ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຂອບໃຈ

ຂໍກາບຂອບພະຄຸນເປັນຢ່າງຍິ່ງທີ່່ບັນດາທ່ານອົດສາອ່ານ ແລະ

 ມີຄຳເຫັນກ່ຽວກັບກະທູ້ຂອງຂ້ອຍທີ່ມີຫົວຂໍ້ວ່າ 20 ມັງກອນ

ລຸ້ນ 20 ລາງວັນ. ນີ້ກໍ່ສະແດງວ່າພີ່ນ້ອງພັນລາວທຸກທ່ານລ້ວນແຕ່ໄດ້ລະນຶກ

ເຖິງບຸນຄຸນຂອງກອງທັບໂດຍບໍ່ໄດ້ຫວັງຜົນຢ່າງອື່ນ ເຊິ່ງສະແດງອອກ

ບ່ອນວ່າທ່ານໄດ້ຕອບຕາມຄວາມເຂົ້າໃຈ,ບໍ່ໄດ້ຕັ້ງເປົ້າວ່າໃຫ້ຖຶກຢ່າງດຽວ,

ບາງທ່ານກໍ່ສົ່ງແຕ່ຮູບພາບສັນຍາລັກມາບອກ ນັ້ນກໍ່ເປັນການດີຫຼາຍ

ດີກວ່າທີ່ບໍ່ໄດ້ອ່ານຜ່ານສາຍຕາເພາະຢ່າງນ້ອຍຄິດວ່າ: ຄຳຖາມ,ຄຳຕອບ ແລະ

ມູນເຊື້ອຂອງກອງທັບປະຊາຊົນລາວຍັງຕິດຕົວໄປກັບທ່ານນານໆ

(ໄດ້ເວລາພໍ່ດີ ຂອຍຈິງຂໍສະເຫລີຍຄຳຖາມ)

ເຖິງວ່າບໍ່ໄດ້ບອກທີ່ມາ

ຂອງຄຳຖາມ,ຄຳຕອບລະອຽດ ແຕ່ກໍ່ມີເຫດຜົນພໍໃຫ້ພີ່ນ້ອງໄດ້ພິຈາລະນາ

ນຳກັນຫາກເຫັນວ່າຄຳຕອບຍັງມີບ່ອນຄ້າງຄາກໍ່ຂໍອະໄພ

ແລະ ຢ່າລືມສົ່ງຂໍ້ຄວາມຫຼັງໄມເພື່ອແລກປ່ຽນເນາະ?

ຫາກທ່ານໃດ,ມີຄຳຕອບແບບນີ້ໃນ ໄດອາຣິ່ ຫົວຂໍ້ 20 ມັງກອນ ເຊີນລຸ້ນ 20 ລາງວັນ

ໃຫ້ແຈ້ງເບີໂທລະສັບມືຖືແບບຕື່ມມູນຄ່າໂທ ໃນເຄືອຄ່າຍ

( ອີທີແອວ, ເອັມໂຟນ ແລະ ສະຕາໂຟນ )

ມາທາງຂໍຄວາມຫຼັງໄມເພື່ອສະດວກໃນການໂອນມູນຄ່າໄມ

 

ຄຳຕອບທີ່ 1

ຕົ້ນກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ

ມີ 4 ໄລຍະແລະປ່ຽນຊື່ເອີ້ນມາ 4 ຊື່ແລ້ວ ຄື:

1.      ໄລຍະຕົ້ນກຳເນີດເອີ້ນວ່າ: ’ ກອງລາວປະລໍ (ລາວປະລໍ) ເຊິ່ງໄລຍະນີ້ມີທະຫານ

ພຽງ 25 ຄົນ, ຢຸດທະສາດໃນເວລານີ້ຄືການໂຄສະນາ ແລະ ສະແດງກຳລັງ

ໂດຍໃຊ້ທະຫານພຽງ 25 ຄົນນີ້  ປະລໍບ່ອນນັ້ນປະລໍບ່ອນນີ້,

ບ່ອນລະ 2-3 ຄົນ ຢູ່ຕາມທ້ອງຖິ່ນຕະລອດເວລາ ເພື່ອໃຫ້ທຸກທ້ອງຖີ່ນຮັບຮູ້ ແລະ

ໂຄສະນາຕໍ່ໆກັນໄປວ່າ ມີກຳລັງທະຫານຢ່າງຫຼວງຫຼາຍ,ມີຄວາມໝັ້ນໃຈ

ພ້ອມທີ່ຈະຕໍ່ສູ້ເອົາຊະນະກັບສັດຕູໄດ້

2.      ລຍະສ້າງຕັ້ງເປັນກອງທັບເອີ້ນວ່າ: ‘’ກອງລາດຊະວົງ ‘’ໄລຍະນີ້

ເຖິງວ່າມີທະຫານພຽງ 25 ຄົນ ແຕ່ບົດບາດອິທິພົນ,ຊື່ສຽງຂອງກອງທັບ

ໄດ້ເລີ່ມແພ່ຂະຫຍາຍກວ້າງຂວາງ

3.      ໄລຍະຕໍ່ສູ້ປົດປ່ອຍຊາດເອີ້ນວ່າ:’’ ກອງທັບປົດປ່ອຍປະຊາຊົນລາວ’’

4.      ໄລຍະປະຈຸບັນເອີ້ນວ່າ: ‘’ກອງທັບປະຊາຊົນລາວ’’

 

 ຄຳຕອບທີ່ 2

ບັ້ນຮົບທີ່ນຳເຂົ້າຄົ້ນຄ້ວາເພື່ອຄັດເອົາເປັນບັ້ນຮົບຕັດສິນໄຊຊະນະ

ຂອງລາວເຮົາມີ 3 ບັ້ນຮົບໃຫຍ່ຄື:

1.     ບັ້ນຮົບ ‘’ ກອງພັນທີ່ສອງຜ່າວົງປິລ້ອມ ‘’ ທີ່ທົ່ງໄຫຫິນ

ເຊິ່ງໄດ້ເຮັດໃຫ້ພວກຈັກະພັດສັດຕູງຶດງໍ້ອັດສະຈັນ,ຕົກສະເງີ້,

ສະທ້ານຢ້ານກົວຕໍ່ດິດເດດຂອງກອງທັບເຮົາຈົນບໍ່ກ້າປະເສີນໜ້າ

ກັບກອງພັນທີ່ສອງ,ກາຍເປັນປະຫວັດສາດການທະຫານຂອງໂລກ

2.     ບັ້ນຮົບ ‘’ ນ້ໍາບາກ ‘’ ດັບສູນ ແລະ ຈັບສະເລີຍສິກໄດ້ 3.200 ກວ່າຄົນ,

ປົດປ່ອຍເຂດປົກຄອງຂອງສັດຕູໄດ້ຫຼາຍທີ່ສຸດ,ເຮັດໃຫ້ທຸກກຳລັງ

ຂອງສັດຕູຢູ່ລາວອອ່ນເພຍເປ້ຍລ່ອຍ, ກົງກັນຂ້າມມັນໄດ້ກາຍເປັນ

ສຽງເພງປຸກລະດົມໃຫ້ປວງຊົນລາວທັງຊາດລຸກຂຶ້ນຕໍ່ສູ້ປົດປ່ອຍຊາດ

ແລະ ເປັນບັ້ນຮົບທີ່ນັກວິທະຍາສາດການທະຫານຕ້ອງໄດ້ນຳໄປຄົ້ນຄິດ

3.     ບັ້ນຮົບ ‘’ ລາມ-ເຊີ່ນ 719 ‘’ ເປັນບັ້ນຮົບທີ່ຍີ່ງໃຫຍ່,ສັດຕູໃຊ້ກຳລັງ

ຫຼວງຫຼາຍທີ່ສຸດ ທະຫານຫຸ່ນໄຊງ່ອນ 50 ກວ່າກອງພັນ,

ທະຫານໄທຮັບຈ້າງຫຼາຍກອງພັນ...ອາວຸດສົງຄາມທັນສະໄໝທີ່ສຸດ,

ເຮືອບິນ,ລົດຕັງ ລົດຫຸ້ມເກາະ,ປຶນໃຫຍ່.

ເປັນບັ້ນຮົບທົດສອບ,ທ້າທາຍຄັ້ງຍິ່ງໃຫຍ່

ແລະ ສຸດທ້າຍຂອງພວກຈັກກະພັດຜູ້ຮຸກຮານຫວັງຈະດັບມອດກອງທັບເຮົາ

ທັງ 3 ບັ້ນຮົບນີ້ລ່ວນແຕ່ເປັນໄຊຊະນະອັນຍິ່ງໃຫຍ່ຂອງກອງທັບປະຊາຊົນລາວ

ແລະ ຍັງພວມກຳລັງຄົ້ນຄວ້າເພື່ອຄັດເອົາພຽງ 1 ບັ້ບຮົບ

ໃຫ້ເປັນບັ້ນຮົບຕັດສິນໄຊຊະນະສຸດຍອດ

ສ່ວນຜົນການຕັດສິນນັ້ນຍັງຕ້ອງລໍຕໍ່ໄປເພາະປະຈຸບັນບໍ່ທັນຮັບຊາບ

 

ຄຳຕອບທີ່ 3

ບັ້ນຮົບທີ່ໄດ້ຍອມຮັບວ່າເປັນບັ້ນຮົບຕັດສິນໄຊຊະນະອັນສຸດຍອດ

ຂອງວຽດນາມໄດ້ແກ່

‘’​ ບັ້ນຮົບປົດປ່ອຍພາກໃຕ້ວຽດນາມ ‘’

ເຫດຜົນກໍ່ຄືວ່າ: ບັ້ນຮົບນີ້ໄດ້ປົດປ່ອຍທັງສັດຕູ ແລະ ປະຊາຊົນພ້ອມໆກັນ,

ສາມາດທ້ອນໂຮມທັງສອງພາກຂອງວຽດນາມ ພາກໃຕ້ ແລະ ພາກເໜຶອ

ເຂົ້າເປັນໜຶ່ງດຽວຄື: ເປັນປະເທດ ສສ ວຽດນາມ

ແລະໄດ້ແຈ້ງຜົນການຕັດສິນນີ້ໃນປີ 2008  ນີ້ເອງ

Delicious Digg Fark Twitter