ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

       ເຈົ້າໜ້າທີ່ເມຶອງວຽງທອງ,ແຂວງບໍລິຄຳໄຊ. ໄດ້ພົບສົບຊາຍສອງຄົນທີ່ຖືກ

ຄົນຮ້າຍຄາດຕະກຳຢ່າງໂຫດຫ້ຽມ ແລະຝັງລົງໃນຂຸມດຽວກັນ,ຢູ່ຫ່າງຈາກເທດສະບານເມືອງວຽງທອງ

ໄປທາງທິດຕາເວັນອອກປະມານ 14 ກິໂລແມັດ .

     ສະພາບສົບເນົ່າເບັງເຕັມທີ,ອາດເສຍຊີວິດມາໄດ້ 4 ມື້ແລ້ວ, ທີ່ຕົວຂອງຜູ້ຕາຍທັງສອງ

ຖືກຍິງດ້ວຍອາວຸດປຶນ,ຜູ້ທີ່ໜຶ່ງຖືກຍິງທາງໜ້າ 3 ນັດລູກປຶນຖືກໃຕ້ຫົວເຂົ່າແຂ່ງຫັກ,ອີກສອງລູກເຂົ້າ

ທີ່ເໜືອເຕົ້ານົມເບື້ອງຂວາ ທະລຸອອກກາງຫຼັງ,ທີ່ຄໍມີຮອຍແຜໃຫຍ່ເລິກ ອາດຖືກແທງດ້ວຍຂອງແຂງແຫຼມຄົມ;

ຜູ້ທີ່ສອງລູກປຶນເຂົ້າທີ່ກະໂພກຂວາໜຶ່ງລູກ,ຖືກບັກແອວຂວາທະລຸໜ້າຊ້າຍສອງລູກ,ທີ່ຊ້ວງບາງຂວາ

ມີຮອຍແຜກວ້າງ 10 .ຊັງຕີ.

      ທີ່ເກີດເຫດບໍ່ມີຮ່ອງຮອຍຂອງການຕໍ່ສູ້ໃດໆ,ຢູ່ຫ່າງຈາກຂຸມຝັງສົບປະມານ 5 ແມັດມີຮອຍຊວານເສາະເອົາ

ດິນເພື່ອປົກຖົມກອງເລືອດສອງຈຸດ, ແຕ່ລະຈຸດຫ່າງກັນບໍ່ເກີນ 1 ແມັດ,

ບໍລິເວັນັ້ນຍັງພົກກະສອບປຶນ AK ສອງອັນ ແລະຫົວແຫຼມລູກປຶນ ໜຶ່ງລູກ ນອກນັ້ນຄົນຮ້າຍຍັງຕັດຟົດໄມ້

ປົກຮ່ອງຮອຍ ແລະຂຸມສົບເພື່ອອຳພາງ.

     ຢູ່ບ່ອນປາກທາງນ້ອຍປ່ອງໃສ່ທາງໃຫຍ່ບ່ອນເກີດເຫດມີຮ່ອງຮອຍຄົນນັ່ງຍາມສອງຈຸດ,ຄາດວ່າຄົນຮ້າຍບໍ່ຕ່ຳກວ່າ 6 ຄົນ

ແລະກໍ່ມີການວາງແຜນມາຫຼາຍວັນແລ້ວກ່ອນລົງມື.

       ຜູ້ຕາຍຜູ້ທີ່ໜຶ່ງຊື່ ທ້າວ ສອນໄລ ອາຍຸ 39 ປີ, ນັກທຸລະກິດ,ຢູ່ບ້ານນ້ຳຢ້າງ; ຜູ້ທີ່ສອງຊື່

ພໍ່ຄຳຕາ(ທ້າວທອງ),ອາຊີບຄ້າຂາຍ,ຢູ່ບ້ານນ້ຳງອມ,ເມືອງວຽງທອງ,ແຂວງບໍລິຄຳໄຊ.

        ນາງ ໄມພ່ຽນ ພັນລະຍາຂອງທ້າວ ສອນໄລ ເວົ້າວ່າ: ໃນຕອນເຊົ້າຂອງວັນທີ່ 5/10/11

ມີຊາຍແປກໜ້າຜູ້ໜຶ່ງມາວົນວຽນ,ຕໍ່ລາຄາເຄື່ອງຢູ່ຮ້ານຂອງຕົນທີ່ຕະຫຼາດບ້ານນ້ຳຢ້າງ ຄ້າຍກັບວ່າຈະຊື້ແຕ່ບໍ່ຊື້ຫຍັງຈັກຢ່າງ,

ຈົນຮອດ 16 ໂມງແລງຈິ່ງເຫັນຜົວຂອງຕົນມາແຕ່ເຮຶອນ ແລະຖາມຫາຊາຍຄົນນັ້ນ,ພວກເຂົາລົມກັນຢູ່ໄລຍະໜຶ່ງແລ້ວກໍ່ພາກັນອອກໄປພ້ອມໆກັນ,

ກ່ອນໄປໄດ້ຖາມເອົາເງິນນຳຕົນ 3.100 ດອນລ່າ, 20.500 ບາດ, 1.900.000 ກີບໂດຍບອກວ່າຈະໄຊື້ເຄື່ອງນຳຊາຍແປກໜ້າຄົນນັ້ນ

ແລະຜົວຂອງນາງຍັງໃສ່ປະລັກແຂນ,ສາຍສ້ອຍຄໍຄຳໜັກລວມ 13.5 ບາດຕິດຕົວໄປນຳ.

          ສ່ວນນາງ ໄມ ຜູ້ເປັນພັນລະຍາຂອງພໍ່ຄຳຕາກໍ່ເວົ້າວ່າ: ຜົວຂອງຕົນຫາຍໄປໃນວັນຕອນດຽວກັນ,

ກ່ອນໄປໄດ້ຖາມເງິນນຳເມຍ 15 ລ້ານກີບ, 2.000 ດອນລ່າ,ໂດຍຜົວບອກວ່າໄປຊື້ເຄື່ອງທີ່ຄູ່ຄ້າມາສົ່ງຢູ່ກາງປ່າ

ລະຫວ່າງບ້ານວັງຫິນ ແລະບ້າສົບສໍ້ປະມານ 1 ຊົ່ວໂມງກໍ່ຈະກັບ,ແຕ່ພໍຫາຍໄປມື້ໃໝ່ກໍ່ບໍ່ກັບມາຕົນຈິ່ງແຈ້ງເຈົ້າໜ້າທີ່

ແລະວານພີ່ນ້ອງ 20 ກວ່າຄົນອອກຄົ້ນຫາຕາມຈຸດທີ່ມີຂໍ້ມູນ ແລະສົງໃສ, ຈົນຮອດ 16 ໂມງຂອງວັນທີ່ 9/10/11

ຈິ່ງພົບສົບທັງສອງຝັງຢູໃນຂຸມດຽວກັນ,ຢູ່ລະຫວ່າງບ້ານວັງຫີນ-ສົບສໍ້,ຫ່າງຈາບ້ານວັງຫີນ 8 ກິໂລແມັດ

ແລະຈາກທາງໃຫຍ່ເຂົ້າໄປທາງສອຍນ້ອຍປະມານ 30 ແມັດ.

       ສ່ວນສາຍເຫດຕຳຫຼວດຕັ້ງໄວ້ຄື: ປະເດັນທີ່ໜຶ່ງແມ່ນຍ້ອນການຂັດແຍ່ງຄ້າຂາຍ ຫຼື ໜີ້ສິນ,

ເພາະຜ່ານມາຜູ້ຕາຍໜຶ່ງໃນສອງມີການພົວພັນຄ້າຂາຍກັບຄົນຊົນເຜົ່່າ ແລະມັກມີຄົນແປກໜ້າມາຫາທີ່ເຮືອນ,

ບາງຄັ້ງກໍ່ສະແດງຄວາມບໍ່ພໍໃຈຕໍ່ກັນ,

ປະເດັນສອງແມ່ນຂ້າຊີງຊັບເພາະຜູ້ຕາຍອີກຄົບເຖິງວ່າມີອາຊີບຄ້າຂາຍເຊັ້ນກັນແຕ່ບໍ່ເຄີຍມີປະກົດການແບບນີ້

ແລະເງິນຄຳພ້ອມລົດຈັກສອງຄັນຂອງຜູ້ຕາຍທັງສອງຂີ່ໄປນັ້ນກໍ່ຫາຍໄປພ້ອມໆກັນ, ຕອນນີ້ເຈົ້າໜ້າທີ່ຍັງພວມຄົ້ນຫາ

ຕົວຄົນຮ້າຍມາດຳເນີນຄະດີໃຫ້ໄດ້.

ຄຳເຕືອນ: 

ຂໍໂທດນະ

 

ຂ້າງລຸ່ມມີຮູບຜູ້ເຄາະຮ້າຍໃນສະພາບບໍ່ເໝາະ

ແຕ່ຂ້ອຍບໍ່ສາມາດໃຊ້ເຊັ່ນເຊີບັງໄດ້(ຖ່າຍໄດ້ແຕ່ເບິ່ງບໍ່ໄດ້)

 

v

v

v

v

v

v

v

v

v

v

v

v

 

 

 

 

 

 

 

 

 

 

 

....................................................................................................................................................................................................................................................................................................

 

 

 

 

 

..........................................................................................................................................................................................................................................................................................................ກ

 

     

Delicious Digg Fark Twitter