ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

 ຜູ້ໃຊ້ຂ້ອງໃຈກັບຄຳວ່າ ໃຫ້ຫຼາຍກ່ວາ ຂອງໂທລະສັບເຄືອຂ່າຍໄກ່ນ້ອຍ

ວັນທີ 25 ຕຸລາ 2011 - ເວລາ 09:58:56 Divider

ໃນ​ຍຸກ​ທີ່​ສັງ­ຄົມ​ມີ​ຄວາມ​ຟ້າວ​ຟັ່ງ​ໃນ​ການ​ແຂ່ງ­ຂັນ​ໃນ​ຫຼາຍໆ​ດ້ານ​ນີ້ ຍອມ­ຮັບ​ວ່າ­ການ​ຕິດ­ຕໍ່​ສື່­ສານ​ຜ່ານ​ໂທລະ­ສັບ​ມີ​ຄວາມ​ຈຳ­ເປັນ​ຫຼາຍ ລັດ­ຖະ­ບານ​ມີ​ການ​ເປີດ​ໂອ­ກາດ​ໃຫ້​ຫຼາຍ​ພາກ­ສ່ວນ ດຳ­ເນີນ​ການ​ບໍ­ລິ­ການ​ດ້ານ​ເຄືອ​ຂ່າຍ​ໂທລະ​ຄົມ­ມະ­ນາ­ຄົມ ທັງ​ບໍ­ລິ­ສັດ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ທີ່​ເຂົ້າ​ມາ​ດຳ­ເນີນ​ທຸ­ລະ​ກິດ​ດ້ານ​ນີ້ ແລະ ກໍ​ມີ​ກົນ­ລະ­ຍຸດ​ໃນ​ການ​ບໍ­ລິ­ການ​ຮຽກ​ລູກ​ຄ້າ​ກັນ​ແບບ​ຫຼາຍ​ຮູບ​ຫຼາຍ​ສີ ຖື​ວ່າ​ຄຶກ­ຄັກ​ວ່າ​ຊັ້ນ​ສາ ແນ່­ນອນ​ມັນ​ເປັນ​ເລື່ອງ​ດີ ທີ່​ເປີດ​ໂອ­ກາດ​ໃຫ້​ຫຼາຍໆ​ພາກ­ສ່ວນ ດຳ­ເນີນ​ທຸ­ລະ​ກິດ​ສາ­ຂາ​ນີ້ ດີ​ກ່ວ​າ​ຈະ​ຜູກ­ຂາດ​ກັນ​ຢູ່​ແຕ່​ເຈົ້າ​ດຽວ ຄື​ວ່າ​ນັ້ນ​ລະ ສັງ­ຄົມ​ສູ່​ມື້­ນີ້​ມັນ​ຕ້ອງ​ໄດ້​ອາ­ໄສ​ເຕັກ​ໂນ​ໂລ​ຊີ​ການ​ສື່­ສານ​ອັນ​ທັນ​ສະ­ໄໝ ການ​ທີ່​ຈະ​ລົມ​ວຽກ​ລົມ​ງານ​ກັນ ພຽງ​ແຕ່​ຍົກ​ໂທລະ­ສັບ​ຂຶ້ນ ກໍ​ແມ່ນ​ສຳ­ເລັດ​ໄປ​ແລ້ວ​ເຄິ່ງ​ໜຶ່ງ ແຕ່​ການ​ທີ່​ຜູ້​ໃຊ້​ຈະ​ເລືອກ​ໃຊ້​ເຄືອ​ຂ່າຍ​ໃດ​ນັ້ນ ກໍ​ແນ່­ນອນ​ຂຶ້ນ​ຢູ່​ກັບ​ຄວາມ​ພໍ­ໃຈ​ໃນ​ການ​ຜູ້​ໃຫ້​ບໍ­ລິ­ການ​ທີ່​ດີ​ກ່ວ​າ ຫຼື ໄວ້​ວາງ­ໃຈ​ຕໍ່​ເຄືອ​ຂ່າຍ​ນັ້ນໆ​ຈຶ່ງ​ໃຊ້ ຄົງ​ບໍ່​ມີ​ໃຜ​ບັງ­ຄັບ​ໃຜ ຫຼື ຟັງ​ຄຳ​ຊີ້​ແນະ​ຈາກ​ໃຜ​ໃຫ້​ຕ້ອງ​ໃຊ້​ເຄືອ​ຂ່າຍ​ໃດ​ໜຶ່ງ​ໄດ້​ດອກ.

ໃນ​ຍຸກ​ທີ່​ການ​ແຂ່ງ­ຂັນ​ກັນ​ຄຶກ­ຄັກ ຂອງ​ຜູ້​ປະ­ກອບ​ການ​ເຄືອ​ຂ່າຍ​ໂທລະ­ສັບ​ມື​ຖື ການ​ປ່ຽນ­ແປງ ຫຼື ເກີດ​ຂຶ້ນ​ຂອງ​ເຄືອ​ຂ່າຍ​ໄກ່​ນ້ອຍ (Beeline) ຖື​ວ່າ​ກຳ­ລັງ​ໄດ້​ຮັບ​ຄວາມ​ສົນ­ໃຈ​ຂອງ​ຜູ້​ຊົມ­ໃຊ້ ດ້ວຍ​ຄຳ​ຂວັນ​ທີ່​ເພິ່ນ​ຕັ້ງ​ໄວ້ ພາຍ­ຫຼັງ​ທີ່​ປ່ຽນ​ຈາກ​ຊື່​ເກົ່າ​ມາ​ເປັນ​ຊື່​ໃໝ່ ເພິ່ນ​ເວົ້າ​ວ່າ: ທີ​ໂກ້​ໃຫ້​ທ່ານ​ຫຼາຍ​ເທົ່າ­ໃດ... ບີ​ລາຍ​ໃຫ້​ຫຼາຍ​ກ່ວ​າ ຟັງ​ເບິ່ງ​ແລ້ວ​ກໍ​ໜ້າ​ຟັງ​ແທ້ ຖື​ວ່າ​ໜ້າ​ສົນ­ໃຈ​ແຮງ ຫຼາຍ​ທ່ານ​ທີ່​ໃຊ້​ເຄືອ​ຂ່າຍ​ນີ້​ມາ​ແຕ່​ຕົ້ນ ປ່ຽນ​ຊື່​ມາ​ແລ້ວ 3 ຊື່​ກະ​ຍັງ​ໃຊ້​ຢູ່ ເພາະ​ຜ່ານ​ມາ ກະ​ບໍ່​ເຫັນ​ມີ​ບັນ­ຫາ​ຫຍັງ ສັນ­ຍານ​ກະ​ຖື​ວ່າ ໂອ​ເຄ ທີ່​ສຳ­ຄັນ​ສຸດ ກໍ​ຂຶ້ນ​ກັບ​ວຽກ​ທີ່​ເຮັດ​ຢູ່ ມັນ​ຕ້ອງ​ມີ​ການ​ຕິດ­ຕໍ່​ພົວ­ພັນ​ກັບ​ສັງ­ຄົມ​ຫຼາຍ ການ​ຈະ​ໃຫ້​ປ່ຽນ​ເບີ​ປ່ຽນ​ເຄືອ​ຂ່າຍ​ເລື້ອຍໆ​ຄື​ໄວ​ລຸ້ນ ກໍ​ບໍ່­ຫ່ອນ​ເປັນ.

ແຕ່​ເບິ່ງ​ຄື​ວ່າ ຈາກ​ການ​ເປີດ​ຕົວ​ທີ່​ຍິ່ງ​ໃຫຍ່​ຂອງ​ເຄືອ​ຂ່າຍ​ໄກ່​ນ້ອຍ​ເພິ່ນ​ນີ້ ຈະ​ມາ​ພ້ອມໆ​ກັບ​ຄວາມ​ບໍ່​ໂສ­ພາ​ປານ­ໃດ ໃນ​ໜຶ່ງ​ອາ­ທິດ​ຜ່ານ​ມາ ຜູ້​ຂ້າ​ໄດ້​ຮັບ​ສຽງ​ຮ້ອງ­ທຸກ​ຂອງ​ຜູ້​ຊົມ­ໃຊ້​ເຄືອ​ຂ່າຍ​ນີ້​ເຂົ້າ​ມາ​ໜາ​ຫູ ເພື່ອ​ຢາກ​ໃຫ້​ເປັນ​ຂົວ​ຕໍ່​ໄປ​ຍັງ​ພາກ­ສ່ວນ​ກ່ຽວ­ຂ້ອງ ກໍ​ຄື​ຜູ້​ໃຫ້​ບໍ­ລິ­ການ ເພື່ອ​ຂໍ​ຄຳ​ຕອບ​ທີ່​ຊັດ​ເຈນ ນັບ​ແຕ່​ມື້​ບຸນ­ຊ່ວງ­ເຮືອ​ທ່າ​ວັດ​ຈັນ​ພຸ້ນ​ມາ ທີ່​ຜູ້​ໃຊ້​ເຄືອ​ຂ່າຍ​ໄກ່​ນ້ອຍ​ເພິ່ນ​ນີ້ ບໍ່​ສາ­ມາດ​ໂທ​ຕິດ­ຕໍ່​ພົວ­ພັນ​ວຽກ​ກັບ​ເບີ​ໂທ​ຂອງ​ເຄືອ​ຂ່າຍ​ອື່ນ​ໄດ້ ແລະ ເບີ​ເຄືອ​ຂ່າຍ​ອື່ນ​ກໍ​ບໍ່​ສາ­ມາດ​ໂທ​ເຂົ້າ​ຫາ​ໄດ້ ຖື​ວ່າ​ເດືອດ­ຮ້ອນ​ກັນ​ໃຫຍ່​ວ່າ​ຊັ້ນ​ສາ ອັນ​ນີ້​ຜູ້​ຂ້າ​ເອງ​ກໍ​ພົບ​ບັນ­ຫາ ແລະ ກໍ​ລໍ­ຖ້າ​ການ​ອອກ​ມາ​ຊີ້​ແຈງ​ຈາກ​ເຈົ້າ​ຂອງ​ຜູ້​ໃຫ້​ບໍ­ລິ­ການ​ຢູ່ ແຕ່​ກໍ​ມິດ​ງຽບ​ປານ​ຫອຍ​ໄຂ້ ໂທ​ເຊັກ​ຄຳ​ຕອບ​ກໍ​ບໍ່​ຊັດ​ເຈນ ບີບ​ໂທລະ­ສັບ​ອອກ​ຍາມ​ໃດ ກໍ​ໄດ້​ຍິນ​ແຕ່​ຄຳ​ວ່າ ຮຽນ​ເຖິງ​ບັນ­ດາ​ລູກ​ຄ້າ​ບີ​ລາຍ​ທຸກ​ທ່ານ ເນື່ອງ​ຈາກ​ພວກ​ເຮົາ​ມີ​ບັນ­ຫາ​ຂັດ­ຂ້ອງ​ທາງ​ດ້ານ​ເຕັກ­ນິກ​ທີ່​ຄວບ​ຄຸມ​ບໍ່​ໄດ້ ຈຶ່ງ​ເຮັດ​ໃຫ້​ທຸກ​ທ່ານ​ບໍ່​ສາ­ມາດ​ໂທ​ຫາ​ເຄືອ​ຂ່າຍ​ອື່ນໆ ແລະ ເນັ້ນ​ວ່າ​ຈະ​ແກ້​ໄຂ​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ບາດ​ທ້າຍ​ຍັງ​ຝາກ​ຄຳ​ຂອບ­ໃຈ​ໄວ້​ອີກ ທີ່​ໃຊ້​ເຄືອ​ຂ່າຍ​ເພິ່ນ ນີ້​ກໍ​ຜ່ານ​ໄປ​ໜຶ່ງ​ອາ­ທິດ​ແລ້ວ ກໍ​ຍັງ​ບໍ່​ເຫັນ​ມີ​ຫຍັງ​ໄດ້​ຮັບ​ການ​ແກ້​ໄຂ​ໃດໆ​ເທື່ອ ຄຳ​ທີ່​ວ່າ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ນີ້ ເອົາ​ຫຍັງ​ມາ​ເປັນ​ຂອບ​ເຂດ ຫຼື ກຳ­ນົດ​ເອົາ​ຕາມ​ລຳ­ພັງ​ໃຈ ຖ້າ​ເປັນ​ແບບ​ນີ້ ຜົນ​ເສຍ​ທີ່​ເກີດ​ຂຶ້ນ​ກັບ​ຜູ້​ບໍ­ລິ­ໂພກ ຫຼື ຜູ້​ຊົມ­ໃຊ້​ໃຜ​ຈະ​ຮັບ­ຜິດ­ຊອບ ? ຫຼື ຄຳ​ຂວັນ​ທີ່​ວ່າ: ໃຊ້​ຊີ­ວິດ​ຢ່າງ​ເຕັມ­ທີ່ຂອງ ບີ​ລາຍ ນັ້ນ​ຈະ​ໝາຍ​ຄວາມ​ວ່າ: ໃຜ​ທີ່​ໃຊ້​ຈະ​ມີ​ໂອ­ກາດ​ຮັບ​ໂທລະ­ສັບ​ໜ້ອຍ​ລົງ ເພາະ​ເຄືອ​ຂ່າຍ​ອື່ນ​ໂທ​ເຂົ້າ​ຫາ​ບໍ່​ໄດ້ ເລີຍ​ໄດ້​ໃຊ້​ຊີ­ວິດ​ຢ່າງ​ເຕັມ­ທີ່ ເພາະ​ສຽງ​ລົບ​ກວນ​ຈາກ​ໂທລະ­ສັບ​ໜ້ອຍ​ລົງ ?.

ມັນ​ເປັນ​ຄຳ​ຖາມ​ທີ່​ຫຼາຍໆ​ຄົນ​ຢາກ​ໃຫ້​ຜູ້​ບໍ­ລິ­ຫານ​ເຄືອ​ຂ່າຍ​ນີ້ ອອກ​ມາ​ໃຫ້​ລາຍ​ລະ­ອຽດ ເປັນ​ຫຍັງ ຍ້ອນ​ຫຍັງ ກໍ​ຄວນ​ຈະ​ອອກ​ມາ​ເວົ້າ​ມາ​ກ່າວ​ກັນ​ກົງໆ ບໍ່​ແມ່ນ​ມິດ​ງຽບ​ແລ້ວ​ອັດ​ສຽງ​ສຳ­ເລັດ​ຮູບ ແຈ້ງ​ຕໍ່​ລູກ​ຄ້າ​ແຕ່​ທໍ່​ນັ້ນ ຮູ້­ສຶກ​ວ່າ​ມັນ​ບໍ່​ຍຸ­ຕິ​ທຳ​ປານ­ໃດ ເບິ່ງ​ຄື​ຈັ່ງ​ວ່າ ບໍ່​ຖື​ລູກ​ຄ້າ​ສຳ​ຄັນ­ວ່າ​ຊັ້ນ​ສາ ຊິ​ເຮັດ​ແນວ­ໃດ ຊິ​ແກ້​ໄຂ​ໄດ້​ມື້​ໃດ ກໍ​ຄວນ​ບອກ​ກ່າວ ຊ້າ​ໄວ​ພໍ​ຊິ​ໄດ້​ຮູ້ ຫຼື ປ່ຽນ​ໄປ​ໃຊ້​ເຄືອ​ຂ່າຍ​ໃໝ່ ອັນ​ນີ້​ກໍ​ຂໍ​ຝາກ​ໄວ້​ນໍ ເຊື່ອ​ຢູ່​ດອກ​ວ່າ ທາງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເພິ່ນ​ຄົງ​ສຸມ​ໃສ່​ການ​ແກ້​ໄຂ​ຢ່າງ​ຂະ​ໝັກ​ຂະ​ເມັ້ນ ແຕ່​ເຮັດ​ແບບ​ມິດ​ຢູ່​ກະ​ບໍ່​ມີ​ໃຜ​ຮູ້​ນຳ ! ໃນ​ຂະ­ນະ​ທີ່​ຄວາມ​ເດືອດ­ຮ້ອນ​ຜູ້​ຊົມ­ໃຊ້​ຮັບ​ໄປ​ເຕັມໆ​ແບບ​ນີ້ ຈະ​ໃຫ້​ໂທ​ຫາ​ແຕ່​ເຄືອ​ຂ່າຍ​ດຽວ ມັນ​ບໍ່­ຫ່ອນ​ເປັນ ຍິ່ງ​ໃນ​ສັງ­ຄົມ​ທີ່​ມີ​ການ​ແຂ່ງ­ຂັນ​ສູງ​ຂອງ​ເຕັກ​ໂນ​ໂລ​ຊີ​ໂທລະ​ຄົມ­ນາ­ຄົມ​ແບບ​ນີ້ ໂລກ​ເຂົາ​ໄປ​ຮອດ​ໃສ​ກັນ​ແລ້ວ ... ນີ້​ຄື​ສຽງ​ສະ­ທ້ອນ​ຈາກ​ສັງ­ຄົມ ໃນ​ນາມ​ເປັນ​ສື່​ກາງ​ນຳ​ມາ​ສະ­ເໜີ ແລະ ຝາກ​ຜ່ານ​ໄປ​ຍັງ​ພາກ­ສ່ວນ​ກ່ຽວ­ຂ້ອງ ເພື່ອ​ມີ​ຄຳ​ຕອບ​ໃຫ້​ກັບ​ສັງ­ຄົມ ກົດ­ໝາຍ​ສື່​ມວນ​ຊົນ​ລະ­ບຸ​ໄວ້​ໃນ​ມາດ­ຕາ 22 ວ່າ: ສື່​ມວນ​ຊົນ​ມີ​ສິດ​ສະ­ເໜີ​ໃຫ້​ການ­ຈັດ­ຕັ້ງ ຫຼື ບຸກ­ຄົນ​ທີ່​ກ່ຽວ­ຂ້ອງ​ກັບ​ບັນ­ຫາ ທີ່​ພົນ­ລະ­ເມືອງ​ລາວ ຫຼື ອົງ​ການ­ຈັດ­ຕັ້ງ​ຕ່າງໆ​ຂໍ​ຄວາມ​ກະ­ຈ່າງ​ແຈ້ງ ເມື່ອ​ອົງ​ການ­ຈັດ­ຕັ້ງ ແລະ ບຸກ­ຄົນ​ໄດ້​ຮັບ​ຄຳ​ສະ­ເໜີ​ດັ່ງ­ກ່າວ​ແລ້ວ ກໍ​ຕ້ອງ​ຕອບ​ຢ່າງ​ທັນ​ການ ແລະ ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ກໍ​ຫວັງ​ວ່າ​ສັງ­ຄົມ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃນ​ໄວໆນີ້ນໍ ? ຍາມ​ເສຍ​ຄ່າ​ບໍ­ລິ­ການ​ບໍ່​ເຫັນ​ມີ​ຈັກ​ເທື່ອ ຈະ​ໄດ້​ຍິນ​ຄຳ​ວ່າ ເຄືອ​ຂ່າຍ​ຂັດ­ຂ້ອງ ທ່ານ​ບໍ່​ໄດ້​ຮັບ​ຄວາມ​ສະ­ດວກ ພວກ​ເຮົາ​ບໍ່​ເອົາ​ເງິນ​ຈາກ​ທ່ານ.

ເມ​ໄຣ ສີ​ອຳ​ພັນ

 
 
Divider
ຄຳເຫັນຂອງທ່ານຜູ້ອ່ານ ຄຳເຫັນຂອງທ່ານຜູ້ອ່ານ
cat 2 ມື້ຜ່ານມາ 183.182.127.xxx
ໜ້າຈະໃຫ້ໜ່ວຍງານທີ່ກ່ຽວຂ້ອງເຂົ້າມາແກ້ໄຂ ບໍ່ແມ່ນຈະໃຫ້ບໍລິສັດເຮັດໃສ່ກັນແບບນີ້ ຜົນເສຍກະແມ່ນຜູ້ໃຊ້ບໍລິການ
ລາວແທ້ໄກບ້ານ 2 ມື້ຜ່ານມາ 70.178.65.xxx
ມາອ່ານຂ່າວກະພໍໄດ້ຮູ້ແລ້ວເຂົ້າໃຈແຈ້ງຫລາຍເຕີບ ສະນັ້ນ ພວກເຮົາເຈົ້າຂ້ອຍຄວນສ່ົງເສີມບໍລີສັດທີ່ຢູຄຽງຂ້າງປະຊາຊົນ ເຮັດເພືອຜົນປະໂຫຍດຂອງປະຊາຊົນ ແລະ ດີໃຈອີກຄວາມເຫັນຫນື່ງທີ່ເພີນ ຂຽນວ່າ ຫລາຍບໍລິສັດຜູ້ໃຫ້ບໍລີການຍິ່ງດີລູກຄ້າມີຫລາຍທາງເລືອກ ຖ້າບໍລິສັດດຽວຍິງຜູກຂາດແລະເອົາປຽບລູກຄ້າ ສະນັ້ນກະ ດີຖ້າອັນ ໄດມັນອັນດຽວແລ້ວປະຊາຊົນເສຍປຽບກະປ່ຽນໃຫ້ມີຫລາຍທາງເລືອກແດ່ລະ ທ່ານຜູ້ສະຫລາດທັງຫລາຍ ຢ່າເຂົ້າກະທໍຍໍຕົວເອງວ່າສະຫລາດສ່ອງໃສຫລາຍ
ສາໂທ ແກ້ວພິ 3 ມື້ຜ່ານມາ 202.137.156.xxx
ອ່ານແລ້ວງົງ ຄົນຂຽນຂ່າວນີ້ ສົງໃສຍັງຢູ່ໃນຖໍ້າ ບໍ່ຮູ້ວ່າ ຂໍ້ມູນທີ່ແທ້ຈິງເປັນແນວໃດ ຄວນໄປຫາຂ່າວ ມາອ່ານປະດັບແລະເພີ່ມຄວາມຮູ້ຕື່ມແດ່ເດີ້
ຫຼ້ານ້ອຍ 4 ມື້ຜ່ານມາ 183.182.127.xxx
ເປັນຍ້ອນໃຜສັງຄົມອາດບໍ່ເຂົ້າໃຈ,ແຕ່ມີບັນຫາກໍຄວນແກ້ໄຂ,ບໍ່ແມ່ນປະ ປ່ອຍໃຫ້ມີຜົນສະທ້ອນ,ສຳຄັນຜູ້ທີ່ມີຄວາມຮັບຜິດຊອບຄວນເປັນເຈົ້າການ ແກ້ໄຂ ໂດຍມີຫຼາຍຝ່າຍເຂົ້າຮ່ວມ,ຄິດວ່ານີ້ແມ່ນທາງອອກທີ່ດີທີ່ສຸດ
ຄົນຊວຍ 6 ມື້ຜ່ານມາ 183.182.127.xxx
ຄວນຈະມີ ປຸ່ມກົດ Like and unlike ນະ ຄົງຈະດີ
ຄົນຊວຍ 6 ມື້ຜ່ານມາ 183.182.127.xxx
ສົງໃສຄົນຂຽນຂ່າວນີ້ແມ່ບໍ່ຕິດຕາມຂ່າວສານຈາກສຳນັກອື່ີນເລີຍຕິ໊ເບາະ !
ຄິມວົງສາ 6 ມື້ຜ່ານມາ 202.136.242.xxx
ຂ້າພະເຈົ້າເຫັນດີນຳໃນການເປີດເສລີທາງດ້ານການແຂ່ງຂັນການຕະ ຫລາດເພາະມັນຈະສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການໄດ້ໃຊ້ຄວາມຮູ້ຄວາມສາມາດຢ່າງແທ້ຈິງບໍ່ແມ່ນວ່າລໍຖ້າພຽງແຕ່ເອົາຜົນປະໂຫຍດຢ່າງດຽວແຕ່ບໍ່ຄຳນຶງເຖິງປະໂຫຍດລູກຄ້າການເຮັດການໂຄສະນາການຕະຫລາດມີ promotion ດີດີ ໃຫ້ກັບລູກຄ້າການ ເຮັດທຸລະກິດ ຢ່າລືມ ວ່າລູກຄ້າຄືໝາກຫົວໃຈ ອັນສຳຄັນ ຄືເພິ່ນວ່າ ລູກຄ້າ ຄື ພະເຈົ້າຫັ້ນລະ ມີການແຂ່ງຂັນຈຶ່ງມີການພັດທະນາ ດັ່ງພັກ-ລັດເພິ່ນໃຫ້ປະຕິບັດ 4 ບຸກທະລຸ, ເພື່ອກ້າວສູ່ສະຫະສະວັດ 4 ບຸກທະລຸ ໃນນັ້ນ ມີຄຳວ່າບຸກທະລຸດ້ານ ຈິນຕະນາການ ຄືຄວາມຄິດ ໃຫ້ມີຄວາມຄິດສ້າງສັນ ພັດທະນາແຂ່ງຂັນກັນຊອກຫາ ສິ່ງດີດີ ເພື່ອສັງຄົມ ບຸກທະລຸ ອີກຢ່າງໜຶ່ງ ກໍ່ຄື ບຸກທະລຸ ລະບຽບ ລະບອບລະບົບຂອງການບໍຫານຄຸ້ມຄອງ ການເຮັດວຽກງານ ຕ້ອງມີຈຸດສຸມເປົ້າໝາຍມີຫລັກການເພື່ອໃຫ້ເກີດຜົນປະໂຫຍດສ່ວນ ລວມ ກໍ່ຄືສັງຄົມ ຜູ້ຊົມໃຊ້, ສະນັ້ນແລ້ວບັນດາບໍລິສັດ ທັງຫລາຍ ຄວນນຳໄປຄິດຄົ້ນເບິ່ງວ່າ ທ່ານຄິດແນວໃດ ກັບລູກຄ້າ ຫວັງແຕ່ ຈະເອົາຜົນປະໂຫຍດຢ່າງດຽວ ຫລື ຍັງເຫັນລູກຄ້າ ແມ່ນ ບຸກຄົນສຳຄັນຂອງທ່ານ.....ຂອບໃຈ
ບໍ່ປະສົງອອກນາມ 1 ອາທິດຜ່ານມາ 114.129.28.xxx
ຂ້າພະເຈົ້າເຫັນດີນໍາ ທີ່ວ່າ ມີຫຼາຍເຄືອຂ່າຍຍິ່ງດີ ເພາະຈະກະຕຸ້ນໃຫ້ ແຕ່ລະເຄື່ອຂ່າຍມີ ຄວາມກະຕືລືລົ້ນ ໃນການໃຫ້ບໍລິການທີ່ດີ ວ່ອງໄວທັນໃຈ ແລະ ລາຄາເປັນທໍາແກ່ຜູ້ຊົມໃຊ້ ຖ້າຜູກຂາດແຕ່ຜູ້ດຽວ ແນ່ນອນ ຜູ້ໃຊ້ ກໍ່ຈະໜ້ອຍລົງເພາະຄ່າໂທແພງ ແລະເທື່ອລະໜ້ອຍ ຄົນຢູ່ຊົນນະບົດກໍ່ອາດບໍ່ມີຄວາມສາມາດ ຊໍາລະຄ່າໂທໄດ້ ແລະ ກໍ່ຈະຢຸດໃຊ້ໄປເອງ ແລະ ກໍ່ອາດກັບໄປສູ່ ການສົ່ງຈ ມ ທາງໄປສະນີແທນ ໃນການຕິດຕໍ່ພົວພັນ ຂໍອະໄພ ນໍາບັນດາທ່ານ ທີ່ປະກອບຄໍາເຫັນແບບນີ້ ເພາະເປັນຫ່ວງຕໍ່ການບໍລິການ ທີ່ນອກຈາກສ້າງກໍາໄລແລ້ວແກ່ບໍລິສັດແລ້ວ ແຕ່ຍັງຈໍາກັດການບໍລິການແກ່ ຜູ້ຄົນ ແລະ ສະຖານະການ ເວລາ ບໍ່ສາມາດເຕີມເງິນ ຫຼື ຢູ່ຫ່າງໄກສອກຫຼີກ ເຊັ່ນວ່າຄົນຢູ່ຊົນນະບົດ ກໍລະນີຂັບຂັນສຸກເສີນ ບໍ່ມີເງິນເຕີມ ຊໍ້າພັດສົ່ງຂໍ້ຄວາມຂໍຄວາມຊ່ວຍເຫຼືອບໍ່ໄດ້ ເພາະ ໝົດມູນຄ່າໂທ.
ຄິມ ສ່ອງແສງ 1 ອາທິດຜ່ານມາ 202.137.136.xxx
ຢາກຖາມພາກສ່ວນທີ່ກ່ຽວຂ້ອງວ່າ: ເປັນຫຍັງຈຶ່ງຫງົດ ບໍ່ໃຫ້ບັນດາບໍລິສັດໂທລະຄົມ ມີການແຂ່ງຂັນກັນດ້ານການໂຄສະນາສົ່ງເສີມການຂາຍເຊັ່ນ: ໂທຟຼີ ທັງໆທີ່ວ່າມັນເປັນຜົນດີຕໍ່ລູກຄ້າ ຫຼືວ່າ ບາງບໍລິສັດມີຄວາມຢ້ານ ວ່າຈະເອົາຊະນະຄູ່ແຂ່ງຂອງຕົນບໍ່ໄດ້
ອຳພາພອນ ໄຊຍະເສນ 1 ອາທິດຜ່ານມາ 115.84.92.xxx
ເຖິງຜູ້ຂຽນຂ່າວ ກ່ອນອື່ນຕ້ອງຂໍຂອບໃຈທີ່ອອກມາເປັນປາກເປັນສຽງໃຫ້ແກ່ຜູ້ບໍລິໂພກ. ຂ້າພະເຈົ້າກໍ່ແມ່ນຜູ້ໜຶ່ງທີ່ໄດ້ຮັບຜົນກະທົບ ແລະ ກໍ່ໄດ້ມີການປ່ຽນເຄືອຂ່າຍຊົ່ວຄາວ. ເຖິງແນວໃດກໍ່ຕາມ, ຕາມທັດສະນະສ່ວນຕົວແລ້ວ ຄິດວ່າເນື້ອໃນຂອງບົດຂ່າວນີ້ ແມ່ນມີລັກສະນະບໍ່ເປີດກ້ວາງທາງດ້ານຈິດໃຈ ຕໍ່ກັບບີລາຍປານໃດ. ຕາມທີ່ໄດ້ຕິດຕາມຂ່າວຈາກໜັງສືພິມຫລາຍໆແຫລ່ງ ແລະ ຫລາຍໆສະບັບ (ໂດຍສະເພາະແມ່ນ VientianeTimes) ເຫັນວ່າ ສາເຫດທີ່ເຄື່ອຂ່າຍອື່ນບໍ່ສາມາດໂທເຂົ້າຫາບີລາຍ ຫລື ບີລາຍບໍ່ສາມາດໂທເຂົ້າຫາເຄືອຂ່າຍອື່ນແມ່ນຍ້ອນ ບໍລິສັດອື່ນເປັນຜູ້ block (ກີດກັ້ນ) ເຄືອຂ່າຍ ບີລາຍ. ເຖິງແມ່ນວ່າສາເຫດຂອງການ block ແມ່ນຍ້ອນບີລາຍບໍ່ປະຕິບັດຕາມສັນຍາ (ຕາມທັດສະນະແລ້ວ ສັນຍາດັ່ງກ່າວກໍ່ບໍ່ໄດ້ໃຫ້ປະໂຫຍດແກ່ຜູ້ບໍລິໂພກປານໃດດອກ) ກໍ່ຕາມ ແຕ່ສາມບໍລິສັດກໍ່ບໍ່ຄວນລົງໂທດບີລາຍດ້ວຍການສ້າງຄວາມຫຍຸ້ງຍາກແກ່ຜູ້ບໍລິໂພກ ອາດຈະໃຊ້ວິທີອື່ນ. ສ່ວນຂໍ້ຮຽກຮ້ອງທີ່ທາງຜູ້ຂຽນຂ່າວຢາກໃຫ້ ບີລາຍອອກມາຖະແຫລງຕໍ່ສາທາລະນະນັ້ນ ຢາກໃຫ້ທາງຜູ້ຂຽນຄິດເຫັນໃຈ ບີລາຍແດ່ ເພາະຖ້າສົມມຸດ ບີລາຍອອກມາເວົ້າຄວາມຈິງ (ກໍ່ຄື ການຖືກ block ຈາກສາມບໍລິສັດໃຫຍ່ ເນື່ອງຈາກບໍ່ເຮັດຕາມສັນຍາທີ່ໄດ້ເຊັນ ໂດຍສັນຍາດັ່ງກ່າວແມ່ນສັນຍາທີ່ ບໍ່ສ້າງຜົນປະໂຫຍດໃຫ້ຜູ້ຊົມໃຊ້) ແລະ ບີລາຍຍິ່ງສິບໍ່ຖືກຕຳໜິຈາກບໍລິສັດອື່ນໆບໍ? ແລະ ບັນຫາຍິ່ງສິບໍ່ແກ່ຍາວຕື່ມບໍ? ຂ້າພະເຈົ້າຄິດວ່າ ບີລາຍແຈ້ງຕໍ່ກັບລູກຄ້າໃນເນື້ອໃນທີ່ສົມເຫດສົມຜົນ. ອີກຢ່າງໜຶ່ງ, ຂ້າພະເຈົ້າກໍ່ຄິດແປກໃຈວ່າ ເປັນຫຍັງທ່ານຄື ບໍ່ຮຽກຮ້ອງໃຫ້ບໍລິສັດອື່ນໆມາຊີ້ແຈງວ່າເປັນຫຍັງ ເບີຈາກເຄືອຂ່າຍເຫລົ່ານັ້ນ ຈຶ່ງບໍ່ສາມາດໂທເຂົ້າບີລາຍໄດ້ ເປັນຫຍັງຈິ່ງຢາກໃຫ້ບີລາຍອອກມາຖະແຫລງພຽງແຕ່ຝ່າຍດຽວ. ດ້ວຍຄວາມຈິງໃຈ, ອຳພາພອນ
buk noi 1 ອາທິດຜ່ານມາ 202.137.156.xxx
ຟ້າເອີຍ...​ ຜູ້ຂຽນນີ້ຄືຊິບໍ່ໄດ້ອ່ານໜັງສືພີມ Vientianetimes ແນ່ບໍ່ ອັນສາເຫດ ທີ່ Beeline ຕິດຕໍ່ຫາຜູ້ອື່ນບໍ່ໄດ້ຍ້ອນຖືກ ອີກ 3 ບໍລິສັດ ບອກສ ໄວ ຍ້ອນ Beeline ຍັງຖືເອົາຜົນປະໂຫຍດຂອງຜູ້ຊົມໃຊ້ເປັນ ຫຼັກ ກໍ່ຄື ຍັງຄົງຮັກສາໄວ້ເຊີ່ງ Promotion ຕ່າງໆ ເຮັດໃຫ້ອີກ 3 ເຄືອຄ້າຍບໍ່ພໍໃຈ ແລະ ສັງຕັດຂາດສັນຍານກັບ Beeline ຈົນກວ່າ Beeline ຈະຍົກເລີກ Promotion ເຊີ່ງມັນບໍ່ເປັນການດີຕໍ່ຜູ້ບໍລິໂພກເລີຍ...​ ຂ້າພະເຈົ້າບໍ່ໄດ້ເຂົ້າຂ້າງບໍລິສັດໃດໜື່ງ..​ ທຸກມືນີ້ກໍ່ໃຊ້ 2 ເບີ... ຜູ້ຂຽນຄວນຈະສືກສາຂໍ້ມູນ ແລະ ຄວາມເປັນຈິງໃຫ້ຫຼາຍກ່ອນຈະຂຽນ...
Delicious Digg Fark Twitter