ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 

ທ່ານຈົ່່ງສັງເກດບ່ອນໝາຍສີເຫຼືອງໃນບົດ
ເວັບໄຊໜັງສືພິມ ວຽງຈັນໃໝ່ລົງ ວັນທີ 05 ກັນຍາ 2011 - ເວລາ 15:29:47
 
ທຸກກພາກສ່ວນຕ້ອງເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

Divider
ທຸກພາກສ່ວນຕ້ອງເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໄດ້​ຈັດ​ກອງ​ປະ­ຊຸມ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ຂອງ​ສັງ­ຄົມ ປີ 2011 ໃນ​ລະ­ຫວ່າງ​ວັນ​ທີ 1-2 ກັນ­ຍາ 2011 ທີ່​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ດຣ.ທອງ​ບັນ ແສງ​ອາ­ພອນ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ເຊິ່ງ​ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ​ວ່າ­ການ ເຈົ້າ­ແຂວງ ແລະ ໜ່ວຍ​ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

ໂອ­ກາດ​ນີ້ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ກ່ຽວ​ກັບ​ສະ­ພາບ​ການ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ຢູ່​ໃນ​ສັງ­ຄົມ ໂດຍ​ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ສະ­ພາບ​ການ​ຄຸ້ມ​ຄອງ​ວັດ­ທະ­ນະ­ທຳ ການ​ຄຸ້ມ​ຄອງ​ໂຮງ­ແຮມ-ເຮືອນ​ພັກ-ສະ­ຖານ­ທີ່​ບັນ­ເທີງ ສະ­ພາບ​ປະ­ກົດ​ການ​ຫຍໍ້­ທໍ້​ຢູ່​ແຂວງ​ຈຳ­ປາ​ສັກ ສະ­ພາບ​ການ​ຄຸ້ມ​ຄອງ​ປ່າ­ໄມ້ ສະ­ພາບ​ການ​ຄຸ້ມ​ຄອງ​ການ​ສັນ­ຈອນ ແລະ ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ຕາມ​ທ້ອງ​ຖະ­ໜົນ ວິ­ທີ​ການ​ສະ­ກັດ​ກັ້ນ ແລະ ແກ້​ໄຂ​ຢາ​ເສບ​ຕິດ ໃນ​ຕອນ​ບ່າຍ​ວັນ​ທີ 2 ກັນ­ຍາ 2011 ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ໂອ້​ລົມ​ຕໍ່​ກອງ​ປະ­ຊຸມ​ດັ່ງ­ກ່າວ ຊຶ່ງ​ທ່ານ​ໄດ້​ເນັ້ນ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຫຼາຍ​ບັນ­ຫາ​ສຳ­ຄັນ ເຊັ່ນ: ເພີ່ມ​ທະ­ວີ​ການ​ຫັນ​ລົງ​ກໍ່­ສ້າງ​ຮາກ​ຖານ​ການ­ເມືອງ ພັດ­ທະ­ນາ​ຊົນ­ນະ­ບົດ​ຮອບ­ດ້ານ ຕາມ 4 ເນື້ອ​ໃນ 4 ຄາດ­ໝາຍ​ຂອງ​ຄຳ​ສັ່ງ​ເລກ​ທີ 09 ກົມ​ການ­ເມືອງ​ສູນ​ກາງ​ພັກ ໂດຍ​ທຸກ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຕ້ອງ​ຫັນ​ເອົາ​ພະ­ນັກ­ງານ​ຂອງ​ຕົນ​ລົງ​ສູ່​ຮາກ​ຖານ​ບ້ານ-ກຸ່ມ​ບ້ານ ເພື່ອ​ເຜີຍ­ແຜ່​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ໃຫ້​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ ບັນ­ດາ​ກະ­ຊວງ ແລະ ອົງ­ການ​ກ່ຽວ­ຂ້ອງ​ຕ້ອງ​ຄົ້ນ​ຄ້ວ​າ ແລະ ອອກ​ລະ­ບຽບ​ການ​ຄຸ້ມ​ຄອງ​ແຮງ​ງານ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຢ່າງ​ເປັນ​ລະ­ບົບ ຂະ­ແໜງ­ການ​ກ່ຽວ­ຂ້ອງ​ຕ້ອງ​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ຄົ້ນ​ຄ້ວ​າ​ຊອກ​ຫາ​ວິ­ທີ​ແກ້​ໄຂ​ປະ­ກົດ​ການ​ໄພ​ວ່າງ​ງານ ປັບ­ປຸງ​ດ້ານ​ທັດ­ສະ­ນະ ແລະ ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຄະ­ນະ​ພັກ ໃນ​ການ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ແລະ ເພີ່ມ​ທະ­ວີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ­ຫງົບ ຕ້ອງ​ສືບ­ຕໍ່​ສະ­ກັດ​ກັ້ນ ແລະ ດຳ­ເນີນ​ການ​ແກ້​ໄຂ​ບັນ­ດາ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ຢ່າງ​ເລິກ­ເຊິ່ງ ແລະ ເດັດ­ຂາດ.

ຄຳ​ສັ່ງ​ເລກ​ທີ 09 ກົມ​ການ­ເມືອງ​ສູນ​ກາງ​ພັກ ເພີ່ນບໍ່ໃຊ້ແລ້ວ, ເພີ່ນອອກຄຳສັ່ງ 03 ກົມການເມືອງສູນກາງພັກແທນແລ້ວ, ແຕ່ສື່ຍັງນຳມາລົງຂ່າວວ່າອີງໃສ່ 09 ຄືເກົ່າຢູ່, ແບບນີ້ຈະເຮັດໃຫ້ສັງຄົມສັບສົນກັບນິຕິກຳສອງສະບັບນັ້ນຈະເອົາອັນໃດແທ້ລະຫວ່າງ 09/ກມສພ ແລະ 03ກມສພ,

 03/ກມສພ ລົງແຕ່ວັນທີ່ 30/ພຶດສະພາ/11 ເປັນເວລາ 3 ເດືອນແລ້ວຍັງບໍ່ເຜີຍແຜ່ທົວເຖິງ ແມ່ນແຕ່ສື່ມວນຊົນທີ່ເປັນກະບອກສຽງ ແລະ ເປັນເຄື່ອງມືຂອງພັກແທ້ໆກໍ່ຍັງບໍ່ຮູ້ເທື່ອ ກໍລະນີແບບນີ້ຖືວ່າຂາດຄວາມຮັບຜິດຊອບຫຼືບໍ່?

ສຳລັບຂ້ອຍຄິດວ່າຂາດຄວາມຮັບຜິດຊອບທັງສອງ ແລະ ກໍ່ບໍ່ໜ້າຈະເກີດຂຶ້ນເລີຍ

ຄຳສັ່ງ 03/ກມສພ http://www.kplnet.net/lao/record/June%20o6/03.06.2011/dnl%204.htm

 

Delicious Digg Fark Twitter