ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2013 | ມີ 36 ຄຳເຫັນ ແລະ 0 trackback(s)

 

ຫຼາຍທ່ານຄົງຮັບຊາບແລ້ວວ່າ ລາວເຮົາຂາດດູນການຄ້າມາຕະຫຼອດ(ນຳເຂົ້າຫຼາຍກວ່າສົ່ງອອກ), ເຮັດໃຫ້ເງິນຕາບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ,ເພື່ອຄວາມປັບຄວາມສົມດູນຂອງເງິນເຂົ້າ-ອອກ ລັດຖະບານຈິງໃຊ້ມາຕະການບັງຄັບໃຊ້ເງິນກີບ ເປັນຕົ້ນທະນາຄານກາງແຫ່ງ ສປປລາວ ບໍ່ອະນຸຍາດໃຫ້ພົນລະເມືອງໃນ ສປປລາວ ຊື້ເງິນຕາຕ່າງປະເທດນັບແຕ່ຕົ້ນເດືອນກໍລະກົດ 07,2013 ເປັນຕົ້ນມາ,ຍົກເວັ້ນຜູ້ທີ່ດຳເນີນທຸລະກິດພົວພັນກັບຕ່າງປະເທດ.

ການໃຊ້ມາຕະການບັງຄັບໃຊ້ກີບແບບນີ້ຄິດວ່າຈະຊ່ວຍປັບຄວາມສົມດູນຂອງເງິນຕາ ແລະຮັກສາຄ່າເງິນກີບໄວ້,

ແຕ່ໃນຄວາມເປັນຈິງບໍ່ເປັນດັ່ງທີ່ຄິດ ມັນກາຍເປັນເຄື່ອງມືບີບໃຫ້ເງິນຕາແຂງຄ່າຂຶ້ນຕື່ມ ເພາະວ່າເງິນບໍ່ແມ່ນຕົວກຳນົດສິນຄ້າ ແຕ່ແມ່ນສິນຄ້ານັ້ນເອງເປັນຕົວກຳນົກເງິນ,ສະນັ້ນການໃຊ້ມາຕະການບັງຄັບເງິນຈິ່ງບໍ່ແມ່ນທາງອອກທີ່ດີໃນການປັບຄວາມສົມດຸນ,ທາງອອກທີ່ດີແມ່ນການຄວບຄຸມສິນຄ້າ ເຊິ່ງປະຈຸບັນນີ້ພາກລັດຍັງບໍ່ຄິດເຖິງຊ້ຳວ່າມີສິນຄ້າປະເພດໃດແດ່ທີ່ນຳເຂົ້າໂດຍບໍ່ຜ່ານການຄວບຄຸມຂອງຕົນ ແລະຈະຄວບຄຸມວິທີໃດ?,

ນັກຄ້າເງິນທ່ານໜຶ່ງເວົ້າວ່າ: ສິນຄ້າທີ່ພາກລັດບໍ່ທັນຄວບຄຸມມີທັງນຳເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະຖືກຕ້ອງຕາມລະບຽບກົດໝາຍ

ນຳເຂົ້າບໍ່ຖືກຕ້ອງ

ເຄຶ່ອງອຸປະໂພກບໍລິໂພກ...ທີ່ບໍ່ຜ່ານດ່ານ ຫຼື ຫຼົບຫຼີກພາສີ.

ນຳເຂົ້າຖືກຕ້ອງຕາມລະບຽບກົດໝາຍໄດ້ແກ່

1, ປະເພດແຮງານຊາວຕ່າງດ້າວ(ບາງຄົນເຂົ້າມາໃນນາມນັກທ່ອງທ່ຽວ ແຕ່ມາທຳງານ,ຂາຍແຮງງານ)

2, ບັນດາທຸລະກິດ,ການບໍລິການຂະໜາດນ້ອຍຂອງຕ່າງດ່າວ(ບັນຮ້ານກິນດຶ່ມບັນເທິງ.ຮ້ານຂາຍເຄື່ອງຍ່ອຍ,ຮ້ານເສີມຄວາມງາມ,ບໍລິການອື່ນ.....

ນອກຈາກມູນຄ່າຂອງສິນຄ້າທີ່ນຳເຂົ້າແລ້ວ ຍັງມີຄ່າແຮງງານ ແລະກຳໄລສ່ວນເກິນຈາກການບໍລິການຂອງຊາວຕ່າງຊາດທີ່ເປັນມູນຄ່ານຳເຂົ້າ ເພາະເງິນທັງໝົດເລົ່ານັ້ນຕ້ອງຖືກນຳກັບໄປປະເທດຂອງເຂົາ.

ເພາະສະນັ້ນຈິ່ງກາຍເປັນໂອກາດອັນດີໃຫ້ແກ່ນັກຄ້າເງິນເກງກຳໄລຈາກເງິນຕາ ແລະຈະບີບໃຫ້ງເງິນຕາແຂງຄ່າຢູ່ຕະຫຼາດພາຍໃນ.

 

ເຈົ້າຂອງຮ້ານແລກປ່ຽນເອກຊົນແຫ່ງໜຶ່ງເວົ້າວ່າ ນັບແຕ່ທາງທະນາຄານໃຊ້ມາຕະການບໍ່ຂາຍເງິນຕາໃຫ້ບຸກຄົນທົ່ວໄປເປັນຕົ້ນມາເຮັດໃຫ້ມີລູກຄ້າເຂົ້າຮ້ານຫຼາຍເພີ່ມຂຶ້ນ,ຕົ້ນທຶນໝູນວຽນປະຈຳວັນລຸດລົງ 40% ເພາະບໍ່ເກັບເງິນໄວ້ແລກໃນທະນາຄານ,ຮອບວຽນປະຈຳວັນຖີ່ເຂົ້າ,ກຳໄລສູງກວ່າເກົ່າຖ້າສົມທຽບຕໍ່ໃບ(ເງິນບາດໃບ 1,000,ເງິນດອນລ່າໃບ 100 ) ເມື່ອກ່ອນກຳໄລໃບລະ 200-500 ກີບຕໍ່ໃບ ແຕ່ປະຈຸບັນກຳໄລໃບລະ 1,000-2,000 ກີບຕໍ່ໃບ.

ປະຈຸບັນບໍ່ຈຳເປັນຈະລໍຖ້າເລດປະຈຳວັນຂອງທະນາຄານອອກມາຈະຂຶ້ນ ຫຼື ລົງ  ບໍ່ກ່ຽວທາງຮ້ານກໍ່ຊື້ ແລະ ຂາຍສູງກວ່າທະນາຄານຢູ່ສະໝີ,ບໍ່ມີຄວາມສ່ຽງຄືແຕ່ກ່ອນອີກທີ່ຊື້-ຂາຍຕາມເລດຂອງທະນາຄານ

ລູກຄ້າເຂົ້າຮ້ານຂອງເພິ່ນທ່ານໜຶ່ງເວົ້າວ່າ: ສາຍເຫດທີ່ຈູງໃຈໃຫ້ເຂົ້າຮ້ານແລກປ່ຽນນອກແບບນີ້ກໍ່ເພາະວ່າເຮົາເຂົ້າໄປແລກໃນທະນາຄານ ຈະຊື້ທະນາຄານກໍ່ບໍ່ຂາຍ ແລະຈະຂາຍທະນາຄານກໍ່ຊື້ຕ່ຳກວ່າຮ້ານແລກປ່ຽນນອກເຊິ່ງລຸດຕົນກັບປະມານ 2,000 ກີບຕໍ່ໃບ,ເຖິງວ່າຊື້ຢູ່ຮ້ານນອກຈະແພງກວ່າ ແຕ່ກໍ່ຍັງດີວ່າບໍ່ມີໃຫ້ຊື້ ແລະເວລາເຮົາຂາຍກໍ່ໄດ້ແພງກວ່າ

 

Delicious Digg Fark Twitter