ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 ການເກັບລາຍຮັບໄດ້ດີຂຶ້ນ ແຕ່ເງິນຮົ່ວກໍ່ຍັງເກີດຂຶ້ນຫລາຍ

 

ໂດຍ: ພະ­ນອມ​ໄພ

   ປະ­ຈຸ​ບັນ ສະ­ພາບ​ການ​ຮົ່ວໄຫລ, ເກັບ​ລາຍ​ຮັບ​ບໍ່​ຄົບ​ຖ້ວນ, ການ​ຍົກ­ເວັ້ນ ແລະ ຫລຸດ­ຜ່ອນພາ­ສີ-ອາ­ກອນ​ນຳ​ເຂົ້າ​ຍັງ​ເກີດ​ມີຫລາຍ​ເປັນ​ເຫດ​ເຮັດ​ໃຫ້​ລາຍ​ຮັບ ສ່ວນ​ຫນຶ່ງ​ຂອງ​ລັດ​ທີ່​ຄວນ​ໄດ້ຕ້ອງ​ເສຍ​ໄປ.

   ເຖິງ​ແມ່ນ​ວ່າ­ການ​ເກັບ​ລາຍຮັບ​ໃນ 10 ເດືອນ​ສົກ​ປີ 2010-2011 ຂອງ​ລັດ­ຖະ­ບານ​ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ຕາມ​ກົດ­ເກນ​ປົກ­ກະ­ຕິ​ກໍ່​ຕາມ. ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້ ຂະ­ແຫນງ­ການ​ເງິນ​ຍອມ­ ຮັບ​ວ່າ: ສະ­ພາບ​ການ​ຮົ່ວ​ໄຫລ ແລະ ການ​ເກັບ​ລາຍ​ຮັບ​ບໍ່​ຄົບ​ຖ້ວນ ຕາມ​ລະ­ບຽບ​ກົດ­ຫມາຍ​ກຳ­ນົດຍັງ​ມີ​ຢູ່; ນອກ​ນັ້ນ​ການ​ຍົກ­ເວັ້ນ ແລະ ການ​ຫລຸດ­ຜ່ອນ​ພາ­ສີ-ອາກອນ​ຈາ​ການ​ນຳ​ເຂົ້າ​ພາ­ ຫະ­ນະ, ນ້ຳ­ມັນ​ເຊື້ອ​ໄຟ ແລະ ວັດ​ສະ​ດຸ​ກໍ່ສ້າງ ເພື່ອ​ໃຊ້​ໂຄງ­ການ ແລະ ວຽກ​ງານ​ຕ່າງໆ​ກໍ່​ຍັງ​ມີ​ຫລາຍສົມ­ຄວນ ເຮັດ​ໃຫ້​ສ່ວນ​ຫນຶ່ງ​ຂອງລາຍ​ຮັບ​ພາ­ສີ-ອາ­ກອນ​ສູນ​ເສຍໄປ.

   ພ້ອມ​ນັ້ນ ​ລາຍ​ຮັບ​ພາຍ​ໃນຂອງ​ງົບ­ປະ­ມານ​ຍັງ​ຕິດ​ພັນ​ກັບການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳມະ​ຊາດ​ເປັນ­ຕົ້ນ​ຕໍ, ຂະ­ນະ​ທີ່​ລາຍຮັບ​ດ້ານ​ວິ­ຊາ​ການ​ຍັງ​ບໍ່​ປະ­ຕິ­ບັດຫລັກ­ການ​ຄຸ້ມ​ຄອງ​ລວມ​ສູນ ຕາມ​ທີ່​ກົດ­ຫມາຍ​ງົບ­ປະ­ມານກຳ­ນົດ. ສະ­ແດງ​ອອກ​ໃນ​ຂໍ້​ດັດແກ້​ລາຍ​ຮັບ ແລະ ລາຍ​ຈ່າຍ​ຄ່າ​ບໍລິ​ການ​ດ້ານ​ວິ­ຊາ​ການ​ມີ​ຈຳ­ນວນເຖິງ 105 ຕື້​ກີບ.

   ສຳ­ລັບ​ລາຍ​ຮັບ​ໃນ 10 ເດືອນສົກ​ປີ 2010-2011, ຂະ­ແຫນງ ການ​ເງິນ​ເປີດ­ເຜີຍ​ວ່າ: ສາ­ມາດຈັດ​ຕັ້ງ​ປະ­ຕິ­ບັດ​ງົບ­ປະ­ມານ​ລວມ ທັງ​ຫມົດ 10,6 ພັນ​ຕື້​ກວ່າ​ກີບ ເທົ່າ​ກັບ 81,22% ຂອງ​ແຜນການ​ປີ​ໃນ​ນັ້ນ​ລາຍ​ຮັບ​ສູນ​ກາງປະ­ຕິ­ບັດ​ໄດ້ 9,03 ພັນ​ຕື້​ກວ່າ​ກີບ ເທົ່າ​ກັບ 78,63% ແຜນ​ປີ ແລະ ລາຍ​ຮັບ​ທ້ອງ­ຖິ່ນ 1,6 ພັນ​ຕື້​ກວ່າກີບ​ເທົ່າ​ກັບ 99,14% ຂອງ​ແຜນການ​ປີ.

   ສະ­ເພາະ​ລາຍ​ຮັບ​ພາຍ​ໃນ​ປະຕິ​ບັດ​ໄດ້ 8,5 ພັນ​ຕື້​ກວ່າ​ກີບ​ເທົ່າ ກັບ 88,29% ຂອງ​ແຜນ­ການ​ປີ ໃນ​ນັ້ນ​ສ່ວຍ​ສາ​ອາ­ກອນ​ປະ­ຕິບັດ​ໄດ້ 4,06 ພັນ​ຕື້​ກວ່າ​ກີບ, ພາສີ​ເຂົ້າŒຂາ​ອອກ 2,5 ພັນ​ຕື້​ກວ່າກີບ, ຊັບ​ສິນ​ຂອງ​ລັດ 996,5 ຕື້ກວ່າ​ກີບ, ທີ່​ດິນ 116,6 ຕື້​ກວ່າ ກີບ​ຄຸ້ມ​ຄອງ​ເງິນ​ລັດ​ວິ​ສະ­ຫະ​ກິດ 672 ຕື້​ກວ່າ​ກີບ ແລະ ລາຍ​ຮັບອື່ນໆ.

   ດ້ານ​ລາຍ​ຮັບ​ຈາກ​ການ​ຊ່ວຍເຫລືອ​ຂອງ​ຕ່າງ­ປະ­ເທດ​ປະ­ຕິ­ບັດໄດ້ 2,1 ພັນ​ຕື້​ກວ່າ​ກີບ​ເທົ່າ​ກັບ 61,77% ຂອງ​ແຜນ­ການ​ປີ​ ໃນນັ້ນ ​ຊ່ວຍ­ເຫລືອ​ລ້າ​ຈາກ​ຕ່າງ​ປະເທດ​ເປັນ​ໂຄງ­ການ​ທີ່​ກະ­ຊວງການ​ເງິນ​ຄຸ້ມ​ຄອງ​ປະ­ຕິ­ບັດ​ໄດ້ 673,9 ຕື້​ກວ່າ​ກີບ, ຊ່ວຍ​ລ້າ​ທີ່ກະ­ຊວງ​ແຜນ­ການ ແລະ ການ​ລົງທຶນ​ຄຸ້ມ​ຄອງ 1,2 ພັນ​ຕື້​ກວ່າ​ກີບ, ຊ່ວຍ­ເຫລືອ​ດັດ­ແກ້​ມະ­ຫາ​ພາກ 199,7 ຕື້​ກວ່າ​ກີບ ແລະ ການຊ່ວຍ­ເຫລືອ​ນອກ​ໂຄງ­ການ​ຍີ່­ປຸ່ນປະ­ຕິ­ບັດ​ໄດ້ 30 ຕື້​ກີບ​ເທົ່າ​ກັບ 42,86% ຂອງ​ແຜນ­ການ​ປີ.

   ຂະ­ແຫນງ­ການ​ເງິນ​ໃຫ້​ຮູ້​ຕື່ມອີ​ກວ່າ: ສ່ວນ​ການ​ປະ­ຕິ­ບັດ​ລາຍຮັບ​ຂອງ​ບັນ­ດາ​ທ້ອງ­ຖິ່ນ​ໃນ 10 ເດືອນ 9 ແຂວງປະ­ຕິ­ບັດ​ໄດ້​ເກີນແຜນ­ການ​ປີ​ປະ­ກອບ​ມີແຂວງ​ບໍ່ແກ້ວ​ປະ­ຕິ­ບັດ​ໄດ້ 34,5 ຕື້​ກວ່າກີບ​ເທົ່າ​ກັບ 123,61%, ສາ­ລະ ວັນ 43,7 ຕື້​ກວ່າ​ກີບ​ເທົ່າ​ກັບ 110,99%, ອຸ­ດົມ​ໄຊ 32,5 ຕື້ກວ່າ​ກີບ​ເທົ່າ​ກັບ 109,03%, ຊຽງ​ຂວາງ 43,3 ຕື້​ກວ່າ​ກີບ​ເທົ່າກັບ 130,72%, ຫົວ­ພັນ 23,9 ຕື້​ກວ່າ​ກີບ​ເທົ່າ​ກັບ 104,69%,ວຽງ​ຈັນ 135,8 ຕື້​ກວ່າ​ກີບ ເທົ່າ​ກັບ 101,44%, ບໍ​ລິ​ຄຳ​ໄຊ 62,07 ຕື້​ກວ່າ​ກີບ​ເທົ່າ​ກັບ 116,99%, ຈຳ­ປາ​ສັກ 303,1 ຕື້​ກວ່າ​ກີບ​ເທົ່າ​ກັບ 107,82% ແລະ ແຂວງ​ອັດ​ຕະ​ປື​ປະ­ຕິ­ບັດ​ໄດ້ 49,6 ຕື້​ກວ່າ​ກີບ​ເທົ່າ​ກັບ 129,71%.

   ຂະ­ນະ​ທີ່​ແຂວງ​ຫລວງ​ນ້ຳ​ທາຄາດ​ຄະ­ເນ​ເກັບ​ລາຍ​ຮັບ​ຫມົດ​ປີ ອາດ​ບໍ່​ບັນ­ລຸ​ຕາມ​ແຜນ­ການ​ທີ່ວາງ​ໄວ້ ຫລື ໄດ້​ປະ­ມານ 33,6 ຕື້​ກວ່າ​ກີບ​ເທົ່າ​ກັບ 91,28% ຂອງ​ແຜນ­ການ​ປີ ເຊິ່ງ​ໃນ 10 ເດືອນ​ປະ­ຕິ­ບັດ​ໄດ້​ພຽງ 30,3 ຕື້ກວ່າ​ກີບ​ເທົ່າ​ກັບ 82,2% ຂອງແຜນ­ການ​ປີ.

Delicious Digg Fark Twitter