ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ເຫັນມາຕັ້ງນານແລ້ວທີ່ພະນັກງານວັດທະນະທຳລົງເກັບເງິນຄ່າຄຸ້ມຄອງບັນດາປ້າຍ ແລະ

ຮ້ານພິມ,ຈຳໜ່າຍສິ່ງພີມ

 

ຫຼາຍຢ່າງກໍ່ເຮັດໄດ້ດີເຊັ່ນ: ປ່ຽນເນື້ອໃນປ້າຍໂຄສະນາຂອງບ້ານພັກໃນເມື່ອກ່ອນ

ມາເປັນເຮື່ອນພັກໃນປະຈຸບັນ.....

ແຕ່ເຖິງຢ່າງໃດກໍ່ຕາມຍັງເຫັນຈຸດໜຶ່ງທີ່ຄວນຈະແກ້ໄຂ ແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂ ນັ້ນກໍ່ຄື:

ການພິມເນື້ອໃນບັດເຊີນໃນງານດອງ

 

ຂອງບັນດາຮ້ານພິມ,ຈຳໜ່າຍສິ່ງພິມ ລ້ວນແຕ່ພິມບໍ່ຖຶກຕ້ອງຕາມຄຳສັບພາສາລາວເປັນຕົ້ນ:

ພິທີສູ່ຂວັນຈະໄດ້ຈັດຂຶ້ນທີ່ບ້ານເຈົ້າສາວ,ບ້ານ..

 

ຄວນຈະພິມວ່າ: ພິທີສູ່ຂວັນຈະໄດ້ຈັດຂຶ້ນທີ່ເຮື້ອນເຈົ້າສາວ,ບ້ານ..

ບັນຫານີ້ບໍ່ແມ່ນຫາກໍ່ເກີດ ແຕ່ມັນເປັນມາຕັ້ງນານແລ້ວ ແລະ

ບັນດານັກຂ່າວ,ສື່ມວນຊົນ,ຜູ້ຄຸ້ມຄອງດ້ານນີ້ກໍ່ເຫັນເຕັມຕາຮູ້ເຕັມໃຈ

ແຕ່ບໍ່ເຫັນຕຳນິວິຈານຜ່ານສື່ ຫຼືມີວິທີໃດໆແກ້ໄຂ ຫຼືວ່າ: ຮູ້ແຕ່ເກັບເງິນຄ່າຄຸ້ມຄອງແຕ່ບໍ່ຮູ້ຄຸ້ມຄອງ?

Delicious Digg Fark Twitter