ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

ນິຍາມ​ຕົວ​ຈິງ​ຂອງ​ກົດໝາຍ​ເຮົາ​ເອງ​ກໍ່​ບໍ່​ຮູ້​ຄື​ກັນ ຫາກ​ໃຜ​ຮູ້​ກໍ່​ບອກ​ແດ່. ແຕ່​ເຮົາ​ເຂົ້າ​ໃຈ​ວ່າ: ກົດໝາຍ​ປຽບ​ເໝືອນ “​ຫ້ອງ​ນອນທີ່​ໄດ້​ມາ​ຕະຖານ” ໝາຍ​ຄວາມ​ວ່າຝາ​ຫ້ອງ​ຕ້ອງ​ແໜ້ນໜາ,ປະຕູ​ມີ​ໄລ​ກອນ​ສຳລັບ​ລັອກ,​ໃນ​ຫ້ອງ​ປະກອບ​ມີ​ເຄື່ອງ​ບ່ອນ​ນອນ​ຄົບ​ຊຸດ​ເຊັ່ນ: ຕຽງ​ນອນ,​ເຊື່ອ​ປູ,ຜ້າ​ປູ,ຜ້າ​ຫົ່ມ,ໜອນ​ໝູນ ແລະ ມຸ້ງ ຫາກ​ທ່ານ​ໃດ​ໄດ້​ເຂົ້າ​ໄປ​​ໃນ​ຫ້ອງ,ສຳ​ພັດ​ສິ່ງ​ເຫຼົ່ານັ້ນ​ແລ້ວ​ຈະ​ຮູ້ສຶກ​ສະບາຍ,ປອດ​ໄພ ​ແລະ ມີ​ຄວາມສຸກ​ທີ່​ສຸດ.

ໄລຍະ​ຜ່ານ​ມາ​ການ​ເຜີຍ​ແຜ່​ກົດໝາຍ​ຢູ່​ໃນ​ປະ​ເທດ​ລາວ​ເຮົາ​ຍັງ​ບໍ່​ທັນ​ກວ້າງຂວາງ,​ເລິກ​ເຊິ່ງ​ເຖິງ​ຖອງ ຈິ່ງ​ເຮັດ​ໃຫ້​ປະຊາຊົນ​ພວກ​ເຮົາ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ກົດໝາຍ​ບ້ານ​ເມືອງ,​ເຫັນ​ກົດໝາຍ​ເປັນ​ເລື່ອງ​ຄໍ​ຂາດ​ບາດຕາ​ຍ,​ກາຍ​ເປັນ​ສີ່​ງຢ້ານ​ກົວ ​ເຊິ່ງມັນ​ໄດ​ສະ​ແດ​ງອອກ​ຢູ່​ບ່ອນ​ວ່າ: ປະຊາຊົນ​ລາວ​ພວກ​ເຮົາ​ບໍ່​ກ້າ​ເຂົ້າ​ໃກ້,​ບໍ່​ກ້າແຕະຕ້ອງ​ສຳ​ພັດ​ກັບ​ກົດໝາຍ​ເລີຍ,​ເຮັດ​ໃຫ້​ພວກ​ເຮົາ​ຫ່າງ​ເຫີ​ນຈາກ​ກົດ​ໝາດ,ບໍ່​ສະ​ແວງ​ສຶກສາ​ຮຽນ​ຮູ້​ກ່ຽວ​ກັບ​ກົດໝາຍ ​ເມື່ອ​ເປັນເຊັ້ນນັ້ນຈິ່ງ​ເຮັດ​ໃຫ້​ພວກ​ທີ່ສວຍ​ໂອກາດ​ຫຼອກ​ລວງ,ສໍ້​ໂກງ,​ເອົາ​ລັດ​ເອົາ​ປຽບ ​ແລະ ສ້າງ​ຄວາມ​ບໍ່​ຍຸຕິ​ທຳ​ຢູ່​ໃນ​ສັງຄົມ​ລາວ​ຂອງ​ພວກ​ເຮົາ ​ເປັນຕົ້ນ​ແມ່ນ​ເກີດ​ມີ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ​ເພີ່ມ​ຂຶ້ນ​ເລື່ອຍໆ​ແຕ່​ໄກ້​ໄຂ​ບໍ່​ຕົກ.

ສະນັ້ນ: ມັນ​ເຖິງ​ເວລາ​ແລ້ວ​ທີ່​ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ໄດ້​ປ່ຽນ​ຄວາມ​ຮູ້ສຶກ​ອັນ​ເກົ່າ​ນັ້ນຫັນມາ​ໃຊ້​ຄວາມ​ຮູ້ສຶກ​ອັນ​ໃໝ່,ກົດໝາຍມັນ​ຄື: “​ຫ້ອງ​ນອນທີ່​ໄດ້​ມາ​ຕະຖານ” ດ້ວຍ​ການ​ເຂົ້າ​ໄປ​ສຳ​ພັກ​ກົດໝາຍ,​ສຶກສາ​ຮຽນ​ຮູ້​ກົດໝາຍ​​ ​ແລະ ນຳ​ໃຊ້ມັນໃຫ້​ຫຼາຍ​ຂຶ້ນ.

ຫາກພວກເ​ຮົາໝົດ​ທຸກ​ຄົນ​ໃນ​ສັງຄົມ​ ​​ເຮັດ​ໄດ້​ຄື​ແນວ​ນັ້ນ​ເຊື່ອ​ວ່າ ພວກ​ເຮົາຈະ​ຮູ້​ທັນ,ຮູ້​ກັນ,ຮູ້​ແກ້ ຕໍ່​ບັນຫາ​ບັນ​ຕ່າໆ​ທີ່​​ເກີດ​ຂຶ້ນກັບ​ພວກ​ເຮົາ​ໃນ​ໄລຍະ​ຜ່ານ​ມາ,ປະຈຸ​ບັນ ແລະ ​ໃນຕໍ່ໜ້າ.

​ເອົາລະ​ເວົ້າສ່ຳ​ນີ້ກ່ອນ ບົດ​ໜ້າ​ຈະ​ນຳ​ເອົາ​ກົດໝາ​ຍບາງ​ສະບັບ​ທີ່​ເຫັນ​ວ່າ​ສຳ​ຄັນຈຳ​ເປັນຕໍ່​ກັບ​ການ​ເຄື່ອນ​ໄຫວ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ​ມາສະ​ເໜີ.ໃຜຮູ້ອັນໃດກໍ່ນຳມາແລກກັນເນາະ?

ຂໍຂອບໃຈ

 

Delicious Digg Fark Twitter