ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2013 | ມີ 19 ຄຳເຫັນ ແລະ 0 trackback(s)

 ເຫດເກີດຂຶ້ນກາງງານດອງ,ລະຫວ່າງທ້າວ: ອ່ອນຄຳ ມູນທະວົງ ແລະ ນາງ ໄມຄຸນ ສອນມີໄຊ, ເມື່ອເວລາ 13,00 ໂມງ ຂອງວັນທີ່ 21,03,2013 ທີ່ບ້ານນາວັງໃຄ້,ເມືອງວຽງທອງ,ແຂວງບໍລິຄຳໄຊ,

ຫຼັງຜູກແຂນແລ້ວຮ່ວມຮັບປະທານອາຫານ,ກຽມຈັດຮອບລຳວົງຮອດປະຖົມມະເລີກ,ເຈົ້າສາວກໍ່ລົ້ມຟຸບລົງ,ຊົ່ວໄລຍະກໍ່ເກີດອາການໂວຍວາຍອອກມມາຫຼາຍຢ່າງ,ແຂກໃນງານຕ້ອງຕົກຕະລືງ,

ພາກັນເຂົ້າໄປເບິ່ງ

ໃຊ້ໝໍຜີຢູ່ພາຍໃນບ້ານ 4 ໝໍ ແລະໝຜີບ້ານອື່ນ 1 ໝໍ ແຕ່ເອົາບໍ່ຢູ່

ເຫຼື້ອພຽງໝໍດຽວສຸດທ້າຍທີຮູ້ສຶກວ່າແກ່ວິຊາ,ໝໍເລີ່ມທຳພິທີ,ຫາກໝໍທີ່ 6 ນີ້ເອົາບໍ່ຢູ່ອາດໝົດຫວັງ

ຜີເລີ່ມຢ້ານກົວ,ແຕ່ຍັງຄົງດຶ້ບໍ່ຢາກອອກ,ໝໍເລີ່ມນາມຄູ່ໜັກເຂົ້າເພາະຮູ້ວ່າຜີປອບທີ່ເຂົ້າສິງເຈົ້າສາວຢ້ານກົວວິຊາ

ໃຊ້ເວລາ 5 ຊົ່ວໂມງ  ຜີຍັງພິກໄປພິກມາ

 

ຂ້ອຍເຫັນແລ້ວຢ້ານກົວເລີຍໄປກ່ອນ,ບໍ່ຮູ້ວ່າຈົບລົງດ້ວຍວິທີໃດ

 

ໂອກາດໜ້າຈະໄປສຳພາດໝໍຜີແລ້ວຊິມາເລົ່າສູ່ຟັງອີກ

 

 

Delicious Digg Fark Twitter