ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ຄວາມໝາຍ ການສ້າງລັດແຫ່ງກົດໝາຍ

ຄັດຈາກ ເອກສານຄົ້ນຄວ້າເຊື່ອມຊຶມມະຕິ IX

(ສຳລັບການນຳ)

 

ສ້າງລັດແຫ່ງກົດໝາຍຂອງປະຊາຊົນ,ໂດຍປະຊາຊົນ

 

ແລະ ເພື່ອປະຊາຊົນ,ເສີມຂະຫຍາຍປະຊາທິປະໄຕໃນສັງຄົມ.

ລັດແຫ່ງກົດໝາຍ ແມ່ນລັດທີ່ຖືກົດໝາຍເປັນສິ່ງສູງສຸດ; ພົນລະເມືອງທຸກຄົນມີຄວາມສະເໝີພາບຕໍ່ໜ້າກົດໝາຍ,ດຳລົງຊີວິດ ແລະ ເຄື່ອນໄຫວຕາມກົດໝາຍຢ່າງເຄັ່ງຄັດ.

ລັດແຫ່ງກົດໝາຍ ແມ່ນເພື່ອດັດສົມຜົນປະໂຫຍດຂອງສະມະຊິກສັງຄົມໃຫ້ກົມກຽວ, ແມ່ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງທຸກຄົນດ້ວຍການຈຳກັດການລ່ວງອຳນາດຂອງຜູ້ປົກຄອງ ແລະ ໃຫ້ຜູ້ປົກຄອງເຮັດແຕ່ແນວສິ່ງໃນສິ່ງທີ່ກົດໝາຍກຳນົດໄວ້ທໍ່ນັ້ນ,ສ່ວນພົນລະເມືອງແມ່ນສາມາດເຮັດໄດ້ທຸກຢ່າງທີ່ກົດໝາຍບໍ່ຫ້າມ.

ລັດແຫ່ງກົດໝາຍເວລາໃດກໍ່ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕຂອງພົນລະເມືອງ,ຖືປະຊາຊົນເປັນຜູ້ມີອຳນາດສູງສຸດ,ການຳພົວພັນລະວ່າງລັດ ແລະ ພະນັກງານຂອງລັດ ກັບພົນລະເມືອງ ຕ້ອງເປັນໄປຕາທີ່ກຳນົດໄວ້ໃນກົດໝາຍ; ໝາຍຄວາມວ່າ ການເຄື່ອໄຫວຂອງລັດແມ່ນມີຂອບຈຳກັດ,ລັດຈະເຮັດໄດ້ແຕ່ໃນສິ່ງທີ່ລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້ທໍ່ນັ້ນ; ສ່ວນພົນລະເມືອງ ແລະ ສັງຄົມແມ່ນເຮັດໄດ້ທຸກຢ່າງທີ່ກົດໝາຍບໍ່ຫ້າມ,ອັນນີ້ເອີ້ນວ່າ ‘’ ລັດແຄບ, ສັງຄົມກ້ວາງ ‘’ ອັນນີ້ແມ່ນການເສີມຂະຫຍາຍສິດເປັນເຈົ້າ, ແມ່ນການສົ່ງເສີມການມີສ່ວນຮ່ວມໃຫ້ນັບມື້ນັບກວ້າງຂວາງຂອງປະຊາຊົນພົນລະເມືອງເຂົ້າໃນຊີວິດສັງຄົມກໍ່ຄືການເຄື່ອນໄຫວຂອງລັດ.

ສະນັ້ນ ພວກເຮົາຕ້ອງເອົາໃສ່ຕື່ມອີກ ຕໍ່ການເສີມຂະຫຍາຍພາຍໃນພັກ ແລະ ພາຍໃນສັງຄົມ,ໂດຍດຳເນີນຢ່າງມີຈຸດສູມ ແນໃສ່ເສີມສ້າງຄວາມໝັ້ນຄົງຂອງລະບອບການເມືອງພວກເຮົາ; ຕ້ອງເສີມຂະຫຍາຍປະຊາທິປະໄຕເພື່ອເປັນເຄຶ່ອງມືຕໍ່ສູ້ເອົາຊະນະບັນຫາການສໍ້ລາດບັງຫຼວງ,ພະຍາດອາດຍາສິດ,ການລ່ວງອຳນາດອແລະ ບັນຫາຄວາມບໍ່ຢຸດຕິທຳໃນສັງຄົມ...ຕ້ອງເສີມຂະຫຍາຍປະຊາທິປະໄຕເພື່ອເປັນເງຶ່່ນໄຂສົ່ງເສີມຄວາມຄິດປະດິດສ້າງ ແລະ ທັງເປັນປັດໃຈພື້ນຖານອັນໜຶ່ງ ໃນການກະຕຸກຊຸກຍູ້ການພັດຖະນາ.

Delicious Digg Fark Twitter