ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

 

ກົດໝາຍ​ສື່​ມວນ​ຊົນ ອອກ ​ເມື່ອ​ວັນ​ທີ່ 25 ກໍລະກົດ 2008 ລວມມີ XI ໝວດ ​ແລະ 67 ມາ​ຕາ ​ມາ​ຮອດ​ປະຈຸ​ບັນ​ຫາກໍ່​ຄົບຮອບ 3 ປີ​ເມື່ອ​ວັນ​ທີ່ 25 ກໍລະກົດ 2011 ຜ່ານ​ມາ ​ເຖິງວ່າ​ກົດໝາຍ​ສະບັບ​ນີ້ມີ​ອາຍຸ 3 ປີ​ແລ້ວ​ກໍ່​ຈິງ ​ແຕ່ມັນ​ກໍ່ບໍ່​ໄດ້​ສ້າງ​ຜົນ​ງານ​ທີ່​ເປັນປະ​ໂຫຍ​ດໂດດ​ເດັ່ນ​ໄປ​ຈາກ​ເດີມ​ກ່ອນ​ກົດໝາຍ​ສະບັບ​ນີ້ບໍ່​ທັນ​​ອອກ​ມາ​ຄື 2008 ຄືນ​ຫຼັງ. ອັນ​ເນື່ອງ​ມາ​ຈາກ​ການ​ໂຄສະນາ​ເຜີຍ​ກົດໝາຍ​ຂອງ​ບັນດາ​ສື່​ຕ່າງໆບໍ່​ທັນ​ກວ້າງຂວາງ,​ເລິກ​​ເຊິ່ງ​ເຖິງ​ຖອງ.

ມວນ​ຊົນ​ລາວອາດ​ບໍ່​ເຂົ້າ​ໃຈ​ຊ້ຳ​ວ່າ​ກົດໝາຍສື່​ມວນ​ຊົນ​ນີ້​ແມ່ນ​ເປັນ​ແນວ​ໃດ?,ປົກ​ປ້ອງ​ໃຜ?,ນຳ​ໃຊ້ແນວ​ໃດ?ຫາກ​ຄິດ​ເປັນ​ສ່ວນ​ຮ້ອຍ​ກໍ່​ຖື​ວ່າ​ນ້ອຍ​ທີ່​ສຸດ,ບໍ່​ວ່າ​ແຕ່​ທົ່ວ​ສັງຄົມ​ເທົ່າ​ນັ້ນ​ ຖ້າ​ມີ​ການ​ສຳ​ຫຼວດຕົວ​ຈິງ​ສະ​ເພາະ​ຢູ່​ໃນວົງ​ການ​ສື່​ເອງ​ກໍ່​ອາດ​ບໍ່​ເຂົ້າ​ໃຈ​ເລິກ​ເຊິ່ງ​ຮອດ 50% ກໍ່​ເປັນ​ໄດ້. ເຊິ່ງມັນ​ໄດ້​ສະ​ແດງ​ອອກ​ຢູ່​ບ່ອນ​ວ່າຄວາມ​ຮູ້ສຶກ​ຂອງມ​ວນຊົນ​ໃນ​​ລາວບໍ່​ມີ​ການ​ປ່ຽນ​ແປງ​ໄປ​ຈາກ​ເດີມ,ຍັງ​ເໝືອນ​ເດີມ,ບໍ່​ສົນ​ໃຈ​ຕໍ່​ສື່​ມວນ​ຊົນ​ເລີຍ,ບໍ່ຕິດຕາມ​ຂ່າວ​ຄາວ​ເຫດ​ບ້ານ​ການ​ເມືອງ​ເທົ່າ​ທີ່​ຄວນ,ບໍ່ເປັນ​ເຈົ້າການ​ແຈ້ງ​ຂໍ້​ມູນ​ຂ່າວສານ​ຜ່ານ​ສື່,​ເຮັດ​ໃຫ້​ບັນດາ​​ເຫດ​ການ​ຕ່າ​ງໆທີ່​ເກີດ​ຂຶ້ນ​ໃນ​ສັງຄົມລາວ​ບໍ່​ໄດ້​ນຳ​ມາສະ​ເໜີ​ຜ່ານ​ສື່​ໃຫ້​ຄົບ​ຖ້ວນ,ຊັດ​ເຈັນ ແລະ  ທັນ​ເຫດການ.

ອີກ​ອັນ​ໜຶ່ງ​​ໄລຍະ​ຜ່ານ​ມາບັນດາ​ສື່​ທຸກ​ສຳນັກບໍ່​ວ່າ​ວິທະຍຸ,​ໂທລະພາບ,ໜັງສື​ພີ​ມ ບໍ່​ຄ່ອຍ​ເຫັນ​​ນຳ​ສະ​ເໜີກົດໝາຍ​ສະບັບ​ນີ້​​ເພື່ອ​ໃຫ້​ສັງຄົມ​ໄດ້​ເຊື່ອ​ຊືມທັ້ງທີ່ຕົນ​ເອງ​ເປັນ​ເຈົ້າການ ແລະ ມີ​ຄວາມ​ພ້ອມ​ທີ່​ສຸດ.ສ່ວນ​ໃຫຍ່​ເຫັນ​ແຕ່​ໂຄສະ​ນາ​ສິນຄ້າ.​ແມ່ນ​ແຕ່​ວັນ​ຄົບຮອບ 3 ປີ​ຂອງ​ກົດໝາຍ​ຕົວ​ເອງ​ກໍ່​ຍັງ​ບໍ່​ມີ​ສື່​ໃດໆອອກ​ມາສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ສັງຄົມ​ຕໍ່​ກົດໝາຍສື່,ໝາກຜົນ​ຂອງ​ກົດໝາຍທ່ີ​ສັງຄົມ​ໄດ້​ຮັບ​ພາຍຫຼັງ​ອອກ​ກົດໝາຍ​​ແລະ​ມີ​ການຈັດຕັ້ປະຕິບັດ​ມີ​ຄື​ແນວ​ໃດ?.

ນີ້ສະ​ແດງ​ເຖິງ​ຄວາມ​​ເຂົ້າ​ໃຈ​ຂອງ​ບັນດາ​ສື່​ຕໍ່​ກັບກົດໝາຍ​ສື່​ເອງ,ທັງ​ເປັນ​ການລະເລີງ​ຂາດ​ຄວາມ​ຮັບຜິດຊອບ​ຕໍ່​ໜ້າ​ທີ່ ໆ​ຕົນ​ໄດ້ຮັບ​ມອບ​ໝາຍ,ຫາກ​ວ່າ​ສື່​ໃນ​ນາມ​ທີ່​ເປັນ​ຕົວ​ແບບ,ເປັນນັກ​ສະ​ແດງ​ ​ແຕ່​ສະ​ແດງໂຕ​ແບບ​ນີ້​ແລ້ວ​ ຜູ້​ອື່ນ​ໃນ​ນາມ​ເປັນ​ຜູ້​ເບິ່ງ​ຜູ້​ຊົມ,ຜູ້​ຟັງ​ ​ແລະ ຜູ້​ປະຕິບັດ​ຕາມຈະ​ເປັນ​ແນວ​ໃດ?

 

ຂໍ​ຝາກ​ຄຳ​ຖາມ​ນີ້ກັບ​ບັນດາ​ທ່ານ​ຜູ້​ອ່ານ​ໂດຍ​ສະ​ເພາະ​ແມ່ນ​ສື່​ມວນ​ຊົນ​ລາວ​ຊ່ວຍ​ອອກ​ຄຳ​ເຫັນດ້ວຍ​ນະ.

Delicious Digg Fark Twitter