ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ຮຽນບັນດາທ່ານພະນັກງານຝ່າຍການຕະຫຼາດ ແລະເຕັກນິກຂອງເອມັໂຟນ,ຂໍມີຄຳເຫັນບາງດ້ານກ່ຽວກັບການບໍລິການຂອງທ່ານບາງສູນບໍລິການ.

1.ສຳລັບການຈູນເບີໃໝ່(ເບີເກົ່າເສຍຫາຍ ແລ້ວຕ້ອງການເປີດໃຊ້ຄຶນ)

ຜ່ານມາເຫັນວ່າຫຍຸ້ງຍາກສັບສົນ,ຊັກຊ້າໃນການຈູນເບີຄືນ,ເພາະຊີມມີຫຼາຍລະບົບເກີນໄປ

ເຊັ່ນ: H ເອັມໂຟນ, H ອາໂຫຼ ; E ເອັມໂຟນ,E ອາໂຫຼ; S ເອັມໂຟນ S ອາໂຫຼ ລວມແລ້ວມີ 6 ຊະນິດຊີມ.ມັນມີຂໍ້ເສຍຄື

- ໄດ້ເລືອກກັບໄປກັບມາສັບສົນ,ແມ່ນແຕ່ພະນັກງານເອັມໂຟນເອງກໍ່ຍັງຫຼົງ,ມີບາງເທື່ອຈູນໃຫ້ລູກຄ້າຈົນວ່າເຂົາເມືອຮອດບ້ານເປີດນຳໃຊ້ບໍ່ໄດ້ ໂທກັບຫາຜູ້ຈູນຈິ່ງຮູ້ວ່າເລືອກຊີມບໍ່ຖືລະບົບ,

ເຮັດລູກຄ້າເສຍເວລາ,ບໍ່ສະດວກ,ບໍ່ທັນສະພາບການ.

- ຊີມຫຼາຍລະບົບ ມັນເປັາການກັກຕູນຕົ້ນທຶນ ເພາະຕ້ອງໄດ້ຊື້ຊີມເປົ່າມາແຮເຖິງ 6 ຊະນິດ (ສົມມຸດຊະນິດລະ 10 ອັນກໍ່ເປັນ 60 ແທນທີ່ຈະຕ້ອງຊື້ພຽງແຕ່ 10 ອັນ)

2. ການຈູນຍັງບໍ່ລວມສູນເອກະພາບ,ຕ່າງເຂດຕ່າງເຮັດຂອງໃຜຂອງມັນ.

- ສົມມຸດຊື້ຊີມເປົ່າຢູ່ປາກຊັນກໍ່ຕ້ອງແມ່ນສູນປາກຊັນເປັນຜູ້ຈູນ(ສູນອື່ນຈູນແທນບໍ່ໄດ້)

ແບບນີ້ກໍ່ຊັກຊ້າ,ບາງເທືອພະນັກງານສູນປາກຊັນບໍ່ຢູ່(ອອກວຽກນອກ)ຕ້ອງໄດ້ລໍຖ້າຈົນເຂົາກັບມາຫ້ອງການເປັນມື້ ຫຼື ສອງມື້.

3. ການບໍລິການອິນເຕີເນັດ,(ລາຍເດຶອນ,ຈ່່າຍລ່ວງໜ້າ)

- ເວລາເຄືອຂ່າຍຕິດຄັດພະນັກງານສູນບໍ່ຕິດຕາມກວດກາ,ບໍ່ເອົາໃຈໃສ່ແກ້ໄຂບັນຫາໃຫ້ລູກຄ້າ,ລໍຖ້າແຕ່ລູກຄ້າໂທມາທວງ,ໂທມາເວົ້າ,ຮ້າຍ,ດ່າ.

- ບໍ່ເຄີຍເຫັນພະນັກງານສູນໂທມາແຈ້ງບັນຫາຂໍ້ສະດວກ,ຫຍຸ້ງຍາກຂອງເຄຶອຍຂ່າຍ,ຖ້າໂທກໍ່ແມ່ນຖາມເງິນຄ່າຕາມບິນລາຍເດືອນໂລດ,

ແຕ່ບໍ່ເຄິຍຫັກເວລາທີ່ເຄືອຂ່າຍຂັດຂ້ອງນັ້ນອອກຈັກເທື່ອ ແບບນີ້ກໍ່ເວົ້າໄດ້ວ່າຂີ້ກົງ,ບໍລິການບໍ່ເຕັມເດືອນ ແຕ່ເກັບເງິນເຕັມເດຶອນ(ລູກຄ້າບໍ່ພໍໃຈ).

- ການເຮັດວຽກຂອງພະນັກງານບໍລິສັດຄືກັບວ່າບໍ່ແມ່ນເຮັດໃຫ້ຕົນເອງ,ເຮັດພໍໄດ້ເງິນເດືອນເທົ່ານັ້ນ,ບໍ່ແມ່ນເຮັດບໍລິການສັງຄົມ

ສິງທີ່ລູກຄ້າຕ້ອງການຄື:

1.ລະບົບຊີມຕ້ອງລວມຕົວເຂົ້າເປັນອັນດຽວ,(ໃຊ້ຊີມດຽວຈູນໄດ້ທຸກລະບົບຂອງເອມໂຟນ,ຄືກັນກັບຂອງ ອີທີແອວ....)

2.ການຈູນຕ້ອງຈູນຜ່ານໄດ້ທຸກສູນ,ທຸກສາຂາ, ນັບທັງສູນ 101 (ບໍ່ຢາກໄດ້ຍິນຄຳວ່າ: ກ້າວກາຍສູນອື່ນບໍ່ໄດ້)

3. ໃຫ້ກວດສອບ ແລະບັນທຶກເວລາທີ່ເຄືອຂ່າຍອິນເຕີເນັດຂັດຂ້ອງ,ຮູ້ແລ້ວໃຫ້ຮີບໄປແກ້ໄຂ,ຫາກແກ້ໄຂດ່ວນບໍ່ທັນໄດ້ກໍ່ຕ້ອງໂທແຈ້ງເຫດຜົນໃຫ້ລູກຄ້າຊາບ.

4. ການເກັບຄ່າບໍລິການລາຍເດືອນ ຄວນຄິດໄລ່ເປັນ 30 ວັນ,ຖ້າເຄືອຂ່າຍຕິດຂັດໄປ 10 ວັນຄວນຈະທົດແທນເວລາໃຫ້ລູກຄ້າໃນເດຶອນຕໍ່ໄປ 10 ວັນ.

5. ຄວາມໄວຂອງອິນເຕີເນດຄວນປັບປຸງໃຫ້ຖືກຕ້ອງ,ຊັດເຈນຕາມການໂຄສະນາ ແລະຕົກລົງກັບລູກຄ້າ(ສົມມຸດ 128 ຫຼື້ 256 ກໍ່ໃຫ້ເຕັມຕາມກຳນົດ

6. ໃຫ້ຄິສະເໝີວ່າການບໍລິການທີດີຂອງທ່ານແມ່ນການພັດທະນາປະເທດຊາດ,ແມ່ນການຊ່ວຍເຫຼືອສັງຄົມ ແລະເປັນຕົວແບບຢ່າງຍິ່ງໃຫ້ແກ່ຄົນລາວ.

ໂດຍ: ພັນທະຫົວໃຈ

 

 

 

Delicious Digg Fark Twitter