍທົ່ວໄປແລ້ວຍັງຮັກສາໄດ້ດີ ແຕ່ມີບາງກອງ,ບາງໝວດໝູ່ ຫຼື ຈຸທີ່ມີໜ້າທີ່ກວດກາ) ເລນິນໄດ້ຂຽນໄວ້ວ່າ: ທະຫານບໍ່ຄວນເຂົ້າຫຍຸ້ງກ່ຽວກັບເສດຖະກິດ,ຫາກທະຫານເຂົ້າກ່ຽວພັນກັບເສດທຖະກິດຍາມໃດພວກເຂົາຈະລືມໜ້າທີ່ຂອງເຂົາເຈົ້າ. ສັງເກດແລ້ວທິດສະດີນີ້ແມ່ນຖືກຕ້ອງ,ເພາະປະກົດການທີ່ວ່ານີ້ມັກເກີດຢູ່ກັບຈຸທະຫານຕາມຈຸກກວດກາ,ໂດຍມັກອ້າງວ່າກວດກາເພາະມີສະພາບ ແຕ່ຕົວຈິງແລ້ວແມ່ນກວດສະເພາະລົດທີ່ມີການສົງໃກວ່າແມ່ນລົດແກ່ໄມ້ຂະຍຸງ
|
ຂຽນເມື່ອ: ພ.ຈ.. 4, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
ນາງ ໄມປັນ .ເຈົ້າຂອງຮ້ານຕົວແທນຈຳໜ່າຍບັດທຸກເຄືອຄ່າຍ,ຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊ ໄດ້ເວົ້າວ່າ: ນັບແຕ່ເດືອນ 10 / 2012 ເປັນຕົ້ນມາ ( ETL )ໄດ້ຜະລິດບັດໃໝ່ອອກມາຈຳໜ່າຍເຊິ່ງມີຮູບຮ່າງລັກສະນະສີສັນຕ່າງຈາກບັດລຸ້ນເກົ່າຫຼາຍ,ໂດຍສະເພະາະບັດໃໝ່ນີ້ມີຂະໜາດໜ້ອຍເທົ່າກັບ 1 ສ່ວນ 2 ຂອງບັດລຸ່ນເກົ່າ ແຖມບັນຈຸດຫຸ້ມຫໍ່ໃສ່ຊອງ 2 ບັດເຂົ້າໃນຊອງດຽວກັນ,ອັນເປັນຕົ້ນເຫດໃຫ້ຕົວແທນຈຳໜ່າຍຫຼາຍລາຍທ່ານມີຄວາມສັບສົນໃນການຂາຍ,ບາງຄັ້ງຂາຍຫຼົງ,ລູກຂາຍຊື້ 1 ບັດ ຈີກໃຫ້ລູກຄ້າ 1 ຊອງພັດມີສອງບັດ,ມີຕົວແທນຈຳໜ່າຍຫຼາຍຮ້ານເວົ້າວ່າ: ຫາກຜູ້ສຳຄັນບໍ່ຢູ່ຮ້ານມື້ໃດແມ່ນຈຳເປັນຕ້ອງໄດ້ເຊື່ອງບັດ ( ETL ) ໄວ້ບໍ່ໃຫ້ພະນັກງານ ຫຼື ລູກຫຼານຄົນອື່ນຂາຍ ເພາະເຄີຍຂາຍຫຼົງມາແລ້ວ ແລະອີກຢ່າງໜຶ່ງປະຈຸບັນນີ້ລູກຄ້າສ່ວນໃຫຍ່ໃຊ້ຫຼາຍເບີຢູ່ແລ້ວ ບໍ່ມີຢ່າງນີ້ເຂົາກໍ່ໃຊ້ຢ່າງອື່ນ,ຈາກບັນຫານີ້ມັນໄດ້ສົ່ງຜົນໃຫ້ຍອດຂາຍບັດ( ETL )ຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊໄດ້ລຸດລົງຢ່າງເຫັນໄດ້ຊັດ,ກ່ອນໜ້ານີ້ ( ETL ) ຄອງຍອດຂາຍຢູ່ປະມານ 30%, ເອມໂຟນ 35% ແລະ ຢູ່ນີເທວ 35%.ປະຈຸບັນນີ້ ( ETL ) ຄອງຍອດຂາຍພຽງ 10% ,ເອມໂຟນ 45% ແລະ ຢູນີເທວ 45%. ນາງບອກວ່າ: ຢາກໃຫ້ຜູ້ຜະລິດບັດທຸກລຸ້ນ,ທຸກຊະນິດ ກ່ອນຜະລິດບັດໃຫ້ຄຳນຶງເຖິງຂໍ້ສະດວກໃຫ້ແກ່ຜູ້ຂາຍເປັນຫຼັກ,ເປັນຕົ້ນຄວນຮັກສາຄວາມເປັນເອກະລັກຂອງບັດແຕ່ລະຊະນິດ,ແຕ່ລະລາຄາ,ໂດຍສະເພາະແມ່ນສີ ແລະ ຂະໜາດຂອງບັດ ນັບທັງດ້ານໜ້າ ແລະດ້ານຫຼັງຄວນຮັກສາແບບເດີມ,ສ່ວນຮູບພາບ,ເນື້ອຄວາມຕ່າງໆໃນບັດບໍ່ໄດ້ສົ່ງຜົນກະທົບຫຍັງກັບການຂາຍ,ສົມມຸດບັດ ( ETL ) 10 ພັນໃຫ້ເປັນສີສົ້ມ ແລະແຕກຕ່າງຈາກບັດຊະນິດອຶ່ນໆ,ທັງນີ້ຜູ້ຂາຍຈະຊອກຫາໄດ້ງ່າຍເມືອມີລູກຄ້າຖາມຊື້,ເພາະຜ່ານມາມີບັດບາງຊະນິດ,ບາງລາຄາມີສີສັນຄ້າຍຄືກັນເຫຼືອເກີນ,ເວລາລູກຄ້າຖາມຊື້ໄດ້ຊອກຄົ້ນປີ້ນໄປ ປີ້ນມາກໍ່ບໍ່ເຫັນທັ້ງໆທີ່ບັດນັ້ນຄົນໄປມາຫຼາຍຮອບກໍ່ຍັງບໍ່ຮູ້
|
ຂຽນເມື່ອ: ກ.ຍ.. 19, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ທ້າວ ແກ້ວ ອາຍຸ 62 ປີ ອາຊີບກຳມະກອນຢູ່ບ້ານທ່ານາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຈັບກຸມຕົວເປັນຄັ້ງທີ 3 ວັນທີ 24 ກໍລະກົດ 2012. ຜ່ານມາ ທ້າວ ແກ້ວ ກໍ່ມີປະຫວັດລັກເລັກຂະໂມຍນ້ອຍຢູ່ຕາມສະຖານທີ່ກໍ່ສ້າງຕ່າງໆ ເຊັ່ນ: ລັກເຫຼັກເສັ້ນຢູ່ແຄມທາງແຖວ T2 ຈຳນວນ 33 ຄັ້ງ ຄັ້ງລະ 15-20 ກິໂລກຼາມ ຂາຍໄດ້ 30.000-40.000 ກີບ ພໍໄດ້ເງິນມາກໍ່ໄປຊື້ຢາບ້າມາເສບ ແລະ ຫຼິ້ນກິນຟຸມເຟືອຍຈົນໝົດ . ຂໍ້ມູນຈາກ ວຽງຈັນໃໝ່
|
ຂຽນເມື່ອ: ກ.ຍ.. 19, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
ທ່ານ ພູເພັດ ຄຳພູນວົງ ລັດຖະມົນຕີວ່າການ ກະຊວງການເງິນ ຫົວໜ້າອະນຸກຳມະການງົບປະມານລາຍຈ່າຍ ແລະ ຈັດຊື້ພາຫະນະ ໄດ້ຖະແຫຼງຕໍ່ສື່ມວນຊົນຂະແໜງການຕ່າງໆ ກ່ຽວກັບຄວາມຄືບໜ້າໃນການກະກຽມຂອງອະນຸກຳມະການດັ່ງກ່າວ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊີ-ເອີຣົບ (ASEM) ຄັ້ງທີ 9 ວ່າບໍ່ກະທົບເຖິງລາຍຈ່າຍຮ່ວງອື່ນໆ ລວມໄປເຖິງການປະຕິບັດເງິນເດືອນໃໝ່ຂອງພະນັກງານ ລັດຖະກອນ. ພິທີຖະແຫຼງຂ່າວໄດ້ຈັດຂຶ້ນໃນວັນທີ 17 ກັນຍາ 2012 ທີ່ກະຊວງການເງິນ ຊຶ່ງມີບາງຕອນ ທ່ານ ພູເພັດ ຄຳພູນວົງ ໄດ້ກ່າວວ່າ: ສຳລັບອະນຸກຳມະການໃນການກະກຽມເປັນເຈົ້າພາບກອງປະຊຸມຄັ້ງນີ້ ມາຮອດປັດຈຸບັນ ດ້ານງົບປະມານແມ່ນມີຄວາມກຽມພ້ອມ ຊຶ່ງໃນການສະຫຼຸບຄວາມຕ້ອງການກໍມີຢ່າງຫຼວງຫຼາຍ ແຕ່ຜ່ານການປະສານງານການຄິດໄລ່ກັບບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ ເຫັນວ່າຕົວເລກຢູ່ໃນລະດັບ 240 ຕື້ກີບ ນີ້ແມ່ນສະເພາະງົບປະມານພາຍໃນ ຊຶ່ງໃນນັ້ນແມ່ນງົບປະມານທີ່ຂຶ້ນໄວ້ ໃນສົກປີ 2011-2012ມີຢູ່ 175ຕື້ກີບ ສ່ວນທີ່ເຫຼືອແມ່ນຈັດສັນເຂົ້າໃນສົກປີ 2012-2013ມາຮອດປັດຈຸບັນ ດ້ານງົບປະມານໃນການກະກຽມມີພຽງພໍ ແລະ ຍັງຮັກສາໄວ້ເພື່ອເປັນງົບສຸກເສີນ ໃນນັ້ນແບ່ງເປັນງົບໃຊ້ຈ່າຍວຽກງານບໍລິຫານຂອງບັນດາອະນຸກຳມະການຕ່າງໆ ແລະ ການຈັດຊື້ພາຫະນະເພື່ອມາຮັບໃຊ້ກອງປະຊຸມ ປັດຈຸບັນ ພວກເຮົາສາມາດຈັດຊື້ພາຫະນະ ແລະ ນຳເຂົ້າມາໄດ້ຢ່າງຄົບຖ້ວນໝົດແລ້ວ. ນອກຈາກນີ້ ພວກເຮົາຍັງໄດ້ຮັບການຊ່ວຍເຫຼືອຈາກປະເທດເພື່ອນມິດ ເຊັ່ນ: ຊ່ວຍເຫຼືອເຂົ້າໃນການກະກຽມ ເປັນຕົ້ນແມ່ນ ຫໍປະຊຸມ ວັດຖຸອຸປະກອບຮັບໃຊ້ກອງປະຊຸມຈຳນວນໜຶ່ງ ຊຶ່ງຕົວເລກໃນການຊ່ວຍເຫຼືອປະກອບມີ ສ.ສ ຫວຽດນາມ ໃຫ້ການຊ່ວຍເຫຼືອ 500.000 ໂດລາສະຫະລັດ ຫຼື ປະມານ 4 ຕື້ກີບ ແລະ ຍັງມີວັດຖຸອຸປະກອນຈຳນວນໜຶ່ງ ສປ.ຈີນ ໄດ້ຊ່ວຍເປັນປະເພດຊ່ວຍເຫຼືອລ້າ ປະມານ 450 ລ້ານຢວນ (ເງິນຈີນ) ຫຼື ປະມານ 566 ຕື້ກີບ ຊ່ວຍເຫຼືອໃນຮູບການເງິນກູ້ດອກເບ້ຍຕ່ຳ 37 ລ້ານໂດລາສະຫະລັດ ປະມານ 296 ຕື້ກີບ ແລະ ຍັງໄດ້ຊ່ວຍເຫຼືອລົດເມ ລົດບັດ ຈຳນວນ 10 ຄັນ ລົດຮັບໃຊ້ວຽກງານ ປກສ ລົດສະຫຼາມ 4 ຄັນ ນອກຈາກນັ້ນຍັງມີຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອເປັນຈຳນວນເງິນ ປະມານ 1.935 ລ້ານເຢັນ ຫຼື ປະມານ 196 ຕື້ກີບ ແລະ 3 ລ້ານໂດລາສະຫະລັດ ຫຼື ປະມານ 24 ຕື້ກີບ ໄທ 190 ລ້ານບາດ ຫຼື ປະມານ 47 ຕື້ກີບ ໃນນີ້ ການຊ່ວຍເຫຼືອລ້າປະມານ 30% ສ່ວນທີ່ເຫຼືອແມ່ນໃຫ້ການຊ່ວຍເຫຼືອໃນຮູບການກູ້ຢືມດອກເບ້ຍຕ່ຳ ບຣູໄນໃຫ້ການຊ່ວຍເຫຼືອປະມານ 500.000 ໂດລາສະຫະລັດ ຫຼື ປະມານ 4 ຕື້ກີບ ສະຫະພາບເອີຣົບໃຫ້ການຊ່ວຍເຫຼືອໃນຮູບການໄປທັດສະນະສຶກສາ ຖອດຖອນບົດຮຽນໃນການຈັດຕັ້ງກອງປະຊຸມຢູ່ບັນດາປະເທດທີ່ເຂົາເຈົ້າເຄີຍຈັດມາແລ້ວ ໃນຂົງເຂດເອີຣົບ ເປັນມູນຄ່າ 100.000 ກວ່າໂດລາສະຫະລັດ ປະມານ 800 ລ້ານກີບ ແລະ ຍັງໄດ້ສະໜອງພາສາແປ ມີຢູ່ 6 ພາສາ ແຕ່ລະພາສາມີ 3 ຄົນ ນອກນັ້ນຍັງມີອົດສະຕຣາລີ ທີ່ໃຫ້ການຊ່ວຍເຫຼືອໃນແງ່ຂອງການເຝິກອົບຮົບພາສາອັງກິດ ວຽກງານພິທີການສຳລັບການຈັດກອງປະຊຸມ ສິງກະໂປສ່ວນໃຫຍ່ແມ່ນໃຫ້ການຊ່ວຍເຫຼືອທາງດ້ານການເຝິກອົບຮົມໃຫ້ແກ່ການກະກຽມ ການຈັດກອງປະຊຸມໃນລະດັບເຈົ້າໜ້າທີ່ອາວຸໂສ ການແປພາສາ ການຈັດປຶ້ມຄູ່ມື ການສະໜອງອຸປະກອນເຄື່ອງສຽງຕ່າງໆ ແລະ ຍັງມີປາກິດສະຖານ ນຳອີກ. ທ່ານ ພູເພັດ ຄຳພູນວົງ ກ່າວຕື່ມວ່າ: ການນຳໃຊ້ງົບປະມານໃນການຈັດກອງປະຊຸມຄັ້ງນີ້ ທີ່ຫຼາຍຄົນອາດຄິດໃສ່ວ່າຈະກະທົບໃສ່ກັບຮ່ວງເງິນອື່ນໆ ການຂະຫຍາຍຕົວຂອງ GDP ນັ້ນ ແມ່ນບໍ່ໃຫ້ເປັນຫ່ວງ ເນື່ອງຈາກວ່າວຽກງານກະກຽມການເປັນເຈົ້າພາບກອງປະຊຸມດັ່ງກ່າວນີ້ ລັດຖະບານໄດ້ມີການກະກຽມເປັນເວລາຍາວນານພໍສົມຄວນ ທຸກຢ່າງແມ່ນຈັດເຂົ້າໃນແຜນງົບປະມານທັງໝົດແລ້ວ ດັ່ງນັ້ນ ການນຳໃຊ້ງົບປະມານເຂົ້າໃນການເປັນເຈົ້າພາບຈັດກອງປະຊຸມ ແມ່ນບໍ່ກະທົບໃສ່ຮ່ວງເງິນອື່ນໆ ລວມໄປເຖິງແຜນການປະຕິບັດເງິນເດືອນໃໝ່ຂອງພະນັກງານ ແມ່ນຕ້ອງໄດ້ເບີກຈ່າຍໃນເດືອນຕຸລານີ້ຢ່າງແນ່ນອນ. ວຽວຈັນໃໝ່ ວັນທີ 19 ກັນຍາ 2012 - ເວລາ 11:19:03 ທ່ານ ພູເພັດ ຄຳພູນວົງ ລັດຖະມົນຕີວ່າການ ກະຊວງການເງິນ
|
ຂຽນເມື່ອ: ກ.ຍ.. 11, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ຫຼາຍໆທ່ານຄົງຮູ້ຈັກດີວ່າແມ່ທ້ອງເຂັມເປັນໂຕແນວໃດ?,ມັນອັນຕະລາຍແນວໃດ?,ແຕ່ບາງທ່ານອາດຍັງບໍ່ຮູ້ເຖິງວິທີກຳຈັດແມ່ທ້ອງຊະນິດທີ່ວ່ານີ້ໂດຍບໍ່ຕ້ອງໃຊ້ຢາ ແຕ່ໄດ້ຮັບຜົນ 100% . ທ່ານ: ດຣ.ບຸນໄຊ ເວົ້າສູ່ຟັງວ່າ:ແມ່ທ້ອງເຂັມມັກຢູ່ໃນລຳໄສ້ແກ່,ປາກຮູທວານຂອງເດັກນ້ອຍ(ອາຍຸ 1-3 ປີມັກເປັນອັນຕະລາຍ), ມັນມີຮອບວຽນຊີວິດຢູ່ປະມານ 1 ສັບປະດາ,ພາຍຫຼັງວາງໄຂ່ແລ້ວມັນກໍ່ຈະຕາຍໄປເອງ,ເວລາມັນປະສົມພັນ ແລະວ່າງໄຂ່ມັນຈະອອກມາໄຂ່ຢູ່ປາກຮູທວານໃນຕອນກາງຄຶນ,ມັນຈະະຊີກົ້ນຂອງເດັກນ້ອຍ,ເຮັດໃຫ້ເດັກນອນບໍ່ໄດ້ ເມື່ອເວລາເຮົາກິນຢາຊະນິດຕ່າງໆລົງໄປສ່ວນໃຫຍ່ມັນຈະລອຍຕົວຢູ່ນອກອາຈົມ ຫຼື້ ປາກຮູທວານເຮັດໃຫ້ມັນບໍ່ໄດ້ຮັບລິດຂອງຢາທີ່ເຮົາກິນລົງໄປ, ດັ່ງນັ້ນການກຳຈັດດ້ວຍການໃຊ້ຢາບາງຄັ້ງຈຶ່ງບໍ່ໄດ້ຜົນເລີຍ. ອາການ:ສັງເກດອາກນຂອງເດັກນ້ອຍເວລານອນກາງຄືນມັນຈະດີ້ນລົນ,ນອນບໍ່ໄດ້ນັ້ນສະແດງວ່າມີແມ່ທ້ອງອອກມາລົບກວນ, ຖ້າເຮົາຄ່ອຍໆພີ່ເບິ່ງກໍ່ເຫັນໂຕແມ່ທ້ອງເຂັມເປັນໆເລີຍໃນຕອນນັ້ນ. ລາວເວົ້າຕື່ມວ່າ: ການກຳຈັດທີ່ໄດ້ຜົນ 100% ມີແຕ່ວິທີດຽວຄື: ຖ້າຫາກເຮົາພີ່ເບິ່ງເຫັນໂຕແມ່ທ້ອງເຂັມ ເຮົາຄວນເອົາສຳລີອ່ອນໆຂ່ຽອອກ,ຈາກນັ້ນໃຊ້ສຳລີຈຸມນ້ຳແຟບ ຫຼື ສະບູພໍເຂັ້ມຂົ້ນ,ໄປເນັບວາງໄວໃນຮູ້ທວາຍຂອງເດັກ,ເວລາແມ່ທ້ອງມາວາງໄຂ່ຈະເຮັດໃຫ້ໄຂ່ຂອງມັນເຊື່ອມສະມັດຕະພາບ (ໄຂ່ຮ້ວນ,ບໍ່ສາມາດແຜ່ໄດ້),ເຮົາເຮັດແບບນັ້ນຕິດຕໍ່ກັນເຖິງ 3 ຄຶນ ຈະເຫັນຜົນ100% ,(ແຕ່ບໍ່ໄດ້ໝາຍວ່າແມ່ທ້ອງເຂັມຈະກໍ່ເກີດກັບເດັກອີກ,ຫາກມີການຕິດແປດໃໝ່ເຮົາຕ້ອງໄດ້ກຳຈັດໃໝ່ອີກ). ທ່ານບອກວ່າ: ບົດຮຽນນີ້ ຊ່ຽວສານຄົນຫວຽດນາມກໍ່ຍອມຮັບ. ຂໍ້ມູນນີ້ອາດບໍ່ຄົບຖ້ວນຫາກໃຜມີຂໍ້ມູນດີໆກ່ຽວກັບແມ່ທ້ອງເຂັມກໍ່ເພີ່ມເຕີມດ້ວຍ,
|
ຂຽນເມື່ອ: ກ.ຍ.. 10, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
ຂ້ອຍແມ່ນຄົນໜຶ່ງທີ່ເບິ່ງໂລກໃນແງ່ຮ້າຍ,ມັນສະແດງອອກໃນບົດທີ່ພົດລົງໃນພັນລາວ,ສ່ວນໃຫຍ່ຕຳນິວິຈານ,ກາວປະນາມປະກົດການຕ່າງໆທີ່ເກີດຂຶ້ນໃນສັງຄົມຕ່າງໆນາໆ, ເວົ້າແຕ່ຄົນອື່ນເປັນແນວນັ້ນແນວນີ້,ສັບພະປິມີແຕ່ເລື່ອງວຸ້ນວາຍຫຍຸ້ງຍາກ,ເບິ່ງຄຳເວົ້າຄືວ່າໂຕເອງຮູ້ທຸກອັນ,ເຫັນທຸກຢ່າງ,ມີທຸກສິ່ງ ແລະພ້ອມທຸກດ້ານ, ແຕ່ແລ້ວ...ໂຄດວ່າໂງ້ຫຼາຍ,ຂາດທຸກໆຢ່າງກວ່າຄົນອື່ນໆເຂົາ,(ເອົາໂຕຍັງບໍ່ລອດ) ມັນສະແດງອອກໃນບົດໜຶ່ງທີ່ຂ້ອຍພົດລົງວ່າ(ຮ້ອນເງິນ,ຈະເຮັດທຸກຢ່າງເພື່ອຫາເງິນຮຽນ), ເປັນແບບນີ້ຍັງກ້າຊ່ອງແສງສັງຄົມວ່າຈັ່ງຊັ້ນຈັ່່ງຊີ້. (ເວົ້າມາປວດ.....). ເປັນຈັ່ງໃດກໍ່ຕາມຂໍໂທດນຳເພື່ອນພັນລາວທຸກຄົນ,ຫວັງວ່າຈະໃຫ້ອະໄພແກ່ຄົນສື່ບື້ຢ່າງຂ້ອຍ,ໃຫ້ເວລາປັບຕົວ,ຄິດວ່າຈະຊົ່ວຫຼືດີກໍ່ຍັງເປັນມະນຸດຮ່ວມໂລກດ້ວຍກັນ ແລະຈົ່ງຊ່ວຍແນະນຳຕຳນິຕິຊົມແກ່ຂ້ອຍຕໍ່ໄປດັ່ງຜູ້ໃຫຍ່ເພີ່ນເຄີຍສອນວ່າ: ປາບພະຍາດເອົາຄົນ: ຂໍກາບທຸກໆ ທ່ານ:............
|
ຂຽນເມື່ອ: ສ.ຫ.. 22, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ໃນປັດຈຸບັນນີ້ ເຖິງວ່າວົງການສື່ມວນຊົນ ນັກປະພັນ ນັກກະວີ ພວກເຮົາມີຄວາມເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບກໍຈິງ ແຕ່ຜົນງານການເຄື່ອນໄຫວຜ່ານມາ ສ່ວນໃຫຍ່ຍັງຕິດພັນ ແຕ່ຢູ່ຂັ້ນສູນກາງຈິ່ງເຮັດໃຫ້ເນື້ອໃນຂ່າວ ບົດຂຽນຍັງຫ່າງເຫີນຈາກປະຊາຊົນເຂດທ້ອງຖິ່ນຊົນນະບົດ ເຊິ່ງເຂົາເຈົ້າເຫຼົ່ານັ້ນມີປັດໄຈພົ້ນເດັ່ນໃນການຜະລິດ ແລະ ທ່າແຮງຫຼາຍຢ່າງໃນແບບແຜນການດຳລົງຊີວິດທີ່ຄວນຈະໄດ້ຮັບການໂຄສະນາເຜີຍແຜ່. ທ່ານ ເຈືອງ ສົມບູນຂັນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວໃນພິທີສະຫຼຸບການກວດສອບ ແລະ ປະດິດແຕ່ງວັນນະຄະດີ ກ່ຽວກັບການລຶບລ້າງຄວາມທຸກຍາກຂອງປະຊາຊົນວ່າ: ຜ່ານມາການສະເໜີຂ່າວ ແລະ ເນື້ອໃນບົດປະພັນວັນນະຄະດີຍັງບໍ່ທັນຕິດພັນກັບປະຊາຊົນຢ່າງແທ້ຈິງ ນັກຂ່າວ ນັກຂຽນ ສ່ວນໃຫຍ່ ແມ່ນເຮັດໜ້າທີ່ແຕ່ຢູ່ຂັ້ນສູນກາງ ສະນັ້ນ ເນື້ອຂ່າວຈິ່ງວົນວຽນແຕ່ກອງປະຊຸມ ການຮັບແຂກ ຂ່າວສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງກະຊວງ ກົມກອງ ຫ້ອງການໃດໜຶ່ງ ນັ້ນກໍເປັນເລື່ອງທີ່ດີຢູ່ ແຕ່ເຮັດໃຫ້ການສ່ອງແສງຂ່າວຍັງຂາດຄວາມສົມດູນລະຫວ່າງສູນກາງ ແລະ ທ້ອງຖິ່ນ ເຫດທີ່ເປັນແນວນັ້ນ ຍ້ອນພວກເຮົາຍັງເຮັດບໍ່ທັນໄດ້ກ່ຽວກັບໜ້າທີ່ບົດບາດຂອງສື່ມວນຊົນ ໃນຫ້າຄຸນລັກສະນະ ຄື: ລັກສະນະພັດ ລັກສະນະຄວາມຈິງ ລັກສະນະມະຫາຊົນ ລັກສະນະວ່ອງໄວ ແລະ ລັກສະນະກະທັດຮັດຈະແຈ້ງ ໃນນັ້ນ ການສ່ອງແສງຂ່າວໄລຍະຜ່ານມາ ຍັງຂາດລັກສະນະມະຫາຊົນ ການລົງຕິດຕາມເຫດການ ວິຖີຊີວິດ ການສ້າງສາພັດທະນາຢູ່ເຂດຊົນນະບົດແມ່ນຍັງ ໜ້ອຍຫຼາຍ ສະນັ້ນ ເນື້ອຫາຂ່າວຈິ່ງບໍ່ເປັນທີ່ສົນໃຈຂອງປະຊາຊົນເຂດທ້ອງຖິ່ນ ເພາະຊົນນະບົດ ແມ່ນບ່ອນເຕົ້າໂຮມຂອງປະຊາກອນສ່ວນໃຫຍ່ ແມ່ນບ່ອນທຳການຜະລິດແມ່ນບ່ອນສ້າງຜະລິດຕະພັນຕ່າງໆ ທັງແມ່ນບ່ອນກຳເນີດມູນເຊື້ອສິລະປະວັດທະນະທຳອັນດີງາມ ສະນັ້ນ ຮູບແບບວິຖີຊີວິດ ໃນການພັດທະນາຂອງເຂົາເຈົ້າ ຄວນຈະຕ້ອງໄດ້ຮັບການໂຄສະນາເຜີຍແຜ່ໃຫ້ຄຽງຄູ່ ແລະ ສົມດູນ ກັບການເຄື່ອນໄຫວລະຫວ່າງຂັ້ນເທິງຢ່າງສົມສ່ວນກັນ. ຢາກເຮັດໄດ້ແນວນັ້ນ ນັກຂ່າວ ນັກຂຽນ ຕ້ອງໄດ້ຮັບການຍົກລະດັບທາງດ້ານການເມືອງ-ແນວຄິດ ຮຽນຮູ້ວິທີການນຳສະເໜີຂ່າວໃຫ້ເລິກເຊິ່ງ ພ້ອມນັ້ນ ນັກຂ່າວ ນັກຂຽນ ກໍຄວນວາງເປົ້າໝາຍ ໂຄງສ້າງການເຄື່ອນໄຫວ ເນື້ອຫາຂ່າວ ພື່ອຫັນທິດສູ່ການພັດທະນາ ແລະ ຮັບໃຊ້ປະຊາຊົນຢ່າງກວ້າງຂວາງ ສະນັ້ນ ອາຊີບນັກຂ່າວ ນັກຂຽນ ແມ່ນຂົວຕໍ່ສຳຄັນໃນການໂຄສະນາເຜີຍແຜ່ແນວທາງລະຫວ່າງຂັ້ນເທິງ ແລະ ປະຊາຊົນ ຢາກເຮັດໄດ້ແນວນັ້ນ ອົງການທີ່ກ່ຽວຂ້ອງກໍຕ້ອງຍົກສູງພາລະບົດບາດນັກຂ່າວ-ນັກຂຽນຂຶ້ນຕື່ມອີກບາດກ້າວໜຶ່ງ ສະໜອງນະໂຍບາຍ ງົບປະມານ ເຄື່ອງມືອຸປະກອນທີ່ຈຳເປັນ ເພື່ອສະດວກໃນການເຄື່ອນໄຫວ ພ້ອມທັງໃຫ້ການຮ່ວມມືເປັນຢ່າງດີ. ທ່ານ ເຈືອງ ສົມບູນຂັນ ຍັງໄດ້ຢ້ຳເຖິງການນຳສະເໜີຂ່າວອີກວ່າ: ຜ່ານມາຂ່າວພວກເຮົາເວົ້າແຕ່ດ້ານບວກ ຄວາມຈິງແລ້ວ ແບບແຜນສັງຄົມຍ່ອມມີສອງດ້ານຄຽງຄູ່ກັນ ຫາກສະເໜີແຕ່ດ້ານດຽວ ກໍເທົ່າກັບວ່າ ຂ່າວຍັງຂາດທັດສະນະຄວາມຈິງ ສະນັ້ນ ອັນທີ່ເປັນສິ່ງຫຍໍ້ທໍ້ກໍຄວນກ່າວເຖິງ ແຕ່ນັກຂ່າວກໍຕ້ອງມີວິໄສທັດໃນການສະເໜີສິ່ງຫຍໍ້ທໍ້ເຫຼົ່ານັ້ນຢ່າງສ້າງສັນ ຖືກຕ້ອງ ສອດຄ່ອງກັບແນວທາງນະໂຍບາຍ ລະບຽບກົດໝາຍ ປັດໄຈສຳຄັນທີ່ຈະຮ່ວມແກ້ໄຂບັນຫາທີ່ກ່າວມານັ້ນ ກ່ອນອື່ນໝົດຕ້ອງຍົກລະດັບທັງປະລິມານ ແລະ ຄຸນນະພາບຂອງນັກຂ່າວ ນັກຂຽນ ໃຫ້ກຳໄດ້ແນວທາງນະໂຍບາຍຂອງພັກ ຮຽນຮູ້ເຕັກນິກວິຊາການຢ່າງເປັນປະຈຳ ທຸກສຳນັກຂ່າວຕ້ອງຮູ້ວາງໂຄງສ້າງຂ່າວ ເພື່ອຮັບໃຊ້ການເຄື່ອນໄຫວໃນຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ສົມດູນກັນ ຂຶ້ນແຜນງົບປະມານໃນການເຄື່ອນໄຫວຢ່າງເໝາະສົມ ທຸກຝ່າຍທີ່ກ່ຽວຂ້ອງກໍຄວນໃຫ້ການສະໜັບສະໜູນ ທັງກຳລັງແຮງ ກຳລັງຊັບ ແລະ ສະຕິປັນຍາ ເພື່ອໃຫ້ວຽກງານຂະແໜງດັ່ງກ່າວໄດ້ເຮັດບົດບາດ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຮັບໃຊ້ພັກ ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ໂດຍ: ບຸນທະວີ ຈຳປາທອງ
|
ຂຽນເມື່ອ: ສ.ຫ.. 12, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
* ພັກ-ລັດຖະບານບານໄດ້ຖືເອົາວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກເປັນວຽກງານຍຸດທະສາດສຳຄັນ ໃນການພັດທະນາປະ ເທດໂດຍໄດ້ສຸມໃສ່ການຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນໃຫ້ປະຊາຊົນບັນດາເຜົ່າ, ການພັດທະນາຊາຍແດນ, ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ, ການປ່ອຍສິນເຊື່ອຂອງທະ ນາຄານ ນະໂຍບາຍ, ກອງທຶນພັດທະນາບ້ານ ແລະ ໂຄງການອື່ນໆທີ່ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກພ້ອມກັນນັ້ນກໍໄດ້ ເອົາໃຈ ໃສ່ຈັດຕັ້ງໂຄສະນາເຜີຍແຜ່ ແລະ ເຊື່ອມຊຶມກ່ຽວກັບທິດທາງຄາດໝາຍສູ້ຊົນວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ປັບປຸງການ ຈັດຕັ້ງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງຕົນເປັນເຈົ້າການປະສານງານວຽກງານກໍ່ສ້າງຮາກຖານການເມືອງຂອງບັນດາຂະແໜງການ. ໃນທ້າຍສົກປີ 2011-2012 ຄາດວ່າອັດຕາຄວາມທຸກຍາກຍັງເຫລືອປະມານ 22% ຂອງຈຳນວນປະຊາກອນທັງໝົດ ໃນສົກປີ 2010-2011 ປະມານ 24%, ອັດຕາຄົວເຮືອນທຸກຍາກຍັງເຫລືອປະມານ 17% ຂອງຈຳນວນຄົວເຮືອນທັງໝົດ(ໃນສົກປີ 2010-2011 ປະມານ 19%) ສຸມໃສ່ຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນໃຫ້ປະຊາຊົນບັນດາເຜົ່າເພື່ອແກ້ໄຂບັນຫາການເຄື່ອນຍ້າຍແບບຊະຊາຍຂອງພົນລະເມືອງ, ໄດ້ມີການປະສານສົມທົບກັບຂະແໜງ ການທີ່ກ່ຽວຂ້ອງຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງມີເປົ້າໝາຍ ແລະ ສອດຄ່ອງກັບສະພາບທ້ອງຖິ່ນເປັນຕົ້ນຢູ່ແຂວງບໍ່ແກ້ວໄດ້ປະຕິບັດ 3 ຈຸດລວມມີ 13 ບ້ານ, 502 ຄອບຄົວ 1.336 ຄົນ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 03/ກມສພ ບັນດາແຂວງ ແລະ ເມືອງໄດ້ຮີບຮ້ອນກຳນົດບ້ານໃຫຍ່ທີ່ຈະສ້າງ ຕົວເມືອງນ້ອຍໃນຊົນນະບົດໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ສ້າງແຜນງານໂຄງການພັດທະນາບໍລິເວນດັ່ງກ່າວໃຫ້ກາຍເປັນໃຈກາງທາງດ້ານເສດ ຖະກິດ-ວັດທະນະທຳ-ສັງ ຄົມ, ປກສ-ປກຊ, ທະນາຄານນະໂຍບາຍໄດ້ຂະຫຍາຍສາຂາກວມ 47 ຕົວເມືອງທຸກຍາກເຊິ່ງແຕ່ລະເມືອງມີຫ້ອງການ ແລະ ມີພະນັກງານປະຈຳໃນສົກປີ 2011-2012 ມີແຜນປ່ອຍສິນເຊື່ອທັງໝົດ 532 ຕື້ກີບ, ໄລຍະ 6 ເດືອນຜ່ານມາສາມາດປະຕິບັດໄດ້ 137,6 ຕື້ກີບເທົ່າກັບ 26%ຂອງແຜນການ./. ຂໍ້ມູນຈາ (ຂປລ)
|
ຂຽນເມື່ອ: ສ.ຫ.. 12, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
* ປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VII ໄດ້ດຳເນີນມາເປັນເວລາ 5 ວັນແລ້ວ ( 20-26 ມິຖຸນາ 2012) ຊຶ່ງທ່ານ ດຣ ບົວສີ ລໍວັນໄຊ ປະ ທານອົງການກວດສອບແຫ່ງລັດ ໄດ້ລາຍງານຜົນການກວດສອບຕໍ່ກອງປະຊຸມຄັ້ງນີ້ມີ 5 ບັນຫາຕົ້ນຕໍຄື: ການປັບປຸງບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈຳສົກປີ 2009-2010; ບັນຫາທີ່ເປັນສາເຫດເຮັດໃຫ້ໃບດຸ່ນດ່ຽງຂອງຄັງເງິນແຫ່ງຊາດປະຈຳນະຄອນຫລວງວຽງຈັນສົກປີ 2009 -2010 ມີຕົວເລກລວມຍອດເຫລືອບັນຊີ ເບື້ອງໜີ້ຫລາຍກວ່າ ຫລື ຜິດດ່ຽງກັບເບື້ອງມີເປັນເງິນ 90 ຕື້ກວ່າກີບ; ປະຕິບັດມາດຕະການຫັນ 20% ສຳລັບຫົວໜ່ວຍງົບປະມານ ທີ່ກວດເຫັນການກະທຳຜິດເປັນຄັ້ງທຳອິດ ແລະ ຫັກ 25% ສຳລັບລົບຫົວໜ່ວຍງົບປະມານທີ່ກວດເຫັນການກະທຳຜິດສອງຄັ້ງຂຶ້ນໄປຂອງເງິນລາຍຮັບວິຊາການ; ເງິນຂາຍໄມ້ ແລະ ເງິນກອງທຶນ ຊຶ່ງບໍ່ໄດ້ມອບເຂົ້າງົບປະມານ, ແຕ່ເອົາໄປຈ່າຍກ່ອນ ອອກຈາກແຜນງົບປະມານສົກປີ 2011-2013 ຂອງຫົວໜ່ວຍງົບປະມານທີ່ກ່ຽວຂ້ອງກັບບັນຫາດັ່ງກ່າວ; ການມອບເງິນລາຍຮັບວິຊາການ, ເງິນຂາຍໄມ້ ແລະ ເງິນກອງທຶນທີ່ເປົ້າໝາຍກວດສອບເກັບໄດ້ໃນສົກປີ 2009-2010 ຊຶ່ງຮັບສາໄວ້ໃນບັນຊີຂອງຕົນຮອດມື້ທີ່ມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດທີ VII ມີຜົນສັກສິດນຳໃຊ້ເຂົ້າເປັນລາຍຮັບງົບປະມານແຫ່ງລັດສົກປີ 2011-2012; ລາຍຈ່າຍວິຊາການລວມເປັນເງິນ 105 ,48ຕື້ກີບ ທີ່ບໍ່ສາມາດເອົາເຂົ້າແຜນງົບປະມານສົກປີ 2010-2011. ທ່ານ ດຣ ບົວສີ ລໍວັນໄຊ ປະທານອົງການກວດສອບແຫ່ງລັດໄດ້ຜ່ານການປັບປຸງ ແລະ ສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳສົກປີ 2009- 2010 ມີດັ່ງນີ້: ລາຍຮັບຂາດຕົວງົບປະມານແຫ່ງລັດສົກປີ 2009-2010 ຕາມການສະຫລຸບລາຍງານຂອງກະຊວງການເງິນລວມເປັນເງິນ 12.517,03 ຕື້ກີບ, ແຕ່ຜ່ານມາການ ກວດສອບຄືນໄດ້ກວດເຫັນລາຍຮັບວິຊາການ, ເງິນກອງທຶນ ແລະ ເງິນຂາຍໄມ້ທີ່ຍັງເຄື່ອນໄຫວຢູ່ນອກລະບົບບັນຊີງົບປະມານແຫ່ງລັດລວມເປັນເງິນ 487,18 ຕື້ກີບ ສະນັ້ນລາຍ ຮັບຂາດຕົວງົບປະມານແຫ່ງລັດສົກປີ 2009-2010 ລວມເຂົ້າກັນເປັນເງິນ 13.004,21 ຕື້ກີບ; ລາຍຈ່າຍຂາດຕົວງົບປະມານແຫ່ງລັດສົກປີ 2009-2010 ຕາມການສະຫລຸບ ຂອງກະຊວງ ການເງິນເປັນເງິນ 13.987,74 ຕື້ກີບ ແຕ່ຜ່ານການກວດສອບຄືນໄດ້ກວດເຫັນລາຍຈ່າຍງົບປະມານແຫ່ງລັດ ທີ່ຍັງເຄ່ືອນໄຫວຢູ່ນອກລະບົບບັນຊີງົບປະມານແຫ່ງລັດ ລວມເປັນເງິນ 285,96 ຕື້ກີບ ສະນັ້ນ ລາຍຈ່າຍຂາດຕົວງົບປະມານແຫ່ງລັດສົກປີ 2009-2010 ລວມເຂົ້າກັນເປັນເງິນ 14.273,70 ຕື້ກີບ. ສະຫລຸບລວມແລ້ວ ຜົນການ ປັບປຸງບົດສະຫລຸບຂາດຕົວຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2009-2010 ທີ່ໄດ້ຮັບການກວດສອບເຮັດໃຫ້ລາຍຮັບງົບປະມານເພີ່ມຂຶ້ນ 487,18 ຕື້ກີບ ໝາຍວ່າ ເພີ່ມຈາກ 12.517,03 ຕື້ກີບ ມາເປັນ 13.004,21 ຕື້ກີບ ແລະ ເຮັດໃຫ້ຕົວເລກຂາດດຸນງົບປະມານແຫ່ງລັດຫລຸດລົງ 201,22 ຕື້ກີບ ໝາຍວ່າຫລຸດລົງຈາກ 1.470,71 ຕື້ກີບ ມາເປັນ 1.269,49 ຕື້ກີບ. ແນວໃດກໍດີ ຜ່ານການປັບປຸງໃບດຸ່ນດ່ຽງຂອງຄັງເງິນແຫ່ງຊາດປະຈຳນະຄອນຫລວງວຽງຈັນເຫັນວ່າ: ຕົວເລກລວມຍອດເຫລືອບັນຊີເບື້ອງໜີ້ ແລະ ເບື້ອງມີດຸ່ນດ່ຽງກັນເບື້ອງລະ 284,36 ຕື້ກີບ, ອີກບັນຫາໜຶ່ງກ່ຽວກັບການກວດສອບຄືນເງິນຜິດດ່ຽງ 94,83 ຕື້ກີບນັ້ນຍ້ອນການຖືບັນຊີ, ການເກັບມ້ຽນເອກະສານຂອງ ຄັງເງິນແຫ່ງຊາດປະຈຳນະຄອນຫລວງ ບໍ່ເປັນລະບົບເຮັດໃຫ້ບໍ່ສາມາດຕອບສະໜອງຂໍ້ມູນ ແລະ ເອກະສານຕາມການສະເໜີຂອງຄະນະກວດກາຕື່ມອີກ ຈາກນັ້ນຈຶ່ງຈະໄດ້ລາຍງານ ໃຫ້ຄະນະປະຈຳສະພາແຫ່ງຊາດຮັບຊາບໃນທີຫລັງ. ຂໍ້ສະເໜີ ແລະ ຕອ້ງການໃຫ້ມີການປັບປຸງເພີ່ມຕື່ມຕໍ່ກອງປະຊຸມສະພາຄັ້ງນີ້ມີ 5 ບັນຫາຄື: ສະເໜີໃຫ້ກອງປະຊຸມມີມະຕິເພື່ອຊຸກຍູ້ໃຫ້ລັດຖະບານຊີ້ນຳຫົວໜ່ວຍງົບປະມານ ເອົາໃຈໃສ່ປະຕິບັດລະບຽບກົດໝາຍໂດຍສະເພາະກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ກົດໝາຍວ່າດ້ວຍບັນຊີຢ່າງເຂັ້ມງວດ ພ້ອມເນັ້ນໃຫ້ຄະນະປະຈຳສະພາແຫ່ງຊາດ ຄົ້ນຄວ້າ ແລະ ປັບປຸງຄືນບາງກົດໝາຍທີ່ຮອງຮັບໄປແລ້ວນັ້ນ ຊຶ່ງເຫັນວ່າຍັງມີຊ່ອງຫວ່າງບໍ່ທັນສອດຄອງ; ສະເໜີໃຫ້ເປົ້າໝາຍຖືກກວດສອບເອົາໃຈໃສ່ປະຕິບັດຕາມຄຳແນະນຳ ຜົນການກວດສອບຂອງອົງການກວດສອບແຫ່ງລັດຢ່າງເຂັ້ມງວດເຊັ່ນ: ເງິນຂາຍໄມ້, ເງິນວິຊາການ, ເງິນກອງທຶນຕ້ອງໄດ້ມອບເຂົ້າງົບປະມານຢ່າງຄົບຖ້ວນຕາມກົດໝາຍທີ່ໄດ້ກຳ ນົດໄວ້; ສະເໜີໃຫ້ກະຊວງການເງິນ ແລະ ຄະນະປັບປຸງທຸລະກິດແຫ່ງຊາດຄົ້ນຄວ້າກົນໄກ, ລະບຽບການກຳນົດໝາຍການໃຊ້ຈ່າຍບໍລິຫານເປັນຕົ້ນແມ່ນລາຍຈ່າຍຊຸກຍູ້ສັງຄົມ, ເງິນ ນະໂຍບາຍຂອງທະນາຄານ, ລັດວິສາຫະກິດ, ວິສາຫະກິດປະສົມໃຫ້ຢູ່ໃນຂອບເຂດທີ່ເໝາະສົມ. ເພາະໄລຍະຜ່ານມາໄປກວດສອບ,ລາຍຈ່າຍດັ່ງກ່າວເຫັນວ່າ: ສູງຫລາຍອັນ ເຮັດໃຫ້ການມອບພັນທະເຂົ້າງົບປະມານແຫ່ງລັດບໍ່ໄດ້ຕາມລະດັບຄາດໝາຍທີ່ກຳນົດໄວ້; ສະເໜີໃຫ້ລັດຖະບານຈົ່ງໃຫ້ອຳນວຍສະດວກໃນການສະໜອງງົບປະມານ, ພື້ນຖານວັດຖຸ ເຕັກນິກ ແລະ ປະຕິ ບັດນະໂຍບາຍຕ່າງໆຕໍ່ຂົງເຂດວຽກງານກວດສອບ ຊຶ່ງຜ່ານມາການກວດສອບລັດວິສາຫະກິດ, ວິສາຫະກິດປະສົມ ແລະ ໂຄງການເງິນກູ້ຢືມ ແລະ ຊ່ວຍ ເຫລືອລ້າ ແລະ ຜ່ານການລົງໄປຕິດຕາມກວດການຳຄະນະກວດສອບແຕ່ລະຄັ້ງໃນສົກປີ 2011-2012 ເຫັນວ່າ: ບັນຫາທີ່ພົ້ນເດັ່ນນັ້ນແມ່ນການຈ່າຍເງິນວິຊາການ, ເງິນກອງທຶນ, ເງິນຂາຍໄມ້ນອກແຜນ ແລະ ການປະຕິບັດໂຄງການນອກແຜນ ຊຶ່ງເປັນບັນຫາຊ້ຳເຮື້ອ ແລະ ແກ້ໄຂບໍ່ທັນຕົກ. ຂໍ້ມູນຈາກ: (ຂປລ)
|
ຂຽນເມື່ອ: ສ.ຫ.. 11, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
*(ຂປລ) ລັດຖະບານແຫ່ງ ສປປ ລາວຈະບໍ່ອະນຸຍາດໃຫ້ກຸ່ມຄົນ ຫລື ນິຕິບຸກຄົນໃດຢືນ ຫລື ຂໍລົງທຶນໃໝ່ໃນໂຄງການບໍ່ແຮ່ ແລະ ສໍາປະທານປູກຢາງພາລາ - ຕົ້ນໄມ້ວິກ ທົ່ວ ປະເທດຈົນຮອດວັນທີ 31 ທັນວາ 2015, ການສັ່ງໂຈະ ແລະ ງົດໃຫ້ສໍາປະທານ ຫລື ລົງທຶນຄັ້ງນີ້ແມ່ນຄວາມພະຍາຍາມຂອງ ລັດຖະບານເພື່ອຈະທົບທວນຄືນບັນດານະໂຍ ບາຍຕ່າງໆ ແລະ ປະສິດທິຜົນຂອງໂຄງການລົງທຶນຕ່າງໆ ໃນຂອບເຂດທົ່ວປະເທດລາວນັ້ນເອງ . ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ປະກາດ ແລະ ແຈ້ງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ VII ໄດ້ສະຫລຸບ ແລະ ຕີລາ ຄາໃນວັນທີ 25 ມິຖຸນາ 2012 ນີ້ວ່າ : ລັດຖະບານແຫ່ງ ສປປ ລາວ ຈະບໍ່ອະນຸຍາດ ແລະ ບໍ່ພິຈາລະນາໃຫ້ກຸ່ມຄົນ ຫລື ນິຕິບຸກຄົນໃດຢືນ ຫລື ຂໍລົງທຶນໃໝ່ໃນໂຄງການ ບໍ່ແຮ່ ແລະ ສໍາປະທານປູກຢາງພາລາ - ຕົ້ນໄມ້ວິກ ທົ່ວປະເທດຈົນຮອດວັນທີ 31 ທັນວາ 2015 ຊຶ່ງການສັ່ງໂຈະ ແລະ ງົດໃຫ້ສໍາປະທານ ຫລື ລົງທຶນຄັ້ງນີ້ແມ່ນຄວາມພະຍາຍາມ ຂອງລັດຖະບານເພື່ອຈະທົບທວນຄືນບັນດານະໂຍບາຍຕ່າງໆ ແລະ ປະສິດທິ ຜົນຂອງໂຄງການລົງທຶນຕ່າງໆໃນຂອບເຂດທົ່ວປະເທດລາວນັ້ນເອງ . ພ້ອມດຽວກັນນັ້ນ ທ່ານ ນາຍົກ ຍັງກ່າວວ່າ: ຖ້າໂຄງການໃດທີ່ໄດ້ອະນຸຍາດໄປແລ້ວ ແຕ່ເຫັນວ່າບໍ່ໄປບໍ່ມາ ແລະ ບໍ່ມີປະສິດທິຜົນຈະຖືກສັ່ງໂຈະບໍ່ໃຫ້ດໍາເນີນ ສ່ວນໂຄງການທີ່ໄດ້ອະນຸຍາດແລ້ວນັ້ນ ຫາກ ມີຄວາມຕັ້ງໃຈ ແລະ ມີການດໍາເນີນໄປຢ່າງມີປະສິດທິຜົນສາມາດສືບຕໍ່ໄດ້. ໄລຍະຜ່ານມາເຫັນວ່າຫລາຍໂຄງການທີ່ໄດ້ອະນຸມັດໄປກ່ອນໜ້ານັ້ນບໍ່ມີປະສິດທິພາບເທົ່າທີ່ຄວນ ຊຶ່ງໄດ້ສ້າງບັນຫາເຮັດໃຫ້ມີຫາງສຽງ ແລະ ກະທົບຕໍ່ເນື້ອທີ່ປ່າໄມ້ ລວມເຖິງ ການດໍາເນີນຊີວິດຄົນ ແລະ ຊີວະນາໆພັນບໍ່ໜ້ອຍ. ນັບປີ 1998 ລັດຖະບານແຫ່ງ ສປປ ລາວ ໄດ້ມີການອະນຸມັດ 4.470 ໂຄງການລົງທຶນດ້ວຍມູນຄ່າທັງໝົດ 24 ຕື້ກວ່າ ໂດລາສະຫະລັດ ໃນນັ້ນໂຄງການລົງທຶນ ຂະໜາດໃຫຍ່ແມ່ນຂະແໜງບໍ່ແຮ່ກວມເອົາ 5.5 ຕື້ໂດລາ , ພະລັງງານໄຟຟ້າມີມູນຄ່າ 5 ຕື້ໂດລາ ແລະ ກະສິກໍາ 2.6 ຕື້ໂດລາ. ແນວ ໃດກໍດີ ໃນຂົງເຂດການລົງທຶນທີ່ນັກລົງທຶນໃຫ້ຄວາມສົນໃຈຫລາຍກວ່າ ຂະແໜງການອື່ນນັ້ນແມ່ນຂະແໜງການບໍ່ແຮ່ ຊຶ່ງລັດຖະບານໄດ້ມີການອະນຸມັດໄປແລ້ວປະມານ 171 ໂຄງການ ສໍາລັບຂະແໜງການກະສິກໍາທີ່ລັດຖະບານໄດ້ອະນຸຍາດນັ້ນມີທັງໝົດ 57 ໂຄງການໃນນັ້ນສ່ວນໃຫຍ່ ແມ່ນການປູກຕົ້ນໄມ້ອຸດສາຫະກໍາເປັນຕົ້ນແມ່ນຢາງພາລາ ແລະ ໄມ້ວິກ ຂໍ້ມູນຈາກ kpl
|
ຂຽນເມື່ອ: ກ.ລ.. 2, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ພໍ່ເຖົ້າ ທ້າວສົມ,ພ້ອມດ້ວຍຍາດພີ່ນ້ອງ,ການຈັດຕັ້ງບ້ານວັງໝາກ,ເມືອງວຽງທອງ,ແຂວງບໍລິຄຳໄຊ. ໄດ້ຝາກສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຜ່ານພັນລາວ ໄປຍັງບັນດາການຈັດຕັ້ງທຸກພາກສ່ວນ,ພີ່ນ້ອງລາວ ແລະໄທ ທີ່ມີສ່ວນຮ່ວມຊອກຄົ້ນຫາລູກ ແລະຫຼານສາວທີ່ໄດ້ຫາຍໂຕເຂົ້າປະເທດໄທຢ່າງໄຮ້ຂໍ້ມູນນັບແຕ່ເດືອນ ມີຖຸນາປີ 2011 ,ເຊິ່ງຂ້ອຍໄດ້ນຳມາພົດລົງທີ່ພັນລາວເພື່ອຂໍຄວາມຊ່ວຍຈາກພີ່ນ້ອງພັນລາວໃນການຊອກຄົ້ນ. ປະຈຸບັນທາງການຂອງໄທ ແລະລາວໄດ້ຄົ້ນຫາ ແລະນຳຕົວພວກກ່ຽວທັງ 3 ຄົນກັບເຖິງອ້ອມອົກຂອງພໍ່ແມ່ ແລະຍາດພີ່ນ້ອງເປັນທີ່ຮຽບຮ້ອຍແລ້ວໃນລະຫວ່າງທ້າຍເດືອນມີຖຸນາ 2012ນີ້ເອງ (ຂໍໃຫ້ຊາດລາວ ແລະໄທຈົ່ງຍືນຍົງ ແລະຮັກສາມິດຕະພາບ,ການຮ່ວມມື ແລະຄວາມສາມັກຄີອັນດີໄວ້ຕະຫຼອດໄປ) -ພະນະທ່ານນາງ ຍິ່ງລັກ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ກັນຍາ 2011 ນີ້. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ຫ້ອງວ່າການລັດຖະບານ ໂດຍມີພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພາບຈາກ kpl
|
ຂຽນເມື່ອ: ມິ.ຖ.. 16, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ອື່ນ ໆ
ເຄີຍໄດ້ຟັງເພັງອັດຕະປືແດນງາມ,ຮູ້ສຶກວ່າມ່ວນ,ເນື້ອນໃນສ່ອງແສງຖືກຕ້ອງ... ແຕ່ຍັງບໍ່ເຂົ້າໃຈປະໂຫຍກໜຶ່ງ: ( ງາມຫຼາຍ ຍະ ເອີ....ອັດຕະປືຂາຍຄຳແລກໄກ່). ຄຳວ່າ: ຍະເອີ...ແປລາວວ່າແນວໃດ?,ມັນມີຄວາມແນວໃດ?,ໝາຍວ່າແນວໃດ?
|
ຂຽນເມື່ອ: ມິ.ຖ.. 4, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
YASA .(ຍາຊ່າ) ທ່ານໜຶ່ງເປີດເຜີຍວ່າ: ເມື່ອວັນທີ່ 27 ພຶດສະພາ 2012 ນີ້ຢູ່ທີ່ບ້ານນາແພງ,ເມືອງໂພນໂຮງ,ແຂວງວຽງຈັນ ໄດ້ສຳເລັດການຍິງລູກສອນບັ້ງໄຟຂຶ້ນສູ່ທ້ອງຟ້າ ເຊິ່ງມີລູກສອນບັ້ງບັ້ງໄຟຈາກພາກສ່ວນຕ່າງຈາກພາຍໃນ ແລະຕ່າງປະເທດເຊັ່ນ: ແຂວງບໍ່ແກ້ວ,ໄຊຍະ,ບໍລິຄຳໄຊ,ບ້ານນາແພງ,ຍະໂສທອນ(ປະເທດໄທ),ຊາວໜຸ່ມບ້ານທາດຫຼວງ...ທີ່ບໍ່ໄດ້ເອີ່ຍຊື່ເຂົ້າມາລົງທະບຽນທີ່ສະໜາມປະມານ 100 ລູກ,ລູກບັ້ງໄຟມີຂະໜາດນ້ຳໜັກຕ່ຳສຸດ 5 ກິໂລກຣາມ - 60 ກິໂລກຣາມ. YASA .(ຍາຊ່າ ກ່າວວ່າ:ການຍິງລູກສອນບັ້ງໄຟຄັ້ງນີ້ບໍ່ໄດ້ຂົ່ມຂູ່ໂລກແຕ່ຢ່າງໃດ,ເປັນການປະຕິບັດຕາມປະເພີນີປະຈຳປີຂອງຊາວພຸດ ເມື່ອເຖິງເດືອນຫົກແລ້ວກໍ່ຕ້ອງສົ່ງບັ້ງໄຟຂຶ້ນສູ້ທ້ອງຟ້າເພື່ອຂໍນ້ຳຝົນຈາກແຖນລົງມາຫົດພືພັນຕາມຄວາມເຊື່ອເທົ່ານັ້ນ ແລະປີນີ້ໄດ້ຈຳນວນ ແລະນ້ຳໜັກຂອງບັ້ງໄຟລົງເພື່ອເປັນຕົວແບບແກ່ບັນດາປະເທດມະອຳນາດທີ່ກຳລັງຊ່ວງເສັງດ້ານລູກສອນໄພທຳລາຍ. ຂ່າວແຈ້ງຕື່ມວ່າ: ເມື່ອວັນທີ່ 2.6.12 ທີ່ບ້ານກ້ວຍ,ເມືອງປາກຊັນ,ແຂວງບໍລິຄຳໄຊກໍ່ສຳເລັດການຍິງລູກສອນບັ້ງໄຟເຊັ້ນດຽວກັນ ແຕ່ຄັ້ງນີ້ມີຮອດບັ້ງໄຟແສນວ່າຊັ້ນ... (ຍາຊ່າ ແມ່ນພະອາຈານທີ່ມີຕແໜ່ງກວ່າຄູບາທົ່ວໄປ)
|
ຂຽນເມື່ອ: ມິ.ຖ.. 1, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
ທ່ານ ພັນຕຳຫຼວດໂທ ດຣ ທັກສິນ ຊິນນະວັດ ເຄີຍເວົ້າຕະຫຼອດວ່າ: (ຄິດໃໝ່ທຳ,ທຳໃໝ່) ຄຳເວົ້ານັ້ນມັນຊ່ອງແສງເຖິງຈິນຕະນາການຂອງມະນຸດເຮົາ, ໝາຍວ່າ: ເຖິງເວລາແລ້ວທີ່ທຸກຄົນຄວນປ່ຽນແປງໃໝ່,ຢ່າຢຶດຕິດກັບແນວຄິດ ແລະການກະທຳແບບເກົ່າໆ ທີ່ຊັກຊ້າ,ຫຼ້າຫຼັງ,ຝືນກົດເກນຂອງມະນຸດ ເວົ້າງ່າຍ ຕ້ອງປ່ຽນແນວຄິດແບບອະນຸລັກນິຍົມ ຫັນໄປຮັບຮູ້ແນວຄິດພັດທະນາ ຕາມກົດເກນການຂະຫຍາຍຕົວຂອງມວນມະນຸດ ເພື່ອປະເທດຊາດບ້ານເມືອງຈະໄດ້ຈະເລີນໄວ
|
ຂຽນເມື່ອ: ພ.ພ.. 22, 2012
| ມີ
15 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
- ຄັ້ງໜຶ່ງໄດ້ມາພົບນາດນ້ອງ ຍອດສະຫງ່າສາວຄົນສວຍ ຜົມເປັນມວຍດົກດຳ ສະເໜ່ງາມຍາມນ້ອງຍີ້ມ ແມນເມື່ອເບິ່ງໃບໜ້າ ຂາວນວນເໝືອນດັ່ງໄຂ່ ໃຈປະສົງຢາກໝາຍມາຮ່ວມຮຽງນ້ອງ ຄົນຜູ້ຮູ້ສາວປາກຊັນແທ້ເດ - ແພງເອີຍ ຫຼືວ່ານ້ອງເກີດວັນທິດ ແມ່ນ້ອງຈັງຫັນຊັ່ນບໍ? ຫຼືນ້ອງເກີດວັນຈັນ ແມ່ນາງໄປໃສ່ບາດ ຊາດນີ້ບຸນຈິ່ງນຳຕາມເຈົ້າ ໃຫ້ຮູບຮ່າງສວຍສະຫງ່າ ວາດສະໜາຄືບ່າວອ້າຍ ຊິພໍໄດ້ແຕ່ພຽງຝັນ ຊັ້ນແລ້ວ - ເສຍດາຍເດ່ນໍ່ນ້ອງ ອ້າຍມາພົບພຽງທີ່ຫຼັງ ຄົງບໍ່ມີຫວັງແລ້ວນາງ ຈະໄດ້ຮ່ວມຮຽງຄຽງຊ້ອນ ໄດ້ແຕ່ວອນຈາເວົ້າ ເໝືອນສາລີກາຮຽກຫາຄູ່ ແສຍຊິຮ້ອງຮຽກເອີ້ນ ສຽງນັ້ນກໍ່ເລົ່າກາ - ຢາກຖາມເດ່ນວນນາດນ້ອງ ບ້ານນ້ອງຢູ່ແດນໃດ ? ເປັນລູກສາວໃຜເດ່ນາງ ຊ່າງມາງາມປານແຕ້ມ ແຖມໃຈດີພຽບພ້ອມ ຍາມນ້ອງຍີ້ແກ້ມບ່ອງ ຢາກຂໍຈອງເມືອເປັນໄພ້ແມ່ອ້າຍ ຖິ່ນກ້ຳແດນສະຫວັນ ພຸ້ນໄດ - ຢ້ານແຕ່ນ້ອງຕິບ່າວອ້າຍ ຄົນຮູບກ່ຳດຳໝອງ ຢ້ານບໍ່ສົມນວນເນື້ອທອງ ແດນສາວງາມຄົນເຂົາຊ່າ ໃຜມາເຫັນກໍ່ກ່າວຂານຍົກຍ້ອງ ສາວປາກຊັນຜູ້ງາມເດັ່ນ ສົມແລ້ວເປັນດັ່ງເພັງເພີ່ນຮ້ອງ ກຸຫຼາບປາກຊັນແດນງາມ - ນ້ອງເອີ່ຍ ເພີ່ນຍັງຝົນຕົກຍັງຮູ້ເອື້ອນ ກົບກິນເດືອນຍັງຮູ້ອິ່ມ ບາດພິຊາຍຄິດເປັນຫ່ວງນຳນາດນ້ອງ ບໍ່ມີມື້ຊິຊວ່າງຫາຍ ຫຼືວ່າເປັນນຳບຸນພາລາສ້າງ ຕົວພິຊາຍມັນຕ້ອຍຕ່ຳ ຈິ່ງເປັນກຳໃຫ້ມາພົບພຽງຄັ້ງ ໃຫ້ຫວົໃຈອ້າຍຫວ່ງແຕ່ນາງ ນ້ອງເອີຍ ໂດຍ: ຈິນດາ ມະນີວົງສີ
|
ຂຽນເມື່ອ: ພ.ພ.. 13, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ໄມ້ປູດຕົ້ນນີ້ເປັນປະເພດໄມ້ດູ່ແກນຫຼ້ອນ ເອີ້ນຕາມຊະນິດປູດວ່າ: ປູດໜາມໝາກມີ້. ຄວາມໜາຂອງປູດ 15 ຊັງຕີ ໜ້າຕັດທາງປາຍ 60 ຊັງຕີ ໜ້າຕັດທາງກົກ 80 ຊັງຕີ ຄວາມສູງຈຸດເປັນປູດ 2.5ແມັດ ຄົນພົບເມື່ອວັນທີ່ 4.5.12 ຂໍ້ມູນອື່ນຂໍສະຫງວນໄວ້ກ່ອນ ຫາກທ່ານໃດສົນໃຈຈະສົ່ງຂໍ້ຄວາມຫຼັງໄມ
|
ຂຽນເມື່ອ: ພ.ພ.. 7, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ມີທະຫານທ່ານໜຶ່ງໄປຫາໝໍເພື່ອກວດກາເບິ່ງອາການເຈັບຂອງຕົນ ໝໍ: ເຈົ້າເປັນຫຍັງ? ຄົນເຈັບ: ເປັນທະຫານ ໝໍ: ເຈົ້າເຈັບຢູ່ໃສ? ຄົນເຈັບ: ເຈັບຢູ່ຄ້າຍພຸ້ນ ໝໍ: ເຈົ້າເຈັບຢູ່ບ່ອນໃດ? ຄົນເຈັບ: ເຈັບຢູ່ບ່ອນທ່ານ້ຳ ໝໍ: ສຸກກະພາບເຈົ້າເປັນແນວໃດ? ຄົນເຈັບ: ໂອ...ຂ້ອຍເຈັບທີ່ເອິກ, ເພາະຂ້ອຍພະລາດລົ້ມຢູ່ຄ້າຍບ່ອນທ່ານ້ຳ.
|
ຂຽນເມື່ອ: ພ.ພ.. 5, 2012
| ມີ
15 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ອື່ນ ໆ
|
ຂຽນເມື່ອ: ມ.ສ.. 24, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ເອີ້ນຊື່ວ່າກອງທັບປະຊາຊົນລາວກໍ່ຈີງ ແຕ່ວ່າ: ທະຫານ ເພີ່ນກໍ່ເອີ້ນວ່າເຈົ້າໜ້າທີ່ທະຫານ. ຕຳຫຼວດ ເພີ່ນກໍ່ເອີ້ນວ່າເຈົ້າໜ້າທີ່ຕຳຫຼວດ. ແຕ່ບໍ່ເຄີຍມີໃຜເອີ້ນວ່າ: ເຈົ້າໜ້າທີ່ຂອງປະຊາຊົນ. ຫາກເປັນແບບນີ້ ສົມມຸດເກີດເຫດໃດໜຶ່ງຂຶ້ນມາປະຊາຊົນຈະເພີ່ງໃຜກ່ອນ?
|
ຂຽນເມື່ອ: ມ.ສ.. 24, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
ກອງທັບແດງຂອງ ອະດີດສະຫະພາບໂຊວຽດມີກຳລັງພົນຫຼາຍລ້ານຄົນ ແລະໄດ້ບັນທຶກໃນປະຫວັດເປັນເພດຊາຍ ແຕ່ບໍ່ເຄີຍໄດ້ຍິນໃຜເອີ້ນວ່າ( ພໍ່ທັບ ). ກັບມາເອີ້ນວ່າ ແມ່ທັບແດງ... ສົງໃສວ່າ ແມ່ນກະເທີຍຫຼືບໍ່?
|
ຂຽນເມື່ອ: ມ.ສ.. 16, 2012
| ມີ
23 ຄຳເຫັນ
ແລະ
0 trackback(s)
ຫຼາຍໆຄົນຄິດວ່າ: ອ້າຍເຂີຍ ກັບນ້ອງເມຍແມ່ນພີ່ນ້ອງກັນ, ບາງຄົນກໍ່ເວົ້າວ່າ:ນ້ອງເມຍຄືນ້ອງເຮົາ, ອ້າຍເຂີຍຄືອ້າຍເຮົາ. ນີ້ເປັນການເຂົ້າໃຈຜິດ ແລະບໍ່ຄວນເຊື່ອ. ຄວາມຈິງແລ້ວອ້າຍເຂີຍ ແລະນ້ອງເມຍບໍ່ແມ່ນພີ່ນ້ອງກັນ,ຫາກທ່ານໃດບໍ່ເຊື່ອກໍ່ລອງໄປເຊັກເບິ່ງນາມສະກຸນຂອງເຂົາໂລດສ່ວນໃຫຍ່ນາມສະກຸນຈະແຕກຕ່າງກັນ ເຫດການບໍ່ໜ້າເຊື່ອນີ້ເກີດຂຶ້ນໃນຊ່ວງສົງການເມື່ອປີກາຍ. ອ້າຍ ບົວພາ...(ນາມສົມມຸດວ່າຈິງ) ລາວເລົ່າສູ່ຟັງຕອນສົງການນີ້ວ່າ: ສົງການປີຜ່ານມາບໍ່ມວນເພາະຄອບຄົວຂອງໝູ່ເກີດຄວາມວຸ້ນວາຍຢູ່ໃນເວລາວົງຊຸມແຊວກັນ (ລະວ່າງ ໝູ່ກັບ ເມຍໝູ່ ແລະນ້ອງເມຍໝູ່), ໂດຍຜູ້ເປັນເມຍຈັບມີດໄລ່ແທ່ງຜົວ ແລະນ້ອງເມຍເພາະຄົນທັງສອງມີຫຍັງນຳກັນແບບລັບໆໆລີ້ໆ. ໃຄແດ່ແຕ່ມີໝູ່ຫຼາຍຄົນຊ່ວຍປົກປ້ອງ ແລະເອົາຄົນທັງສອງໄປເຊື້ອງໄວ້ບ່ອນປອດໄພ. ຕາມທີ່ອ້າຍບົວພາຮູ້ ເລື່ອງມັນເກີດຂຶ້ນໄດ້ຈັງຊີ້ ຜູ້ເປັນນ້າສາວອາຍຸປະມານ 16 ປີ ,ນາງເປັນຄົນງາມຕິຕາພວກຜີພົງ,ເປັນຄົນບໍ່ຄ່ຽມປານໃດ,ບໍ່ຄ່ອຍຈົ່ງຈຽມອ້າຍເຂີຍ,ມີມື້ໜຶ່ງນ້າສາວນອນບໍ່ລະມັດລະວັງ,ບໍ່ຫົມຜ້າ,ປະຕິນສິ້ນ ,ຜູ້ເປັນອ້າຍເຂີຍກໍ່ເລີຍເອົາບິກແດງແຕ້ມແຕ່ປີແຂງຂຶ້ນຈົນຈຳກົກຂາບ່ອນສຸດໆ, ພໍຕື່ນມື້ໃໝ່ມາອ້າຍເຂີຍກໍ່ຫຼອກວ່າ: ມື້ຄືນນີ້ຂ້ອຍນອນກັບເຈົ້າ,ມີຫຍັງກັບເຈົ້າສຳເລັດຮຽບຮ້ອຍ ເຈົ້າຮູ້ສຶກຫຍັງບໍ່?,ຄັນບໍ່ເຊື່ອລອງເປີດເບິ່ງແມ່. ນ້ອງເມຍກໍ່ຕົກໃຈ,ຟ້າວເຂົ້າເປີດເບິ່່ງຢູ່ບ່ອນນອນກໍ່ເຫັນຮອຍນັ້ນຈິງ,ຄິດວ່າເປັນຄວາມຈິງ ໃນທີ່ສຸດນ້ອງເມຍຈິ່ງຕົກລົງໃຫ້ອ້າຍເຂີຍລອງອີກຄັ້ງ ເພາະອ້າຍເຂີຍເຍາະອອຍຫຼາຍເລື່ອງ ຄິດວ່າຈັ່ງໃດມັນກໍ່ເສຍໄປແລ້ວ ແລະຕົນເອງກໍ່ຍັງບໍ່ຮູ້ລົດຊາດເລື່ອງເຊັກວ່າເປັນຊັ້ນໃດຊ້ຳ. ຜ່ານການລອງນັ້ນນີ້ມັນເປັນການລອງຕົວຈິງ,ຮູ້ໄດ້ລົດຊາດ,ມັນກາຍເປັນຈຸດເລີມໃຫ້ອ້າຍເຂີຍ ແລະນ້ອງເມຍມີຄວາມສຳພັນກັນຫຼາຍຂຶ້ນ ແລະກໍ່ແປນອອກຈົນຊາວບ້ານຂ້າງນອກກໍ່ຮູ້ເຫັນ, ຜູ້ເປັນເມຍກໍ່ເລີ່ມຕິດຕາມ ແລະກໍ່ຈັບຄາໜັງຄາເຂົາ,ຈິງເກີດເລືອງຂຶ້ນໃນມື້ນັ້ນ ສ່ວນການແກ້ໄຂນັ້ນເພີ່ນບໍ່ເລົ່າມາເລີຍ ບອກພຽງແຕ່ວ່າໄດ້ເອົາໝູ່ໄປເຊື່ອງໄວ້ຄັນບໍ່ຊັ້ນແມ່ນໄດ້ຝັງຄົນຄັກໆ
|
ຂຽນເມື່ອ: ມ.ສ.. 10, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ເມືອງວຽງທອງມີໂຮງງານເຝີນີເຈີຄົບວົງຈອນ 10 ແຫ່ງ ແຕ່ຂ້ອຍບໍ່ເຂົ້າໃຈຄຳວ່າ ໂຮງງານເຝີນີເຈີຄົບວົງຈອນ ແມ່ນແນວໃດ? ເຫັນແຕ່ເຂົາຂຸດຄົ້ນ,ແປຮູບໄມຂະໜາດຍັກ ແລະສົ່ງອອກຕ່າງປະເທດ, ຜະລິຕະພັນທີ່ບັນດາໂຮງານຕອບສະໜອງສັງຄົມພາຍໃນເມືອງມີແຕ່ໄມ້ເສດ, ໝອກໄມ້ແຕ້ຮໍ 800,000 ກີບຕໍ່ແມັດກ້ອນ ໜອກໄມ້ຮຳ 1,200,000 ກີບ ໝອກໄມ້ແຄນ 2,500,000 ກີບ ຖ່ານ 20.000 ກີບໍຕໍ່ເປົາ ແລະກໍ່ມີພຽງບາງໂຮງງານເທົ່ານັ້ນທີ່ມີຂາຍບາງຄັ້ງຄາວ(ບໍ່ມີສະເໝີໄປ), ບາງໂຮງງານສະໜອງໄດ້ແຕ່ຂີ້ເລື່ອຍ ສ່ວນຜະລິດຕະພັນອຶ່ນບໍ່ມີຫຍັງ,ມີແຕ່ພວກເຝີນິເຈີນ້ອຍໆໃນເມື່ອກ່ອນເຂົ້າໄປແປະປອມໜັງສື ແລະເຮັດວົງກົບ,ບານປະຕູ ເລື່ອງການປູກປ່າແຮ່ງບໍ່ຄິດເຖິງເລີຍ,ບາງໂຮງານມີໂຄຕ່າ 500 ຄີວແຕ່ຕັດໄມ 3 ໂນນພູ,ໃຊ້ເວລາ 3 ປີຍັງວ່າໄມ້ຕົກຄ້າງສະໜາມ
|
ຂຽນເມື່ອ: ມ.ສ.. 8, 2012
| ມີ
49 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
(ສະເພາະຢູ່ເມືອງວຽງທອງ,ແຂວງບິລິຄຳໄຊ,ບ່ອນອື່ນບໍ່ຮູ້) ໃນງານແຈກພາຍຫຼັງໃສ່ບາດແລ້ວຄູບາມັກເທດໃຫ້ຟັງກ່ອນການຢາດນ້ຳ, ຄຳເທດບາງຕອນໄດ້ກ່າວວ່າ: ທານຜີຮ້ອຍຄັ້ງພັນຄັ້ງບໍ່ໄດ້ບຸນເທົ່າທານສັດຄັ້ງດຽວ, ທານສັດຮ້ອຍຄັ້ງ,ພັນຄັ້ງບໍ່ໄດ້ບຸນເທົ່າທານມະນຸດຄັ້ງດຽວ, ທານມະນຸດຮ້ອຍຄັ້ງພັນຄັ້ງບໍ່ໄດ້ບຸນເທົ່າທານພະພິຂຸຄັ້ງດຽວ, ທານພະພິຂຸຮ້ອຍຄັ້ງພັນຄັ້ງບໍ່ໄດ້ບຸນເທົ່າທານພະພຸດທະເຈົ້າຄັ້ງດຽວ ໃນງານບຸນວັດ ອັນທີ່ຂາດບໍ່ໄດ້ກໍ່ຄືການຊ່ຽງຊີ ແລະປ່ອນບາດສະຫວັນ: ຄູບາໄດ້ຕິດໂທລະໂຄ່ງໃຫຍ່,ດັງກ້ອງໄກທົ່ວບໍລິເວນເພື່ອສຽງໃຫ້ພອນແກ່ຜູ້ມາທານໄດ້ຍິນທົ່ວເຖິງ, ຈາກການຟັງສຳນຽງສຽງ ແລະຄຳໃຫ້ພອນມີລັກສະນະໂຄສະນາຊວນເຊື່ອເກີນຂອບ ຄູບາມັກອະທິບາຍໃນໂທລະໂຄ່ງວ່າ: ການທານແມ່ນບໍ່ຕ່າງຫຍັງກັບເຮົາຝາກທະນາຄານ,ເງິນທຸກກີບບໍ່ເສຍຫາຍ ຈະໄດ້ຊົມໃຊ້ໃນຊາດໜ້າ ດັ່ງທີ່ເຮົາເຫັນທຸກມື້ນີ້ຜູ້ເຂົາມີເງິນຄຳ ຮັ່ງມີດີໄດ້ລ້ວນແຕ່ໄດ້ສ້າງບຸນກຸສົນໄວ້ແຕ່ຊາດກ່ອນ, ຫາກໃຜບໍ່ສືບຕໍ່ກິນທານ ພາຍຫຼັງໝົດບຸນເກົ່າແລ້ວ ກໍ່ຈະຕົກທຸກໄດ້ຍາກອີກ ນອກນັ້ນ: ຍັງອ່ານຊື່່ສຽງລຽງນາມ,ທີ່ຢູ່ ແລະຈຳນວນເງິນທີ່ອອກຕົນຍາດຍົມມາທານຜ່ານໂທລະໂຄ່ງເພື່ອກະຕຸ້ນໃຫ້ການທານເປັນຂະບວນ ການໂຄສະນາຂອງພະສົງເກີນຂອບເຂດແບບນີ້ເປັນຄຳສອນຂອງພະພຸດທະເຈົ້າ ຫຼື ບໍ່?,ຜິດວິໃນສົງ ຫຼືບໍ່? ແຕ່ສຳລັບຂ້ອຍຄິດວ່າມັນຜິດ ເພາະເຮັດໃຫ້ປະຊາຊົນສ່ວນໜຶ່ງກິນທານດ້ວຍຄວາມຫຼົງ ເຫດຜົນມີດັ່ງນີ້ ທີ່ງານບຸນວັດຢູ່ບ້ານຂ້ອຍເອງ ເຫນຊາວບ້ານລັ່ງໄຫຼກັນປ່ອນບາດສັວນ ແລະຊ່ຽງຊີ, ໃຜປ່ອນແລ້ວເພີ່ນອ່ານອອກໂທລະໂຄ່ງ ທຳອິດມີຜູ້ປ່ອນ 5.000 ກີບ,ຕໍ່ມາ 10.000 ກີບ,ຕໍ່ມາ 20.000 ກີບ,50.0000 ກີບ, 100.000 ກີບ, ........ຫຼາຍຂຶ້ນ ແຕ່ສ່ວນໃຫ່ຍແລ້ວຢູ່ລະຫວ່າງ 50.000-200.000 ກີບ ພິເສດມີຄອບຄົວໜຶ່ງອາດມີຄວາມຕັ້ງໃຈໄປສ້າງບຸນ,ໄປພ້ອມທັງຜົວ ທັງເມຍ ແລະລູກສອງຄົນ,ຖືເງິນໄປ 200.000 ກີບ, ພໍເຫັນຄົນອື່ນເຂົາທານຫຼາຍ ແລະອອກຊື່ໃນໂທລະໂຄ່ງ ຜູ້ເປັນຜົວກໍ່ເລີຍຈົກອອກທານ 200.000 ໝົດກ້ຽງ ແລ້ວຄູບາເພີ່ນກໍ່ອ່ານອອກໂທລະໂຄ່ງເໝືອນຄົນອື່ນ ແຕ່ພາຍຫຼັງເດີນອອກຈາກວັດກໍ່ເລີ່ມສັບສົນເມື່ອລູກນ້ອຍທັງສອງບໍ່ຍອມກັບເມືອເຮືອນ,ທັງຮ້ອງໄຫ້ແອ່ວວອນດີ້ນລົງກາງພື້ນ ຢາກກິນລູກຊີ້ນ,ໝາກໄມ້ ແລະຂອງຫຼີ້ນ. ຜູ້ເປັນເມຍເລີ່ມໃຈຮ້າຍ ອົດບໍ່ໄດ້ເລີຍຕີລູກຜູ້ໃຫຍ່ ເພື່ອລະງົບຄວາມວຸ້ນວາຍແຕ່ບໍ່ໄດ້ຜົນ,ຍິ່ງເພີ່ມຄວາມວຸ້ນວາຍຕາພາສາເດັກໄຮ້ດຽງສາ ໃນທີ່ສຸດມີຊາຍຄົນໜຶ່ງ(ທີ່ບໍ່ເຄີຍເຫັນໜ້າມາກ່ອນ). ເຫັນສະຖານະການຈິ່ງໄດ້ເຂົາຊ່ວຍ, ໂດຍຊື້ລູກຊີ້ນ,ໝາກໄມ້ ແລະຂອງຫຼີນ ມູນຄ່າລວມ 60.000 ກີບໃຫ້ແກ່ເດັກທັງສອງ ແລ້ວສະຖານະການກໍ່ສະງົບລົງ ຈາກເຫດຜົນນີ້ຈິ່ງເວົ້າໄດ້ວ່າ: ຄົນລາວສ່ວນໜຶ່ງກິນທານດ້ວຍຄວາມຫຼົງ
|
ຂຽນເມື່ອ: ມ.ສ.. 6, 2012
| ມີ
20 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ພັນລາວ
ຂ້ອຍຮູ້ຈັກພັນລາວຈາກຄູເກິລ ແລະພະຍາຍາມສະມັກດ້ວຍຕົນເອງ ໃຊ້ເວລາເກືອບ 3 ເດຶອນ,ສະມັກສຳເລັດຜົນໃນທ້າຍ 2010 ຈາກນັ້ນກໍ່ເລີ່ມຕິດພັນກັບພັນລາວ,ເພາະຖືກໃຈຫຼາຍກວ່າເວບອື່ນໆເທົ່າທີ່ຕົນເຄີຍໃຊ້ມາ ນອກນັ້ນຍັງແນະນຳໝູ່ຫຼາຍທ່ານໃຫ້ຮູ້ຈັກພັນ, ເຄີຍສະມັກໃຫ້ໝູ່ມາແລ້ວປະມານ 5 ຄົນ(ສຳເລັດ). ພໍມາຮອດຕົ້ນເດຶອນເມສາ 2012 ນີ້ກໍ່ສະມັກໃຫ້ເພື່ອອີກ 2 ຄົນ ແຕ່ເກີນວ່າຍາກຊາຕາຍເອົາແທ້ເອົາວ່າ(ຕອນນີ້ຍັງບໍ່ໄດ້) ຂັ້ນຕອນອື່ນຜ່ານໄປໝົດແລ້ວ ຍັງຄາແຕ່ຈີແມວທີ່ສະມັກນັ້ນບໍ່ທັນຖືກຢຶນຢັນຈາກທີມງານ, ບໍ່ຈັກວ່າເກີດຍຫຍັງຂຶ້ນກັບທີມງານເພີ່ນຈິ່ງບໍ່ສົ່ງອີແມວກັບມາຫາ ເພື່ອຈະໄດ້ດຳເນີນຂັ້ນຕອນຕໍ່ໄປ
ຫາກບອກໄດ້ຂ້ອຍຢາກບອກໃຫ້ທິມງານພັນລາວປັບປຸງຂັ້ນຕອນການສະມັກໃຫ້ສັ້ນເຂົ້າ,ງ່າຍເຂົ້າ ເພື່ອໃຫ້ເພື່ອນໆເຂົ້າເຖິງພັນລາວໄດ້ຢ່າງເຕັມໃຈ
ຕອນນີ້ທິມງານພັນລາວຮູ້ຫຼືບໍ່ວ່າຍັງມີເພື່ອນອີກຈຳນວນນຶ່ງເຂົ້າມາເຖິງພັນລາວໂດຍບັງເອີນ ແລະສົນໃຈຢາກພົດກະທູ້ດີໆລົງພັນລາວແຕ່ສະມັກບໍ່ເປັນ,ສະມັກບໍ່ໄດ້
|
ຂຽນເມື່ອ: ມ.ນ.. 8, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ຜູ້ໄດ້ຮັບລາງວັນນີ້ຊື່ ນາງ ດົວວື່,ອາຍຸ 18 ປີ,ເປັນປະຊາຊົນ,ເກີດທີ່ບ້ານວັງພຽງ,ເມືອງວຽງທອງ,ແຂວງບໍລິຄຳໄຊ. ນາງເລົ່າວ່າ: ນາງໄດ້ມັກຮັກກັບທ້າວ.ຊູ້ຄ້າງ.ຢູ່ບ້ານນາຍາງ,ເມືອງ ແລະແຂວງດຽວກັນ. ເຊິ່ງຕອນນັ້ນແຟນຮັກຍັງເປັນນັກຮຽນກົດໝາຍແຫ່ງໜຶ່ງທີ່ນະຄອນຫຼວງ. ໃນໂອກາດວັນແມ່ຍິງສາກົນເມື່ອປີ 2010 ຜ່ານມາ ນາງໄດ້ມອບເນື້ອທະຫວາຍຕົວໃຫ້ແກ່ແຟນຮັກສຳພັດລົດຮັກ(ຮັກຮ່ວມເພດ) ຢ່າງບໍ່ນຶກບໍ່ຝັນວ່າຈະມີຫຍັງເກີດຂຶ້ນໃນຂ້າງໜ້າ. ນາງຄິດແຕ່ວ່າຄົນອື່ນກໍ່ຍັງສົມຫວັງໄດ້ ແລະນາງກໍ່ຕ້ອງສົມຫວັງຄືກັບເຂົາ. ຕໍ່ມານາງເລີ່ມຕັ້ງຄັນ,ພໍໄດ້ 5 ເດືອນກໍ່ບໍ່ເຫັນພໍ່ແມ່ເຈົ້າບ່າວມາຂໍຕາມຄຳສັນຍາ,ຜູູ້ບ່າວກໍ່ບໍ່ມາໃກ້ໂດຍອ້າງເຫດຜົນວ່າຍັງຄາຮຽນ, ໃນທີ່ສຸດຍ້ອນຢ້ານບໍ່ສົມຫວັງນາງຈິງຕັດສິນໃຈອອກຈາກເຮືອພໍ່ແມ່ຂອງຕົນໄປຢູ່ໃນເຮືອນພໍ່ແມ່ຂອງແຟນ ລໍຖ້າການກັບມາຂອງແຟນ ສ່ວນທ້າວ.ຊູ້ຄ້າງ ກໍ່ບໍ່ນຶກບໍ່ຝັນວ່ານາງດົວວື່ ..ໄດ້ລັກມາຢູ່ເຮືອນຖ້າແຕ່ດົນແລ້ວ. ພາຍຫຼັງເປັນແບບນັ້ນເຖົ້າແກ່ການຈັດຈັດທັງສອງຝ່າຍມາໂອ້ລົມ. ການປຶສາຫາລື ເລື່ອງນັ້ນບໍ່ຕົກລົງກັນໄດ້,ຝ່າຍຊາຍບໍ່ຍອມຮັບ ແລະຝ່າຍຍິງກໍ່ບໍ່ຍອມປ່ອຍວາງ,ໃນທີ່ສຸດທ້າວ.ຊູ້ຄ້າງ ກໍ່ກິນຢາຂ້າໂຕຕາຍເພື່ອໜີບັນຫາ,ເຮັດໃຫ້ເຫດການຈົບລົງບໍ່ສົມບຸນ. ອິງຕາມຮີດຄອງຂອງເຜົ່າມົ້ງທີ່ເຄີຍປະຕິບັດມາ ຖ້າເກີດກໍລະນີແບບນີ້ເອີ້ນວ່າ: ຜົວຂອງນາງ ຕາຍໄປແລ້ວ ແລະນາງກໍ່ກາຍເປັນໝາຍສະນັ້ນ: ນາງ...ຈິງຕ້ອງໄດ້ຢູ່ເຮືອນພໍ່ແມ່ຜົວ(ກັບເມືອເຮືອນຂອງພໍ່ແມ່ຕົນບໍ່ໄດ້),ນາງຕ້ອງຕົກເປັນສິດຂອງຜູ້ເປັນພໍ່ແມ່ຜົວເປັນຜູ້ປົກຄອງຕັດສິນເລື່ອງຕ່າງໆນັບທັງເລື່ອຈະເອົາຜົວໃໝ່, (ສ່ວນໃຫຍ່ເຂົາຈະມອບໃຫ້ອ້າຍ ຫຼື ນ້ອງຊາຍຂອງຜົວເປັນຜູ້ເອົາຕໍ່,ຖ້າມີເມຍແລ້ວກໍ່ຕ້ອງໄດ້ເອົາເປັນເມຍນ້ອຍ) ນາງເວົ້າວ່າ: ຢູ່ກັບເຮືອນພໍ່ປູ່ແມ່ຍ່າເຖິງວ່າບໍ່ທຸກເລື່ອງກາຍ ແຕ່ກໍ່ທຸກເລື່ອງຈິດໃຈ,ບໍ່ຮູ້ວ່າຈະຢູ່ໄປຮອດໃສ,ຢູ່ລໍຖ້າຫຍັງ,ຕອນນີ້ລູກທີ່ຕັ້ງທ້ອງກັບທ້າວຊູ້ຄ້າງກໍ່ຂອດອອກມາ,ອາຍຸ 1 ປີກວ່າແລ້ວ,ຊື່ທ້າວ ນູ. ນາງຢາກກັບເມືອຢູ່ນຳພໍ່ແມ່,ນາງຢາກມີອິສະລະທາງຈິດໃຈຄືກັບຜູ້ຍິງຄົນອື່ນໆທີ່ມີລູກ ແຕ່ບໍ່ມີຜົວ ແຕ່ເປັນໄປບໍ່ໄດ້ເພາະຮີດຄອງ,ຈຳຕ້ອງໄດ້ທົນຕໍ່ໄປບໍ່ຮູ້ວ່າຂອດເຂດຂອງມັນຢູ່ບ່ອນໃດພໍຈະໄດ້ສູ້ຊົນ,ຮີບຟ້າວກ້າວໄປໃຫ້ມັນພົ້ນ. ນາງຢາກໃຫ້ໃຜຈັກຄົນເຂົ້າໃຈເຖິງຊີວິດຂອງແມ່ຍິງທີ່ມີລູກແຕ່ບໍ່ຂາດຜົວດູແລ,ຂາດຄວາມຄວາມອົບອຸ່ນວ່າ ມັນທຸກໃຈສ່ຳໃດ?,ຄິດມາແຮງໆຍາມໃດ ທາງອອກຂອງນາງມີແຕ່ຂໍເມືອຢາມພໍ່ແມ່ຢູ່ບ້ານວັງພຽງເຊິ່ງຫ່າງກັບປະມານ 15 ກິໂລແມັດ ແຕ່ກໍ່ເມືອຖີ່ ແລະຢູ່ດົນບໍ່ໄດ້,ຕ້ອງໄດ້ກັບມາເຮືອພໍ່ປູ່ແມ່ຍ່າ,ມີບາງຄັ້ງນາງໄດ້ຈັບເປ້ຟືນ ແລະເຈ່ຍເອົາລູກເຂົ້າປ່າຕັດຟືນ ແລ້ວກໍອາໃສເວລານັ້ນຮ້ອງໄຫ້,ທັງສະອຶ້ນ,ທັງຍີ້ມໃຫ້ລູກ,ທັງຫຼັ່ງນ້ຳຕາ ແລະກອດລູກແໜ້ນໆ,ແຫງນຄໍຂຶ້ນຟ້າວິງວອນຟ້າດິນຊ່ວຍພິກປີ້ນແຜ່ນດິນໃຫ້ນາງຕົກໄປຢູ່ໂລກໜ່ວຍໃໝ່ທີ່ປາສະຈາຮີດຄອງແບບນີ້. ນາງໄດ້ແຕ່ຄິດວ່າ: ນີ້ຄືລາງວັນໃນໂອກາດວັນແມ່ຍິງສາກົນທີ່ ສັງຄົງລາວບາງສ່ວນມອບໃຫ້,ນາງ ຄິດດ່າຕົວເອງວ່າໂງ້ເກີນ,ເປັນຫຍັງຈິງມາຮັບເອົາລາງວັນແບບນີ້. ໂດຍ: ພັນທະຫົວໃຈ ບ່ອນໝາຍສີແດງນັ້ນຂ້ອຍພິມຜິດເດີ່
|
ຂຽນເມື່ອ: ມ.ນ.. 6, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ຮຽນບັນດາທ່ານພະນັກງານຝ່າຍການຕະຫຼາດ ແລະເຕັກນິກຂອງເອມັໂຟນ,ຂໍມີຄຳເຫັນບາງດ້ານກ່ຽວກັບການບໍລິການຂອງທ່ານບາງສູນບໍລິການ. 1.ສຳລັບການຈູນເບີໃໝ່(ເບີເກົ່າເສຍຫາຍ ແລ້ວຕ້ອງການເປີດໃຊ້ຄຶນ) ຜ່ານມາເຫັນວ່າຫຍຸ້ງຍາກສັບສົນ,ຊັກຊ້າໃນການຈູນເບີຄືນ,ເພາະຊີມມີຫຼາຍລະບົບເກີນໄປ ເຊັ່ນ: H ເອັມໂຟນ, H ອາໂຫຼ ; E ເອັມໂຟນ,E ອາໂຫຼ; S ເອັມໂຟນ S ອາໂຫຼ ລວມແລ້ວມີ 6 ຊະນິດຊີມ.ມັນມີຂໍ້ເສຍຄື - ໄດ້ເລືອກກັບໄປກັບມາສັບສົນ,ແມ່ນແຕ່ພະນັກງານເອັມໂຟນເອງກໍ່ຍັງຫຼົງ,ມີບາງເທື່ອຈູນໃຫ້ລູກຄ້າຈົນວ່າເຂົາເມືອຮອດບ້ານເປີດນຳໃຊ້ບໍ່ໄດ້ ໂທກັບຫາຜູ້ຈູນຈິ່ງຮູ້ວ່າເລືອກຊີມບໍ່ຖືລະບົບ, ເຮັດລູກຄ້າເສຍເວລາ,ບໍ່ສະດວກ,ບໍ່ທັນສະພາບການ. - ຊີມຫຼາຍລະບົບ ມັນເປັາການກັກຕູນຕົ້ນທຶນ ເພາະຕ້ອງໄດ້ຊື້ຊີມເປົ່າມາແຮເຖິງ 6 ຊະນິດ (ສົມມຸດຊະນິດລະ 10 ອັນກໍ່ເປັນ 60 ແທນທີ່ຈະຕ້ອງຊື້ພຽງແຕ່ 10 ອັນ) 2. ການຈູນຍັງບໍ່ລວມສູນເອກະພາບ,ຕ່າງເຂດຕ່າງເຮັດຂອງໃຜຂອງມັນ. - ສົມມຸດຊື້ຊີມເປົ່າຢູ່ປາກຊັນກໍ່ຕ້ອງແມ່ນສູນປາກຊັນເປັນຜູ້ຈູນ(ສູນອື່ນຈູນແທນບໍ່ໄດ້) ແບບນີ້ກໍ່ຊັກຊ້າ,ບາງເທືອພະນັກງານສູນປາກຊັນບໍ່ຢູ່(ອອກວຽກນອກ)ຕ້ອງໄດ້ລໍຖ້າຈົນເຂົາກັບມາຫ້ອງການເປັນມື້ ຫຼື ສອງມື້. 3. ການບໍລິການອິນເຕີເນັດ,(ລາຍເດຶອນ,ຈ່່າຍລ່ວງໜ້າ) - ເວລາເຄືອຂ່າຍຕິດຄັດພະນັກງານສູນບໍ່ຕິດຕາມກວດກາ,ບໍ່ເອົາໃຈໃສ່ແກ້ໄຂບັນຫາໃຫ້ລູກຄ້າ,ລໍຖ້າແຕ່ລູກຄ້າໂທມາທວງ,ໂທມາເວົ້າ,ຮ້າຍ,ດ່າ. - ບໍ່ເຄີຍເຫັນພະນັກງານສູນໂທມາແຈ້ງບັນຫາຂໍ້ສະດວກ,ຫຍຸ້ງຍາກຂອງເຄຶອຍຂ່າຍ,ຖ້າໂທກໍ່ແມ່ນຖາມເງິນຄ່າຕາມບິນລາຍເດືອນໂລດ, ແຕ່ບໍ່ເຄິຍຫັກເວລາທີ່ເຄືອຂ່າຍຂັດຂ້ອງນັ້ນອອກຈັກເທື່ອ ແບບນີ້ກໍ່ເວົ້າໄດ້ວ່າຂີ້ກົງ,ບໍລິການບໍ່ເຕັມເດືອນ ແຕ່ເກັບເງິນເຕັມເດຶອນ(ລູກຄ້າບໍ່ພໍໃຈ). - ການເຮັດວຽກຂອງພະນັກງານບໍລິສັດຄືກັບວ່າບໍ່ແມ່ນເຮັດໃຫ້ຕົນເອງ,ເຮັດພໍໄດ້ເງິນເດືອນເທົ່ານັ້ນ,ບໍ່ແມ່ນເຮັດບໍລິການສັງຄົມ ສິງທີ່ລູກຄ້າຕ້ອງການຄື: 1.ລະບົບຊີມຕ້ອງລວມຕົວເຂົ້າເປັນອັນດຽວ,(ໃຊ້ຊີມດຽວຈູນໄດ້ທຸກລະບົບຂອງເອມໂຟນ,ຄືກັນກັບຂອງ ອີທີແອວ....) 2.ການຈູນຕ້ອງຈູນຜ່ານໄດ້ທຸກສູນ,ທຸກສາຂາ, ນັບທັງສູນ 101 (ບໍ່ຢາກໄດ້ຍິນຄຳວ່າ: ກ້າວກາຍສູນອື່ນບໍ່ໄດ້) 3. ໃຫ້ກວດສອບ ແລະບັນທຶກເວລາທີ່ເຄືອຂ່າຍອິນເຕີເນັດຂັດຂ້ອງ,ຮູ້ແລ້ວໃຫ້ຮີບໄປແກ້ໄຂ,ຫາກແກ້ໄຂດ່ວນບໍ່ທັນໄດ້ກໍ່ຕ້ອງໂທແຈ້ງເຫດຜົນໃຫ້ລູກຄ້າຊາບ. 4. ການເກັບຄ່າບໍລິການລາຍເດືອນ ຄວນຄິດໄລ່ເປັນ 30 ວັນ,ຖ້າເຄືອຂ່າຍຕິດຂັດໄປ 10 ວັນຄວນຈະທົດແທນເວລາໃຫ້ລູກຄ້າໃນເດຶອນຕໍ່ໄປ 10 ວັນ. 5. ຄວາມໄວຂອງອິນເຕີເນດຄວນປັບປຸງໃຫ້ຖືກຕ້ອງ,ຊັດເຈນຕາມການໂຄສະນາ ແລະຕົກລົງກັບລູກຄ້າ(ສົມມຸດ 128 ຫຼື້ 256 ກໍ່ໃຫ້ເຕັມຕາມກຳນົດ 6. ໃຫ້ຄິສະເໝີວ່າການບໍລິການທີດີຂອງທ່ານແມ່ນການພັດທະນາປະເທດຊາດ,ແມ່ນການຊ່ວຍເຫຼືອສັງຄົມ ແລະເປັນຕົວແບບຢ່າງຍິ່ງໃຫ້ແກ່ຄົນລາວ. ໂດຍ: ພັນທະຫົວໃຈ
|
ຂຽນເມື່ອ: ມ.ນ.. 3, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ເຫັນຫຼາຍຄົນໄປຊື້ເຄື່ອງຕາມຕະຫຼາດບໍ່ວ່າຈະເປັນຮ້ານຂອງຄົນຮູ້ຈັກລື້ງເຄີຍ ຫຼື ບໍ່ກໍ່ຕາມ,ມັກເວົ້າວ່າ: ຂໍຊື້ໄປໃຊ້ຈັກອັນ - ຈັກສອງ ເພາະມີຄວາມຈຳເປັນແນວນັ້ນແນວນີ້,ຫຼາຍທ່ານອາດຄິດວ່າເປັນການອ້ອນວອນໃຫ້ຜູ້ຂາຍລຸດລາຄາຕາມເຫັນຜົນອັນສົມຄວນ, ແຕ່ໃນຕົວຈິງແລ້ວເປັນການເຂົ້າໃຈຜິດ,ການເວົ້າແບບນັ້ນຍິ່ງເຮັດໃຫ້ຄົນຂາຍໄດ້ປຽບ,ເຂົາຈະຕີລາຄາວ່າ ເວລານັ້ນແມ່ນທ່ານຈຳເປັນ,ຈະຖືກ ຫຼື ແພງທ່ານກໍ່ຕ້ອງຊື້ຢູ່ແລ້ວ,ຄົນຂາຍເຂົາຍິ່ງເພີມເລ່ລຽມ,ຍົກເຫດຜົນອື່ນທີ່ດີໆມາຍົນໃສ່ທ່ານ,ຈົນທ່ານຍອມຈ່າຍເງິນໃນລາທີ່ສູງກວ່າປົກະຕິ. ຫາກຕ້ອງການຊື້ເຄື່ອງໃນລາຄາຖືກກວ່າເຮົາຕ້ອງ: ຫາກວ່າຮ້ານທີ່ບໍ່ລື້ງກັນ: ເຮົາຄວນວາງໂຕແບບວ່າເປັນແມ່ຄ້າ ຫຼື ພໍ່ຄ້າຄົນໜຶ່ງ ແລະເຮົາຕ້ອງເວົ້າວ່າ: ມີລູກຄ້າສັ່ງ,ເຮົາຈະຊຶື້ໄປຂາຍຕໍ່,ຈະຈົ່ງໄວ້ໃຫ້ຂ້ອຍກິນເທົ່າໃດ?,ຄິດລາຄາສົ່ງເທົ່າໃດ ຫຼື ລາຄາຊ່າງເທົ່າໃດ?.(ຖ້າເປັນປະເພດອາໄລາ) - ເລລານັ້ນເຂົາຈະລຸດລົງຕາມທີ່ເຂົາເຄີຍຂາຍສົ່ງທັນທີ, 2. ຫາກເຂົາຖາມເຖິງທີ່ຢູ່: ເຮົາຄວນຕອບວ່າຢູ່ອ່າວໄກແດ່,ເພາະນັກການຕະຫຼາດທັງຫຼາຍຈະເອົາໃຈໃສ່ລູກຄ້າໜ້າໃໝ່ ແລະຢູ່ໄກໆເພື່ອດູດລູກຄ້າ.(ແລ້ວເຂົາຈະແນະນຳສິນຄ້າຂອງເຂົາ,ພ້ອມລຸດລາຄາພິເສດ) 3. ຫາກເປັນຮ້ານທີ່ເຂົາຮູ້ຈັກ: ເຂົາຮູ້ແລ້ວວ່າເຮົາບໍ່ໄດ້ເປັນແມ່ຄ້າ ຫຼື ພໍ່ຄ້າແຕ່ຢ່າງໃດ,ເຮົາຕ້ອງເວົ້າຖາມລາຄາຂອງທີ່ຮ້ານຈັກ 2-3 ລາຍການພໍໃຫ້ຮູ້ລາຄາ ພ້ອມທັງປະມານເບິ່ງວ່າຖືກ ຫຼື ແພງກວ່າຮ້ານອື່ນ,ເຮົາຈະຊື້ໄດ້ສ່ຳໃດ? ແລ້ວຕ້ອງເວົ້າວ່າ: ຄົນອື່ນຝາກເງິນມາພຽງແຕ່ນ້ອຍດຽວເທົ່ານີ້.....(ເວົ້າໃສ່ຕາມລາຄາທີ່ເຮົາຈະຊື້ໄດ້). - ເວາລນັ້ນເຂົາຈະບອກເຈົ້າວ່າເອົາສາ,ຂາຍໃຫ້ພິເສດເດີ່. ການນຸ່ງຖືເຂົ້າຮ້ານເຂົ້າຮ້ານ: ສຳລັບຮ້າຍຂາຍເຄື່ອງຍ່ອຍ,ເສື້ອຜ້າ.....ປະເພດລາຄາບໍ່ສູງ ກ.ລາຄາເຄື່ອງບໍ່ສູງ ແຕ່ຖ້າຊື້ຫຼາຍມູນຄ່າມັນກໍ່ສູງ, ເຮົາຄວນນຸ່ງຖືທຳມະດາ,ບໍ່ໂກ້ເກ້ໄຮໂຊປານໃດ,ເພາະຄົນຂາຍຈະສັງເກດອອກວ່າເຮົາຈະຊື້ໄປຂາຍ ຫຼື ໄປໃຊ້.(ຄົນທີ່ຊື້ໄປຂາຍເຂົາມັກນຸ່ງທຳມະດາ ຫຼື ຊຸດນຸ່ງອອກແຮງານທຳນອງນີ້. ແຕ່ຫາກເຮົາຊື້ໄປໃຊ້ຄວນນຸ່ງເຄືອງງາມແດ່,ເພາະຖ້ານຸ່ງບໍ່ງາມເກີນໄປ,ຄົນຂາຍອາດຄິດວ່າເຮົາບໍ່ເຄີຍຊື້ເຄື່ອງ,ບໍ່ຮູ້ລາຄາ ຫຼື ເອີ້ນວ່າ ເຫງິກ ສຳລັບຮ້ານຂາຍເຄື່ອງລາຄາສູງ: ເປັນປະເພດລົດ,ໃຫຍ່,ລົດຈັກ,ຕູ້ເຢັນ,ໂທລະພາບ,ເຄື່ອງສຽງ.........ແນວລາຄາສູງ, ເຮົາຄວນນຸ່ງເຄື່ອງສຸພາບ(ບໍ່ແມ່ນຊຸດອອກແຮງງານ ແຕ່ກໍ່ບໍ່ໂກ້ເກີນໄປ). ເພາະຄົນຂາຍຈະສັງເກດອອກວ່າ: ຄົນຊື້ໃນລະດັບນີ້ສ່ວນໃຫຍ່ຈະບໍ່ອອກແຮງງານດ້ວຍຕົນເອງ(ມີຄົນຊ່ວຍ), ແຕ່ຖ້ານຸ່ງເຄື່ອງໂກ້ເກເກີນໄປ ຄົນຂາຍຈະອ່ານວ່າເປັນພວກມີເງິນ ຫຼື ຫາເງິນງ່າຍໆ ແລະຈຳພວກນີ້ຈະຈ່າຍເງິນບໍ່ຄ່ອຍສົນລາຄາ. ຂໍ້ຫ້ມາສຳລັບຜູ້ຊາຍ: ເວລາຕັ້ງໃຈຈະຊື້ເຄື່ອງຫ້າມເດີນໃກ້ຜູ້ຍິງທີ່ໄປກັບເຮົາ,ຄວນຢ່າງໄກໆພໍແມນເຫັນ, ຖ້າທ່ານຢ່າງໃກ້ຜູ້ຍິງ ທ່ານຈະໄດ້ຈ່າຍໃນຈຳນວນຫຼາຍ ແລະລາຄາສູງຜິດປົກະຕິ, ເພາະຜູ້ຂາຍຮູ້ວ່າຜູ້ຊາຍບໍ່ກ້າຕໍ່ລາຄາ,ຈັງໃດກໍ່ຕ້ອງໄດ້ຊື້ເພາະເກັງໃຈຄົນທີ່ຢ່າງທຽມຂ້າງ.(ອິດສາເດ) ແຕ່ຢ່າລືມຕ້ອງເອົາເງິນໃຫ້ຜູ້ຍິງ,ຢາກໄດ້ຫຍັງເຂົາຊື້ເອງ,ຫາກບໍ່ພໍຈິ່ງມາຕື່ມໃຫ້ເຂົາ. (ເຮັດແບບນີ້ຈະໄດ້ເຄື່ອງຂອງລາຄາຖືກ) ໂດຍ: ພັນທະຫົວໃຈ ບົດນີ້ບໍ່ແນ່ນອນສະເໝີໄປທີ່ສຳຄັນຂຶ້ນກັບເຕັກນິກການຊື້ຂາຍຂອງໃຜມັນ ຫາກໃຜມີຂໍມູນດີໆກໍ່ປະກອບຕື່ມ.
|
ຂຽນເມື່ອ: ມ.ນ.. 1, 2012
| ມີ
12 ຄຳເຫັນ
ແລະ
0 trackback(s)
ເຫັນເພີ່ນຂຽນຫຍໍ້ວ່າ: ຖວທ. ທຳອິດກໍ່ງົງໆ ແປວ່າຫຍັງ? ຮູ້ພາຍຫຼັງມາເພີນແປວ່າ: ຖົງແວັບແທ້ ! ສື່ມວນຊົນເປັນຂະແໜງໜຶ່ງທີ່ມີບົດບາດສຳຄັນໃນການໂຄສະນາ,ປຸກລະດົມຂົນຂວາຍມະຫາຊົນໃຫ້ເດີນຕາມແນວທາງ ນະໂຍບາຍຂອງພັກ,ຕໍ່ສູ້ຊົນຊັ້ນ,ຕ້ານສັຕູ,ຊ່ອງແສງປະກົດການ ຫຼື ວິຈານສັງຄົມ ແລະກໍ່ສ້າງຊີວິດໃໝ່ ໃນນັ້ນມີພາຫະນະສື່ມວນຊົນເປັນອາວຸດ. ສະນັ້ນ: ບັນດານັກຮົບສື່ທັງຫຼາຍຈິ່ງເອົາໃຈໃສພິທິພິທັນຕໍ່ກັບອຸປະກອນຮັບໃຊ້ຂອງເຂົາເຈົ້າ, ເພາະວ່າຖ້າຫາກຝ່າຍໃດມີອາວຸດແຫຼມຄົມກວ່າ,ທັນສະໄໝກວ່າ ແລະພຽງພໍກວ່າ ຖືວ່າເປັນຝ່າຍໄດ້ປຽບ ແລະມີໂອກາດໄດ້ຮັບໄຊຊະນະ ນັກສື່ມວນຊົນລາວທ່ານໜຶ່ງເວົ້າວ່າ: ຫາກມີງານໃຫຍ່ໆເກີດຂຶ້ນເມື່ອໃດ ຖືວ່າແມ່ນບັ້ນຮົບເກີດຂຶ້ນ, ຂະແໜງສື່ມວນຊົນຕ້ອງເຈັບຫົວໜັກ,ບໍ່ວ່າຈະເປັນຂັ້ນສູນກາງ ຫຼື ທ້ອງຖິ່ນ. ເນື່ອງຈາກວ່າ ຂະແໜງນີ້ເປັນຂະແໜງທີ່ບໍ່ມີລາຍຮັບສູງຄືຜູ້ອື່ນ,ບາງແຂວງ,ບາງເມືອງທີ່ຫາງໄກຊອກຫຼີກຮອດບໍ່ມີລາຍຮັບເລີຍ. ອາໃສແຕ່ຫງົບປະມານຂອງລັດ,ການປະກອນສ່ວນຂອງນັກທຸລະກິດ ແລະປະຊາຊົນ....ກໍ່ບໍ່ພຽງພໍ,ເພາະວ່າອຸປະກອນສື່ມວນຊົນທຸກຊີ້ນລ້ວນແຕ່ມີລາຄາແພງຫຼາຍ ທ່ານເລົ່າສູ່ຟັງວ່າ: ວຽງຈັນເກມ 25 ຜ່ານມານັ້ນ ລັຖະບານໄດ້ທຸ່ມເງິນຫຼາຍລ້ານໂດລາເຂົ້າໃນຂະແໜງນີ້ ນັບທັງເຝິກອົບຮົມບຸກຄະລະກອນຫຼາຍຊຸດ,ສ້ອມແຊມ ແລະຊື້ອຸປະກອນຫຼາຍລາຍການ, ແຕ່ລະລາຍການລ້ວນແຕ່ແພງບໍ່ໜ້າເຊື່ອ. ທ່ານເວົ້າວ່າ ສົມມຸດຖ່າຍທອດສົດເຕະບານຕ້ອງໃຊ້ກ້ອງ 25 -37 ໜ່ວຍໃນໜຶ່ງສະໜາມ, (ບໍ່ນັບລົດເຄື່ອນທີ່), ລາຄາກ້ອງປະມານ 250,000 – 600,000 ໂດລາຕໍ່ໜ່ວຍ ໃນຊີເກມຜ່ານມາສະເພາະແຕ່ລົດຖ່າຍທອດສົດເຄື່່ອນທີ່ຕ້ອງໃຊ້ 16 ຄັນ,ໃນນັ້ນເພື່ອນບ້ານມາຊ່ວຍ ( ໝາຍວ່າຢືມ) ຈາກຫວຽດນາມ 6 ຄັນ,ຈາກໄທ 6 ຄັນ ແລະລາວເຮົາຊື້ 4 ຄັນ, ໃນລາຄາ 5 ລ້ານໂດລາຕໍ່ 1 ຄັນ. ເຖິງປານນັ້ນຖ້າທຽບໃສ່ມາດສາກົນແລ້ວກໍ່ພຽງແຕ່ວ່າສົມບຸນ ແຕ່ບໍ່ເຖິງຂັ້ນດີເລີດ. ທ່ານເວົ້າວ່າ: ໃຜບໍ່ລອງຈະບໍ່ຮູ້,ໃຜບໍ່ຮູ້ຈະບໍ່ເຂົ້າໃຈວ່າໜ້າວຽກຂອງສື່ມັນຫຍຸ້ງຍາກສ່ຳໃດ ສ່ວນໃຫຍ່ສັງຄົມມັກມອງວ່າສື່ເປັນຄົນລວຍ,ເຮັດວຽກສະບາຍ ແຕ່ຕົວຈິງແລ້ວ: ໄປຄືເສດຖີ,ອອກເວທີຄືພະເອກ,ບາດກັບບ້ານເຄັດເລດຈ້ຳແຈ່ວກັບເມຍ. (ຈົບ). ໂດຍ: ພັນທະຫົວໃຈ
|
ຂຽນເມື່ອ: ກ.ພ.. 29, 2012
| ມີ
17 ຄຳເຫັນ
ແລະ
0 trackback(s)
ຈຸດອື່ນກໍ່ດີຢູ່ ແຕ່ຈຸດທີ່ຢາກໃຫ້ປັບປຸງຄື: ຄວາມໄວຂອງການໂອນເງິນ,ສະເພາະຢູ່ຕົວເມືອງໃຫຍ່ເຊັ່ນ: ນະຄອນຫຼວງ,ສະຫວັນນະເຂດ,ປາກເຊ.....ເຊີ່ງມີສາຂາຂອງທະນາຄານແຈກຢາຍຢູ່ຫຼາຍແຫ່ງ,ການໂອນເງິນ,ແຟັກເງິນ ເຫັນວ່າຊັກຊ້າຫຼາຍ ອັນເນື່ອງມາຈາກການໂອນເງິນເຂົ້າອອກຂອງບັນດາສາຂາເລົ່ານັ້ນຕ້ອງຜ່ານສູນສຳນັກງານໃຫຍ່ ຫຼື ຜ່ານແຂວງສາກອນຈິ່ງຈະສົ່ງໄປຫາສາຂາຍ່ອຍໄດ້ (ການສົ່ງເງິນຕາມບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ) ເຮັດແບບນີ້ຄ້າງຄາຫຼາຍຈຸດຫຼາຍບ່ອນ,ເວລາເງິນບໍ່ເຖິງຈຸດໝາຍກໍ່ຕ້ອງໂທເຊັດຫຼາຍບ່ອນຕາມຈຸດເຮັດໃຫ້ລູກຄ້າສິນເປຶອງເງິນ,ເປືອງເວລາ ແລະບໍ່ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄມເທົ່າທີ່ຄວນ, ຫາກເປັນໄປໄດ້ຄວນຈະສົ່ງຕົງຈາກຕົ້ນທາງເຖິງປາຍທາງບາດດຽວ,ບໍ່ຜ່ານສຳນັກງານໃຫຍ່ ຫຼື ສົ່ງຜ່ານລະຫັດລັບຄືກັບຢູ່ຕ່າງປະເທດ,ເຮັດໃຫ້ລູກຄ້າມີຫຼາຍທາງເລືອກ. ອາດຊ່ວຍລຸດຜ່ອນການສິ້ນເປືອງເວລາຂອງລູກຄ້າໄດ້ຫຼາຍ,ຕອບສະໜອງສັງຄົມໄດ້ໄວຂຶ້ນ ແລະກໍ່ສົມກັບວ່າ ບຸກທະລຸທັງສີ່ດ້ານທີ່ພັກເຮົາກຳນົດອອກ.
|
ຂຽນເມື່ອ: ກ.ພ.. 29, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ຜູ້ຍິງທີ່ນອກໃຈຜົວບໍ່ຂໍກ່າວເຖິງ ວ່າເປັນຮູບຮ່າງລັກສະນະ,ໜ້າຕາຜິວພັນແບບໃດເພາະທີ່ເຄີຍພົບມາແມ່ນເກີດຂຶ້ນໄດ້ທຸກລັກສະນຜິວພັນເລີຍ. ແຕ່ກໍ່ພໍສັງເກດອອກໄດ້ຢູ່ທີ່ຜົວຂອງເຂົາ ສ່ວນຫຼາຍເປັນຄົນສຸຂຸມໃນໜ້າທີ່ການງນ,ຂະຫຍັນຫາເງິນ,ຕັ້ງໜ້າຮ່ຳຮຽນ,ຮັກເມຍ,ທູ່ມເທເພື່ອເມຍ ຫຼື ຫຼີ້ນກິນຟູມເຟືອຍເກີນໄປ,ຈົນຫ່າງເຫີນຈາກຄອບຄົວເປັນເວລາຍາວນານ. ຜູ້ຊາຍແບບນີ້ມີຄວາມສ່ຽງສູງທີ່ເມຍຈະນອກໃຈ ເພາະເປັນຜູ້ຊາຍທີ່ແຍກແຍະຄວາມສຸກບໍ່ອອກ,ຈິງແລ້ວຄວາມສຸກເກີດມາຈາກ (ວັຖຸ,ກາຍ,ວາຈາ ແລະຈິດໃຈ), ນັ້ນກໍ່ຄື: ເງິນຄຳວັຖຸເຄືອງໃຊ້,ສຸກກະພາບ,ຄວາມອົບອຸ່ນ,ໃກ້ຊິດ,ເສີມບັນຍາກາດ ແລະກຳລັງໃຈ. ແຕ່ຜູ້ຊາຍສ່ວນໃຫຍ່ມັກແລເຫັນແຕ່ດ້ານດຽວຄື: ດ້ານວັຖຸ,ເລີຍລືມຢ່າງອື່ນໄປ ເປັນສາຍເຫດໃຫ້ຕົນເອງຫ່າງເຫິນຈາກຄອບຄົວຈົນບໍ່ຄິດເຖິງຄວາມສ່ຽງໃດໆເຊັ່ນ: ໄປທຳທຸລະກິດຄ້າຂາຍ,ໄປເຮັດວຽກງານ,ໄປຮຽນວີຊາຕ່າງໆຫ່າງເຫີນເມຍເປັນຫຼາຍເດືອ,ຫຼາຍປີ ເພື່ອຫວັງຈະມອບສິ່ງໂຕຄິດວ່າເປັນຄວາມສຸກນັ້ນໃຫ້ກັບຄອບຄົວ ແຕ່ຮູ້ ຫຼື ບໍ່ວ່າສິ່ງນັ້ນມັນເປັນຂອງນອກກາຍ, ຄວາມສຸກຢູ່ ’’ ນອກກາຍ,ນອກໃຈ ‘’ ຈະສຸກລົ້ນຟ້າເຫຼືອດິນກໍ່ຈິງມັນຍັງບໍ່ເທົ່າຄວາມສຸກຢູໃນ ກາຍແລະໃຈ ພຽງຄາວຄຶນ. ເຫັນມາຫຼາຍຄູ່ແລ້ວ,ເມຍຫຼີ້ນບ່າວ,ຫຼີ້ຊູ້ ບາງຄູ່ຜົວຮູ້ ແລ້ວແຍກທາງກັນ, ບາງຄູ່ຜົວບໍ່ຮູ້ກໍ່ສືບຕໍ່ດຳເນີນໄປ ບາງຄູ່ຜົວຮູ້ແຕ່ຫາຫຼັກຖານບໍ່ໄດ້ ກໍ່ຕ້ອງທຳໃຈທໍລະມານຕໍ່ໄປ ບາງຄູ່ຜົວຮູ້,ຈັບໄດ້ຄາໜັງຄາເຂົາ ແຕ່ແຍກທາງກັນບໍ່ໄດ້ຍ້ອນສົງສານລູກ ແລະອື່ນໆ ບາງຄູ່ ຜູ້ເປັນເມຍກິນຢາຕາຍ ບາງຄູ່ ເມຍລັກເອົາເງິນໜີນຳຊາຍຊູ້ເລີຍ,ບາງຄົນໄປບໍ່ລອດກັບມາຢູ່ນຳຜົວຄຶນ. ບາງຄູ່ເມຍວາງແຜນທຳຮ້າຍຮ່າງກາຍ,ຊີວິດຂອງຜົວ ຕ່າງໆນາໆ. ຜູ້ຊາຍກໍ່ຮູ້ວ່າຍິງສະໄໝນີ້ເປັນແນວໃດ,ເປັນຫຍັງໄວ້ວາງໃຈເອົາແທ້ເອົາວ່າ:ຢ່າຄິດເທາະວ່າຫາກຮູ້ແລ້ວຈະເຕະຖີ້ມ ຫຼື ຈະປະກັນໄດ້ງ່າຍໆ,ເຖິງຈະປະໄດ້ກໍ່ຈິງ ແຕ່ນານໆກໍ່ເຫັນນ້ຳຕາຊຶມເບົ້າຜູ້ຊາຍເຊັ່ນກັນ,ຍ້ອນສົງສານພະຍານຮັກຄື: ລູກ. ກັບໃຈສາຜູ້ຊາຍ,ຢາງນ້ອຍຕ້ອງເຂົ້າໃຈວ່າ: ເມຍກໍ່ມີຫົວໃຈ ,ເຖິງງານຈະຫຍຸ້ງສັບສົຍປານໃດກໍ່ຕາມໃຫ້ຍາດເວລາມາກິນເຂົ້າກັບເມຍສັບປະດາລະ 1 ເທື່ອ ຫຼື ເດືອນລະເທື່ອ ແມ່ນເປັນການດີ,ຫາກຍາວກວ່ານັ້ນ ລະວັງເມຍນອກໃຈ.
|
ຂຽນເມື່ອ: ກ.ພ.. 28, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ຫຼາຍທ່ານກໍ່ອາດເຄີຍພົບພໍ້ມາແລ້ວຕໍ່ກັບການກົງມູນຄ່າໃນໃບບິນ,ບັນຫານີ້ມັກເກີດມີຢູ່ຮ້ານອາຫານ,ກິນດຶ່ມ,ບັນເທິງ, ຄາຣາໂອເກະ.....ທີມີຂອງມຶນເມົາ ແລະໃນເວລາທີ່ລູກຄ້າມຶນເມົາ,ເວລາມີແຂກຄົນຈຳນວນຫຼາຍສັບສົນ, ເພາະເຈົ້າຂອງບາງຮ້ານ ຈະສັງເກດເຫັນນິໄສຂອງຄົນລາວມັກງ່າຍ,ຂີ້ອາຍ ແລະມັກກຽດແຕ່ບໍ່ຖືກຽດ(ບໍ່ໃສ່ໃຈເລື່ອງກຽດສັກສີຄືຄົນຕ່າງປະເທດ). ປະເພດເມນູທີ່ມັກກົງຫຼາຍທີ່ສຸດແມ່ນເຫຼົ້າເບຍຂອງມຶນເມົາ,ເຄື່ອງດຶມ,ຂອງແກ້ມ ແລະອາຫານບາງຄັ້ງຄາວ. ມູນຄ່າໃນບິນທີ່ເຄີນຖືກກົງແມ່ນປະມານ 1 ແສນ, 2 ແສນ, 3 ແສນ.....ຂຶ້ນໄປ,ຄົນທີ່ກົງແມ່ນຜູ້ທີ່ຂຽນບິນເຊິ່ງບາງເທື່ອກໍ່ບໍ່ແມ່ນເຈົ້າຂອງຮ້ານ. ເວລາເຂົາກົງແມ່ນພາຍຫຼັງແຂກສັ່ງເຊັກບິນ,ຜູ້ຂຽນບິນຈະມອບໃຫ້ຄົນເສີບເປັນຜູ້ສົ່ງບິນໃຫ້ແຂກ, ຫາກໃຜບໍ່ໃສ່ໃຈກໍ່ຈ່າຍເງິນໄປເລີຍເກັບແຕ່ໃບບິນໄວ້ ຫຼື ບາງທ່ານກໍ່ບໍ່ເກັບຮອດບິນຊ້ຳ,ມາຄິດຄຶນພາຍຫຼັງຫາຍເມົາຈິງນຶກອອກວ່າຕົນຖືກກົງແຕ່ກໍ່ສາຍໄປແລ້ວ. ວິທີແກ້. 1.ເຖິງວ່າເຮົາຈະເມົາ ຫຼື ບໍ່ເມົາກໍ່ຕາມຕ້ອງຕັ້ງສະຕິດີໆ,ເວລາສັ່ງທຸກຢ່າງຕ້ອງນັບ ແລະຈົດຈື່ໃຫ້ໄດ້ວ່າມີຫຍັງແດ່?, ຈຳນວນເທົ່າໃດ? 2. ຫາກບໍ່ຈືຄັກ ເວລາທີ່ຄົນເສີບຍື້ນບິນມາໃຫ້ ເຮົາຄວນຈັບມາກວດເຊັກຄືນວ່າມີເທົ່າໃດ?, 3. ຄວນຈັບບິນ ແລະທຳທ່າກວດບິນອ່າວດົນແດ່ເພື່ອໃຫ້ຜູ້ຂຽນບິນໄດ້ແນມເຫັນວ່າເຮົາກວດກາບິນລະອຽດ. 4. ບໍ່ຄວນຍຶ້ນບິນໃຫ້ຫວົໜ້າ,ເຖົ້າແກ່ ຫຼື ການເງິນ ຈັບບິນກ່ອນການກວດກາຂອງເຮົາ ເພາະເພີ່ນຈະຮັກສາພາບພົດທີ່ດີຈະບໍ່ກວດກາຫຍັງເລີຍ 5. ຫາກຮູ້ວ່າມູນຄ່າໃນບິນຖືກກົງ,ແຕ່ບໍ່ກ້າທ້ວງ ເຮົາກໍ່ບໍ່ຄວນໂວຍວາຍ ຫຼື ຊີ້ແຈງແນວນັ້ນແນວນີ້ເພາະຄົນອື່ນຈະຫຼຽວເບິ່ງໜ້າເຮົາ,ເຂົາອາດເຂົ້າໃຈຜິດວ່າເຮົາບໍ່ສະປອດ, 6. ເຮົາຄວນສົ່ງບິນນັ້ນໃຫ້ເຂົາຄຶນ ແລະເວົ້າວ່າ: ຂໍໃຫ້ນ້ອງໄລ່ບິນຄຶນໃໝ່,ບິນບໍ່ຖືກ: ເວົ້າເທົ່ານັ້ນມັນສຸພາບກວ່າ ແລະຜູ້ຂຽນບິນກໍ່ເກງກົວເພາະເຂົາຮູ້ສຶກຜິດທັນທີ ແລ້ວເຂົາຈະກັບໄປຂຽນບິນໃໝ່ຢ່າງໄວວາ ແລະບິນໃໝ່ນັ້ນລາຄາຈະຖືກຕ້ອງຕາມຕົວຈິງທີ່ເຮົາສັ່ງ.
|
ຂຽນເມື່ອ: ກ.ພ.. 27, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
*(ຂປລ): ປັດຈຸບັນ ມີຄົນບໍ່ດີຈຳນວນໜຶ່ງ ນຳເອົາທະນະບັດປອມ (ເງິນປອມ) ປະເພດໃບ 100 ໂດລາ ສະຫະລັດ ແລະ ສະກຸນເງິນຕາຕ່າງປະເທດອື່ນໆ ເຂົ້າ ມາໃຊ້ຈ່າຍ ແລະ ແລກປ່ຽນຊື້-ຂາຍ ຢູ່ພາຍໃນ ສປປ ລາວ ຊຶ່ງບໍ່ຖືກຕ້ອງ ແລະ ຜິດຕໍ່ລະບຽບກົດໝາຍ ເປັນຈຳນວນຫລາຍສົມຄວນ ອັນເປັນປະກົດ ການຫຍໍ້ທໍ້ອັນ ໜຶ່ງໃນສັງຄົມ ທີ່ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫລວດ, ຊາວຄ້າ ຂາຍ, ນັກທຸລະກິດ ແລະ ອົງ ການຈັດຕັ້ງສາກົນຕ່າງໆ ທີ່ຕັ້ງຢູ່ ສປປ ລາວ. ສະນັ້ນ ກົມເງິນຕາ-ຄັງສາງ ທະນາຄານ ແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 0105/ກງຕສ ລົງວັນທີ 15 ກຸມພາ 2012 ໂດຍມີເນື້ອໃນ ດັ່ງນີ້: 1.- ໃຫ້ທຸກພາກສ່ວນເປັນເຈົ້າການ ຮ່ວມມື ແລະ ຊ່ວຍເຫລືອ ສະກັດກັ້ນການ ເຄື່ອນໄຫວນຳໃຊ້ ທະນະບັດປອມ ຂອງກຸ່ມຄົນດັ່ງກ່າວ ໂດຍແຈ້ງຕໍ່ເຈົ້າ ໜ້າທີ່ຕຳຫລວດ (ຖ້າພົບເຫັນ). 2.- ເພື່ອຫລີກເວັ້ນການເສຍຫາຍຊັບສິນ ຈາກການແລກປ່ຽນ ຊື້-ຂາຍ ເງິນປອມດັ່ງກ່າວ ຂໍໃຫ້ບັນດາທ່ານຫລຸດຜ່ອນການຊຳລະເປັນເງິນສົດ ແລ້ວຫັນ ມາຊຳລະຜ່ານລະບົບທະນາຄານ ໂດຍມອບເງິນເຂົ້າ ຜ່ານທະນາຄານ ຫລື ໂອນຊຳລະດ້ວຍລະບົບຊຳລະມູນຄ່າສູງ (RTGS), ໂອນຊຳລະດ້ວຍແຊັກ, ໂອນ ລະ ຫວ່າງ ບັນຊີ ຫາ ບັນຊີ, ຖ້າເປັນການຊຳລະດ້ວຍເງິນສົດ ກໍຄວນຊຳລະດ້ວຍເງິນກີບ ຈຶ່ງຈະມີຄວາມປອດໄພ. 3.- ໃຫ້ທຸພາກສ່ວນນຳໃຊ້ເງິນກີບລາວ ຊຶ່ງເປັນເງິນຕາຂອງຊາດ ເປັນພະຫະນະໃນການແລກ ປ່ຽນ ແລະ ຊ-ື້ຂາຍ ຢູ່ໃນ ສປປ ລາວ./. ຂໍມູນຈາກ ຂ່າວສານປະເທດລາວ
|
ຂຽນເມື່ອ: ກ.ພ.. 27, 2012
| ມີ
21 ຄຳເຫັນ
ແລະ
0 trackback(s)
ທີ່ຮ້ານອາຫານແຫ່ງໜຶ່ງ,ນະຄອນຫຼວງວຽງຈັນ,ເຈົ້າຂອງຮ້ານໄດ່ໄລ່ເດັກເສບໜີຈາກຮ້ານຈຳນວນ 3 ຄົນ,ເປັນຍິງ 1 ຄົນ , ໃນນັ້ນເປັນຜູ້ແປພາສາອັງກິ 1 ຄົນ,ຈ່າຍອາຫານ 1 ຄົນ ແລະເສີບ 1 ຄົນ ທຸກຄົນລ້ວນແຕ່ໜ້າຕາດີ ບໍ່ໜ້າເຊື່ອວ່າຈະເປັນຄົນຂະໂມຍອາຫານຂອງແຂກ. ເດັກເສບທັງສາມໄດ້ສະມັກງານໃນຮ້ານດັ່ງກ່າວໄດ້ປະມານ 3 ເດືອນ, ພວກເຂົາຍອມຮັບວ່າພວກຕົນໄດ້ຮ່ວມຫົວກັນລັກຂະໂມຍອາຫານປະເພດຂາໄກ່ທອດຈາກຈານອາຫານທີ່ຕົນນຳໄປເສີບທີ່ໂຕະແຂກ ໃນເວລາທີ່ຈັບຈານອາຫານໄປວາງໃສ່ໂຕະຂອງແຂກ,ຂາໄກ່ທອດທີ່ຮ້ານນັ້ນປົກກະຕິຈະມີຈານລະ 4 ຂາ, ແຕ່ເວລາຈັບໄປວາງໃສ່ໂຕະ ພວກເຂົາໄດ້ລັກປ່ອນຂາໄກ່ໃສ່ຖົງຢາງທີ່ກຽມໄວ້ຢູ່ຕາມຊ່ອງທາງທີ່ຕົນເດີນຜ່ານຈານລະ 1 ຂາ, ເຫຼືອພຽງຈານລະ 3 ຂາ, ຂາໄກ່ທີລັກມາໄດ້ຈະເກັບໄວ້ກິນ ແລະໄປຂາຍໃຫ້ຮ້ານອື່ນບ່ອນໄກໆ. ມື້ທີຮູ້ຕົວຈິງອາດແມ່ນຜີຂາຍໜ້າຄົນຂະໂມຍ,ບັງເອີນແຂກເຂົ້າຮ້ານເປັນຊາວຕ່າງປະເທດມາສັ່ງອາຫານແຕ່ບໍ່ເຂົ້າໃຈແຈ້ງເລື່ອງເມນູອາຫານທີ່ເອີ້ນເປັນພາສາລາວວ່າແນວໃດ?, ເຈົ້າຂອງຮ້ານຈິ່ງຢ່າງໄປຫາໂຕະຂອງແຂກເພື່ອອະທິບາຍໃຫ້ເຂົ້າໃຈ ເລີຍເສືອດເຫັນຂາໄກ່ໃນຈານມີພຽງ 3 ຂາ, ເຈົ້າຂອງຮ້ານຖາມແຂກຄົນນັ້ນກໍ່ຢຶນຢັນວ່າມີ 3 ຂາເທົ້ານັ້ນ ຈິ່ງຮູ້ໄດ້ວ່າເດັກເສີບເປັນຄົນຂະໂມຍຂາໄກ. ເຖິງຢ່າງກໍ່ດີເພາະເຈົ້າຂອງຮ້ານນັ້ນບໍ່ໄດ້ເອົາຜິດກັບພວກກ່ຽວ,ພຽງແຕ່ໄລ່ອອກຈາກຮ້ານ ແລະຍັງແຖມເງິນແຮງງານປະຈຳເດືອນນັ້ນໃຫ້ຄົນລະ 400,000 ກີບ. ນັບວ່າເປັນເລື່ອງແປກໃນເມືອງລາວ ແລະກໍ່ເປັນສິ່ງທີ່ຄວນລະວັງສຳລັບເຈົ້າຂອງຮ້ານ ແລະທຸກຄົນທີ່ມີໂອກາດເຂົ້າໃຊ້ບໍລິການໃນຮ້ານອາຫານ
|
ຂຽນເມື່ອ: ກ.ພ.. 26, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ທ່ານ ດຣ. ບໍ່ແສງຄຳ ເວົ້າວ່າ: ຄົນບໍ່ເກັ່ງ,ເພີ່ນຍົກຕົວຢ່າງມາພິສູດ ຂ້ອຍແຕ່ບໍ່ເຊື່ອ ຈົາມາຮອດວັນທີ່ 23.02.12 ມີພະນັກງານ ຖວທ ເມືອງວຽງທອງ ແຈ້ງຕໍ່ປະຊາຊົນ(ພວກຂ້ອຍທີ່ເຄີຍເປັນອາສາສະມັກ) ວ່າ: ທາງທີມງານ ທຊລ ສົມທົບກັບພະແນກ ຖວທ ແຂວງ ຈະລົງເຮັດວຽກຢູ່ເຂດຈອມທອງ,ເມືອງວຽງທອງໃນວັນທີ່ 24-25.ຈຸດປະສົງແມ່ນລົງເກັບກຳຂໍ້ມູນຂ່າວການພັດທະນາຂອງເມືອງແລະຂຸດຄົ້ນຫາສິລະປະວັດທະນະທຳທ້ອງຖິ່ນ, ພິດເສດແມ່ນຂັບເຜົ່າເມີ້ຍ,ເພາະເຄີຍຂະໜານນາມວ່າເປັນເອກະລັກຂອງເມືອງວຽງທອງ,ເພີ່ນຈະເດິນທາງຜ່ານເມືອງບໍລິຄັນ, ຊຽງລື ແລະນັດພົບຢູ່ບ້ານທາດພູວຽງ,ເຂດຈອມທອງ ໂດຍທາງພະແນກແນະນຳມອບໃຫ້ເຂດຈອມທອງ,ພະນັກງານຮາກຖານ, ບ້ານທາດພູວຽງ ແລະຈອມທອງກະກຽມຕ້ອນຮັບແລ້ວ ເມື່ອໄດ້ຮັບແຈ້ງແບບນົັ້ນທີມງານອາສາສະມັກຂອງບ້ານນ້ຳຢ້າງ,ນ້ຳງອມກໍ່ພາກັນກະກຽມຈັດສົ່ງຕາມຄຳຂໍຂອງພະນັກງານຖວ ເມືອງ ( ມີແຄນ,ຊຸດນຸ່ງຍິງ-ຊາຍເຜົ່າເມີ້ຍ,ໝໍແຄນ,ໝໍລຳ ແລະລົດ 1 ຄັນ ພ້ອມນຳມັນເຕັມຖັງ) ກະວ່າໄປສົມທົບ,ສ້າງບັນຍາກາດດີໆ,ຂຸດຄົ້ນເອົາວັທະນະທຳດີຂອງບັນດາເຜົ່າທີ່ນັບວັນຍິ່ງຟັງເລິກລົງໄປນັ້ນຟື້ນພູຂຶ້ນມາຮັກສາໄວ້. ບໍ່ຈັກວ່າພະນັກງານ ຖວ ເມືອງເພີ່ນປະສານງານແບບໃດກັນແທ້,ບໍ່ລະອຽດຮັດກຸມ.ທຊລ ເດິນທາງແຕ່ປາກຊັນຫາບ້ານວຽງ ປະມານ 200 ກິໂລ,ຮອດ12 ໂມງຂອງວັນທີ່ 24 ,ແຕ່ທິມງານຂອງເມືອງໄດ້ອອກເດີນທາງແຕ່ນເທດສະບານເມືອງວຽງທອງຫາ ບ້ານວຽງປະມານ 36 ກິໂລແມັດ 5 ໂມງແລງຈິງຮອດ,ການເດິນທາງແມ່ນກະຕຸກະຕັກ,ກັບໄປກັບມຕ້ອນຜູ້ນັ້ນຕ້ອງຜູ້ນີ້, ຕ້ອນແຕ່ລະບ່ອນຕ້ອງລໍຖ້າຈອກນັ້ນຈອກນິີ້.ພໍໄປຮອດກໍ່ເຫັນຊາວບ້ານປູສາດໃສ່ກາງບ້ານນັ່ງລວມນັງຟັງລຳເມີ້ຍກັນຢູ່ກ່ອນແລ້ວ ແຕ່ຕອນນັ້ນບໍ່ທັນມີແຄນ,ພວກຂ້ອຍດີໃຈຄິດວ່າຈັ່ງໃດກໍ່ຈະເອົາຄັກໆ ໃຫ້ໄດ້ອອກໂທລະພາບ,ເຜີຍແຜ່ຂັບເມີ້ຍອອກສູ່ສັງຄົມ, ພວກຂ້ອຍລົງຈາກລົດທັກທາຍທີມງານ ແລະຊາວບ້ານທຸກພາກສ່ວນແລ້ວກໍ່ເອົາແຄນອອກມາຈາກລົດເປົ່າໃຫ້ເຂົາທັນທີ,ທຳມະດາການຂັບລຳເຜົ່າເມີ້ຍ ແບບດັ່ງເດີມຈະຄ້າຍກັບລຳຂັບງຶ່່ມ,ມີເປີດຫົວເລື່ອງ,ເດີນເລື່ອງ ແລະສະຫຼຸບເລື່ອງ (ທຳອິດກ່າວສົມມາ,ກ້າວເຂົ້າລຳກ້ຽວແບບ່າວ-ສາວ ແລະສຸດທ້າຍກ່າວອຳລາ). ແຕ່ການບັນທຶກພາບຂອງ(ທຊລ)ເບິ່ງແລ້ວຄືຊິເຮັດຫຼອກລວງພໍບໍ່ໃຫ້ຊາວບ້ານ ແລະພວກຂ້ອຍເສຍໃຈເທົ່ານັ້ນ ເພາະທີວ່າເພີ່ນບັນທຶກນ້ອຍດຽວ,ບໍ່ທັນເຂົ້າເລື່ອງເຂົ້າລາຍຫຍັງ,ເປີດຫົວເລື່ອງບໍ່ທັນໝົດຊ້ຳ ທາງທີມງານກໍ່ກ່າວຄຳອຳລາ ໂດຍອ້າງວ່າຍັງມີວຽກຢູ່ຂ້າງໜ້າ, ເຫດຜົນນີ້ຟັງບໍ່ຂຶ້ນ ຫາກມີວຽກອື່ນຢູ່ຂ້າງໜ້າກໍ່ບໍ່ຄວນນັດໝາຍ ຫຼື ບໍ່ຄວນລົງເມືອງວຽງທອງເລີຍ ເບິ່ງແລ້ວບໍ່ເຂົ້າໃຈວ່າ (ທຊລ)ລົງໄປເຮັດຫຍັງ? ແລະໄດ້ຫຍັງແດ່?,ເພາະໄປຟ້າວ ແລະບໍ່ເຫັນຖາມຂໍ້ມູນຫຍັງພໍຈະເປັນຂ່າວ,ມີທ່ານໜຶ່ງໃນທິມງານລຸດອອກປາກວ່າຟ້າວໄປດອງ, ໄດ້ຍິນແລ້ວພໍຢາກສະເອິະ,ນີ້ນໍ່ບູຮານເພີ່ນວ່າລ້ຽງມ້າກິນຂີ້ມ້າ,ລ້ຽງຊ້າງກິນຂີ້ຊ້າງ,ເຮັດອັນໃດກິນນຳອັນນັ້ນ, ບໍ່ວ່າພະນັກງານຂັ້ນໃດກໍ່ຄືກັນໝົດ,ເຮັດນຳເວລາກໍ່ສໍ້ກົງເວລາ,ສວຍໂອກາດເອົາເວລາເຮັດວຽກທາງການໄປວຽກສ່ວນຕົວ
ຜົນໄດ້ຮັບຈາກການລົງວຽກຄັ້ງນັ້ນ 1 ສິ້ນເປຶອງຫງົບລັຖະບານ ແລະເປືອງສະບຽງອາຫານຂອງປະຊາຊົນ 2 ເສຍເວລາເຮັດວຽກອື່ນຂອງພະນັກງານລັດ ແລະປະຊາຊົນ 3 ຂາດຄວາມສາມັກຄີຕ່າງທຝ່າຍຕ່າງບໍ່ບໍ່ເຊື້ອໝັ້ນກັນ(ທຊລ - ຖວ ເມືອງ - ເຂດ - ປະຊາຊົນ) ເພາະມື້ນັ້ນຕ່າງຄົນຕ່າງແຕກໄປໃຜໄປມັນບໍ່ໄດ້ຄອບລາກັນເລີຍ ສົມພໍ ທ່ານ ດຣ ບໍ່ແສງຄຳ ເວົ້າວ່າ: ຄົນບໍ່ເກັ່ງ
|
ຂຽນເມື່ອ: ກ.ພ.. 26, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ອື່ນ ໆ
ໂທລະພາບແຫ່ງຊາດລາວ (ທຊລ) ອ້າງເຫດຜົນວ່າ: ສາຍເຫດທີ່ (ທຊລ) ບໍ່ເດີນໜ້າເທົ່າທີຄວນ, ບໍ່ຕອບສະໜອງຕາມຄວາມຮຽກຮ້ອງຂອງສັງຄົມ: ມັນຍ້ອນຂາດທຶນຮອນ,ພາຫະນະ ແລະອຸປະກອນຮັບໃຊ້ໃນໂຂງເຂດວຽກງານ, ແຕ່ທ່ານ ດຣ ບໍ່ແສງຄຳ ວົງດາຣາ ລັຖະມົນຕີກະຊວງ ຖວທ ເພີ່ນຢຶນຢັນວ່າບໍ່ແມ່ນ:ຄວາມຈິງ ເພີ່ນບອກວ່າ: ຄົນບໍ່ເກັ່ງ. ເພີ່ນຍົກຕົວຢ່າງວ່າ: ລາວສະຕາເຊີແນວ ເຂົາລົງທຶນເອງໝົດທຸກຢ່າງ, ນັບທັງຕັ້ງສະຖານີ,ຊື້ພາຫະນະ , ອຸປະກອນຮັບ(ພາຫະນະສື່ມວນຊົນ ແລະເງິນເດືອນພະນັກງານ,ເງິນບໍລິຫານທຸກຢ່າງ ແຕ່ເຂົາຍັງໄປດ້ດີ. ສ່ວນໂທລະພາບແຫ່ງຊາດລາວບໍ່ໄດ້ລົງທຶນຫຍັງຈັກຢ່າງ,ເປັນທຶນຂອງລັດທຸ່ມເທໃຫ້ 100% ນັບທັງສະຖານີ້, ພາຫະນະຮັບໃຊ້,ອຸປະກອນສື່ມວນຊົນ ແລະເງິນບໍລິຫານຕ່າງໆ ແຕ່ຍັງເຮັດບໍ່ໄດ້. ໄດ້ຍິນເພີ່ນເວົ້າແນວນັ້ນຂ້ອຍກໍ່ລໍການພິສູດຄຳເວົ້າຂອງທ່ານມາຫຼາຍເດື່ອນເພື່ອຍາກຮູ້ວ່າຈິງຫຼືບໍ່ ໃນທີ່ສຸດກໍ່ພົບຫຼັກຖານຄວາມຈິງໃນເມືອວັນທີ່ 23.02.12 ທີມງານ(ທຊລ)ລົງເຮັດວຽກຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊ ມັນເຂົ້າກັບຄຳເວົ້າຂອງເພີ່ນ ເລື່ອງລາວເປັນແບບໃດ ບົດໜ້າຈະນຳມາເລົ່າສູ່ຟັງ,ໃນຫົວຂໍ້ '' ພິສູດຄຳເວົ້າຂອງ ດຣ ບໍ່ແສງຄຳ''
|
ຂຽນເມື່ອ: ກ.ພ.. 21, 2012
| ມີ
18 ຄຳເຫັນ
ແລະ
0 trackback(s)
ພິທີປະດັບຫຼຽນໃຫ້ແກ່ພາກສ່ວນ ແລະບຸກຄົນທີ່ມີຜົນງານດີເດັ່ນໃນການຫັນລົງກໍ່ສ້າງຮາກຖານການເມືອງ,ພັດທະນາຊົນນະບົດຮອບດ້ານ ໄດ້ຈັດຂຶ້ນເມື່ອວັນທີ່ 16.02.12,ຢູ່ສະໂມສອນເມືອງວຽງທອງ,ແຂວງບໍລິຄຳໄຊ. ໂດຍການເຂົ້າຮ່ວມທ່ານ ດຣ. ກອງແກ້ວ ໄຊສົງຄາມ,ຮອງເລຂາພັກແຂວງ,ຫົວໜ້າຈັດຕັ້ງແຂວງ.ພິທີນີ້ໄດ້ປະດັບຫຼຽນຕ່າງໆ: ຫຼຽນໄຊແຮງງານຊັ້ນ I ຈຳນວນ 2 ກົມກອງ ແລະ 5 ທ່ານ ຫຼຽນໄຊແຮງງານຊັ້ນ I I ຈ/ນ 3 ບ້ານ ແລະ 15 ທ່ານ, ຫຼຽນໄຊແຮງງານຊັ້ນ I I I ຈ/ນ 3 ບ້ານ ແລະ 28 ທ່ານ, ຫຼຽນກາແຮງານ 45 ທ່ານ ໃບຍ້ອງຍໍລັຖະບານ 6 ທ່ານ. ນອກນັ້ນໃນວາລະດຽວກັນກໍ່ໄດ້ປະກາດການຈັດຕັ້ງຂັ້ນເມືອງພ້ອມ, ໂດຍແຕ່ງຕັ້ງ ທ່ານ ຄຳມອນ ໄຊພົມມິ ເປັນຮອງເຈົ້າເມືອງຜູ້ທີ່ໜຶ່ງ, ແຕ່ງຕັ້ງທ່ານ ພັດທະຈອນ ແກ້ວພຸດທະວົງ ເປັນຮອງເຈົ້າເມືອງຜູ້ທີ່ສອງ. ໃນການແຕ່ງຕັ້ງຮອງເຈົ້າເມືອງຄັ້ງນີ້ແມ່ອີງຕາມສະພາບປ່ຽນແປງກະທັນຫັນນັ້ນກໍ່ຄື: ທ່ານ ສົງກາໄສມະນີ ຮອງເລຂາ,ຮອງເຈົ້າເມືອງຜູ້ເກົ່າໄດ້ເຖິງແກ່ມໍລະນະກຳ ໃນວັນທີ່ 02.02.12 - ພາຍຫຼັງເສັດພິທີກໍ່ຕ້ອງຕະລຶງຈົນເກືອບຊັອກເມື່ອຈັດຕັ້ງພິທີກ່າວວ່າ: ຂໍໂທດນຳບັນດາທ່ານຫຼາຍໆ ຫຼຽນທີ່ປະດັບໄປວ່າງກີ້ນີ້ມີການຜິດພາດ,ຄືວ່າຜູ້ເຂົ້າຮ່ວມພິທີມື້ນີ້ມີສອງທ່ານທີ່ຊື່ຄືກັນ,ສະນັ້ນຂໍຫຼຽນຈາກທ່ານ.......(ຂໍສະຫງວນຊື່) ທີ່ຂຶ້ນຮັບນັ້ນ ຄຶນໄປໃຫ້ທ່ານ ......ທີ່ບໍ່ໄດ້ຂຶ້ນຮັບນີ້. ທ່ານທີຮັບຫຼຽນໄປນັ້ນຈຳຕ້ອງປົດຫຼຽນອອກຈາໜ້າເອິກ ທັງສັ່ນທັງເຊັນ,ທຸກຄົນກໍ່ເຂີນໄປຕາມໆກັນ
|
ຂຽນເມື່ອ: ກ.ພ.. 18, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ປະຊາຊົນຫຼາຍບ້ານຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊຈົ່ມວ່າ: ປີນີ້ຕ່າງປີກາຍ,ມີເຂົ້າເຫຼືອເລົ້າແຕ່ບໍ່ໄດ້ຂາຍເພາະບໍ່ມີຄົນຕ່າງເມືອງເຂົ້າໄປຊື້. ບາງຄອບຄົວຢາກຂາຍ 2-3 ໂຕນ ເພື່ອຊື້ສິ່ງປຸກສ້າງ,ສົ່ງລູກຮຽນ ຫຼື ແກ້ໄຂຄວາມຈຳເປັນໃນຄົວເຮືອນກໍ່ໝົດຫວັງໄປ. ພວກເຂົາເວົ້າວ່າ: ເຈົ້າໜ້າທີ່ຂອງລັດຢູ່ຈຸດກວດກາເຂົ້າອອດເມືອງບໍ່ໃຫ້ນຳເຂົ້າເປືອກອອກນອກເມືອງ,ຖ້າໃຜນຳອອກຈະຖຶດຢຶດ,ປັບໄໝ, ຫາກມີຄວາມຈຳເປັນຈະເອົາໄປກິນຕ້ອງມີໜັງສືຢັ້ງຢຶນຈາກບ້ານ, ແຕ່ບໍ່ເກີນ 3 ເປົາ ເຫດຜົນທີ່ເຈົ້າໜ້າທີ່ລັດເຮັດແບບນີ້: 1 ປ້ອງກັນບໍ່ໃຫ້ລາຄາເຂົ້າຖີບຕົວ,ຈະທະທົບຕໍ່ພົນລະເມືອງພາຍໃນ. 2 ເຂົ້າທີ່ ປ/ຊຜະລິດໄດ້ສ່ວນໃຫ່ຍເປັນເຂົ້າໄຮ່, ຫາກປ່ອຍອອກກໍ່ຖືເປັນການສົ່ງເສົມໃຫ້ ປ/ຊ ຖາງປ່າເຮັດໄຮ່ ລາຄາເຂົ້າເປືອກນຳສົ່ງຮອດໃນເທດສະບານເມືອງວຽງທອງ ຕອນນີ້ 2.500 ກີບ/1ກິໂລ, ເຂົ້າສານຈ່າວ ແລະໜຽວ 4.000 ກີບ/1ກິໂລ
|
ຂຽນເມື່ອ: ກ.ພ.. 16, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ໃນທ້າຍເດືອນພະຈິ 2011 ຜ່ານ ເກີດເຫດໄຟໄໝ້ທີ່ເຮືອໄມ້ຫຼັງໜຶ່ງຢູ່ບ້ານນ້ຳຢ້າງເມືອງວຽງທອງ,ແຂວງບໍລິຄຳໄຊ ຕອນເກີດເຫດບໍ່ມີຄົນຢູ່ເຮືອນຫຼັງນັ້ນ,ພໍໄດ້ຮັບໂທລະຊັບວ່າໄຟໄໝ້ຂ້ອຍແລ່ນມາບ່ອນເກີດເຫດ, ເຫັນແປວໄພລຸກໄໝ້ຂຶ້ນສູງພໍສົມຄວນ ຄິດວ່າຄົງບໍ່ມີຫຍັງມາກັ້ນມັນຢູ່ອີກແລ້ວ,ແຕ່ກໍ່ໂຊກດີ ມີຊ່າງເຮັດເຮືອນ ທີ່ເປັນຄົນລາວ, ຄົນຫວຽດ ແລະນັກຮຽນ ຢູ່ແຖວນນັ້ນ ຫຼາຍກວ່າ 300 ຄົນມມາຊ່ວຍ,ມີຊາຍະກກັນທ່ານໜຶ່ງໃສ່ໝວກກັນທະທົບຂອງລົດຈັກເປັນເຄື່ອງປ້ອງຕັກຕົວ,ທະລຸປະຕູເຂົ້າໄປໃນເຮຶອນ,ທະລຸຝາແປັນອອກຢ່າງໄວວາ, ໄຟລວກຕົວໝອກຂອງເຂົາຈົບຍູບຕົວເຂົ້າ ແຕ່ຕົວເຂົາບາດເຈັບເລັກນ້ອຍ ໃນທີ່ສຸດແປວໄຟກໍ່ຄ່ອຍອ່ອນຕົວລົງແລະມອດໄດ້ສຳເລັດ. ຊາວບ້ານມາຊ່ວຍມອດຫຼາຍໆຄົນສົນທະນາກັນຫຼາຍຢ່າງ,ບາງທ່ານເວົ້າວ່າ: ເມື່ອ 2 ປີຫຼັງກໍ່ເກີດມີໄຟ້ເຮຶອນຢູ່ບ້ານນ້ຳຢ້າງ 3 ຫຼັງໝົດກ້ຽງ ມູນຄ່າການສຽຍຫາຍ 1 ຕຶ້ກວ່າ,ຫາກມີລົດມອດໄຟມາຊ່ວຍຈະກູ້ເອົາຊັບສິນຂອງປະຊາຊົນໄດ້ເກືອບໝົດ. ປີນີ້ກໍ່ເກີດຂຶ້ນອີກຫາກໂຊກບໍ່ດີຄົງໝົດເປັນຕຶ້ອີກເພາະຢູ່ຂ້າງໆນັ້ນມີເຮຶອນໃຫຍ່ຫຼາຍຫຼັງ, ປານນັ້ນພັກ-ລັດບໍ່ໃສ່ໃຈ,ບໍ່ມອງເຫດຈຸດສຳຄັນໃນການບໍລິການປະຊາຊົນ,ເປັນຕົ້ນລົດມອດໄຟ,ລົດສົ່ງຄົນເຈັບປະຈຳໂຮງໝໍບໍ່ເຄີຍສົນໃຈ(ບໍ່ມີ) ແຕ່ໄປເນັ້ນເລື່ອງລົດປະຈຳຕຳແໜ່ງລາຄາແພງ ໃຫ້ແກ່ຄະນະພັກ. ຫຼາຍຄົນຖາມກັນວ່າ: ແບບນີ້ແມ່ນແນວໃດ?,ລໍຖ້າເບິ່ງວ່າ ພັກເຮົາຈະຫັນປ່ຽນໄປຮອດໃສກັນແທ້,ລັດເຮົາຈະເປັນລັດຂອງໃຜແທ້?.(ເປັນຂອງປະຊາຊົນ ຫຼື ເປັນຂອງໃຜ) ສ່ວນປະຊາຊົນເຮົາເຖິງເວລາແລ້ວຕ້ອງໄດ້ຕັ້ງໃຈ,ໃສ່ໃຈຕິດຕາມວຽກບ້ານການເມືອງໃຫ້ຫຼາຍຂຶ້ນ, ແລະກ້າຫານໃນການສະແດງຂໍຄິດເຫັນຜ່ານການຈັດຕັ້ງ,ຜ່ານສື່ມວນຊົນຕ່າງ ເພື່ອແລກປ່ຽນບົດຮຽນໃນເອົາຕົວລອດໃນຍຸກແຫ່ງການຫັນປ່ຽນ.
|
ຂຽນເມື່ອ: ກ.ພ.. 15, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ພໍຂ້ອຍໃຫ່ຍ,ຮູ້ຈັກຄວາມຂຶ້ນມາກໍ່ໄດ້ຍິນຜູ້ເຖົ້າຜູ້ແກ່,ຜູ້ໃຫຍ່ຫຼາຍໆຄົນເວົ້າສູ້ກັນຟັງມາຕະຫຼອດວ່າ: ຢູ່ທີ່ດົງປ່າຊ້າຂ້າງບ້ານນ້ຳຢ້າງ ມີສັດຕົວໜຶ່ງທີ່ມັກຮ້ອງອອກຄືສຽງບ່າງລົ້ວ( ຫູ່.......ຫງອກ...) ມັນມັກຮ້ອງຕອນກາງຄຶນ,ມັນຮ້ອງເທື່ອໃດຕ້ອງມີຄົນແຖວນັ້ນຕາຍ,ບາງເທື່ອກໍ່ຕາຍຢູ່ໂຮງໝໍເຊິ່ງຕັ້ງຢູ່ບໍ່ໄກຈາກດົງນັ້ນ, ບາງຄັ້ງກໍ່ຕາຍຢູ່ບ້ານແຖວນັ້ນ.ຂ້ອຍບໍ່ເຄີຍເຊື່ອເລື່ອງນັ້ນ ແຕ່ຂ້ອຍກໍ່ລັກສັງເກດມາຕະຫຼອດ ປີ 2 000 ຄຶນຫຼັງບ່າງຕົວນັ້ນຍັງມັກຮ້ອງຢູ່,ຫາກມັນຮ້ອງ 1 ສຽງກໍ່ແມ່ນ 1 ມື້ຕໍ່ມາມີຄົນຕາຍ, ຮ້ອງ 2 ສຽງກໍ່ແມ່ນ 2 ມື້ ຫາກຮ້ອງເທົ່າໃດສຽງກໍ່ແມ່ນເທົ່ານັ້ນມື້ແມ່ນມີຂ່າວຄົນຕາຍ. ເບື້ອງຕົ້ນຊາວບ້ານແຖວນັ້ນຄິດວ່າແມ່ນໂຕບ່າງລົ້ວ, ພວກເຂົາກໍ່ພະຍາມຫາວິທີຂ້າບ່າງລົ້ວຕົວນັ້ນຖີ້ມ ໂດຍໃຊ້ໂຄມໄຟສາຍຫາກ້ານໃນເວລາທີມີສຽງຮ້ອງຂອງມັນດັງຂຶ້ນ ພວກຊາວບ້ານກໍ່ພາກັນເຍືອງໄຟສາຍໄປໃສຕົ້ນໄມ້ທີ່ມີສຽງມັນຮ້ອງ ແຕ່ກໍ່ບໍ່ພົບຕົວມັນຈັກເທຶອ່, ກົງກັນຂ້າມ ທັນທີທັນໃດມັນພັດໄປຮ້ອງຢູ່ຕົ້ນອື່ນ,ທັ້ງທີ່ຕົ້ນໄມຢູ່ແຖວນັ້ນຕັ້ງຢູ່ຫ່າງກັນນັບ 100 ແມັດ, 200 ແມັດ ແລະກໍ່ມີບໍ່ຫຼາຍຕົ້ນປານໃດ, ດົງທີ່ວ່ານີ້ ອ້ອມຮອບດົງຄົງບໍ່ມີບ່າງຕົວໃດສາມາດເຈີດໄປເຖິງປ່າແຖວນັ້ນໄດ້, ຊາວບ້ານໂສກັນວ່າມັນອາດເປັນນົກຊະນິດໜຶ່ງທີ່ບໍ່ຮູ້ຊື່ເພາະບໍ່ເຄີຍເຫັນຕົວມັນ,ມັນຈິງສາມມາດບິນໄປໄກ ແລະໄວໄດ້. ນັບແຕ່ປີ 2.000 ເປັນຕົ້ນມາບ່າງຕົວນັ້ນກໍ່ຫງຽບຫາຍໄປ ຄິດວ່າເປັນຕຳນານໄປແລ້ວ,ຊາວບ້ານຕ່າງກໍ່ດີໃຈ ແລະພາກັນເລົ່າລືກັນກັນໄປວ່າ ປະຈຸບັນບ້ານເມືອມີການສ້າງສາພັດທະນາຂຶ້ນຫຼາຍ ມັນຄົງໝົດຍົກບ່າງລົ້ວໄປແລ້ວ. ແຕ່ກໍ່ໜ້າແປກຕົກມາຮອດຄຶນວັນທີ່ 26 ມັງກອນ 2012 ສຽງບ່າງລົ້ວນັ້ນກໍ່ເກີດຂຶ້ນອີຄັ້ງປະມານ 7 ສຽງ , ຕອນເຊົ້າມື້ໃໝ່ຢູ່ທີ່ຮ້ານກາເຟບ້ານນ້ຳຢ້າງກໍ່ມີຜູ້ສົນທະນາຂຶ້ນມາວ່າ ສຽງບ່າງຮ້ອງແຖວນີ້ມັນຫງຽບໄປດົນແລ້ວ ແຕ່ເປັນຫຍັງພັດກັບມາໄດ້ຍິນໃໝ່,ສົງໄສຈະມີຂ່າວບໍ່ດີ. 7 ມື້ຕໍ່ມາຄືວັນທີ່ 02 .02.12 ກໍ່ມີຂ່າວເສົ້າມາບອກຊາວບ້ານແທ້ໆ ນັ້ນກໍ່ຄື ການເສຍຊີວິດຂອງ ທ່ານ ສົງກາ ໄສມະນີ ອະດີດຮອງເລຂາ,ຮອງເຈົ້າເມືອງ. ຕົກມາຮອດຄຶນວັນທີ່ 07.02.12 ສຽງບ່າງລົວກໍ່ດັງຂຶ້ນຕອນປະມານ 12 ໂມງກາງຄຶນ ແລະພໍຮອດຕອນກາງຄຶນວັນທີ່ 08.02.12 ກໍ່ມີຂ່າວເສົ້າມາອີກນັ້ນຄືການເສຍຊີວິດຂອງ ທ່ານ ສົມດີ ຂຸນມະບານ,ອະດີດປະທານນັກຮົບເກົ່າເມືອງ. ບາງຄົນກໍ່ສົນທະນາວ່າ ສຽງທີ່ຄືບ່າງລົ້ວນັ້ນມັນແມ່ນສຽງຫຍັງກັນແທ້, ຫຼື ເປັນເປັນສຽງຜີລຶກລັບຕົວເກົ່າກັບຄຶນມາໃໝ່ອີກ ແຕ່ຊາວບ້ານສ່ວນໃຫຍ່ກໍ່ບໍ່ໄດຄິດຫຍັງ,ບໍ່ໄດ້ຊອກຄົ້ນຫາທີ່ມາຂອງສຽງຄືແຕ່ກ່ອນ,ຄິດວ່າເປັນລະດູການປະສົມພັນສອງສັດປ່າທີ່ຫວງຫ້າມ ແລະຄິດວ່າ ໄລຍະ 10 ກວ່າປີທີ່ບ່າງລົ້ວຫງຽບໄປນັ້ນ ກໍ່ຍັງມີຄົນຕາຍຄືກັນ
|
ຂຽນເມື່ອ: ກ.ພ.. 14, 2012
| ມີ
18 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ອື່ນ ໆ
ຄຳປະກາດຮັບພະນັກງານເຂົ້າສັງກັດລັດໃນຫ້ອງການວັດທະນະທຳຈະເປັນຂັ້ນເມືອງ,ຂັ້ນແຂວງ, ຂັ້ນກະຊວງ ຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ (ບໍ່ລວມຂະແໜງອື່ນ)ລ້ວນແຕ່ວາງເງຶ່ອນໄຂມາດຖານມາລະອຽດຈະແຈ້ງ, ໂດຍສະເພາະແມ່ນດ້ານວຸດທິການສຶກສາຕ້ອງຈົບ ມ ປາຍ,ມີລະດັບວິຊາສະເພາະໃດໜຶ່ງທີ່ແນ່ນອນ ຫຼື ຊັ້ນກາງ, ສູງຂຶ້ນໄປ(ຕ້ອງມີໃບປະກາດວິຊາສະເພາະໃດໜຶ່ງເປັນເອກະພາບກັບຄືກັນກັບຂະແໜງອື່ນ). ຄຳປະກາດແບບນີ້ລ້ວນແຕ່ຂັດກັບສະພາບຕົວຈິງຂອງສັງຄົມ ແລະຂັດກັບໜ້າວຽກວັດທະນະທຳຕົວຈິງຂອງສັງຄົມລາວເຮົາ ເຫດຜົນມີດັ່ງນີ້: ເຄີຍໄດ້ອ່ານບົດຂຽນຂອງບັນດາທ່ານທີ່ເຮັດວຽກວັດທະນະທຳເຊັ່ນ: ທ່ານ: ດຣ. ຍິງ ດາຣາ ກັນລະຍາ ອະດີດກົວໜ້າກົມວັດທະນະທຳມະຫາຊົນ, ທ່ານ:ບົວບານ ວໍລະຂຸນ, ທ່ານ: ກໍແກ້ວ ອໍລະບຸນ ອະດີດລັຖະມົນຕີກະຊວງ ຖວ ແລະທ່ານອື່ນໆ ທີ່ບໍ່ໄດ້ເອີ່ຍຊື່ ຕ່າງກໍ່ອະທິບາຍແບບດຽວກັນວ່າ: ‘’ ວັດທະນະທຳບໍ່ມີໂຮງຮຽນ, ວັດທະນະທຳບໍ່ຫ້ອງຮຽນ ແລະວັດທະນະທຳບໍ່ມີໃບປະກາດຊັ້ນໃດມາທຽບໄດ້ ’’ ( ບໍ່ມີຊັ້ນຕົ້ນ,ຊັ້ນກາງ,ຊັ້ນສູງ ຫຼື ປະຣິນຍາ...). ສະນັ້ນ: ຄຳປະກາດຮັບເອົາພະນັກງານຂອງລັດສັງກັດວຽກວັດທະນະທຳເຊິ່ງລັດໄດ້ວາງເງື່ຶອນໄຂເອົາໃບປະກາດວິຊາສະເພາະ ມາເປັນບັນທັດຖານເຫັນວ່າ ບໍ່ຖືກ,ບໍ່ເໝາະ,ຂັດກັບຄວາມຈິງ,ເຮັດໃຫ້ການຮັບພະນັກງານບໍ່ຖືກເປົ້າ,ຫຼອກລວງປະຊາຊົນ, ພະນັກງານເຮັດວຽກບໍ່ໄດ້ຕາມເປົ້າໝາຍທີ່ປະຊາຊົນຄອງຄອຍຢາກໄດ້. ເພາະວ່າ:ພະນັກງານວັດທະນະທຳທຸກໆເມືອງໃນທົ່ວປະເທດລາວຄົງບໍ່ມີໃຜມີໃບປະກາດຊັ້ນໃດໆທີ່ຈົບວັດທະນະທຳ, ມີພຽງໃບປະກາດວິຊາຢ່າງອື່ນ. ໃນສະພາບສັງຄົມຕົວຈິງ ຂ້ອຍເຄີຍເຫັນພະນັກງານຫ້ອງການວັດທະນະທຳເມືອງໜຶ່ງໃນນັ້ນມີພະນັກງານອາສາສະມັກ 2 ຄົນ,ເປັນຊາຍທັງສອງ, ຄົນໜຶ່ງຈົບປະຣິນຍາຕີ ດ້ານຊີວະສາດ ແລະອີກຄົນທີ່ສອງ ບໍ່ມີຊັ້ນ,ເຄີຍຮຽນຄູແຕ່ບໍ່ຈົບ,ເຄີຍເປັນນາຍບ້ານ, ເຄີຍລົງວຽກຮາກຖານ,ພອນສະຫວັນຜູ້ກ່ຽວທະນັດຄັບລຳທ້ອງຖິ່ນ. ທັງສອງໄດ້ຍື້ນຄຳຮ້ອງສະມັງວຽກໃນຫ້ອງການ ຖວ ເມືອງ,ໄດ້ລົງເຝິກງານຮ່ວມກັບພະນັກງານສົມບຸນນຳກັນເພື່ອລໍໂຄຕ່າລັຖະກອນ,ໃນຖານະອາສາສະມັກ (ລົງສ້າງຂະບວນການເພື່ອຈັດພິທີຮັບຮອງບ້ານວັດທະນະທຳ), ຜ່ານການລົງຕົວຈິງພາຍຫຼັງສຳເລັດງານແລ້ວກໍ່ສະຫຼຸບຖອດຖອນບົດຮຽນ. ຄົນທີ່ 1 ທີ່ຈົບປະຣິນຍາຕີ: ເຮັດວຽກບໍ່ເປັນ,ຊາວບ້ານສົ່ງຂ່າວເລື່ອງການເຄື່ອນໄຫວຕ່າງໆມາເຖິງຫ້ອງການຫຼາຍຢ່າງ,ຄວາມບໍ່ເປັນແບຢ່າງ, ໄດ້ແຕ່ໂມ້ວ່າຮຽນສູງ.ຄົນນີ້ລົງວຽກເທື່ອດຽວບໍ່ສາມາດນຳໃຊ້ຕໍ່ໄດ້ອີກ(ປະຈຸບັນຫົວໜ້າສັ່ງໂຈະບໍ່ໃຊ້ງານທາງອ້ອມ). ຄົນທີ່ 2 ບໍ່ມີຊັ້ນ: ຮູ້ຈັກປາກເວົ້າ,ຮູ້ຕ່ຳຈັກສູງ,ຮູ້ຊີນຳ,ນຳພາປະຊາຊົນໄດ້,ຂະບວນການໄປດີ,ສັງຄົມຍົກຍ້ອງ,ວຽກສຳເສັດ. ລົງຄັ້ງດຽວສາມາດມອບວຽກໃຫ້ເຮັດສຳເລັດດ້ວຍຕົນເອງ(ປະຈຸບັນສືບຕໍ່ໃຊ້ງານຕໍ່ໄປ) ເຂົາທັງສອງຍັງບໍ່ທັນໄດ້ຮັບເຂົ້າເປັນລັຖະກອນເທື່ອ. ຄົນທີ່ 1 : ມີເງື່ອນໄຂ ແຕ່ຂາດມາດຖານ(ຮັບບໍ່ໄດ້). ຄົນທີ່ 2 : ໄດ້ມາດຖານ ແຕ່ບໍ່ຄົບເງື່ອນໄຂ(ຮັບບໍ່ໄດ້ຂັດກັບລະບຽບລັຖະກອນໃໝ່). ຈາກເຫດຜົນນີ້ທ່ານມີຄຳເຫັນແນວໃດຊ່ວຍປະກອບແດ່ <!->ພັກວາງນະໂຍບາຍແນວໃດຕໍ່ກັບພະນັກງານວັດທະທຳ? ຖືກຕ້ອງແລ້ວບໍ່?( ລັດວາງເງື່ອນໄຂແນວໃດໃນການຮັບພະນັກງານໃໝ່? ຄຳປະກາດແບບນີ້ຖືກຕ້ອງແລ້ວບໍ່? ມີວີທີໃດແດ່ທີ່ຊ່ວຍໃຫ້ພະນັກງານບໍ່ມີຊັ້ນແຕ່ເຮັດວຽກໄດ້ດີ,ໄດ້ເຂົ້າເປັນລັຖະກອນ? ຂອບໃຈ
|
ຂຽນເມື່ອ: ມ.ກ.. 15, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ອື່ນ ໆ
ທາງເລກ 1D ແຕ່ປ່າຄາເມືອງຄຳເກີດ,ແຂວງບໍລິຄຳໄຊ-ເມືອງຄຸນ,ແຂວງຊຽງຂວາງມີຄວາມຍາວ 270 ກິໂລແມັດ,ມູນຄ່າການກໍ່ສ້າງຕາມການສຳຫຼວກເບື້ອງຕົນ 97 ລ້ານໂດລ່າສະຫະລັດ ເປັນທາງປູຢາງ 2 ຊັ້ນ, ກ້ວງ 8- 13 ແມັດ,ທໍ່ ແລະຂົວເປຕົ່ງເສີມເຫຼັກ,ມີຮ່ອງລະບາຍນຳ,ກັນເຈື່ອນ,ໄລຍະຮັບປະກັນ 1 ປີ ກັບ 6 ເດືອນ ໂຄງການນີ້ມີອາຍຸຂອງສັນຍາການກໍ່ສ້າງ 4 ປີຄື 15/01/2008-15/01/2012 ແລະ ໄດ້ຄົບຮອບ 4 ປີເຕັມຕາມສັນຍາໃນວັນທີ່ 15/01/12 ແຕ່ການກໍ່ສ້າງປູຢາງຊັ້ນດຽວກໍ່ບໍ່ທັນສຳເລັດ ສະເລ່ຍປະມານ 80% , ບາງບ່ອນທີ່ປູຢາງຊັ້ນທີ່ 1 ໄປແລ້ວນັ້ນກໍ່ເປ່ເພໄປນຳ ນັບຈຸດບໍ່ໄດ້ ແລະແປງໄປນຳ ມື້ອື່ນຈະນຳພາບມາລົງ
|
ຂຽນເມື່ອ: ມ.ກ.. 15, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
-ໃນວັນທີ 3/01/12 ຜ່ານມານີ້ ພະນັກງານຂັບລົດຈົກດີນ ຊື່ ທ້າວພອນ ເຊີ່ງເປັນພະນັກງານຂອງບໍລິສັດເພັດສະໝອນກໍ່ສ້າງ ຂົວ-ທາງຈຳກັດ ໄດ້ຂຸດພົບລູກລະເບີດ UXO (Bomb GP 500 Lbs USA made) ລະເບີດດັ່ງກ່າວແມ່ນພົບຢູ່ຕໍ່ໜ້າວັດ ບ້ານອຸດົມ ເມືອງຄຳເກີດແຂວງບໍລິຄຳໄຊ. ພາຍຫຼັງຊ່ຽວຊານດ້ານລະເບີດປະຈຳ ໂຄງການໂຊດີ 2 ທ່ານຄື:ທ່ານ ຣອບບີດີຮົນ ແລະທ່ານຢອກ ອີ ມບຣາຮຳ ໄດ້ກວດສອບແລ້ວພົບວ່າເປັນລະເບີດເວລາ ຟີວ M103 ແລະ ຟີວM123 ,ລະເບີດດັ່ງກ່າວຫາກມີການລົບກວນໂດຍການເຄື້ອນ ຍ້າຍທີ່ມີການກະທົບ ຈະເກີດການຫ້າງໂດຍທັນທີ . ສະນັ້ນ ພາຍຫຼັງໄດ້ສອບຖາມຈາກ ທ້າວ ພອນ ພະນັກງານຂັບລົດຈົກ ລາວໄດ້ ໃຫ້ການວ່າສຽມຈົກລົດຈົກໄດ້ກະທົບຖືກລະເບີດດັ່ງກ່າວນີ້ ສອງຫຼືສາມເທື່ອ ເພາະຄິດວ່າເປັນກ້ອນຫີນ ແຕ່ພາຍຫຼັງປ່ຽນ ມູມຈົກດີນງັດຂື້ນມາພັດແມ່ນລູກລະເບີດ.ຈາກນັ້ນຜູ້ກ່ຽວ ກໍຮີບໜີໄປແລ້ວແຈ້ງໃຫ້ທາງອົງການເກັບກູ້ໂຊດີມາກວດສອບ ເບີ່ງ.ສະນັ້ນປະຈຸບັນນີ້ທາງໂຄງການພວກເຮົາໄດ້ສ້າງກຳແພງ ກັນດ້ວຍກະສອບດີນຊາຍປະມານ 4000 ກະສອບ. ແລະປະສານງານກັບຄະນະ ຊີ້ນຳຂັ້ນເມືອງເພື່ອຮັບຮູ້ເຖີງໄພອັນຕະລາຍແລະກະກຽມເຄື້ອ ນຍ້າຍປະຊາຊົນໄປບອນທີ່ປອດໄພ.ຖ້າລະເບີດດັ່ງກ່າວທຳງານແມ່ນ ມີຄວາມແຮງລ້າງຜານໄປເຖີງ2ກິໂລແມັດ.ບໍ່ວ່າຄົນ,ອາຄານແລະສັບ ສີນສີ່ງຂອງອື່ນໆ ປະຈຸບັນນີ້ທາງໂຄງການພວກເຮົາໄດ້ປະສານງານ ຂໍຄວາມຊ່ວຍເຫຼືອຈາກ ໂຄງການເຈມັດສ ໂດຍຜ່ານທາງຄຄຊເພື່ອນຳ ເຄື່ອງມືທີ່ທັນສະໃໝມາຊ່ວຍເຫຼືອໃນການກຳຈັດລະເບີດລູກ ນີ້ໂດຍບໍ່ໃຫ້ມີການລະເບີດແຮງສູງແລະປ້ອງກັນຄວາມເສຍຫາຍ ໃຫ້ໄດ້ສູງສຸດເທົ່າທີ່ຄວນ.ວັນທີ 5/1/2012 ໄດ້ປະຊຸມສຸກເສີນ ທີ່ຫ້ອງວ່າການປົກຄອງເມືອງເພື່ອລາຍງານການພົບເຫັນລູກລະ ເບີດ ແລະລະບົບກົນໄກການທຳງານຂອງລູກບົມເຊີ່ງພາຍຫຼັງການວິ ເຄາະໄດ້ຮູ້ວ່າບົມໜ່ວຍດັ່ງກ່າວແມ່ນໄດ້ຜະລິດຂື້ນໃນຊ່ວງ ສົງຄາມໂລກຄັ້ງທີສອງ ເປັນບົມເວລາທີ່ມີກົນໄກການທຳງານ ໂດຍສານເຄມີເປັນຕົວເຊື່ອມໃນການເຜົາໄໝ້ ເມື່ອມີການກະທົບ . ໂດຍອີງໃສ່ມາດຕະຖານດ້ານເຕັກນິກ ລູກບົມອາດສາມາດແຕກຂື້ນ ໄດ້ພາຍໃນ 144 ຊົ່ວໂມງ ເລີ່ມຈາກມີການກະທົບ . ສະນັ້ນ, ທາງຫົວໜ້າໂຄງການໂຊດີ ຈີ່ງໄດ້ອອກຄຳສັ່ງໃຫ້ມີ ການລໍຖ້າໂດຍບໍ່ອະນຸຍາດໃຫ້ ບຸກຄົນໃດ ເຂົ້າໄປໃນບໍລິເວນ ນັ້ນຈົນເຖີງວັນທີ 16/01/2012 ເພື່ອໃຫ້ໝັ້ນໃຈວ່າລູກ ບົມດັ່ງກ່າວແມ່ນຍັງບໍ່ມີການທຳງານ .ນອກຈາກນີ້ຍັງໄດ້ ແນະນຳຂັ້ນຕອນຂອງການປ້ອງກັນຄວາມປອດໄພພ້ອມທັງໄດ້ແນະນຳ ກ່ຽວກັບຜົນກະທົບທີ່ອາດຈະເກີດຂື້ນຕໍ່ຊີວິດແລະຊັບ ສີນຂອງປະຊາຊົນ, ແລະໄດ້ສັ່ງປິດໂຮງຮຽນຈຳນວນ 3 ຫຼັງທີ່ຢູ່ ໃກ້ຄຽງບໍລິເວນນັ້ນ ປະຈຸບັນນີ້ທາງພາກສ່ວນເມືອງແມ່ນໄດ້ ເອົາໃຈໃສ່ສົ່ງກຳລັງຮັກສາຄວາມປອດໄພຈາກພາກສ່ວນ ປກສ ແລະ ກອງທັບລົງເວນຍາມເພື່ອບໍ່ໃຫ້ປະຊາຊົນຜ່ານເຂົ້າໃກ້ບໍລິ ເວນທີ່ລະເບີດຢູ່ ຕະຫຼອດ 24ຊົ່ວໂມງ.ນອກຈາກນັ້ນໜ່ວຍ ງານໂຄສະນາສືກສາຂອງໂຄງການໂຊດີກໍ່ໄດ້ລົງເຄື່ອນໄຫວແນະນຳ ຫ້ອງການ ປກສ ,ທະຫານເມືອງແລະປະຊາຊົນບ້ານອຸດົມເພື່ອແຈ້ງ ການເລື່ອງເຄື່ອນຍ້າຍປະຊາຊົນອອກຈາກພື້ນທີ່ໆຢູ່ໃກ້ຄຽງ ຈົນກວ່າ ມີຄວາມປອດໄພ ແລ້ວຈີ່ງອະນຸຍາດໃຫ້ປະຊາຊົນເຂົ້າ ມາພື້ນທີ່ເດີມ ຕາມການກຳນົດທາງວິຊາການແມ່ນເລີ່ມແຕ່ ມີການກະທົບຄືວັນທີ3/01/2012 ຫາ 16/01/2012 .ປະຈຸບັນນີ້ໄດ້ ເຄື້ອນຍ້າຍປະຊາຊົນແລະພະສົງສຳມະເນນອອກຈາກເຂດດັ່ງກ່າວໄດ້ ຫຼາຍຄອບຄົວ ແຕ່ຍັງມີບາງຄອບຄົວທີ່ບໍ່ຢາກເຄື້ອນຍ້າຍ ໜີເທື່ອ ເນື່ອງຈາກ ເປັນຫ່ວງນຳຊັບສີນແລະອ້າງວ່າບໍ່ມີ ບ່ອນພັກເຊົາ. ຫຼັກຊາວ,ວັນທີ 06/01/2012 ຮອງຜູ້ຈັດການອົງການໂຊດີ ນວນທອງ ອີນທາທີລາດ/
|
|
|