ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ພໍຂ້ອຍໃຫ່ຍ,ຮູ້ຈັກຄວາມຂຶ້ນມາກໍ່ໄດ້ຍິນຜູ້ເຖົ້າຜູ້ແກ່,ຜູ້ໃຫຍ່ຫຼາຍໆຄົນເວົ້າສູ້ກັນຟັງມາຕະຫຼອດວ່າ:

ຢູ່ທີ່ດົງປ່າຊ້າຂ້າງບ້ານນ້ຳຢ້າງ ມີສັດຕົວໜຶ່ງທີ່ມັກຮ້ອງອອກຄືສຽງບ່າງລົ້ວ( ຫູ່.......ຫງອກ...)

ມັນມັກຮ້ອງຕອນກາງຄຶນ,ມັນຮ້ອງເທື່ອໃດຕ້ອງມີຄົນແຖວນັ້ນຕາຍ,ບາງເທື່ອກໍ່ຕາຍຢູ່ໂຮງໝໍເຊິ່ງຕັ້ງຢູ່ບໍ່ໄກຈາກດົງນັ້ນ,

ບາງຄັ້ງກໍ່ຕາຍຢູ່ບ້ານແຖວນັ້ນ.ຂ້ອຍບໍ່ເຄີຍເຊື່ອເລື່ອງນັ້ນ

ແຕ່ຂ້ອຍກໍ່ລັກສັງເກດມາຕະຫຼອດ ປີ 2 000 ຄຶນຫຼັງບ່າງຕົວນັ້ນຍັງມັກຮ້ອງຢູ່,ຫາກມັນຮ້ອງ 1 ສຽງກໍ່ແມ່ນ 1 ມື້ຕໍ່ມາມີຄົນຕາຍ,

ຮ້ອງ 2 ສຽງກໍ່ແມ່ນ 2 ມື້ ຫາກຮ້ອງເທົ່າໃດສຽງກໍ່ແມ່ນເທົ່ານັ້ນມື້ແມ່ນມີຂ່າວຄົນຕາຍ.

ເບື້ອງຕົ້ນຊາວບ້ານແຖວນັ້ນຄິດວ່າແມ່ນໂຕບ່າງລົ້ວ, ພວກເຂົາກໍ່ພະຍາມຫາວິທີຂ້າບ່າງລົ້ວຕົວນັ້ນຖີ້ມ

ໂດຍໃຊ້ໂຄມໄຟສາຍຫາກ້ານໃນເວລາທີມີສຽງຮ້ອງຂອງມັນດັງຂຶ້ນ ພວກຊາວບ້ານກໍ່ພາກັນເຍືອງໄຟສາຍໄປໃສຕົ້ນໄມ້ທີ່ມີສຽງມັນຮ້ອງ ແຕ່ກໍ່ບໍ່ພົບຕົວມັນຈັກເທຶອ່,

ກົງກັນຂ້າມ              ທັນທີທັນໃດມັນພັດໄປຮ້ອງຢູ່ຕົ້ນອື່ນ,ທັ້ງທີ່ຕົ້ນໄມຢູ່ແຖວນັ້ນຕັ້ງຢູ່ຫ່າງກັນນັບ 100 ແມັດ, 200 ແມັດ  ແລະກໍ່ມີບໍ່ຫຼາຍຕົ້ນປານໃດ,

ດົງທີ່ວ່ານີ້ ອ້ອມຮອບດົງຄົງບໍ່ມີບ່າງຕົວໃດສາມາດເຈີດໄປເຖິງປ່າແຖວນັ້ນໄດ້,

ຊາວບ້ານໂສກັນວ່າມັນອາດເປັນນົກຊະນິດໜຶ່ງທີ່ບໍ່ຮູ້ຊື່ເພາະບໍ່ເຄີຍເຫັນຕົວມັນ,ມັນຈິງສາມມາດບິນໄປໄກ ແລະໄວໄດ້.

ນັບແຕ່ປີ 2.000 ເປັນຕົ້ນມາບ່າງຕົວນັ້ນກໍ່ຫງຽບຫາຍໄປ ຄິດວ່າເປັນຕຳນານໄປແລ້ວ,ຊາວບ້ານຕ່າງກໍ່ດີໃຈ ແລະພາກັນເລົ່າລືກັນກັນໄປວ່າ

ປະຈຸບັນບ້ານເມືອມີການສ້າງສາພັດທະນາຂຶ້ນຫຼາຍ ມັນຄົງໝົດຍົກບ່າງລົ້ວໄປແລ້ວ.

ແຕ່ກໍ່ໜ້າແປກຕົກມາຮອດຄຶນວັນທີ່ 26 ມັງກອນ 2012 ສຽງບ່າງລົ້ວນັ້ນກໍ່ເກີດຂຶ້ນອີຄັ້ງປະມານ 7 ສຽງ ,

ຕອນເຊົ້າມື້ໃໝ່ຢູ່ທີ່ຮ້ານກາເຟບ້ານນ້ຳຢ້າງກໍ່ມີຜູ້ສົນທະນາຂຶ້ນມາວ່າ ສຽງບ່າງຮ້ອງແຖວນີ້ມັນຫງຽບໄປດົນແລ້ວ

ແຕ່ເປັນຫຍັງພັດກັບມາໄດ້ຍິນໃໝ່,ສົງໄສຈະມີຂ່າວບໍ່ດີ.

7 ມື້ຕໍ່ມາຄືວັນທີ່  02 .02.12 ກໍ່ມີຂ່າວເສົ້າມາບອກຊາວບ້ານແທ້ໆ ນັ້ນກໍ່ຄື ການເສຍຊີວິດຂອງ ທ່ານ ສົງກາ ໄສມະນີ ອະດີດຮອງເລຂາ,ຮອງເຈົ້າເມືອງ.

ຕົກມາຮອດຄຶນວັນທີ່ 07.02.12 ສຽງບ່າງລົວກໍ່ດັງຂຶ້ນຕອນປະມານ 12 ໂມງກາງຄຶນ

ແລະພໍຮອດຕອນກາງຄຶນວັນທີ່ 08.02.12 ກໍ່ມີຂ່າວເສົ້າມາອີກນັ້ນຄືການເສຍຊີວິດຂອງ ທ່ານ ສົມດີ ຂຸນມະບານ,ອະດີດປະທານນັກຮົບເກົ່າເມືອງ.

ບາງຄົນກໍ່ສົນທະນາວ່າ ສຽງທີ່ຄືບ່າງລົ້ວນັ້ນມັນແມ່ນສຽງຫຍັງກັນແທ້, ຫຼື ເປັນເປັນສຽງຜີລຶກລັບຕົວເກົ່າກັບຄຶນມາໃໝ່ອີກ

ແຕ່ຊາວບ້ານສ່ວນໃຫຍ່ກໍ່ບໍ່ໄດຄິດຫຍັງ,ບໍ່ໄດ້ຊອກຄົ້ນຫາທີ່ມາຂອງສຽງຄືແຕ່ກ່ອນ,ຄິດວ່າເປັນລະດູການປະສົມພັນສອງສັດປ່າທີ່ຫວງຫ້າມ

ແລະຄິດວ່າ ໄລຍະ 10 ກວ່າປີທີ່ບ່າງລົ້ວຫງຽບໄປນັ້ນ ກໍ່ຍັງມີຄົນຕາຍຄືກັນ

 

 

 

 

Delicious Digg Fark Twitter