ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 ໃນ​ສັງຄົມ​ບ້ານ​ເຮົາ​ການ​ນະ​ໂຍບາຍ​ຖື​ວ່າ​ເປັນ​ເລື່ອງ​ດີ,ມີ​ປະ​ໂຫຍ​ດຫຼວງຫຼາຍ​ຕໍ່ກັ​ການ​ປົກ​ຮັກສາ​ປະ​ເທດ​ຊາດ,ສ້າງ​ເສດ​ທະ​ກິດ ​ແລະ ຂະຫຍາຍ​ວັດທະນະທຳ​ສັງຄົມ​ໃນ​ປະ​ເທດ​ເຮົາ.

 

ດັ່ງນັ້ນ​:ໃນ​ໄລຍະ​ຜ່ານພັກ​ເຮົາ​ຈິງ​ຖື​ເອົາ​ວຽກ​ງານ​ນະ​ໂຍບາຍ​ເປັນ​ວຽກ​ງານ​ທີ່​ສຳຄັນ ແລະ ລະອຽດ​ອ່ອນທີ່​ສຸດ,ຖ້າ​​ເຮັດ​ວຽນະ​ໂບາຍ​ໄດ້​ດີ​,ຖືກຕ້ອງ​ ທຸກ​ຢ່າງ​ກໍ່​ຖື​ວ່າ​ໄປ​ໄດ້​ດີ ແຕ່​ກົງກັນຂ້າມ​ຖ້າ​ເຮັດ​ວຽກ​ນະ​ໂຍບາຍ​ບໍ່​ຖືກຕ້ອງ​ມັນ​ຈະ​ກາຍ​ເປັນ​ຂໍ້​ຂັດ​ແຍ່ງ​ຕ່າງ​ຕາມ​ມາ.

 

​​ທ່ານ​ທັງຫຼາຍກໍ່​ເຂົ້າ​ໃຈ​ເຖິງ​ດ້ານ​ດີ​ຂອງ​ການ​ນະ​ໂຍບາຍ ​ແຕ່​ຄຽງ​ຄູ່​ກັບ​ດ້ານ​ດີ​ນັ້ນການ​ນະ​ໂຍບາຍ​ກໍ່​ຍັງ​ມີ​ຈຸດ​ເສຍ​ບໍ່​ນ້ອຍ​ເກາະ​ຫ້ອຍ​ແອບ​ແຝງ​ຢູ່​ນຳ​ເຊິ່ງບາງ​ທ່ານ​ອາດ​ຄິດ​ບໍ່​ເຖິງ​ກໍ່​ເປັນ​ໄດ້.

ນັ້ນກໍ່​ຄື: ຜູ້​ທີ່​ຖື​ກນະ​ໂຍບາຍນັ້ນລ້ວນ​ແຕ່​ມີ​ການ​ປະພຶດ ຫຼື ເຄື່ອນ​ໄຫວຜິດພາດ​ຕໍ່​ລະບຽບ​ຫຼັການ,ຮີດຄອງປະເພນີ,ກົດໝາຍບ້ານເມືອງ ​ແລະ ອື່ນໆ​ຢ່າງ​ໃດ​ຢ່າງ​ໜຶ່ງ ຫຼື ບໍ່​ດັ່ງນັ້ນກໍ່​ເປັນ​ຄົນ​ອ່ອນ​ແອ,ອ່ອນ​ເພຍ​ບໍ່​ເຂັ້ມ​ແຂງ​ສົມ​ບຸນພຽງພໍ ທາງ​ດ້ານ​ຮ່າງກາຍ ​ແລະ ສະຕິ​ປັນຍາ.

 

​ເຊື່ອ​ວ່າການ​ຮັບ​ນະ​ໂຍບາຍ​ຈາກ​ຜູ້​ອື່ນນັ້ນມີ​ປະ​ໂຫຍ​ດສູງ ​ແຕ່​ມັນ​ກໍ່​ສະ​ແດງ​ໃຫ້​ຄົນ​ອື່ນ​ເຫັນ​ຢ່າງ​ຈະ​ແຈ້ງວ່າ​ຜູ້​ທີ່​ຖືກ​ນະ​ໂຍບາຍ​ຕ້ອງ​​ເປັນ​ຄົນອ່ອນ​ແອ​ດ້ານ​ໃດ​ດ້ານ​ໜຶ່ງ​ກວ່າ​ຜູ້​ທີ່​ໃຫ້ການ​ນະ​ໂຍບາຍຢູ່​ສະ​ເໝີ.

 

ນອກຈາກ​ນັ້ນບາງ​ກໍລະນີການ​ນະ​ໂຍບາຍຍັງ​ເປັນ​ການ​ຍຸຍົງ​ສົ່ງ​ເສີມ​ໃຫ້​ສັງຄົມ​ຖື​ເບົາ,ປະ​ມາດ​ເລີ່ນເລີ້,ຂາດ​ສະຕິ​ຕໍ່​ລະບຽບ​ຫຼັກການ,ຮີດຄອງ​ປະ​ເພນີ, ກ້າວໄປເຖິງການຜ່າຝຶນກົດໝາຍ​ບ້ານ​ເມືອງ...ອີກດ້ວຍ

 

ຫາກ​ພວກ​ເຮົາ​ຢາກ​ປ່ຽນ​ແປງ​ໄດ້​ເຮົາ​ຄວນ​ເລີ່​ມປ່ຽນ​ແຕ່​ຈຸດ​ນ້ອຍໆ​ທີ່​ທຸກ​ຄົນເຄີຍ​ພົບ​​ໃນ​ຊີວິດປະຈຳ​ວັນ​ສາກ່ອນເຊັ່ນ:

ການ​ຜິດ​ກົດ​ຈາລະ​ຈອນ, ການຜ່າ​ຝຶນລະບຽບ​ບ້ານ, ລະບຽບ​ທາງ​ການ, ການ​ປະກອບ​ເອກະສານ​ຕ່າງໆ ທີ່ເຄີຍນະໂຍບາຍກັນມາເປັນປະຈຳ ແລະ ຊ້ຳສາກກັນຫຼາຍເທື່ອນັ້ນໃຫ້ໝົດເທື່ອລະນ້ອຍ.

 

ບັນຫາ​ເວົ້າມາ ຫາກ​ເຮົາ​ເລີ່​ມປ່ຽນ​ຈາກ​ຈຸດ​ນີ້​ໄດ້​ອາດ​ກ້າວ​ໄປ​ເຖິງ​ການສ້າງຄວາມ​ເປັນ​ລະບຽບ​ຮຽບຮ້ອຍ,ສ້າງ​ຄວາມ​ເຂັ້ມ​ແຂງ​ ແລະ ຮອບຄອບ ໃຫ້ແກ່ກຸ່ມ​ຄົນໃນສັງຄົມພວກເຮົາ.

 

ບົດ​ນີ້ຂຽນ​ຂຶ້ນມາ​ຈາກ​ຄວາມ​ຜິດພາດ​ຂອງ​ຕົນ​ເອງ​ຄື: ຕອນ​ແລງ​ຂອງ​ວັນທີ່ 19.8.11ຜ່ານມາຂ້ອຍ​​ແລ່ນ​ເງິນ​ໃຫ້​ເຂົາ,​ເອກ​ະສານ​ຂອງ​ຂ້ອຍ​​ໄດ້ແປງ​ບ່ອນ​ໜຶ່ງ​,​ພາຍຫຼັງ​ໄດ້ເງິນ,ນັບ​ເງິນ​ແລ້ວ​ເສັດ​ເຂົາ​​ບອກ​ຂ້​ອຍ​ວ່າ: ​ເທື່ອ​ນີ້ນະ​ໂຍບາຍ​ເຈົ້າ​ເດີ່ ຖ້າ​ເປັນ​ຜູ້​ອື່ນ​ບໍ່​ໄດ້​ແທ້ໆ.

 

ຂ້ອຍ​ຮູ້ສຶກ​ເຈັບ​ໃຈ​ເຕັມທີກັບຄຳວ່າ: ນະໂຍບາຍ,ບໍ່ຕ່າງຫຍັງກັບເຂົາດ່າປັນຍາ​ອ່ອນ ແຕ່ຖືກຄວາມເຂົາ.

ຂ້ອຍຈິ່ງ​ມາ​ລະບາຍ​ສູ່​ທ່ານ​ຟັງ​ເພື່ອ​ເປັນ​ບົດຮຽນ​ນຳ​ກັນ.

 

ຂ້ອຍບໍ່ຢາກໄດ້ຍິນຄຳວ່າ: ນະໂຍບາຍອີກແລ້ວ

Delicious Digg Fark Twitter