ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

 

ລາວ-ກຳປູເຈັ່ຍມີຄວາມສຳພັນກັນຢ່າງສະນິດແໜ້ນມາແຕ່ດຶກດຳບັນ

 

ໃນປະຫວັດສາດຂອງລາວກ່າວໄວ້ວ່າ: ເຈົ້າຟ້າງຸ່ມ ວິລະກະສັດຄົນທຳອິດຂອງລາວ ປະສູດອອມາແລ້ວຖຶກຖິ້ມໃສ່ແພໄຫຼນ້ຳ,ພະພິຂຸຮັບໄວ້ແລ້ວນຳໄປສົ່ງໃຫ້ເຈົ້າຊີວິດກຳປູເຈ່ຍລ້ຽງໃຫຍ່ຢູ່ກຳປູເຈັ່ຍ,ສອນວິຊາອາຄົມໃຫ້ກ້າ,ມອບລູກສາວໃຫ້ເປັນເມຍ ແລະຈານັ້ນຈິ່ງຂຶ້ນມາທ້ອນໂຮມອານາຈັກລ້ານຊ້າງໃຫ້ເປັນໜຶ່ງດຽວໄດ້.

ນອກນັ້ນປະຫວັດສາດລາວ-ກຳປູເຈັ່ຍກໍ່ບໍ່ເຄີຍຮຸກຮານກັນ,ຖ້າທຽບໃສ່ບັນດາປະເທດອ້ອມຂ້າງລາວເຊັ່ນ: ໄທ,ພະມ້າ,ຈິນ ແລະຫວຽດນາມ, ລາວເຮົາລ້ວນແຕ່ໄດ້ເສຍດິນແດນໃຫ້ເຂົາເຈົ້າໝົດ.

ພາຍຫຼັງປົດປ່ອຍໃໝ່ເອກະສານບາງຢ່າງກໍ່ຍັງບັນທຶກໄວ້ວ່າ:ຄວາມສາມມັກຄີແບບພິເສດສາມອ້າຍນ້ອງ ລາວ-ຫວຽດ-ຂະແມ.

ນັກສຶກສາລາວຫຼາຍທ່ານ,ຫຼາຍລຸ້ນທີ່ໄປສຶກສາຢູ່ຕ່າງປະເທດຢູ່ຮ່ວມກັນຫຼາຍໆຊາດ,ພວກເຂົາກັບມາກໍ່ບອກວ່າ: ຄົນລາວ ແລະກຳປູເຈັ່ຍຖືກຕ້ອງກັນດີຮັກແພງກັນເໝືອນຄົນຊາດດຽວກັນ.

ແຕ່ຕົກມາເຖິງປະຈຸບັນນີ້ສັງຄົມລາວບໍ່ເຄີຍເອີ່ຍເຖິງ ກຳປູເຈັ່ຍ ຫຼື ເອີ່ຍກໍ່ຫ່າງໆ ຖ້າທຽບໃສ່ ຫວຽດນາມ,ຈີນ ແລະໄທ.

 

ປະເທດລາວຂອງພວກເຮົາບໍ່ຄ່ອຍມີຄົນກຳປູເຈ່ຍມາດຳລົງຊີວິດ,ຄ້າຂາຍ,ທຳມາຫາກິນນຳກັນ ແລະບັນດາການນຳກໍ່ບໍ່ຄ່ອຍຢ້ຽມຢາມກັນຄືກັບ ຫວຽດນາມ,ຈີນ ແລະໄທ

(ແມ່ນແຕ່ຄວາມສຳພັນລາວ-ໄທ ເມື່ອກ່ອນຂັດແຍ່ງກັນ ແຕ່ປະຈຸບັນໄດ້ປັບປຸງສາຍສຳພັນດີຂຶ້ນຫຼາຍ,ສັງເກດເບິ່ງການສະເໜີຂ່າວຂອງສື່)

ຄົນລາວເຮົາໜ້າຈະກັບມາທົບທວນປະຫວັດສາດອີກ ແລະເພີ່ມມິຕະພາບອັນດູດດຶ່ມທີ່ເຄີຍມີມາແຕ່ດຶກດຳບັນນັ້ນຄືນໃໝ່

ຫຼື ມັນຮອດຕອນທີ່ບູຮານເຄີຍກ່າວໄວ້ວ່າ: “ ແລ້ວນາຂ້າຄວາຍເຖິກ   -ແລ້ວເສິກຂ້າຄົນຫານ “

“ ກິນແລ້ວລືມໜີ້-ຂີ້ແລ້ວລືມຄຸນ

 

`

 

Delicious Digg Fark Twitter