ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ຫຼາຍທ່ານກໍ່ອາດເຄີຍພົບພໍ້ມາແລ້ວຕໍ່ກັບການກົງມູນຄ່າໃນໃບບິນ,ບັນຫານີ້ມັກເກີດມີຢູ່ຮ້ານອາຫານ,ກິນດຶ່ມ,ບັນເທິງ,

ຄາຣາໂອເກະ.....ທີມີຂອງມຶນເມົາ ແລະໃນເວລາທີ່ລູກຄ້າມຶນເມົາ,ເວລາມີແຂກຄົນຈຳນວນຫຼາຍສັບສົນ, ເພາະເຈົ້າຂອງບາງຮ້ານ

ຈະສັງເກດເຫັນນິໄສຂອງຄົນລາວມັກງ່າຍ,ຂີ້ອາຍ ແລະມັກກຽດແຕ່ບໍ່ຖືກຽດ(ບໍ່ໃສ່ໃຈເລື່ອງກຽດສັກສີຄືຄົນຕ່າງປະເທດ).

ປະເພດເມນູທີ່ມັກກົງຫຼາຍທີ່ສຸດແມ່ນເຫຼົ້າເບຍຂອງມຶນເມົາ,ເຄື່ອງດຶມ,ຂອງແກ້ມ ແລະອາຫານບາງຄັ້ງຄາວ.

ມູນຄ່າໃນບິນທີ່ເຄີນຖືກກົງແມ່ນປະມານ 1 ແສນ, 2 ແສນ, 3 ແສນ.....ຂຶ້ນໄປ,ຄົນທີ່ກົງແມ່ນຜູ້ທີ່ຂຽນບິນເຊິ່ງບາງເທື່ອກໍ່ບໍ່ແມ່ນເຈົ້າຂອງຮ້ານ.

ເວລາເຂົາກົງແມ່ນພາຍຫຼັງແຂກສັ່ງເຊັກບິນ,ຜູ້ຂຽນບິນຈະມອບໃຫ້ຄົນເສີບເປັນຜູ້ສົ່ງບິນໃຫ້ແຂກ,

ຫາກໃຜບໍ່ໃສ່ໃຈກໍ່ຈ່າຍເງິນໄປເລີຍເກັບແຕ່ໃບບິນໄວ້ ຫຼື ບາງທ່ານກໍ່ບໍ່ເກັບຮອດບິນຊ້ຳ,ມາຄິດຄຶນພາຍຫຼັງຫາຍເມົາຈິງນຶກອອກວ່າຕົນຖືກກົງແຕ່ກໍ່ສາຍໄປແລ້ວ.

ວິທີແກ້.

1.ເຖິງວ່າເຮົາຈະເມົາ ຫຼື ບໍ່ເມົາກໍ່ຕາມຕ້ອງຕັ້ງສະຕິດີໆ,ເວລາສັ່ງທຸກຢ່າງຕ້ອງນັບ ແລະຈົດຈື່ໃຫ້ໄດ້ວ່າມີຫຍັງແດ່?, ຈຳນວນເທົ່າໃດ?

2. ຫາກບໍ່ຈືຄັກ ເວລາທີ່ຄົນເສີບຍື້ນບິນມາໃຫ້ ເຮົາຄວນຈັບມາກວດເຊັກຄືນວ່າມີເທົ່າໃດ?,

3. ຄວນຈັບບິນ ແລະທຳທ່າກວດບິນອ່າວດົນແດ່ເພື່ອໃຫ້ຜູ້ຂຽນບິນໄດ້ແນມເຫັນວ່າເຮົາກວດກາບິນລະອຽດ.

4. ບໍ່ຄວນຍຶ້ນບິນໃຫ້ຫວົໜ້າ,ເຖົ້າແກ່ ຫຼື ການເງິນ ຈັບບິນກ່ອນການກວດກາຂອງເຮົາ ເພາະເພີ່ນຈະຮັກສາພາບພົດທີ່ດີຈະບໍ່ກວດກາຫຍັງເລີຍ

5. ຫາກຮູ້ວ່າມູນຄ່າໃນບິນຖືກກົງ,ແຕ່ບໍ່ກ້າທ້ວງ ເຮົາກໍ່ບໍ່ຄວນໂວຍວາຍ ຫຼື ຊີ້ແຈງແນວນັ້ນແນວນີ້ເພາະຄົນອື່ນຈະຫຼຽວເບິ່ງໜ້າເຮົາ,ເຂົາອາດເຂົ້າໃຈຜິດວ່າເຮົາບໍ່ສະປອດ,

6. ເຮົາຄວນສົ່ງບິນນັ້ນໃຫ້ເຂົາຄຶນ ແລະເວົ້າວ່າ: ຂໍໃຫ້ນ້ອງໄລ່ບິນຄຶນໃໝ່,ບິນບໍ່ຖືກ: ເວົ້າເທົ່ານັ້ນມັນສຸພາບກວ່າ ແລະຜູ້ຂຽນບິນກໍ່ເກງກົວເພາະເຂົາຮູ້ສຶກຜິດທັນທີ

ແລ້ວເຂົາຈະກັບໄປຂຽນບິນໃໝ່ຢ່າງໄວວາ ແລະບິນໃໝ່ນັ້ນລາຄາຈະຖືກຕ້ອງຕາມຕົວຈິງທີ່ເຮົາສັ່ງ.

Delicious Digg Fark Twitter