ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຕາມທີ່ໄດ້ຄົ້ນຫານາມມະຍົດຂອງສື່ຜ່ານມາ ຂ້ອຍຍັງບໍ່ທັນພົບເຫັນວ່າ

ນາມມະຍົດອັນແທ້ຈິງຂອງສື່....ເພີ່ນເອີ້ນວ່າແນວໃດກັນແທ້?,

ຫຼືຂ້ອຍຄົ້ນຍັງບໍ່ທັນເຖິງຕິບໍ່?ຈິງບໍ່ທັນພົບເຫັນ,ຫາກມີໃຜຮູ້ກໍ່ຊ່ວຍບອກແດ່

ເພາະຂ້ອຍບໍ່ຮູ້ແທ້ໆ. ທີ່ເຄີຍພົບເຫັນໃນຜ່ານມາກໍ່ເຫັນແຕ່ນິຍາມ,

ບາງທ່ານໃຫ້ນິຍາມສື່ຫຼາຍໆຢ່າງບໍ່ເປັນເອກະພາບແຕ່ສະຫຼຸບແລ້ວ

ກໍ່ມີຄວາມໝາຍຄ້າຍຄືກັນເຊັ່ນ:

 ສື່ມວນຊົນເປັນຫູເປັນຕາໃຫ້ສັງຄມ,ສື່ເປັນນັກຮົບແນວຄິດ,

ສື່ເປັນກະບອກສຽງອັນແຫຼມຄົມຂອງພັກ ແລະ ອື່ນໆ

ແລ້ວກັບມາຊອກຫາບຸກຄົນທີ່ເຄີຍມີສື່ສຽງໃນວົງການສື່ນັບທັງເມື່ອກອ່ນ

 ແລະ ປະຈຸບັນກໍ່ຍັງບໍ່ພົບນາມມະຍົດເຊັ່ນ:  ຈະເລີນໄຍະພອນ,

ຈູມມາ ຈັນທະລັງສີ,  ປອງໄຕ ຈະເລີນສຸກ..., ບັນດານັກຂີດຂຽນ,

ນັກປະພັນຕ່າງເຊັ້່ນ: ຫຼວງໄຊຫຼວງພະສີ,ດາວວຽງ ບຸດນາໂຄ

ແລະ ຜູ້ອື່ນໆທີ່ບໍ່ໄດ້ເອີ່ຍຊື່ກໍ່ບໍ່ເຫັນມີ,ເຫັນພຽງແຕ່ຄຳວ່າ:

 ‘’ ເອັກ ‘’, ຍິ່ງໃຫຍ່, ດີເລີດ ເທົ່ານັ້ນ ເປັນຕົ້ນວ່າ: ນັກຂ່າວເອກ,ນັກຂຽນເອກ,

ນັກປະພັນເອກ... ຫຼືວ່າອັນນັ້ນບໍ່ແມ່ນນາມມະຍົດທີ່ແທ້ຈິງຂອງເພີ່ນ?.

ເວົ້າຕາມພາສາຄົນບໍ່ຮູ້ ຕາມທຳມະດາແລ້ວ

ກ່ອນຈະມີ (ເອກ) ກໍ່ຕ້ອງມີ ( ຕີ ) , ມີ ( ໂທ )  ສາກ່ອນຈິ່ງຮອດເອກ

ແຕ່ວ່າໜ້າແປກຄືກັນ ບັນດາສື່ພັດວ່າມີເອກບາດດຽວໂລດ,

ຄຳວ່າເອກນັ້ນແມ່ນໄດ້ມາຈາກໃສ?, ເອົາຫຍັງມາວັດແທກ?,

ແລະ ມີຄ່າວັດແທກເທົ່າໃດ?,ຫົວໜ່ວຍວັດແມ່ນຫຍັງ?, ມີຄຸນຄ່າພິເສດກັບຕົວຂອງເຂົາແນວໃດ?

ໃນຄຳວ່າ ເປັນເອກ,...

ຜູ້ທີ່ມີຄ່າວັດແທກລຸດກວ່າເອກນ້ອຍໜຶ່ງຄືບໍ່ເອີ້ນວ່າ (ໂທ)

ຫຼືເອີ້ນວ່າ (ຕີ) ໃຫ້ເຂົາ?

ຫຼືວ່າພວກສື່ບໍ່ມີນາມມະຍົດຫຍັງບໍ່?

ບັນດາຄຳຖາມນີ້ຂ້ອຍຍັງລໍຄຳຕອບຈາກເພື່ອນພັນລາວ

ມັນເປັນສີ່ງໜ້າຄິດ, ທີ່ຄົນເຮັດວຽກເອົາຈິງເອົາຈັງ,

ເສຍສະຫຼະຫຼາຍຢ່າງນັບທັງຊີວິດຈິດໃຈໃຫ້ກັບສັງຄົມ

ຈົນບາງຄົນໃຫ້ນິຍາມວ່ານັກຮົບແນວຄິດ...

ຖ້າສົມທຽມໃສ່ຄົນເຮັດອາຊີບອື່ນເຂົາກໍ່ຍັງມີ

ເຊັ່ນ:  ພູວຽງ ວາດທະລີສັກ ຍັງໃຫ້ນາມມະຍົດວ່າ: ລາຊະນີເພງບ້ານນາ,

ແຕ່ດາວວຽງ ບຸດນາໂຄ ນັກປະພັນເພງແທ້ໆບໍ່ຮູ້ວ່ານາມມະຍົດເພີ່ນແມ່ນຫຍັງ?,

ຫຼືຜູ້ອື່ນໆອີກ. ສົມມຸດເປັນທະຫານຊັ້ນຕ່ຳຖ້າເຮັດໄດ້ ກໍ່ຈະເປັນວິລະຊົນ,

ລຸດລົງມາກໍ່ເປັນນັກຮົບແຂ່ງຂັນ...ຫຼືນັກກິລາ,ດາຣາ...

ກໍ່ຍັງເອີ້ນວ່າ: ດາວນັ້ນດາວນີ້,ຊຸບເປີນັ້ນຊຸບເປີນີ້ຕາມຄວາມເໝາະສົມ

ແຕ່ສື່...ຕິລະ  ? ..... ຖ້າສົມມຸດຮຽນຈົບພຽງມໍປາຍແຕ່ອິງໃສ່ປະສົບການຫຼາຍປີ,

ມີພອນສະຫວັນ,ຄວາມສາມາດສະເພາະຕົວພິເສດ,ເຮັດວຽກໃນວົງການສື່...

ໄດ້ເກັ່ງກວ່າຜູ້ຈົບວິຊາສະເພາະຊັ້ນສູງຕັ້ງຫຼາຍເທົ່າຈະໃຫ້ຫຍັງແກ່ເຂົາ?

 ຫຼືຈະໃຫ້ແຕ່ຫຼຽນໄຊ,ຫຼຽນກາ,ໃບຍ້ອງຍໍຈາລຶກບຸນຄຸນຢ່າງດຽວບໍ່?

ແບບນັ້ນກໍ່ຖຶກຕ້ອງຢູ່ ແຕ່ວ່າ 20 ໃບຍ້ອງຍໍກໍ່ຕາມ

ຊັ້ນເງິນຂອງເຂົາກໍ່ບໍ່ສາມມາດເລື່ອນຂ້າມໄດ້,ເງິນເດຶອນຍັງຄືເກົ່າ.

ແລະສິ່ງເຫຼົ່ານັ້ນເປັນພຽງການຈາລຶກບຸນຄຸນຂອງຄົນດີເດັ່ນທົ່ວໄປ,

ມີຫຼາຍຄົນເຮັດໄດ້,ຍັງບໍ່ແມ່ນຜູ້ພິເສດເທື່ອ

ເບິ່ງແລ້ວຄືກັບວ່າສື່ບໍ່ມີຈຸດໝາຍສູ້ຊົນທີ່ຍີ່ງໃຫຍ່ຄືເຂົາຄົນອື່ນ

ຕາມແນວຄິດນ້ອຍຂອງຂ້ອຍ ຖ້າສ້າງຈຸດໝາຍທີ່ຍິ່ງໃຫຍ່ໄວ້ຂ້າງໜ້າໃຫ້ແກ່

ເຂົາຫຼາຍກ່ວານີ້ ບາງເທື່ອອາດຈະເປັນແຮງໃຈໃຫ້ເຂົາເຈົ້າ ຫຼາຍກວ່ານີ້

ໃນຄວາມພະຍາຍາມເຮັດໜ້າທີ່ເພື່ອຄວ້າຝັນຂອງເຂົາເຈົ້າ

(ໃຫ້ຄຳແນະນຳດ້ວຍນະເພາະບໍ່ເຂົ້າໃຈວ່ານາມມະຍົດຄວນໃຫ້ແກ່ໃຜ)

ຂອບໃຈລ້ວງໜ້າ

Delicious Digg Fark Twitter