ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

* ພັກ-ລັດຖະບານ​ບານ​ໄດ້​ຖື​ເອົາວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບ​ລ້າງ​ຄວາມທຸກ​ຍາກ​ເປັນ​ວຽກ​ງານ​ຍຸດ​ທະ​ສາດ​ສຳຄັນ ​ໃນ​ການ​ພັດທະ​ນາ​ປະ​ ເທດ​ໂດຍ​ໄດ້​ສຸມ​ໃສ່​ການ​ຊຸກ​ຍູ້​ຕິດຕາມ​ການຈັດຕັ້ງປະຕິບັດ​ບັນດາ​ໂຄງການ​ພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ, ການຈັດ​ສັນພູ​ມລຳ​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຖາວອນ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ, ການ​ພັດທະນາ​ຊາຍ​ແດນ, ​ໂຄງການ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ, ການ​ປ່ອຍ​ສິນ​ເຊື່ອ​ຂອງ​ທະ ນາຄານ ​ນະ​ໂຍບາຍ, ກອງ​ທຶນ​ພັດທະນາ​ບ້ານ ​ແລະ ​ໂຄງການ​ອື່ນໆ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ພ້ອມກັນນັ້ນກໍ​ໄດ້​ ເອົາ​ໃຈ​ ໃສ່​ຈັດຕັ້ງ​ໂຄສະນາ​ເຜີຍ​ແຜ່ ​ແລະ ​ເຊື່ອມ​ຊຶມ​ກ່ຽວ​ກັບ​ທິດ​ທາງ​ຄາດໝາຍ​ສູ້​ຊົນ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ, ປັບປຸງ​ການ ຈັດ​ຕັ້ງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານ​ຂອງ​ຕົນ​ເປັນ​ເຈົ້າ​ການ​ປະສານ​ງານ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ຂອງ​ບັນດາ​ຂະ​ແໜງ​ການ.

​ໃນທ້າຍ​ສົກ​ປີ 2011-2012 ຄາ​ດວ່າ​ອັດຕາ​ຄວາມທຸກ​ຍາກ​ຍັງ​ເຫລືອ​ປະມານ 22% ຂອງ​ຈຳນວນ​ປະຊາກອນ​ທັງ​ໝົດ ໃນ​ສົກ​ປີ 2010-2011 ປະມານ 24%, ອັດຕາ​ຄົວ​ເຮືອນ​ທຸກ​ຍາກ​ຍັງ​ເຫລືອ​ປະມານ 17% ຂອງ​ຈຳນວນ​ຄົວ​ເຮືອນ​ທັງ​ໝົດ(​ໃນ​ສົກ​ປີ 2010-2011 ປະມານ 19%) ສຸມ​ໃສ່​ຈັດ​ສັນພູ​ມລຳ​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຖາວອນ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ເພື່ອ​ແກ້​ໄຂ​ບັນຫາ​ການ​ເຄື່ອນ​ຍ້າຍ​ແບບ​ຊະຊາຍ​ຂອງ​ພົນລະ​ເມືອງ, ​ໄດ້​ມີ​ການ​ປະສານ​ສົມທົບ​ກັບ​ຂະ​ແໜງ​ ການ​ທີ່​ກ່ຽວຂ້ອງ​ຈັດຕັ້ງປະຕິບັດ​ວຽກ​ງານ​ດັ່ງກ່າວ​ຢ່າງ​ມີ​ເປົ້າ​ໝາຍ ​ແລະ ສອດຄ່ອງ​ກັບ​ສະພາບ​ທ້ອງ​ຖິ່ນ​ເປັນຕົ້ນ​ຢູ່​ແຂວງ​ບໍ່​ແກ້ວ​ໄດ້​ປະຕິບັດ 3 ຈຸດ​ລວມມີ 13 ບ້ານ, 502 ຄອບຄົວ 1.336 ຄົນ, ​ເອົາ​ໃຈ​ໃສ່​ຈັດຕັ້ງຜັນ​ຂະຫຍາຍ​ຄຳ​ສັ່ງ​ເລກທີ 03/ກມສພ ບັນດາ​ແຂວງ ​ແລະ ​ເມືອງ​ໄດ້​ຮີບ​ຮ້ອນ​ກຳນົດ​ບ້ານ​ໃຫຍ່​ທີ່​ຈະ​ສ້າງ​ ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ສ້າງ​ແຜນ​ງານ​ໂຄງການ​ພັດທະນາ​ບໍລິ​ເວນ​ດັ່ງກ່າວ​ໃຫ້​ກາຍ​ເປັນ​ໃຈກາງ​ທາງ​ດ້ານ​ເສດ ຖະກິດ-ວັດທະນະ​ທຳ-ສັງ ຄົມ, ປກສ-ປກຊ, ທະນາຄານ​ນະ​ໂຍບາຍ​ໄດ້​ຂະຫຍາຍ​ສາຂາ​ກວມ 47 ຕົວ​ເມືອງ​ທຸກ​ຍາກ​ເຊິ່ງ​ແຕ່ລະ​ເມືອງ​ມີ​ຫ້ອງການ ​ແລະ ມີ​ພະນັກງານ​ປະ​ຈຳ​ໃນ​ສົກ​ປີ 2011-2012 ມີ​ແຜນ​ປ່ອຍ​ສິນ​ເຊື່ອ​ທັງ​ໝົດ 532 ຕື້ກີບ, ​ໄລຍະ 6 ​ເດືອນ​ຜ່ານ​ມາ​ສາມາດປະຕິບັດ​ໄດ້ 137,6 ຕື້ກີບ​ເທົ່າ​ກັບ 26%ຂອງ​ແຜນການ./.

ຂໍ້ມູນຈາ (ຂປລ)

Delicious Digg Fark Twitter