ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ສ່ວນໜຶ່ງຂອງໜ້າປົກໜັງສືພີມບໍລິຄຳໄຊ

ສະບັບອອກວັນທີ່ 21 ກຸມພາ 2011,ປີທີ່ 5, ສະບັບທີ່ 171

ລາຍສັບປະດາ

 

 

ພາບທີ່ເຫັນເປັນພາບສ່ວນໜຶ່ງໜ້າປົກຂອງໜັງສືພີມຂອງແຂວງບໍລິຄຳໄຊ

ໜ້າປົກຂື້ນຕົ້ນຢ່າງທີເຫັນໃນພາບໄດ້ຊັດ,

ມີການລະບຸລາຍລະອຽດກ່ຽວກັບຂໍມູນຂອງໜັງສືພີມເຊັ່ນ: ຊື່,ທີ່ຢູ່ສຳນັກງານ,

ເບີແຟກ ແລະ ອີເມວຊັດເຈນດີຈົນບໍ່ມີບ່ອນອະທິບາຍເພີ່ມອີກ

~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~

ຜ່ານມາຂ້ອຍເຄີຍນຳເອົາບົດໃນ ”ໄດອາຣິ” ແລະ ອື່ນໆ ຂອງເພື່ອນໃນພັນລາວ

 ຫຼື ບ່ອນອື່ນໆ ທີ່ເຫັນວ່າເນື້ອໃນດີ,ມີປະໂຫຍດຕໍ່ສັງຄົມ ສົ່ງຜ່ານ ອີເມວ

ຂອງໜັງສືພີມນີ້ເພື່ອເຜີຍແຜ່ສູ່ສັງຄົມ, (Bolikhamxaynews@yahoo.com)

ແຕ່ວ່າສົ່ງໄປເທົ່າໃດກໍ່ມິດຈ່ອຍມ້ອຍປານປ່ອຍອ່ຽນລົງຕົມຄືກັບບູຮານເພີ່ນວ່າແທ້ໆ

................................................................................................................

ບາງນິຍາມບອກວ່າ:ສື່ມວນຊົນເປັນຕາ,ເປັນຫູຊ່ວຍສັງຄົມ

ຮູ້ທຸກເລື່ອງ,ເຫັນທຸກປະກົດການ ແລະ ໄປເຖິງທຸກບ່ອນ

 

ຕາມທຳມະດາແລ້ວ ກົດໝາຍສື່ມວນຊົນມາຕາທີ່.17  ກ່າວໄວ້ວ່າ:

ພົນລະເມືອງລາວ ໄດ້ຮັບການປະຕິບັດສິດເສລີພາບຂອງຕົນ ຜ່ານສື່ມວນຊົນ ດ້ວຍການລົງພີມ

ຫຼື ກະຈາຍຂ່າວ,ບົດ,ຄຳເຫັນ,ກະຈາຍພາບ,ຕອບຂໍ້ສະເໜີ,ຂໍ້ຂ້ອງໃຈຂອງຕົນ

ໂດຍຜ່ານສື່ມວນຊົນເອງ ຫຼື ການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງ.

ໃນກໍລະນີບໍ່ສາມາດລົງພີມ,ກະຈາຍ ຫຼື ຕອບໄດ້ນັ້ນ ສື່ມວນຊົນ

ຕ້ອງແຈ້ງເຫດຜົນໃຫ້ພົນລະເມືອງຮັບຊາບຢ່າງເປັນທາງການ

...........................................................................................

ຂ້ອຍຖາມກັບຕົວເອງເປັນຫຍັງສື່ມວນຊົນຈິ່ງບໍ່ຢ້ານຜິດກົດໝາຍ ?

ດ້ວຍຄວາມຢາກຮູ້ຈິ່ງພະຍາຍາມເຊັກຄຶນເຖິງເຫດຜົນ ທີ່ສື່ມວນຊົນເມີນເສີຍ,

ບໍ່ລົງພີມ,ບໍ່ແຈ້ງເຫດຜົນຄຶນ ແລະ ບໍ່ຢ້ານຜິດກົດໝາຍ

ຂ້ອຍໂທຖາມຜູ້ຈັດໜ້າໜັງສືພີມຄົນໜຶ່ງໃນສຳນັນງານດັ່ງກ່າວ

ຄຳຕອບທີ່ຂ້ອຍໄດ້ຮັບຄື:

“ອີເມວນັ້ນຖືກປິດໄປຕັ້ງດົນແລ້ວ,ບໍ່ໄດ້ໃຊ້ດົນແລ້ວ

 ແລະ ບໍ່ຮູ້ວ່າດົນປານໃດ,ຮູ້ແຕ່ວ່າດົນກວ່າ 1 ປີແລ້ວ”

ຂ້ອຍຖາມຢ້ຳຕື່ມອີກ ອີເມວປິດໄປຕັ້ງດົນແລ້ວແຕ່ເປັນຫຍັງບໍ່ລຶບອອກ?

ຫຼື ປ່ຽນອີເມວໃຫມ່? ຄືຍັງລົງຊື່ ອີເມວ ໂຕເກົ່າຕະຫຼອດມາ?

ຄຳຕອບຄື: ເອີ່..ກະຊິປ່ຽນໃຫມ່ຢູ່

ນັບແຕ່ມື້ຂ້ອຍເຊັດມາຮອດປະຈຸບັນເປັນເວລາ 6 ເດື່ອກວ່າແລ້ວ

 ໜັງສືພີມບໍລິຄຳໄຊຍັງລົງ ອີເມວ ເກົ່າ(Bolikhamxaynews@yahoo.com)

 ບໍ່ປ່ຽນແປງ ແລະ ຍັງປິດຢູ່ຄືເກົ່າ

ຈາກເຫດຜົນນີ້ຂ້ອຍຈິ່ງເວົ້າວ່າ ສື່ມວນຊົນຕາບອດ,ຫູໜວກກ້ຳໜຶ໋ງໄປສາແລ້ວ

ເຫັນແຕ່ຈຸດອ່ອນຂອງຜູ້ອື່ນ ສ່ວນຈຸດອ່ອນຂອງສື່ມວນຊົນເອງພັດບໍ່ເຫັນ

ທ່ານຜູ້ອ່ານມີຂໍ້ຄິດເຫັນແນວໃດຕໍ່ຄຳເວົ້ານີ້ ຊ່ວຍແນະນຳດ້ວຍນະ

ທີ່ຂຽນລົງກໍ່ອີງໃສເຫດການຈີງ ບໍ່ໄດ້ບິດເບຶອນຄັນບໍ່ເຊື້ອກໍ່ລອງເຊັກຄຶນໄດ້

ແລະກໍ່ອີງໃສ່ ກົດໝາຍສື່ມວນຊົນມາຕທີ່ 14,15,16 ແລະ 17

( ຂອບໃຈ )

 

Delicious Digg Fark Twitter