ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2013 | ມີ 12 ຄຳເຫັນ ແລະ 0 trackback(s)

 

*(ຂປລ): ການປັບປຸງຄ່າແຮງງານຕ່ຳສຸດ ສຳລັບຜູ້ອອກແຮງງານທີ່ເຮັດວຽກໃນຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ຂອງຂະແໜງແຮງງານ ແລະ ສະຫວັດດີ ການສັງຄົມ (ຮສສ) ໃນສົກປີຜ່ານມາ ຈາກ 348.000 ກີບ ຂຶ້ນເປັນ 626.000 ກີບ ເພີ່ມຂຶ້ນ 80% ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ແຮງງານດີຂຶ້ນ ເທື່ອລະກ້າວ.

ພ້ອມນີ້ ຂະແໜງ ຮສສ ຍັງໄດ້ປະສານສົມທົບ ກັບອົງການໄຕພາຄີ ແລະ ຂະແໜງການກ່ຽວຂ້ອງ ເຄື່ອນໄຫວຄຸ້ມຄອງ ແລະ ປົກປ້ອງສິດ, ຜົນປະໂຫຍດຂອງຜູ້ອອກແຮງງານ ໃນຮູບແບບຕ່າງໆເປັນຕົ້ນ: ລົງຕິດຕາມກວດກາແຮງງານຢູ່ຫົວໜ່ວຍທຸລະກິດ ແລະ ໂຄງການຕ່າງໆ ຈຳນວນ 2 ພັນກວ່າແຫ່ງ ແລະ ເຜີຍແຜ່ກົດໝາຍວ່າດ້ວຍແຮງງານ ຕາມ ຫົວໜ່ວຍແຮງງານຕ່າງໆ ໄດ້ 255 ແຫ່ງ; ໄກ່ເກ່ຍ ຂໍ້ຂັດແຍ່ງໄດ້ 74 ກໍລະນີ ແລະ ໄດ້ເອົາໃຈໃສ່ຕິດຕາມແຮງງານລາວທີ່ປະສົບໄພນຳຖ້ວມ ຢູ່ປະເທດໄທ ກັບຄືນປະເທດໄດ້ 279 ຄົນ, ຍິງ 184 ຄົນ. ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິຕົກລົງເລກທີ 03/ລບ ຂອງລັດຖະບານກ່ຽວກັບ ການແກ້ ໄຂບັນຫາແຮງງານຕ່າງປະເທດທີ່ເຂົ້າມາອອກແຮງງານ ແລະ ເຮັດວຽກ ຢູ່ ສປປ ລາວ ແບບບໍ່ຖືກຕ້ອງ, ໂດຍກະຊວງ ຮສສ ໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບຂອງຂະແໜງການຕົນຂຶ້ນ ເພື່ອເປັນເຈົ້າການປະສານສົມທົບ ກັບຄະນະຮັບ ຜິດຊອບຊີ້ນຳລວມຂອງລັດຖະບານ ພ້ອມກັນຄົ້ນຄວ້າສ້າງແຜນການ ແລະ ຊີ້ນຳພະແນກການສາຍຕັ້ງຂອງຕົນ ຢູ່ຂັ້ນທ້ອງຖິ່ນເຄື່ອນໄຫວເກັບກຳສະຖິຕິ, ຂຶ້ນບັນຊີແຮງງານ ຕ່າງປະເທດທີ່ເຮັດວຽກຖືກຕ້ອງ ແລະ ບໍ່ຖືກຕ້ອງ ຢູ່ ສປປ ລາວ ຊຶ່ງສາມາດເກັບກຳສັງລວມຕົວເລກເບື້ອງຕົ້ນໄດ້ຈຳນວນ 54.135 ຄົນ, ໃນນີ້ຂຶ້ນທະບຽນຖືກຕ້ອງ ຈຳນວນ 39.127 ຄົນ, ບໍ່ໄດ້ຂຶ້ນທະບຽນ 15.008 ຄົນ.

ນອກນີ້ ຂະແໜງ ຮສສ ຍັງໄດ້ຈັດກອງປະຊຸມ ເພື່ອເຜີຍແຜ່ບັນດາໜ້າວຽກທີ່ເປັນອັນຕະລາຍຕໍ່ແຮງງານເພດຍິງ ແລະ ແຮງງານເດັກນ້ອຍ ຢູ່ ສູນກາງ ແລະ 3 ແຂວງ, ມີຜູ້ເຂົ້າ ຮ່ວມ 77 ຄົນ; ຈັດຝຶກອົບຮົມວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານສຳລັບຂະແໜງການກໍ່ສ້າງ ແລະ ຄວາມເປັນອັນຕະລາຍຂອງສານເຄມີ, ມີຜູ້ເຂົ້າຮ່ວມ 40 ຄົນ ພ້ອມທັງໄດ້ປຶກສາຫາລື ກ່ຽວກັບກົນໄກການຊກຍູ້ຕິດຕາມກົນໄກການຈັດຕັ້ງປະຕິບັດຄ່າແຮງງານຂັ້ນຕ່ຳ ແລະ ໄດ້ຝຶກອົບຮົມ ກ່ຽວກັບການກວດກາແຮງງານ, ການຄຸ້ມຄອງແຮງ ງານ ໃຫ້ພະແນກ ຮສສ ແຂວງ ສາລະວັນ ແລະ ອື່ນໆ. ສິ່ງດັ່ງກ່າວໄດ້ກອບສ່ວນໃນການຈັດຕັ້ງປະຕິບັດຄາດໝາຍຍຸດທະສາດດ້ານການຄຸ້ມຄອງແຮງງານໃຫ້ມີຜົນສຳເລັດ ທັງ ເປັນການປົກປ້ອງ ແລະ ຄຸ້ມຄອງສິດຜົນປະໂຫຍດ ຂອງຜູ້ອອກແຮງງານໃຫ້ມີຄຸນນະພາບສູງກວ່າເກົ່າ./

ຂໍ້ມູນ ຈາກ kpl

Delicious Digg Fark Twitter