ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 

   ທ່ານສັງເກດເບິ່ງບ່ອນໝາຍສີເຫຼືອງ

ບົດຂ່າວນີ້ລົງໃນເວັບໄຊໜັງສີພິມປະຊາຊົນ

ແລະຂ່າວສານປະເທດລາວ

http://www.pasaxon.org.la/conten/26-9-11/3.htm

http://www.kplnet.net/lao/news/dnl%203.htm

 

 ຜົນ​ຂອງ​ກອງ​ປະຊຸມ​ລັດຖະບານ​

ສະ​ໄໝສາມັນ​ປະຈຳ​ເດືອນ​ກັນຍາ 2011

ກອງປະຊຸມລັດຖະບານສະໄຫມສາມັນປະຈຳເດືອນກັນຍາ ປີ 2011 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 22-23 
ກັນຍາ 2011 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໂດຍມີບັນດາທ່ານສະມາຊິກ
ລັດຖະບານຄົບຄະນະເຂົ້າຮ່ວມຢ່າງພ້ອມພຽງ
ກອງປະຊຸມຄັ້ງນີ້ແມ່ນໄດ້ພ້ອມກັນພິຈາລະນາ ແລະ ຕົກລົງບັນຫາສຳຄັນ
ເລັ່ງດ່ວນຈຳນວນຫນຶ່ງ ຄືດັ່ງນີ້
:

1. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາແຜນຟື້ນຟູຜົນເສຍຫາຍຈາກໄພທຳມະຊາດ ນ້ຳຖ້ວມທີ່ ກີດຈາກ
ອິດທິພົນພາຍຸຮາຍມາ ແລະ ພາຍຸນົກເຕັນຜ່ານມາຊຶ່ງສະເຫນີໂດຍຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ແລະ ບັນ
ດາກະຊວງ
ຂະແຫນງການກ່ຽວຂ້ອງໃນນັ້ນລວມມີແຜນການຜະລິດລະດູແລ້ງການຟື້ນຟູປົວແປງລະບົບຊົນລະປະທານ
ບັນດາເສັ້ນທາງ ແລະ ພື້ນຖານໂຄງລ່າງທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມສະພາບຄວາມເສຍຫາຍໄດ້ກະທົບຢູ່ບັນ
ດາແຂວງທາງພາກເຫນືອ
ກາງ ແລະ ພາກໃຕ້ ລວມທັງຫມົດ 12 ແຂວງໃນນັ້ນໄດ້ຮັບຜົນກະທົບໂດຍກົງ 96 ເມືອງ
1.790 
ບ້ານ ແລະ ມີ 429.954 ຄົນເສຍຊີວິດ 30 ຄົນເນື້ອທີ່ທຳການຜະລິດ 64.472 ເຮັກຕາເສັ້ນທາງຄົມມະນາ
ຄົມເປ່ເພ 
323 ເສັ້ນຂົວ 42 ແຫ່ງໂຮງຮຽນໂຮງຫມໍສຸກສາລາໄຟຟ້ານ້ຳ ະປາສະຖານທີ່ທ່ອງທ່ຽວ ແລະ ພື້ນ
ຖານອຸດສາຫະກຳ 
ການຄ້າ ກໍ່ໄດ້ຮັບຄວາມເສຍຫາຍບໍ່ຫນ້ອຍ ຊຶ່ງປະເມີນຄວາມເສຍາຍທັງຫມົດປະມານ ຕື້ກວ່າກີບ
ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ບັນດາກະຊວງຂະແຫນງການອົງການປົກຄອງທ້ອງຖິ່ນທຸກຂັ້ນ ທຸກພາກສ່ວນ
ທີ່ໄດ້ສຸມກຳລັງເຫື່ອແຮງທັງວັດຖຸ 
ປັດໄຈຕ່າງໆແກ້ໄຂຊ່ວຍເຫລືອສຸກເສີນໃນຜ່ານມາ ເຮັດໃຫ້ຜົນກະທົບຜ່ອນຄາຍລົງ
ປະຈຸບັນທາງລັດຖະບານໄດ້ໃຫ້ການຊ່ວຍເຫລືອແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບໄປແລ້ວລວມເປັນເງິນ ແລະ ວັດຖຸຈຳນວນ
ທັງຫມົດ 
984.396.000 ກີບ.

ກອງປະຊຸມໄດ້ຊີ້ນຳໃຫ້ຄະນະຄຸ້ມຄອງໄພພິບັດແຫ່ງຊາດ ກໍ່ຄືຂະແຫນງການກ່ຽວຂ້ອງສືບຕໍ່ຕິດຕາມສະພາບດິນຟ້າອາກາດ
ຢ່າງໃກ້ຊິດໃຫ້ຂໍ້ມູນຂ່າວສານເຕືອນໄພລ່ວງຫນ້າໃຫ້ແກ່ປະຊາຊົນທີ່ມີຄວາມສ່ຽງໃຫ້ຮັບຮູ້ໄວ
ສືບຕໍ່ປຸກລະດົມເອົາການຊ່ວຍເຫຼືອ 
ຈາກທຸກພາກສ່ວນ
ທຸກຊັ້ນຄົນໃນສັງຄົມອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດເພີ່ມທະວີຍົກລະດັບຄວາມ
ສາມາດໃຫ້ແກ່ແຂວງ
ເມືອງ ແລະ ບ້ານໃນການກຽມພ້ອມຮັບມືກັບໄພພິບັດທີ່ເກີດຂຶ້ນຢ່າງມີປະສິດທິພາບນຳໃຊ້ແຫລ່ງທຶນ
ທີ່ມີຢູ່ໃນປະຈຸບັນເພື່ອຊ່ວຍເຫລືອບັນເທົາທຸກ ແລະ ຟື້ນຟູຄືນຫລັງນ້ຳຖ້ວມ
.

ສຳລັບການຟື້ນຟູບັນດາພື້ນຖານໂຄງລ່າງທີ່ໄດ້ຮັບຄວາມເສຍຫາຍນັ້ນ ກອງປະຊຸມໄດ້ຊີ້ນຳດັ່ງນີ້:

ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການຮີບຮ້ອນລົງໄປສົມທົບກັບອຳນາດການປົກຄອງທ້ອງຖິ່ນຂະແຫນງ
ການເພື່ອເກັບກຳຜົນເສຍຫາຍ ຕໍ່ລະບົບໂຄງລ່າງພື້ນຖານການຜະລິດ ເພື່ອສ້າງແຜນຍຸດທະສາດ ແລະ ແຜນການຮັບມືສຸກ
ເສີນ ທັງສະເພາະຫນ້າ ແລະ ຍາວນານ ເຊັ່ນ
ສ້ອມແປງຊົນລະປະທານຈັດຊື້ແນວພັນເຂົ້າພືດ ແລະ ແນວພັນສັດ
ຝຸ່ນປຸ໋ຍຢາປາບສັດຕູພືດເຄື່ອງມືສັດຕະວະແພດວັກແຊັງປ້ອງກັນ ແລະ ປິ່ນປົວພະຍາດສັດ.

ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງລົງສົມທົບກັບແຂວງເກັບກຳປະເມີນ ແລະ ຂຶ້ນແຜນຟື້ນຟູສ້ອມແປງບັນດາເສັ້ນ
ທາງ
ຂົວການປ້ອງກັນຕາຝັ່ງເຈື່ອນລະບົບນ້ຳປະປາ ແລະ ອື່ນໆຢ່າງທັນການ.

2. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາຈຳນວນລັດຖະກອນໃຫມ່ ປະຈຳສົກປີ 2011-2012 ທີ່ສະເຫນີ
ໂດຍກະຊວງພາຍໃນ
ການສະເຫນີຂໍອະນຸມັດຈຳນວນໂກຕາລັດຖະກອນໃຫມ່ ຈຳນວນ 15.340 ຄົນນີ້ແມ່ນອີງໃສ່ຄວາມຕ້ອງ
ການລັດຖະກອນຂອງບັນດາກະຊວງ 
ອົງການ ແລະ ທ້ອງຖິ່ນທີ່ມີການປັບປຸງ ແລະ ສ້າງຕັ້ງຂຶ້ນໃຫມ່ ແລະ ເພື່ອສະຫນອງ
ຕອບໃຫ້ພຽງພໍກັບຫນ້າທີ່ວຽກງານໃນໄລຍະໃຫມ່ ແລະ ອີງໃສ່ຄວາມສາມາດສະຫນອງຕອບທາງດ້ານງົບປະມານ
ກອງປະຊຸມ 
ໄດ້ມອບໃຫ້ກະຊວງພາຍໃນ ປັບປຸງຮ່າງຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດຈຳນວນຕົວເລກລັດຖະກອນໃຫມ່ 
ໃນສົກ 
2011-​2012 ຕາມການປະກອບຄວາມເຫັນຂອງກອງປະຊຸມແລ້ວນຳສະເຫນີທ່ານນາຍົກລັດຖະມົນຕີ ລົງລາຍເຊັນແລ້ວ 
ຈຶ່ງຈັດສົ່ງຈຳນວນໃຫ້ແຕ່ລະບ່ອນຈັດຕັ້ງປະຕິບັດ
.

3. ກອງປະຊຸມໄດ້ຮັບຟັງການລາຍງານຂອງທ່ານລັດຖະມົນຕີຫ້ອງວ່າການລັດຖະບານ ກ່ຽວກັບແຜນດຳເນີນງານຂອງ
ລັດຖະບານຊຸດທີ 
VII ໃນໄລຍະ ປີ (2011-2015) ໂດຍພື້ນຖານກອງປະຊຸມເຫັນດີຮັບຮອງເອົາແຜນດຳເນີນງານສະບັບ
ດັ່ງກ່າວ
ແຜນດຳເນີນງານສະບັບນີ້ ວາງອອກເພື່ອຮັບປະກັນເຮັດໃຫ້ຄາດຫມາຍສູ້ຊົນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ IX 
ຂອງພັກມະຕິຕົກລົງຂອງສະພາແຫ່ງຊາດກົດຫມາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ແລະ ຄຳເຫັນຊີ້ນຳຂອງສະຫາຍ
ເລຂາທິການໃຫຍ່
ປະທານປະເທດໄດ້ຮັບການຈັດຕັ້ງປະຕິບັດບົນຈິດໃຈ ເພີ່ມທະວີຄວາມສັກສິດ ແລະ ປະສິດທິຜົນໃນການ
ບໍລິຫານ ແລະ ຄຸ້ມຄອງລັດ 
ຄຸ້ມຄອງສັງຄົມສ້າງບາດກ້າວບຸກທະລຸອັນຫນັກແຫນ້ນ ໃນການນຳພາປະເທດຊາດໃຫ້ຫລຸດ
ພົ້ນອອກຈາກສະຖານະພາບຂອງປະເທດດ້ອຍພັດທະນາໃນປີ 
2020, ສຳເລັດເປົ້າຫມາຍສະຫັດສະວັດດ້ານການພັດທະນາ 
(MDGsໃນປີ 2015 ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ປີ ຄັ້ງທີ VII ຢ່າງມີໄຊ” 
ແລະ ເພື່ອຮັບປະກັນໃຫ້ການເຄື່ອນໄຫວຂອງຄະນະລັດຖະບານ ເປັນໄປຢ່າງເປັນລະບົບເປັນແຜນມີຄວາມຮັບຜິດຊອບ
ເປັນບ່ອນອີງໃຫ້ກະຊວງ ອົງການທຽບເທົ່າ ແລະ ທ້ອງຖິ່ນປະຕິບັດທັງເປັນມາດຖານໃນການຕິດຕາມກວດກາ ແລະ 
ຕີລາຄາປະເມີນຜົນການຈັດຕັ້ງປະຕິບັດຫນ້າທີ່ຂອງຄະນະລັດຖະບານ ກໍ່ຄືບັນດາກະຊວງ 
ອົງການລັດຖະບານ ແລະ 
ທ້ອງຖິ່ນ
ກອງປະຊຸມໄດ້ມອບໃຫ້ຫ້ອງວ່າການລັດຖະບານປັບປຸງຕື່ມບາງຈຸດຕາມການປະກອບຄຳເຫັນຂອງກອງປະຊຸມ 
ແລ້ວຈຶ່ງນຳສະເຫນີທ່ານນາຍົກລັດຖະມົນຕີຮັບຮອງ
.

4. ກອງປະຊຸມໄດ້ພິຈາລະນາ ແລະ ເປັນເອກະພາບເຫັນດີຮັບຮອງເອົາການກຳນົດເຂດທຸກຍາກທຸລະກັນດານຫ່າງໄກ
ສອກຫລີກ ໃນທົ່ວປະເທດ ທີ່ສະເຫນີໂດຍກະຊວງພາຍໃນ
ການຈັດລະດັບກຳນົດເຂດທຸກຍາກທຸລະກັນດານ ຫ່າງໄກສອກ
ຫລີກ ໃນທົ່ວປະເທດນີ້ ແມ່ນເປັນການຈັດຕັ້ງຜັນຂະຫຍາຍດຳລັດສະບັບເລກທີ 
468/ນຍລົງວັນທີ 10 ພະຈິກ 2011 ຂອງ
ນາຍົກລັດຖະມົນຕີ ວ່າດ້ວຍການກຳນົດນະໂຍບາຍຕໍ່ພະນັກງານ
-ລັດຖະກອນ ທີ່ປະຕິບັດຫນ້າທີ່ຢູ່ຫ່າງໄກສອກຫລີກທຸລະກັນ 
ດານ ເພື່ອຊຸກຍູ້ສົ່ງເສີມໃຫ້ພະນັກງານ 
ລັດຖະກອນມີຄວາມຕື່ນຕົວໄປປະຕິບັດຫນ້າທີ່ຢູ່ເຂດດັ່ງກ່າວປະກອບສ່ວນເຂົ້າໃນ
ການພັດທະນາ
ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະ ກ້າວໄປເຖິງການຫລຸດຜ່ອນຄວາມທຸກຍາກ
ເທື່ອລະກ້າວ
ກອງປະຊຸມໄດ້ມອບໃຫ້ກະຊວງພາຍໃນສືບຕໍ່ປັບປຸງແຜນກຳນົດເຂດທຸກຍາກດັ່ງກ່າວ ຕາມການປະກອບຄວາມ 
ເຫັນຂອງສະມາຊິກລັດຖະບານແລ້ວຈຶ່ງນຳສະເຫນີທ່ານນາຍົກລັດຖະມົນຕີຮັບຮອງເອົາ
.

5. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາບັນດາທິດທາງ ແລະ ມາດຕະການ ການແກ້ໄຂຫນີ້ສິນຂອງ
ພາກລັດ ທີ່ສະເຫນີໂດຍກະຊວງແຜນການ ແລະ ການລົງທຶນ
ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ
ການວາງບັນດາທິດທາງ ແລະ ມາດຕະການຕ່າງໆໃນການແກ້ໄຂບັນຫາຫນີ້ສິນຂອງພາກລັດນີ້ ແມ່ນເພື່ອຫລຸດຜ່ອນຄວາມກົດ
ດັນຕໍ່ສະເຖຍລະພາບທາງດ້ານການເງິນ 
ເງິນຕາ ໃນລະດັບມະຫາພາກ ແລະ ແກ້ໄຂຖານະການເງິນຂອງບັນດາບໍລິສັດ
ວິສາຫະກິດ ທີ່ມີສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນໃຫ້ເຂັ້ມແຂງຂຶ້ນຮັບປະກັນຄວາມຄ່ອງຕົວຂອງງົບປະມານແຫ່ງ 
ລັດ
ຮັບປະກັນທາງດ້ານເສດຖະກິດມະຫາພາກ ແລະ ຮັບປະກັນການປະຕິບັດຫລັກການລວມສູນງົບປະມານຕາມທີ່ກົດຫມາຍ
ໄດ້ກຳນົດໄວ້
ສາມາດປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຢ່າງຕັ້ງຫນ້າ ແລະ ຈະສາມາດແກ້ໄຂບັນຫາຫນີ້ເສຍ
ໃນລະບົບທະນາຄານອີກດ້ວຍ
ກອງປະຊຸມໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນສົມທົບກັບກະຊວງການເງິນ 
ແລະ ພາກສ່ວນກ່ຽວຂ້ອງປັບປຸງຕື່ມບາງຈຸດຕາມການປະກອບຄຳເຫັນຂອງທີ່ປະຊຸມ ເພື່ອໃຫ້ແທດຕົວຈິງແລ້ວຈຶ່ງນຳສະເຫນີ
ທ່ານນາຍົກລັດຖະມົນຕີຮັບຮອງ
.

ໃນກອງປະຊຸມຄັ້ງນີ້ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວເນັ້ນຫນັກໃຫ້ບັນດາກະຊວງຂະແຫນງການ ແລະ ທ້ອງຖິ່ນ 
ເອົາໃຈໃສ່ປະຕິບັດບັນດາວຽກງານຈຸດສຸມໃນເດືອນຕຸລາປີ 
2011 ຄື:

1). ໃຫ້ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນແມ່ນຈັດຕັ້ງ
ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມແກ້ໄຂປະກົດການຫຍໍ້ທໍ້ໃນທົ່ວປະເທດໃນວັນທີ 
12 ກັນຍາ 2011 ທີ່ຜ່ານມານີ້
ໃຫ້ເປັນແຜນງານລະອຽດ ເພື່ອສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ ທີ່ພວມເກີດຂຶ້ນຢູ່ໃນສັງຄົມລາວເຮົາໃນປະຈຸບັນເວົ້າລວມ ແລະ 
ຢູ່ໃນນະຄອນຫລວງວຽງຈັນ ເວົ້າສະເພາະໃຫ້ນັບມື້ນັບຫລຸດລົງຢ່າງຈະແຈ້ງ
.

2). ໃຫ້ເອົາໃຈໃສ່ຊຸກຍູ້ການສ້ອມແປງ ແລະ ຟື້ນຟູບູລະນະພື້ນຖານໂຄງລ່າງທີ່ຖືກເປ່ເພເສຍຫຍຈາກໄພທຳມະຊາດ 
(ພາຍຸໄຮມາ ແລະ ນົກເຕັນ ຢູ່ບາງແຂວງໃຫ້ກັບຄືນສູ່ສະພາບປົກກະຕິໄປຄຽງຄູ່ກັບການບົວລະບັດຮັກສາ ແລະ ເກັບກ່ຽວ
ເຂົ້ານາປີໃຫ້ໄດ້ຮັບຜົນດີ
ຄວບຄຸມພະຍາດລະບາດ ແລະ ພະຍາດຕິດຕໍ່ອື່ນໆທີ່ອາດຈະເກີດຂຶ້ນໃນຂອບເຂດທົ່ວປະເທດ
ພ້ອມກັນນີ້ກໍ່ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ ແລະ ມາດຕະການແກ້ໄຂສະພາບໄພເງິນເຟີ້ທີ່ຍັງສູງໃນປະຈຸບັນ 
(7,6%), ການເຫນັງຕີງຂອງຄ່າເງິນກີບ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ ບໍລິໂພກ ຢູ່ໃນທ້ອງຕະຫລາດ 
ໃຫ້ມີຄວາມສະຫງົບເປັນປົກກະຕິ
.

3. ໃຫ້ບັນດາກະຊວງອົງການລັດຖະບານນະຄອນຫລວງວຽງຈັນ ແລະ ບັນດາແຂວງເພີ່ມທະວີຄວາມເປັນເຈົ້າການ
ໃນການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານງວດ 
ຂອງສົກປີ 2011​-​2012 ໂດຍເລີ່ມແຕ່ວັນທີ ຕຸລາ 2011 
ນີ້ໃຫ້ໄດ້ຮັບຜົນດີພ້ອມກັນນັ້ນກໍ່ໃຫ້ກະກຽມສະຫລຸບການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານໃນ ປີຜ່ານມາ 
(ສະຫລຸບຕົວເລກຂາດຕົວ).

4. ໃຫ້ສືບຕໍ່ສ້າງຂະບວນການອັນຟົດຟື້ນ ເພື່ອຂ່ຳນັບຮັບຕ້ອນວັນຄູແຫ່ງຊາດວັນປະກາດເອກະລາດ ແລະ ກະກຽມ
ເງື່ອນໄຂຕ່າງໆໃຫ້ຮອບດ້ານ ເພື່ອຮັບປະກັນການຈັດງານບຸນປະເພນີຕ່າງໆຂອງຊາດ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ 
ຈົບງາມ ແລະ ມີຄວາມປອດໄພສູງ ເປັນຕົ້ນບຸນອອກພັນສາ ແລະ ບຸນຊ່ວງເຮືອປະເພນີຢູ່ທ່າວັດຈັນ ນະຄອນຫລວງວຽງຈັນ
.

5. ຜັນຂະຫຍາຍຜົນສຳເລັດຂອງການເດີນທາງໄປຢ້ຽມຢາມ ສປ ຈີນ ແລະ ສປປ ເກົາຫລີ ຢ່າງເປັນທາງການຂອງ
ສະຫາຍເລຂາທິການໃຫຍ່
ປະທານປະເທດຜົນສຳເລັດຂອງການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ
ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ
ພ້ອມກັນນັ້ນກໍ່ກະກຽມໃຫ້ການ
ນຳເດີນທາງໄປຢ້ຽມຢາມຕ່າງປະເທດ ແລະ ຕ້ອນຮັບແຂກຕ່າງປະເທດທີ່ເດີນທາງມາຢ້ຽມຢາມລາວ
.

6. ກະກຽມກອງປະຊຸມສູນກາງຄົບຄະນະກອງປະຊຸມວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງ
ຊາດ
ກະກຽມເອກະສານຕ່າງໆທີ່ຈະລາຍງານໃຫ້ກົມການເມືອງກະກຽມກອງປະຊຸມລັດຖະບານຮ່ວມກັບເຈົ້າແຂວງ ແລະ 
ເຈົ້າຄອງນະຄອນຫລວງວຽງຈັນ
.

ກອງປະຊຸມລັດຖະບານສະໄຫມສາມັນປະຈຳເດືອນກັນຍາ 2011 ນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ດ້ວຍຄວາມ
ຮັບຜິດຊອບສູງຂອງບັນດາທ່ານສະມາຊິກລັດຖະບານ ແລະ ອັດລົງດ້ວຍຜົນສຳເລັດຕາມຄາດຫມາຍທີ່ວາງໄວ້
.

Delicious Digg Fark Twitter