ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 

ທ່ານນາຍົກລັດຖະມົນຕີ ​ເນັ້ນໃຫ້ເຈົ້າໜ້າທີ່​​ ເອົາ​ໃຈ​ໃສ່ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້

* (ຂປລ): ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 2 ກັນຍາ 2011, ທ່ານ ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ​ໄດ້​ເປັນກຽດພົບ​ປະ ​ໂອ້​ລົມ​ຕົວ​ແທນ​ເຈົ້າໜ້າທີ່​ຕຳ ຫລວດ​ທົ່ວ​ປະ​ເທດ ​ໃຫ້​ເອົາໃຈ​ໃສ່​ສືບຕໍ່ການຕ້ານ, ສະກັດ​ກັ້ນ ແລະ ແກ້​ໄຂບັນຫາ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ ​ເປັນຕົ້ນ: ​ເພີ່ມ​ທະວີ​ການ​ລົງ​ກໍ່ສ້າງ​ຮາກ​ ຖານ​ການ​ເມືອງ ​ແລະ ພັດທະນາ​ຊົນນະບົດ​ຮອບດ້ານ ຕາມ 4 ​ເນື້ອ​ໃນ 4 ຄາດໝາຍຂອງ​ພັກ ​ໂດຍ​ທຸກ​ພາກສ່ວນ​ຕ້ອງ​ເພີ່ມ​ທະວີ​ການ​ສຶກສາ​ອົບຮົມ​ແຕ່ລະຄົນ, ​ແຕ່​ລະ​ຄອບຄົວ, ​ແຕ່​ລະຊັ້ນຄົນ ລວມ​ເຖິງ​ຫົວໜ່ວຍການ​ຜະລິດ, ທຸລະ​ກິດ, ​ໂຮງຮຽນ,​ແລະ ​ໂຮງຈັກ​ໂຮງງານ ​ໃຫ້​ຊາບ​ຊຶມ​ກຳ​ແໜ້ນ​ແນວທາງ ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ ​ແລະ ລະບຽບກົດໝາຍຂອງ​ລັດ​ຢ່າງ​ທົ່ວ​ເຖິງ.

​ທ່ານໄດ້ກ່າວວ່າ: ເຈົ້າໜ້າທີ່​ຕຳຫລວດ ຕ້ອງ​ເປັນ​ເຈົ້າການ​ໃນ​ວຽກງານ ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື້ອງ, ອະທິບາຍ​ຊີ້​ແຈງ ​ໃຫ້​ປະຊາຊົນ​ໄດ້​ຮັບ​ຊາບ ​ເຖິງ​ໄພ​ອັນຕະ ລາຍ​ຂອງ​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ ​ແລະ ການ​ຈຳກັດ​ແກ້​ໄຂ, ບັນຫາ​ອຸບັດເຫດ ​ແລະ ບັນຫາ​ຍໍ້​ທໍ້​ອື່ນໆ. ​ໃຫ້​ ສືບຕໍ່ຄົ້ນ​ຄວ້າ​ອອກ​ລະບຽບການ​ຄຸ້ມ​ຄອງ​ແຮງ​ງານ, ຄຸ້ມ​ຄອງ​ຜູ້​ປະກອບ​ການ​ ຂອງ​ນັກທຸລະກິດ​ຕ່າງປະ​ເທດ ໃນ​ກິດຈະກຳ​ຄ້າຂາຍ ບໍລິການ​ຕ່າງໆ​ໃຫ້​ເຂັ້ມງວດ ​ແລະ ມີ​ປະສິດທິ​ຜົນ​ຕົວ​ຈິງ, ປັບປຸງ​ລະບຽບການ​ຄຸ້ມ​ຄອງ​ເຮືອນພັກ, ​ໂຮງ​ແຮມ, ຮ້ານ​ບັນ​ເທີ​ງ, ບ່ອນ​ຫລິ້ນ​ເກ​ມ, ຮ້ານ​ຂາຍ​ແຜ່ນ​ຊີ​ດີ ​ແລະ ອື່ນໆ ຊຶ່ງ​ເປັນສາ​ເຫດ​ ໃຫ້​ໄວໜຸມມົ້ວ​ສຸມ​ຢາ, ຄ້າຂາຍ ​ແລະ ​ເສບ​ຢາ​ເສບ​ຕິດ, ​ໂສ​ເພນີ, ປຸ້ນ​ຈີ້, ຂີ້ລັກ, ກຸ່ມ​ແກ້ງ​ອັນ​ຕະພານ​ກວນ​ເມືອງ ​ໃຫ້​ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ດີກ​ວ່າ​ເກົ່າ. ​ເອົາ​ໃຈ​ໃສ່​ແກ້​ໄຂ​ໄພ​ຫວ່າງ​ງານ, ສ້າງ​​ໂຮງຮຽນ​ວິຊາ​ຊີບ ​ເພື່ອ​ພັດ ທະນາ​ສື​ມື​ແຮງ​ງານ, ຍົກ​ສູງ​ຄວາມ​ຮັບຜິດ​ໃຫ້​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ ໃນການຕ້ານສະກັດ​ກັ້ນ ​ແລະ ແກ້​ໄຂ ບັນຫາ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມຢ່າງ​ເດັດຂາດ​ ເປັນຕົ້ນ ​ແມ່ນ​ບັນຫາ​ພຶດຕິ​ກຳ​ທີ່​ບໍ່ດີ, ການ​ສວຍ​ໃຊ້ໜ້າທີ່​ຕຳ​ແໜ່ງ, ການ​ສໍ້​ລາດ​ບັງ​ຫລວງ, ​ແກ້​ໄຂ​ພວກ​ປຸ້ນ​ຈີ້, ລັກ​ຊັບ​ພົນລະ​ເມືອງ, ກຸ່ມ​ແຂ່ງ​ລົດ​ກວນ​ເມືອງ, ຕົ້ມ​ຕຸ​໋ນ, ຄ້າ ຂາຍ​ເຖື່ອນ ​ແລະ ອື່ນໆ. ​ນອກ​ນີ້ ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ປ່າ​ໄມ້​ໃຫຍ່, ປ່າ​ສະ ຫງວນ ​ແລະ ຢຸດຕິ​ການ​ຂຸດ​ຄົ້ນ​ເຄື່ອນ​ຍ້າຍ​ໄມ້ ​ໂດຍ​ສະ​ເພາະ ​ແມ່ນ​ໄມ້​ປະ​ເພດ​ຫວງ​ຫ້າມ​ຢ່າງ​ຊິ້ນ​ເຊີງ ​ແລະ ດຳ​ເນີນ​ຄະດີ​ຢ່າງ​ເຂັ້ມງວດ​ຕໍ່ຜູ້​ລະ​ເມີດ ລວມ​ທັງ​ ພະນັກງານ​ທີ່​ມີ​ສວ່ນກ່ຽວຂ້ອງ ​ໃນ​ເຫດການ​ດັ່ງກ່າວ.

ທ່ານ​ນາຍົກລັດຖະມົນຕີ ຍັງ​ໄດ້​ຢ້ຳ​ໃຫ້​ເຈົ້າໜ້າທີ່​ເອົາ​ໃຈ​ໃສ່​ກວດກາ ​ແລະ ​ແກ້​ໄຂ​ການ​ລັກລອບ​ນຳ​ເຂົ້າ​ລົດ​ເຖື່ອນ, ລວມທັງ​ຮ້ານ​ສ້ອມ​ແປງ​ທີ່​ມີ​ສ່ວນ​ພົວພັນ ລົດ​ເຖື່ອນ, ປະຕິບັດ​ໂຄງການ​ຫລຸດຜ່ອນ​ອຸບັດເຫດ ​ໃຫ້​ມີ​ປະສິດທິ​ຜົນ, ປັບປຸງ​ລະບຽບການ​ສັນຈອນ, ປ້າຍ​ເຕືອນ​ຕ່າງໆ, ​ໄຟ​ອຳນາດ ​ແລະ ການ​ລະບາຍ ​ລົດ​ໃຫ້​ຖືກ ຕ້ອງ, ​​ໃນ​ຂະນະ​ດຽວກັນ ​ເຈົ້າໜ້າທີ່​ຈະລາຈອນ ຕ້ອງ​ມີ​ຄວາມສັດຊື່​ ແລະ ອົດທົນ ​​ໃນ​ການ​ບໍລິການ​ປະຊາຊົນ. ສິ່ງທີ່​ຕ້ອງ​ເອົາ​ໃຈ​ໃສ່​ອີກອັນໜຶ່ງ ​ແມ່ນ​ໃຫ້​ເລັ່ງ​ແກ້​ໄຂ ​ແລະ ຢຸດຕິ​ຢ່າງ​ຊິ້ນ​ເຊີງ ຕໍ່ການ​ຂຸດ​ຄົ້ນ​ແຮ່-ຄຳ​ຕົກ​ຂ້ອນ​ຊະຊາຍ, ການ​ຊື້ຂາຍ ​ແລະ ຈັບຈອງບຸກ​ເບີກ​ທີ່​ດິນບໍ່ຖືກຕ້ອງ, ​ເຂັ້ມງວດ​ໃນ​ ການ​ຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດ, ລວມທັງ​ພົນລະ​ເມືອງ​ລາວ ທີ່​ເຄື່ອນຍ້າຍ​ຖິ່ນ​ຖານ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ. ທຸກ​ປະກົດ​ການ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ ມອບ​ໃຫ້​ເຈົ້າໜ້າ ທີ່​ດຳ​ເນີນ​ການ ​ຕາມ​ຫລັກ​ວິຊາ​ສະ​ເພາະ ​ຕາມ​ຂັ້ນຕອນຂອງ​ກົດໝາຍ, ຫາກ​ພົບ​ເຫັນການ​ປະຕິ ບັດໜ້າທີ່​ບໍ່ຖືກຕ້ອງ​ຕາມ​ຂັ້ນຕອນ​, ບໍ່​ເປັນ​ທຳ ກໍ​ສາມາດ​ອຸ ທອນ​ໄດ້ ຫລື ກວດກາ​ຄືນ​ໃໝ່ ຫາກ​ພົບ​ເຫັນ​ຄວາມ​ຜິດ ຫລື ພຶດຕິ​ກຳ​ບໍ່​ໂປ່​ງ​ໃສ​ຂອງ​ເຈົ້າໜ້າທີ່ ກໍ​ສາມາດ​ດຳ​ເນີນ​ຄະດີ​ຕາມ​ຄວາມ​ເປັນ​ຈິງ.

ທ່ານນາຍົກລັດຖະມົນຕີ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຕື່ມ​ວ່າ:ປະກົດ​ການ​ຫຍໍ້​ທໍ້​ໄດ້​ເກີດ​ຂຶ້ນຢ່າງ​ພາວະ​ວິ​ໄສ ຕາມ​ກົດ​ເກນ​ການ​ຂະຫຍາຍຕົວ​ ຂອງ​ເສດຖະກິດ​ຕະຫລາດ ທີ່​ສັງຄົມ​ຫລີກ​ລຽງບໍ່​ໄດ້, ພ້ອມ​ນັ້ນ ກໍ​ມີ​ກຸ່ມ​ຄົນ​ບໍ່ດີ​ເຄື່ອນ​ໄຫວ​ດ້ວຍ​ຫລາຍ​ຮູບ​ການ ​ໂດຍ​ສະ​ເພາະ​ການ​ລັກລອບ​ຄ້າຂາຍຢາ​ເສບ​ຕິດ, ກໍ່ອາດຊະຍາ​ກຳ ​ແລະ ການນຳ​ເອົາ​ວັດທະນະທຳ​ຕາ​ເວັນ​ຕົກ ​ເຂົ້າ​ມາ​ໃນ​ປະ​ເທດ​ເຮົາ ອັນ​ໄດ້​ກໍ່​ໃຫ້​ເກີດ​ປະກົດ​ການ​ຫຍໍ້​ທໍ້​ຫລາຍ​ດ້ານ ​ໃນ​ສັງຄົມ​ລາວ​ ປະຈຸ​ບັນ ຊຶ່ງ ​ພັກ-ລັດຖະບານ ​ໄດ້​ແກ້​ໄຂ​ຢ່າງ​​ເດັດຂາດ ​ແລະ ຕໍ່​ເນື່ອງ, ຖ້າວ່າ​ເຈົ້າໜ້າທີ່ ບໍ່​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ ​ແລະ ມາດ​ຕະການ​ທີ່​ເດັດຂາດ ກໍ​ຈະ​ສົງ​ຜົນ​ກະທົບ​ ​ແລະ ​ເປັນ​ອຸປະສັກ ຕໍ່ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ ​ໃນ​ສະ​ເພາະໜ້າ ​ແລະ ຍາວ​ນານ./.

ຂໍມູນ http://www.kplnet.net/lao/news/dnl%200.htm

 

Delicious Digg Fark Twitter