ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 

*(ຂປລ): ປັດຈຸບັນ ມີຄົນບໍ່ດີຈຳນວນໜຶ່ງ ນຳເອົາທະນະບັດປອມ (ເງິນປອມ) ປະເພດໃບ 100 ໂດລາ ສະຫະລັດ ແລະ ສະກຸນເງິນຕາຕ່າງປະເທດອື່ນໆ ເຂົ້າ ມາໃຊ້ຈ່າຍ

ແລະ ແລກປ່ຽນຊື້-ຂາຍ ຢູ່ພາຍໃນ ສປປ ລາວ ຊຶ່ງບໍ່ຖືກຕ້ອງ ແລະ ຜິດຕໍ່ລະບຽບກົດໝາຍ ເປັນຈຳນວນຫລາຍສົມຄວນ ອັນເປັນປະກົດ ການຫຍໍ້ທໍ້ອັນ ໜຶ່ງໃນສັງຄົມ

ທີ່ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫລວດ, ຊາວຄ້າ ຂາຍ, ນັກທຸລະກິດ ແລະ ອົງ ການຈັດຕັ້ງສາກົນຕ່າງໆ ທີ່ຕັ້ງຢູ່ ສປປ ລາວ.

ສະນັ້ນ ກົມເງິນຕາ-ຄັງສາງ ທະນາຄານ ແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 0105/ກງຕສ ລົງວັນທີ 15 ກຸມພາ 2012 ໂດຍມີເນື້ອໃນ ດັ່ງນີ້:

1.- ໃຫ້ທຸກພາກສ່ວນເປັນເຈົ້າການ ຮ່ວມມື ແລະ ຊ່ວຍເຫລືອ ສະກັດກັ້ນການ ເຄື່ອນໄຫວນຳໃຊ້ ທະນະບັດປອມ ຂອງກຸ່ມຄົນດັ່ງກ່າວ ໂດຍແຈ້ງຕໍ່ເຈົ້າ ໜ້າທີ່ຕຳຫລວດ

(ຖ້າພົບເຫັນ).

2.- ເພື່ອຫລີກເວັ້ນການເສຍຫາຍຊັບສິນ ຈາກການແລກປ່ຽນ ຊື້-ຂາຍ ເງິນປອມດັ່ງກ່າວ ຂໍໃຫ້ບັນດາທ່ານຫລຸດຜ່ອນການຊຳລະເປັນເງິນສົດ ແລ້ວຫັນ ມາຊຳລະຜ່ານລະບົບທະນາຄານ ໂດຍມອບເງິນເຂົ້າ ຜ່ານທະນາຄານ ຫລື ໂອນຊຳລະດ້ວຍລະບົບຊຳລະມູນຄ່າສູງ (RTGS), ໂອນຊຳລະດ້ວຍແຊັກ, ໂອນ ລະ ຫວ່າງ ບັນຊີ ຫາ ບັນຊີ, ຖ້າເປັນການຊຳລະດ້ວຍເງິນສົດ ກໍຄວນຊຳລະດ້ວຍເງິນກີບ ຈຶ່ງຈະມີຄວາມປອດໄພ.

3.- ໃຫ້ທຸພາກສ່ວນນຳໃຊ້ເງິນກີບລາວ ຊຶ່ງເປັນເງິນຕາຂອງຊາດ ເປັນພະຫະນະໃນການແລກ ປ່ຽນ ແລະ ຊ-ື້ຂາຍ ຢູ່ໃນ ສປປ ລາວ./.

ຂໍມູນຈາກ ຂ່າວສານປະເທດລາວ

Delicious Digg Fark Twitter